ຕໍ່ໜ້າສະພາບການອັນຮີບດ່ວນ, ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມຢ່າງທັນການ, ກົມການເມືອງ, ຄະນະເລຂາທິການ ໄດ້ມອບໝາຍໃຫ້ນະຄອນໂຮ່ຈີມິນ ໜູນຊ່ວຍພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນສະທ້ອນຈາກໄພທຳມະຊາດຢູ່ແຂວງແຄ໊ງຮວ່າ ໂດຍກົງ. ຕໍ່ຈາກນັ້ນ, ວັນທີ 22 ພະຈິກ, ຄະນະປະຕິບັດງານຂອງນະຄອນໂຮ່ຈີມິນ ໄດ້ໄປເຂດປະສົບໄພນ້ຳຖ້ວມເພື່ອສຳຫຼວດກວດກາເບິ່ງຄວາມຕ້ອງການຕົວຈິງ, ສ້າງແຜນການໜູນຊ່ວຍຢ່າງມີປະສິດທິຜົນທີ່ສຸດ. ທ່ານ ເຈິ່ນລືວກວາງ ເລຂາພັກນະຄອນໂຮ່ຈີມິນ ໄດ້ລົງຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ ແລະມອບເຄື່ອງຊ່ວຍເຫຼືອໃຫ້ແກ່ພໍ່ແມ່ປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມ; ພ້ອມທັງມອບເງິນໜູນຊ່ວຍສຸກເສີນ 50 ຕື້ດົ່ງໃຫ້ແຂວງແຄ໊ງຮວ່າ. ນະຄອນຍັງໄດ້ "ກະຕຸ້ນ" ການເຄື່ອນໄຫວຈຸດສຸມ, ຄື: ສະໜອງອາຫານ 24.000 ກອງ/ມື້, ເຄື່ອງໃຊ້ທີ່ຈຳເປັນ 50.000 ຖົງ, ຢາປົວພະຍາດຄອບຄົວ 10.000 ຖົງ, ເສື້ອຊູຊີບ 10.000 ຜືນ, ເຄື່ອງຊ່ວຍເຫຼືອອື່ນໆອີກ 150 ໂຕນ; ຈັດສົ່ງແພດໝໍ ແລະພະຍາບານຈຳນວນ 50 ຄົນ ໄປປະຈຳຢູ່ບ່ອນທີ່ເກີດນ້ຳຖ້ວມເພື່ອໜູນຊ່ວຍການກວດ, ປິ່ນປົວພະຍາດ, ປ້ອງກັນໂລກລະບາດ.
    |
 |
|
ອາສາສະໝັກຄັດເລືອກ, ແຍກປະເພດ, ຫຸ້ມຫໍ່ເຄື່ອງບັນເທົາທຸກເພື່ອຂົນສົ່ງໄປຍັງເຂດນໍ້າຖ້ວມຢ່າງທັນການ. ພາບ: ບີ໊ກງອັກ |
ພ້ອມກັບອໍານາດການປົກຄອງນະຄອນ, ບັນດາອົງການ, ກົມກອງກໍາລັງປະກອບອາວຸດ, ສະມາຄົມ, ສະໂມສອນ, ກຸ່ມອາສາສະໝັກກໍ່ໄດ້ພ້ອມກັນຈັດຕັ້ງການຂົນຂວາຍ, ຮຽກຮ້ອງ, ຕັ້ງໜ້າເຂົ້າຮ່ວມການສະໜັບສະໜູນ, ຊ່ວຍເຫຼືອເຄື່ອງໃຊ້ທີ່ຈຳເປັນ, ທຶນຮອນ, ພາຫະນະ, ຢຸກຢາເພື່ອຂົນສົ່ງໄປເຖິງເຂດນໍ້າຖ້ວມ, ສ້າງເປັນຂະບວນການ “ມຸ່ງໄປສູ່ພາກກາງ ອ້າຍນ້ອງ”. ໃນຊຸມວັນຜ່ານມາ, ຢູ່ຕາມຈຸດຕ້ອນຮັບຂອງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ມີປະຊາຊົນໄປບໍລິຈາກເງິນ, ເຄື່ອງຊ່ວຍເຫຼືອ, ເຄື່ອງໃຊ້ທີ່ຈຳເປັນ; ອາສາສະໝັກໄດ້ເຮັດວຽກຕະຫຼອດຄືນ. ຂະບວນລົດຂົນສົ່ງໄດ້ບັນທຸກເຄື່ອງຊ່ວຍເຫຼືອອອກເດີນທາງຢ່າງຕໍ່ເນື່ອງ, ມຸ່ງໜ້າໄປຊ່ວຍເຫຼືອແຂວງແຄ໊ງຮວ່າ, ດັກລັກ, ຢາລາຍ. ທີ່ຫໍວັດທະນະທຳຊາວໜຸ່ມ, ຫໍວັດທະນະທຳນັກສຶກສາ, ຫໍເຍົາວະຊົນ, ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ, ສະຖານີລົດໄຟ metro ເບັ໊ນແທັ່ງ-ສວຍຕຽນ ທັງໝົດ 14 ສະຖານີ... ໄດ້ກາຍເປັນຈຸດເຕົ້າໂຮມເຄື່ອງບັນເທົາທຸກຂະໜາດໃຫຍ່, ໂດຍມີສະມາຊິກຊາວໜຸ່ມ, ຊາວໜຸ່ມ, ນັກຮຽນ, ນັກສຶກສາເຂົ້າຮ່ວມການຮັບ, ຄັດເລືອກ, ຫຸ້ມຫໍ່, ຍົກຍໍ ແລະຂົນສົ່ງເປັນຈຳນວນຫຼວງຫຼາຍ.
ນັກສິລະປິນປະຊາຊົນ ຈິ້ງກີມຈີ ຮອງປະທານສະມາຄົມໂຮງລະຄອນໂຮ່ຈິີມິນ, ປະຈຸບັນແມ່ນອາສາສະໝັກບັນເທົາທຸກຢູ່ຫໍວັດທະນະທຳຊາວໜຸ່ມນະຄອນ, ໄດ້ແບ່ງປັນຄວາມຮູ້ສຶກວ່າ: ມູນເຊື້ອ “ໃບຕອງດີຕຸ້ມຫໍ່ເອົາໃບຕອງຂາດ” ຍາມໃດກໍ່ຢູ່ໃນດວງໃຈຂອງຊາວຫວຽດນາມ ທຸກຄົນ. ປະຈຸບັນ, ເຄື່ອງຊ່ວຍເຫຼືອ, ເຄື່ອງບັນເທົ່າທຸກ, ຂອງຂວັນຕ່າງໆທີ່ທຸກໜ່ວຍສົ່ງໄປຊ່ວຍເຫຼືອນັ້ນລ້ວນແຕ່ແມ່ນນໍ້າໃຈ, ການເປັນຈິດໜຶ່ງໃຈດຽວກັນ ແລະນໍ້າໃຈຄວາມຮັບຜິດຊອບຂອງປະຊາຊົນນະຄອນ ທີ່ມີຕໍ່ພໍ່ແມ່ປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມ.
ຕາມທ່ານນາງ ເຈິ່ນຮົ່ງແຮ້ງ, ພະນັກງານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ແລ້ວ, ປະຈຸບັນ, ບັນດາທ້ອງຖິ່ນພວມໄດ້ຮັບການກໍ່ສ້າງຄືນໃໝ່ພາຍຫຼັງທີ່ຖືກນໍ້າຖ້ວມ, ພ້ອມກັບເຄື່ອງໃຊ້ທີ່ຈຳເປັນ, ພໍ່ແມ່ປະຊາຊົນພາກກາງພວມຕ້ອງການແຫຼ່ງກໍາລັງເພື່ອສ້ອມແປງເຮືອນຊານ, ຖະໜົນຫົນທາງ, ໂຮງຮຽນ, ໂຮງໝໍ, ສຸກສາລາ... ຍ້ອນແນວນັ້ນ, ປະຊາຊົນ, ອົງການ, ກົມກອງຈຶ່ງສືບຕໍ່ຮ່ວມເດີນທາງ, ແບ່ງປັນກັບເຂດປະສົບໄພນໍ້າຖ້ວມຜ່ານຮູບການສະໜັບສະໜູນດ້ານການເງິນໂດຍກົງ ຫຼື ໂອນຜ່ານບັນຊີບໍລິຈາກຂອງອົງການທີ່ຮັບຜິດຊອບ.
ຄຽງຂ້າງການເຄື່ອນໄຫວຢ່າງຕັ້ງໜ້າ, ສ້າງກໍາລັງໜູນ, ສື່ສັງຄົມອອນລາຍໃນທຸກວັນນີ້ຍັງມີວິດີໂອ, ຮູບພາບສ້າງຂຶ້ນດ້ວຍປັນຍາປະດິດ (AI) ທີ່ໃຫ້ຂໍ້ມູນທີ່ບໍ່ມີມູນຄວາມຈິງ, ກໍ່ຄວາມວຸ້ນວາຍສັບສົນໃນສັງຄົມ, ຊ້ຳບໍ່ໜໍາຍັງມີເປົ້າໝາຍສວຍໃຊ້ເພື່ອຂົນຂວາຍ, ຮຽກຮ້ອງ ແລະຍາດຊີງເອົາເງິນສະໜັບສະໜູນ, ເງິນຊ່ວຍເຫຼືອດັ່ງກ່າວ. ຫຼາຍອົງການທີ່ກ່ຽວຂ້ອງໄດ້ອອກຄຳຕັກເຕືອນໃຫ້ປະຊາຊົນຕ້ອງເຂົ້າຮ່ວມການສະໜັບສະໜູນຜ່ານຊ່ອງທາງທີ່ເປັນທາງການ, ອົງການອາສາສະໝັກທີ່ມີອິດທິພົນຊື່ສຽງເພື່ອເສີມຂະຫຍາຍຢ່າງມີປະສິດທິຜົນ ແລະມີຄວາມໝາຍສູງສຸດ.
ທ່ານນາງ ດວ່ານແທັງທຸຍ (ອາໄສຢູ່ຕາແສງເຕິນດີ້ງ, ນະຄອນໂຮ່ຈີມິນ) ໄດ້ແບ່ງປັນວ່າ: ນ້ຳໃຈ ແລະການແບ່ງປັນ, ບໍ່ວ່າຈະນ້ອຍພຽງໃດ ກໍ່ມີຄ່າທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ອົງການຈັດຕັ້ງ, ບຸກຄົນຕ້ອງປະຕິບັດຕາມຂໍ້ກໍານົດຂອງກົດໝາຍ, ເປັນຕົ້ນແມ່ນວຽກງານແຈກຢາຍແຫຼ່ງກໍາລັງ; ສົມທົບກັນຢ່າງແໜ້ນແຟ້ນກັບອຳນາດການປົກຄອງທ້ອງຖິ່ນຢູ່ເຂດນໍ້າຖ້ວມເພື່ອສ້າງແຜນການ, ແຜນງານອາສາສະໝັກ, ຜ່ານນັ້ນ ຊ່ວຍຫຼີກລ້ຽງການຊໍ້າຊ້ອນ ແລະສິ້ນເປືອງແຫຼ່ງກໍາລັງ ແລະຮັບປະກັນວຽກງານການຊ່ວຍເຫຼືອ, ບັນເທົາທຸກໄດ້ດໍາເນີນໄປຢ່າງປອດໄພ, ຖືກບ່ອນ, ຖືກເປົ້າໝາຍ, ເປີດເຜີຍ ແລະໂປ່ງໃສ.
ໄພທຳມະຊາດໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງ, ຮ້າຍແຮງ, ຄວາມເຈັບປວດ, ຄວາມສູນເສຍບໍ່ຈັກວ່າເທົ່າໃດ, ແຕ່ກໍ່ບໍ່ສາມາດດັບມອດນ້ຳໃຈຄວາມສາມັກຄີ, ມູນເຊື້ອອັນດີງາມຂອງຊາດໄດ້. ການນຳນະຄອນໂຮ່ຈີມິນ ຢືນຢັນວ່າ ຈະສືບຕໍ່ໃຫ້ການໜູນຊ່ວຍຢ່າງມີຈຸດສຸມ, ຈຸດໃຈກາງ, ແທດກັບສະພາບຕົວຈິງ, ເພື່ອຊ່ວຍພໍ່ແມ່ປະຊາຊົນຢູ່ເຂດປະສົບໄພນໍ້າຖ້ວມຜ່ານຜ່າຄວາມຫຍຸ້ງຍາກ, ຟື້ນຟູຄືນໃໝ່ ແລະເຮັດໃຫ້ຊີວິດການເປັນຢູ່ພາຍຫຼັງເກີດໄພນ້ຳຖ້ວມໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ໂດຍ: ເຈິ່ນຮວ່ຽນ