ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ໄດ້ສົ່ງພອນໄຊອັນປະເສີດມາຍັງທ່ານນາງ ເອກອັກຄະລັດຖະທູດ, ທີ່ປຶກສາທູດປ້ອງກັນຊາດ ແລະບັນດາພະນັກງານ, ພາລະກອນສະຖານທູດ. ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ເນັ້ນໜັກວ່າ, ໃນຕະຫຼອດ 50 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ກອງທັບ ແລະປະຊາຊົນລາວ ໄດ້ສາມັກຄີ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ບັນລຸໄດ້ຫຼາຍຜົນງານສຳຄັນໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ; ສະແດງຄວາມເຊື່ອໝັ້ນວ່າ ປະເທດລາວ ຈະສືບຕໍ່ຍາດໄດ້ຜົນງານໃໝ່ຫຼາຍຢ່າງໃນກິດຈະການປ່ຽນແປງໃໝ່, ສ້າງສາປະເທດລາວ ໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນ ຕາມເສັ້ນທາງສັງຄົມນິຍົມ.

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລກປ່ຽນກັບທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ. ພາບ: qdnd.vn

ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະສະໜັບສະໜູນ ແລະຮ່ວມເດີນທາງກັບກະຊວງປ້ອງກັນປະເທດລາວ ໃນວຽກງານກະກຽມຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບ 50 ປີ. ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ສະແດງຄວາມປາດຖະໜາວ່າ ທ່ານນາງ ຄຳເພົາ ເອີນທະວັນ ຈະສືບຕໍ່ສະໜັບສະໜູນ, ສົມທົບກັນຢ່າງແໜ້ນແຟ້ນ, ສ້າງເງື່ອນໄຂໃຫ້ບັນດາອົງການທີ່ກ່ຽວຂ້ອງສອງຝ່າຍຜັນຂະຫຍາຍການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດສອງຝ່າຍຢ່າງມີປະສິດທິຜົນ.

leftcenterrightdel
ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ອວຍພອນສະຖານທູດລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບ 50 ປີ. ພາບ: qdnd.vn

ສ່ວນທ່ານນາງ ຄຳເພົາ ເອີນທະວັນ ສະແດງຄວາມຂອບໃຈຕໍ່ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ມາອວຍພອນສະຖານທູດໃນໂອກາດສະເຫຼີມສະຫຼອງວັນສຳຄັນນີ້; ຂອບໃຈຄວາມເອົາໃຈໃສ່, ສະໜັບສະໜູນຂອງພັກ, ລັດ, ລັດຖະບານ ແລະກອງທັບປະຊາຊົນຫວຽດນາມ ໃນການຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບ 50 ປີ. ທ່ານນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ເຫັນປະຈັກຕາສາຍພົວພັນ ລາວ-ຫວຽດນາມ ນັບມື້ນັບພັດທະນາຢ່າງແໜ້ນແຟ້ນໃນທຸກຂົງເຂດ, ໃນນັ້ນມີການປ້ອງກັນຊາດ; ສະແດງຄວາມເຊື່ອໝັ້ນວ່າ ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ໄດ້ຮັບຄວາມເຊື່ອໝັ້ນ ແລະຮັກແພງຂອງພັກ, ລັດ ແລະປະຊາຊົນໃນກິດຈະການປົກປັກຮັກສາ ແລະພັດທະນາປະເທດຊາດ.

ໂດຍ: ເຈິ່ນຮວ່ຽນ