ງານຕະຫຼາດນັດເຊື່ອມຈອດການພົວພັນການຄ້າ ແລະເຜີຍແຜ່ໂຄສະນາຜະລິດຕະພັນຂອງວິສາຫະກິດຫວຽດນາມ-ລາວ 2025 ໄດ້ດໍາເນີນແຕ່ວັນທີ 20-23 ພະຈິກ ຢູ່ສູນການຄ້າລາວ (ລາວໄອເຕັກ) ທີ່ນະຄອນຫຼວງວຽງຈັນ, ປະເທດລາວ. ເຫດການດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງຫຼາຍວິສາຫະກິດຂະໜາດໃຫຍ່ຂອງຫວຽດນາມ-ລາວ, ເພື່ອແນໃສ່ຊຸກຍູ້ການຮ່ວມມື ແລະການພົວພັນການຄ້າລະຫວ່າງສອງປະເທດ.
ກຸ່ມບໍລິສັດ Viettel ດ້ວຍເຄື່ອງໝາຍການຄ້າ Unitel ທີ່ດຳເນີນທຸລະກິດຢູ່ລາວ, ໄດ້ແນະນຳບັນດາຜະລິດຕະພັນເຕັກໂນໂລຢີໃຫ້ແກ່ປະຊາຊົນລາວ, ໃນນັ້ນພົ້ນເດັ່ນແມ່ນຜະລິດຕະພັນຫຸ່ນຍົນຈັດແບ່ງແບບອັດຕະໂນມັດ ໃນຂົງເຂດໂລຈິດສະຕິກ. ທີ່ພິທີເປີດ, ທ່ານພົນໂທ ຫງວຽນເຈື່ອງຖັງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໄປຢ້ຽມຢາມຮ້ານວາງສະແດງຂອງ Viettel ແລະຮັບຟັງການແນະນໍາລະອຽດກ່ຽວກັບຜະລິດຕະພັນ.
    |
 |
|
ທ່ານພົນໂທ ຫງວຽນເຈື່ອງຖັງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມຮ້ານວາງສະແດງຂອງ Viettel ທີ່ງານຕະຫຼາດນັດ. ພາບ: qdnd.vn |
ລະບົບຫຸ່ນຍົນຈັດແບ່ງແບບອັດຕະໂນມັດຂອງ Viettel ມີຄວາມໄວເຄື່ອນທີ່ບັນລຸລະດັບ 2m/s ແລະສາມາດຮັບນ້ຳໜັກໄດ້ເຖິງ 1 ໂຕນ, ໄດ້ປະມວນເຕັກໂນໂລຢີເຊັນເຊີ ພ້ອມດ້ວຍລະບຸຕຳແໜ່ງ QR Code, ມີຄວາມສາມາດຫຼີກລ້ຽງການຕຳກັນ ແລະເຄື່ອນຍ້າຍຢ່າງຊັດເຈນໃນບໍລິເວນສາງ, ຫຼຸດຜ່ອນການແຊກແຊງຂອງມະນຸດ. ມາດຕະການແກ້ໄຂເຕັກໂນໂລຢີທີ່ກ້າວໜ້ານີ້ ໄດ້ຊ່ວຍເພີ່ມປະສິດທິຜົນຂັ້ນຕອນຈັດແບ່ງ ແລະຄັດເລືອກສິນຄ້າໃນສາງຂົນສ່ົງ, ເພີ່ມປະສິດທິຜົນ ແລະຄາດຄະເນການຫຼຸດຜ່ອນຄ່າໃຊ້ຈ່າຍໃນການດໍາເນີນງານໜ້ອຍສຸດແມ່ນ 40 % ເມື່ອທຽບກັບວິທີການແບບດັ້ງເດີມ.
ກ່ອນໜ້ານັ້ນ, ໃນເດືອນຕຸລາ, Viettel ໄດ້ເປີດຕົວເຄື່ອງໝາຍການຄ້າ Unitel Logistics ຢູ່ຕະຫຼາດລາວ. Unitel Logistics ໄດ້ກໍານົດທິດໃຫ້ກາຍເປັນວິສາຫະກິດໂລຈິດສະຕິກແບບປະມວນ, ໝູນໃຊ້ເຕັກໂນໂລຢີດີຈີຕອນທີ່ຮອບດ້ານເຂົ້າໃນການຄຸ້ມຄອງ ແລະບໍລິຫານລະບົບຕ່ອງໂສ້ການສະໜອງ. ຈາກນັ້ນ, ສ້າງຕັ້ງລະບົບນິເວດການບໍລິການໂລຈິດສະຕິກທີ່ສົມບູນແບບ, ນໍາເອົາຄວາມສະດວກສະບາຍມາສູ່ປະຊາຊົນ ແລະວິສາຫະກິດລາວ, ນັບແຕ່ການຝາກ-ຮັບສິນຄ້າຢູ່ກັບເຮືອນ ຈົນເຖິງການເລືອກເຟັ້ນການບໍລິການຂົນສົ່ງ, ເກັບຮັກສາໄວ້ໃນສາງ ແລະເພີ່ມມູນຄ່າຕາມຄວາມຕ້ອງການ.
    |
 |
|
ຮ້ານວາງສະແດງ ແລະນັກທ່ອງທ່ຽວມາຢ້ຽມຊົມ, ຊອກຮູ້ຜະລິດຕະພັນ, ການບໍລິການຂອງ Viettel. ພາບ: qdnd.vn |
ໃນຂອບເຂດເຫດການ, Viettel ຍັງນໍາສະເໜີຫຼາຍມາດຕະການດ້ານເຕັກໂນໂລຢີທີ່ຮັບໃຊ້ການຫັນເປັນດີຈີຕອນໃນແຕ່ລະວັນຢູ່ລາວ ເຊັ່ນກະເປົາເອເລັກໂຕນິກ U-Money ມີຜູ້ຊົມໃຊ້ຫຼາຍກວ່າ 1,8 ລ້ານຄົນ, ສະໜອງການບໍລິການຊຳລະເງິນແບບບໍ່ໃຊ້ເງິນສົດ, ໂອນເງິນ, ຕື່ມເງິນໂທລະສັບ ແລະຊຳລະຄ່າບໍລິການສາທາລະນະ, ປະກອບສ່ວນຊຸກຍູ້ດ້ານການເງິນຢ່າງຮອບດ້ານ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ດີຂຶ້ນເທື່ອລະກ້າວ.
ບັນດາຜະລິດຕະພັນ ແລະການບໍລິການອື່ນໆ ຍັງມີແອບພຼີເຄຊັນ ທີ່ Viettel ໄດ້ອອກແບບໃຫ້ຄົນລາວໂດຍສະເພາະ, ໄດ້ປະມວນແອບພຼີເຄຊັນ ເຊັ່ນ: ການບັນເທີງ, ຂ່າວ, ການຈັດຊື້ ແລະການບໍລິການໃນຊີວິດ; LaoTV - ລະບົບການບໍລິການໂທລະພາບ OTT ແຫ່ງທຳອິດຢູ່ໃນລາວ ມີເນື້ອໃນວິດີໂອ ແລະໂທລະພາບອອນລາຍຜ່ານທາງອິນເຕີແນັດ; ແອບພຼີເຄຊັນ LaoHealth ແມ່ນຮັບໃຊ້ຂະແໜງສາທາລະນະສຸກ ຫຼື ລະບົບ LaoEdu ໄດ້ໜູນຊ່ວຍການຫັນເປັນດີຈີຕອນໃນຂະແໜງການສຶກສາ.
    |
 |
|
ຜະລິດຕະພັນຫຸ່ນຍົນຈັດແບ່ງແບບອັດຕະໂນມັດຂອງ Viettel ດ້ວຍເຄື່ອງໝາຍ Unitel ຢູ່ລາວ. ພາບ: qdnd.vn |
ງານຕະຫຼາດນັດເຊື່ອມຈອດການພົວພັນການຄ້າ ແລະເຜີຍແຜ່ໂຄສະນາຜະລິດຕະພັນຂອງວິສາຫະກິດຫວຽດນາມ-ລາວ 2025 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 20-23 ພະຈິກ ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ.
ນີ້ແມ່ນເຫດການສຳຄັນເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ສ້າງກາລະໂອກາດແລກປ່ຽນການຄ້າລະຫວ່າງບັນດາວິສາຫະກິດຂອງສອງປະເທດ. ການເຂົ້າຮ່ວມຂອງ Viettel ທີ່ງານຕະຫຼາດນັດ ບໍ່ພຽງແຕ່ແມ່ນໂອກາດເພື່ອນຳສະເໜີບັນດາຜະລິດຕະພັນເຕັກໂນໂລຢີເທົ່ານັ້ນ ຫາກຍັງເປັນການຢັ້ງຢືນບົດບາດຂອງກຸ່ມບໍລິສັດ Viettel ໃນການຊຸກຍູ້ການຫັນເປັນດີຈີຕອນ ແລະພັດທະນາເສດຖະກິດ, ສັງຄົມບໍ່ພຽງແຕ່ຢູ່ຫວຽດນາມ ເທົ່ານັ້ນ ຫາກຍັງຢູ່ປະເທດເພື່ອນລາວ ອີກດ້ວຍ.
ໂດຍ: ທູຈາງ