ບັນດາກົມກອງຂຶ້ນກັບກອງບັນຊາການທະຫານຊາຍແດນນະຄອນເກິ່ນເທີ ໄດ້ພ້ອມກັນອອກເຄື່ອນທັບ, ປະສານສົມທົບກັບພະແນກກະສິກຳ ແລະສິ່ງແວດລ້ອມ ຈັດການເຜີຍແຜ່ໂຄສະນາບັນດາຂໍ້ກຳນົດຂອງລັດຖະບານ ແລະ ທ້ອງຖິ່ນ ກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ ໃຫ້ແກ່ບັນດາເຈົ້າຂອງພາຫະນະ, ກັບຕັນ ແລະ ຊາວປະມົງ.

leftcenterrightdel
ທະຫານຊາຍແດນ ແຈກໃບໂຄສະນາເຜີຍແຜ່ໃຫ້ແກ່ຊາວປະມົງ. ພາບ: vov.vn

ທ່ານພັນເອກພິເສດ ຟ້າມເລຊວັນບິ່ງ ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນນະຄອນເກິ່ນເທີ ໃຫ້ຮູ້ວ່າ: ນອກຈາກການໂຄສະນາຢູ່ດິນຕໍ່ແຜ່ນ, ພວກຂ້າພະເຈົ້າ ໄດ້ຊີ້ນຳໃຫ້ບັນດາຫົວໜ່ວຍສາຍທາງທະເລສຸມໃສ່ໂຄສະນາເຜີຍແຜ່ໃຫ້ແກ່ຊາວປະມົງ, ພິເສດແມ່ນບັນດາເຈົ້າຂອງພາຫະນະ ແລະກັບຕັນເຮືອ ທີ່ພວມເຄື່ອນໄຫວຢູ່ທະເລ ເພື່ອໃຫ້ເຂົາເຈົ້າ ກຳແໜ້ນ ແລະບໍ່ລະເມີດບັນດາຂໍ້ກຳນົດກ່ຽວກັບການຂຸດຄົ້ນ IUU. ໃນວຽກງານລາດຕະເວນ, ກວດກາ, ຄວບຄຸມ, ພົບເຫັນ ແລະແກ້ໄຂ, ພວກຂ້າພະເຈົ້າ ກໍ່ເດັດດ່ຽວຊີ້ນຳບັນດາປ້ອມຄວບຄຸມຊາຍແດນ ບໍ່ປະໃຫ້ກຳປັ່ນຫາປາບໍ່ມີເງື່ອນໄຂຕາມລະບຽບການບໍລິຫານຢ່າງຄົບຖ້ວນອອກທະເລຢ່າງເດັດຂາດ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ