ນະໂຍບາຍເຮືອນຢູ່ສັງຄົມ ຮັບປະກັນໃຫ້ປະຊາຊົນມີເຮືອນຢູ່
ຕອນບ່າຍວັນທີ 22 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເປັນປະທານກອງປະຊຸມ ປະກາດຂໍ້ຕົກລົງບູລະນະຄະນະຊີ້ນໍາສູນກາງ ກ່ຽວກັບນະໂຍບາຍເຮືອນຢູ່ ແລະຕະຫຼາດອະສັງຫາລິມະຊັບ ແລະ ກອງປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn |
ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເປັນຫົວໜ້າຄະນະຊີ້ນຳ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະ ທ່ານລັດຖະມົນຕີກະຊວງກໍ່ສ້າງ ເຈິ່ນຮົ່ງມິງ ເປັນຮອງຫົວໜ້າຄະນະຊີ້ນຳ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ: ນະໂຍບາຍເຮືອນຢູ່ ແລະຕະຫຼາດອະສັງຫາລິມະຊັບ ມີບົດບາດສຳຄັນ, ປະກອບສ່ວນຊຸກຍູ້ການເຕີບໂຕ, ຍົກສູງຄຸນນະພາບໃນການດຳລົງຊີວິດຂອງປະຊາຊົນ, ສ້າງສົມໜ້າໃໝ່ໃຫ້ແກ່ປະເທດຊາດ. ທ່ານ ໃຫ້ຮູ້ວ່າ: ການປະກອບສ່ວນສ້າງແຫຼ່ງສະໜອງ, ໂຄງປະກອບອະສັງຫາລິມະຊັບ ພິເສດແມ່ນເຮືອນຢູ່ສັງຄົມ ໃຫ້ແກ່ຜູ້ມີລາຍຮັບຕ່ຳ ແລະປານກາງ ໃນປັດຈຸບັນແມ່ນສຳຄັນທີ່ສຸດ, ຕ້ອງເຮັດ, ປະຕິບັດຢ່າງເດັດຂາດ. ພວກເຮົາບໍ່ອາດເມີນເສຍຕໍ່ນະໂຍບາຍໃຫຍ່ຂອງພັກ, ນະໂຍບາຍທີ່ມະນຸດສະທຳທີ່ສຸດນີ້. ບໍ່ເສຍສະຫຼະການຊ່ວຍເຫຼືອສັງຄົມ ເພື່ອເດີນຕາມການເຕີບໂຕຢ່າງດຽວ.
ແຫຼ່ງຄັດຈາກ: vovworld.vn