ປະທານສະພາແຫ່ງຊາດ ສ.ເກົາຫຼີ ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ຕອນຄ່ຳວັນທີ 22 ພະຈິກ, ທ່ານ Woo Won Shik, ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະ ພັນລະຍາ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງຈົບງາມ (ແຕ່ວັນທີ 20 - 22 ພະຈິກ), ຕາມຄຳເຊີນຂອງທ່ານ ເຈິ່ນແທັງເໝີນ, ປະທານສະພາແຫ່ງຊາດຫວຽດນາມ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Woo Won Shik. ພາບ: ສໍານັກຂ່າວສານຫວຽດນາມ |
ໃນໄລຍະຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທີ່ບັນດາການພົບປະ, ສົນທະນາ, ການນຳຫວຽດນາມ ຖືວ່າ ຫວຽດນາມ ແລະ ສ.ເກົາຫຼີ ພວມມີບັນດາເງື່ອນໄຂສະດວກທີ່ສຸດເພື່ອກຳນົດທິດວິໄສທັດຍຸດທະສາດໃໝ່ໃຫ້ແກ່ການຮ່ວມມື, ສ້າງໂອກາດພ້ອມກັນພັດທະນາ, ເປັນຄູ່ຮ່ວມເດີນທາງທີ່ມີຄວາມໄວ້ເນື້ອເຊື່ອໃຈ ບົນເສັ້ນທາງປະຕິບັດຄາດໝາຍ, ຄາດຫວັງພັດທະນາຂອງສອງປະເທດໃຫ້ປະກົດຜົນເປັນຈິງ.
ສ່ວນທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Woo Won Shik ປາດຖະໜາຢາກໃຫ້ອົງການສ້າງກົດໝາຍສອງປະເທດ ສືບຕໍ່ເສີມຂະຫຍາຍບົດບາດຊຸກຍູ້ການຕິດພັນຮ່ວມມືດ້ານເສດຖະກິດສອງປະເທດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະການພົວພັນລະຫວ່າງບັນດາສະມາຊິກລັດຖະສະພາ ສອງປະເທດ ເພື່ອປະກອບສ່ວນເຂົ້າໃນການພັດທະນາລະຫວ່າງ ຫວຽດນາມ - ສ.ເກົາຫຼີ.
ແຫຼ່ງຄັດຈາກ: vovworld.vn