ເປັນເຈົ້າການຊ່ວຍພໍ່ແມ່ປະຊາຊົນ
ເຮືອນແຫ່ງສາຍຈິດມິດໃຈຂອງແມ່ຕູ້ ຫງວຽນທິອ໊ຽນ (ອາຍຸ 76 ປີ, ທະຫານເສຍອົງຄະລະດັບ 2/4, ຢູ່ບ້ານວີງບາ, ຕາແສງຮວ່າທິ້ງ) ແລະຫຼານສາວທີ່ເປັນພະຍາດສະໝອງພິການມາແຕ່ກຳເນີດທີ່ຢູ່ໃກ້ກັບທົ່ງນາ. ໃນຄືນວັນທີ 19 ພະຈິກ, ໃນບໍ່ເທົ່າໃດຊົ່ວໂມງ, ນ້ຳໄດ້ໄຫຼຖ້ວມເຂົ້າທາງປ່ອງຢ້ຽມ. ໂຊກດີ, ໃນສະພາບທີ່ອັນຕະລາຍນັ້ນ, ກໍາລັງທະຫານລາດໄດ້ຍົກຍ້າຍອອກທັນເວລາ. ຝົນເຊົາ ແລະນ້ໍາໄດ້ຫຼຸດລົງ. ກອງບັນຊາການທະຫານຕາແສງ ສືບຕໍ່ລະດົມແຮງງານໜູນຊ່ວຍຄອບຄົວຂອງແມ່ຕູ້ອ໊ຽນ ໃນການຂູດຂີ້ຕົມ, ອະນາໄມເຮືອນຊານ, ສ້ອມແປງລະບົບໄຟຟ້າ. ຕອນເຊົ້າວັນທີ 23 ພະຈິກ, ຄະນະປະຕິບັດງານທະຫານເຂດ 5 ນຳໂດຍທ່ານພັນເອກພິເສດ ເຢືອງຮວ່າງຕວ໊ານ, ຮອງຫົວໜ້າຫ້ອງການເມືອງທະຫານເຂດ 5, ໄດ້ໄປຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ, ມອບເຄື່ອງໃຊ້ທີ່ຈຳເປັນ ແລະເງິນສົດ 2 ລ້ານດົ່ງໃຫ້ແມ່ຕູ້ອ໊ຽນ. ຢູ່ທົ່ງນາເບື້ອງນັ້ນ, ຄອບຄົວຂອງແມ່ຕູ້ ຫວູທິບິງ (ອາຍຸ 76 ປີ, ຢູ່ບ້ານ ຟູຢ໋ຽນງວ່າຍ, ຕາແສງຮວ່າທີ້ງ) ແມ່ນຄອບຄົວທຸກຍາກ, ມີລູກຊາຍຕິດທາດພິດສີສົ້ມ ກໍໄດ້ທະຫານຊ່ວຍເຫຼືອ ແລະມອບຂອງຂວັນໃຫ້ຮອດເຮືອນເລີຍ.
    |
 |
|
ກໍາລັງປະກອບອາວຸດທະຫານເຂດ 5 ລະດົມກໍາລັງໃຈ, ມອບຂອງຂວັນໜູນຊ່ວຍຄອບຄົວທະຫານເສຍອົງຄະ ຫງວຽນທິອ໊ຽນ. ພາບ: ຫງວຽນວຽດຮຸ່ງ |
ສ່ວນຢູ່ຕາແສງຮວ່າທີ້ງ, ພາຍໃຕ້ການບັນຊາຂອງທ່ານພັນເອກພິເສດ, ທ່ານໝໍ ເຈິ່ນແມ້ງຮ່າ, ຫົວໜ້າໂຮງໝໍທະຫານ 87 (ກົມໃຫຍ່ພະລາທິການ-ເຕັກນິກ), ແພດທະຫານ 4 ໜ່ວຍພ້ອມກັບພາຫະນະ, ອຸປະກອນ, ເຄື່ອງໃຊ້ຫຼາຍປະເພດ ກໍ່ໄດ້ເຄື່ອນຍ້າຍໄປປະຈໍາຢູ່ບັນດາບ້ານທີ່ຖືກນໍ້າຖ້ວມຢ່າງວ່ອງໄວ, ຈັດຕັ້ງການກວດພະຍາດ, ໃຫ້ຄໍາປຶກສາດ້ານສຸຂະພາບ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດນໍ້າຖ້ວມ. ຢູ່ຕາແສງຕຸຍອານໄຕ, ດົ່ງຊວນ, ບັນດາໜ່ວຍຢາຂ້າເຊື້ອພະຍາດ, ແພດທະຫານເຄື່ອນທີ່ຂອງກອງພົນທີ 2, ກອງພົນ 315 (ທະຫານເຂດ 5), ກອງພັນປ້ອງກັນເຄມີ 78 (ກົມເສນາທິການທະຫານເຂດ 5), ໜ່ວຍການແພດປ້ອງກັນ, ໂຮງໝໍທະຫານ 17, ໂຮງໝໍທະຫານ 13 (ກົມພະລາທິການ-ເຕັກນິກທະຫານເຂດ 5) ໄດ້ມານະພະຍາຍາມເຮັດວຽກໜັກໝົດເວັນໝົດຄືນ, ຕັດສິນໃຈບໍ່ໃຫ້ພະຍາດແຜ່ລາມ. ດ້ວຍການໜູນຊ່ວຍຂອງກໍາລັງທະຫານລາດ, ສະມາຊິກຊາວໜຸ່ມ, ຊາວໜຸ່ມບັນດາທ້ອງຖິ່ນ, ສັດໃຫຍ່, ສັດປີກນັບພັນໂຕທີ່ຖືກນ້ຳຖ້ວມຕາຍ ໂດຍທະຫານໄດ້ເອົາໄປຝັງ ແລະຂ້າເຊື້ອ, ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ມົນລະພິດທາງສິ່ງແວດລ້ອມ.
ໂດຍປະຕິບັດຕາມການຊີ້ນໍາຂອງກະຊວງປ້ອງກັນປະເທດ, ບັນດາກົມກອງ ຂຶ້ນກັບທະຫານເຂດ 5 ໄດ້ສົມທົບກັບກົມກອງເພື່ອນນຳໃຊ້ຍົນເຮລີກົບແຕ, ລົດໃຫຍ່, ເຮືອກາໂນ, ເຮືອຂົນເຄື່ອງຊ່ວຍເຫຼືອໄປແຈກຢາຍໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ແລະພໍ່ແມ່ປະຊາຊົນຢູ່ເຂດທີ່ຖືກນໍ້າຖ້ວມເກືອບ 6.000 ພູດ. ໂດຍໄດ້ຮັບເຄື່ອງຊ່ວຍເຫຼືອຈາກທ່ານພັນເອກພິເສດ ຟານດ້າຍເຫງຍ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານເຂດ 5, ພໍ່ຕູ້ ຕະວັນນັງ (ອາຍຸ 87 ປີ, ຢູ່ບ້ານຊວນແທັ້ງ 1, ຕາແສງໄຕຮວ່າ) ເວົ້າດ້ວຍຄວາມຕື້ນຕັນໃຈວ່າ: “ຢູ່ສູນພັກພິງຫຼີກລ້ຽງນ້ຳຖ້ວມ, ພວກຂ້າພະເຈົ້າ ໄດ້ຮັບຄວາມເອົາໃຈໃສ່, ລະດົມກໍາລັງໃຈຈາກທະຫານ, ທະຫານລາດ, ຮັບປະກັນຄາບເຂົ້າຮ້ອນໆສາມຄາບທຸກໆມື້. ເມື່ອພວກເຮົາ ເປັນໄອ, ເປັນຫວັດ, ເຈັບຫົວຕົວຮ້ອນ ຫຼື ເຈັບທ້ອງ ແພດທະຫານກໍ່ລ້ວນແຕ່ໄດ້ມາກວດພະຍາດໃຫ້ຢ່າງສຸດໃຈ.
ຊ່ວຍປະຊາຊົນມີຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິໂດຍດ່ວນ
ນໍ້າຖ້ວມ, ຝົນຕົກໜັກຕິດຕໍ່ກັນໃນສອງສາມມື້ຜ່ານມາໄດ້ເຮັດໃຫ້ໂຮງຮຽນ, ບ້ານເຮືອນຫຼາຍສິບຫຼັງຢູ່ແຂວງດັກລັກ ພັງທະລາຍ. ຢູ່ຕາມຖະໜົນຫົນທາງ, ຂີ້ຕົມ, ງ່າໄມ້, ຂີ້ເຫຍື້ອ ແລະເຄື່ອງໃຊ້ໃນຄົວເຮືອນຂອງປະຊາຊົນຖືກນ້ຳຖ້ວມພັດໄຫຼໄປກະແຈກກະຈາຍຄືດັ່ງສະໜາມຮົບ. ຕາມສະເໜີຂອງທ້ອງຖິ່ນ, ລົດຈົກ 3 ໜ່ວຍຂອງກອງພົນນ້ອຍຊ່າງແສງ 270 (ທະຫານເຂດ 5) ໄດ້ຜັດປ່ຽນກັນເຮັດວຽກເປັນ 3 ກະ, 4 ໜ່ວຍເພື່ອກໍ່ສ້າງ, ເສີມສ້າງ, ສ້ອມແປງເສັ້ນທາງທີ່ຖືກນ້ຳພັດຖ້ວມພັດໄຫຼໄປ ແລະຖືກທຳລາຍ.
    |
 |
|
ທະຫານກອງພັນໃຫຍ່ 888 (ກອງບັນຊາການທະຫານແຂວງດັກລັກ) ຊ່ວຍໂຮງຮຽນປະຖົມຮວ່າດົງ ເລກ 2 (ຕາແສງຮວ່າຕີ້ງ) ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ. ພາບ: ຫງວຽນວຽດຮຸ່ງ |
ຢູ່ຕາແສງຮວ່າທີ້ງ, ຮວ່າຊວນ, ນອກຈາກບັນດາອຸປະກອນ, ວັດຖຸທີ່ມີຢູ່ແລ້ວ, ທະຫານຍັງໄດ້ໄປຢືມລໍ້ເຫຼັກ, ລໍ້ໄມ້ນຳພໍ່ແມ່ປະຊາຊົນເກືອບ 60 ຄັນເພື່ອຍູ້ໄວຄວາມຄືບໜ້າໃນການເກັບມ້ຽນຂີ້ເຫຍື້ອ, ຂີ້ຕົມຢູ່ຕາມຖະໜົນຫົນທາງ. ເຖິງວ່າພວມປະສົບກັບຄວາມຫຍຸ້ງຍາກໃນການທຳຄວາມສະອາດເຮືອນຊານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນໍ້າຖ້ວມກໍ່ຕາມ, ແຕ່ບັນດານັກຮົບເກົ່າ, ສະມາຊິກສະຫະພັນແມ່ຍິງ, ສະມາຊິກຊາວໜຸ່ມ, ໄວໜຸ່ມຢູ່ທ້ອງຖິ່ນຍັງຮ່ວມແຮງຮ່ວມໃຈປະກອບສ່ວນເຫື່ອແຮງພ້ອມກັບທະຫານ. ພາພວກຂ້າພະເຈົ້າ ໄປເບິ່ງປຶ້ມແບບຮຽນ, ປື້ມຂຽນທີ່ຖືກຂີ້ຕົມຖົມ, ໜ້າປົກ, ຫຼັງປົກປຶ້ມຈີກຂາດ, ສິບໂທ ດວ່ານຢຸຍຮ໊ຽວ (ກອງພັນໃຫຍ່ 888, ກອງບັນຊາການທະຫານແຂວງດັກລັກ) ໃຫ້ຮູ້ວ່າ: “ປະຈຸບັນ, ພວກຂ້າພະເຈົ້າພວມສຸມໃສ່ເຮັດອະນາໄມຫ້ອງຮຽນ, ເດີ່ນໂຮງຮຽນ, ສ່ວນມື້ອື່ນແມ່ນຈະດໍາເນີນການສ້ອມແປງ, ແປງປ່ອງຢ້ຽມ, ໂຕະ, ຕັ່ງທີ່ເປ່ເພ, ປະກອບສ່ວນຊ່ວຍໃຫ້ນັກຮຽນໄດ້ກັບຄືນມາຮຽນໂດຍໄວ”.
ທ່ານ ເລືອງຫງວຽນມິງຈ໊ຽດ, ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງດັກລັກ ໃຫ້ຮູ້ວ່າ: “ດັກລັກ ແມ່ນທ້ອງຖິ່ນຖືກເສຍຫາຍນັບທັງຄົນ ແລະຊັບສິນຢ່າງໜັກໜ່ວງທີ່ສຸດໃນເຫດການນໍ້າຖ້ວມຄັ້ງປະຫວັດສາດທີ່ຜ່ານມາ. ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ, ດ້ວຍການເຂົ້າຮ່ວມຂອງທົ່ວລະບົບການເມືອງ ແລະການຮ່ວມເດີນທາງໜູນຊ່ວຍ, ຊ່ວຍເຫຼືອຂອງກອງທັບ, ຕຳຫຼວດ, ກຳລັງທີ່ກ່ຽວຂ້ອງ ແລະປະຊາຊົນທົ່ວປະເທດ, ຄະນະພັກ, ອຳນາດການປົກຄອງຢ່າງທັນການ, ປະຊາຊົນແຂວງດັກລັກ ພວມມານະພະຍາຍາມຜ່ານຜ່າໄລຍະຫຍຸ້ງຍາກ, ສິ່ງທ້າທາຍທີ່ສຸດນີ້ໄປໃຫ້ໄດ້ເພື່ອໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິ. ຈາກບ່ອນທີ່ຖືກ “ນໍ້າໄຫຼຊຸ” ຈົນໄປຮອດເຂດພູສູງ, ເມື່ອເກີດໄພທໍາມະຊາດ, ໄພອັນຕະລາຍກໍ່ມີທະຫານຄຽງບ່າຄຽງໄຫຼ່, ປະຊາຊົນມີຄວາມອຸ່ນອ່ຽນໃຈ ແລະເຊື່ອໝັ້ນຫຼາຍທີ່ສຸດ”.
ໂດຍ: ເຈິ່ນຮວ່ຽນ