ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ຫວຽດນາມ ເຂົ້າຮ່ວມວິວັດການເຈລະຈາສົນທິສັນຍາຕ້ານອາດຊະຍາກຳທາງໄຊເບີ ຫຼື ເອີ້ນວ່າ ສົນທິສັນຍາຮ່າໂນ້ຍ ແຕ່ຍາມໃດ ແລະໄດ້ປະກອບເນື້ອໃນສຳຄັນໃດແດ່ເຂົ້າໃນສົນທິສັນຍາ ດັ່ງກ່າວ?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ຫວຽດນາມ ພວມກ້າວເຂົ້າສູ່ສັງກາດບືນຂຶ້ນພັດທະນາປະເທດໃຫ້ຮັ່ງມີເຂັ້ມແຂງ, ສີວິໄລ ແລະວັດທະນາຖາວອນ. ໃນຂະນະນັ້ນ, ຄວາມສ່ຽງດ້ານຄວາມໝັ້ນຄົງທີ່ເປັນການທະຫານ ແລະບໍ່ເປັນການທະຫານ ຍາມໃດກໍ່ເກີດຂຶ້ນຢູ່ຕະຫຼອດເວລາ, ນາບຂູ່ເຖິງຄວາມໝັ້ນຄົງ, ອະທິປະໄຕຂອງແຕ່ລະປະເທດ, ໃນນັ້ນອາດຊະຍາກຳທາງໄຊເບີ ພົ້ນເດັ່ນຂຶ້ນປຽບເໝືອນດັ່ງສິ່ງທ້າທາຍທີ່ອັນຕະລາຍ, ສົ່ງຜົນກະທົບໃສ່ຄວາມໝັ້ນຄົງຂອງທຸກໆປະເທດ. ໃນສະພາບການນັ້ນ, ປີ 2019, ສະຫະປະຊາຊາດ ໄດ້ມີຂໍ້ລິເລີ່ມສ້າງສົນທິສັນຍາກ່ຽວກັບ ການຕ້ານອາດຊະຍາກຳທາງໄຊເບີ, ເຊິ່ງແມ່ນເອກະສານສະບັບທຳອິດທີ່ມີລັກສະນະກວມລວມຂອງສະຫະປະຊາຊາດ ໃນຂົງເຂດດັ່ງກ່າວ.

ນັບແຕ່ທຳອິດ, ຫວຽດນາມ ໄດ້ຕັ້ງໜ້າສະໜັບສະໜູນຂໍ້ລິເລີ່ມທີ່ສຳຄັນນີ້ຂອງສະຫະປະຊາຊາດ. ແຕ່ປີ 2022-2024, ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ຄະນະປະຕິບັດງານລະຫວ່າງຂະແໜງການຂອງລັດຖະບານຫວຽດນາມ ດ້ວຍຫຼັກແຫຼ່ງແມ່ນກະຊວງຕຳຫຼວດ ແລະກະຊວງການຕ່າງປະເທດ ພ້ອມກັບບັນດາອົງການທີ່ກ່ຽວຂ້ອງໄດ້ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມວິວັດການເຈລະຈາສົນທິສັນຍາ 8 ຮອບ. ມາຮອດວັນທີ 24 ທັນວາ 2024, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາສົນທິສັນຍາກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີ ຢ່າງເປັນທາງການ.

ດ້ວຍທິດນໍາຍົກລະດັບການທູດຫຼາຍຝ່າຍ, ຫວຽດນາມ ຍາມໃດກໍ່ກໍານົດຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມກໍານົດກອບກົດໝາຍສາກົນໃຫ້ເປັນຮູບເປັນຮ່າງ ເພື່ອຮັບປະກັນຜົນປະໂຫຍດຂອງປະເທດໃຫ້ດີທີ່ສຸດ. ນັ້ນແມ່ນຈິດໃຈ ແລະທິດນໍາທີ່ຫວຽດນາມເຂົ້າຮ່ວມວິວັດການເຈລະຈາສົນທິສັນຍາສະບັບນີ້. ຫວຽດນາມ ໄດ້ປະກອບສ່ວນນໍາເອົາຫຼັກການພື້ນຖານເຂົ້າໃນສົນທິສັນຍາ, ຮັບປະກັນຜົນປະໂຫຍດລວມຂອງທຸກໆປະເທດໃນການຮ່ວມມືຕ້ານອາດຊະຍາກຳທາງໄຊເບີ, ລວມມີ: ເຄົາລົບອະທິປະໄຕ, ເອກະລາດແຫ່ງຊາດ, ບໍ່ແຊກແຊງເຂົ້າວຽກງານພາຍໃນ ແລະປະຕິບັດຕາມກົດໝາຍສາກົນ... ໃນວິວັດການເຈລະຈາ, ຫວຽດນາມ ຍັງຮັບໜ້າທີ່ບົດບາດເປັນຜູ້ປະສານງານໃນການເຈລະຈາບາງຂໍ້, ມາດຕາທີ່ສຳຄັນ. ການປະກອບສ່ວນທີ່ຕັ້ງໜ້າຂອງຫວຽດນາມ ໄດ້ຮັບການສະໜັບສະໜູນຢ່າງສູງຈາກປະຊາຄົມສາກົນ. ໝາກຜົນແມ່ນ, ຫວຽດນາມ ມີສົນທິສັນຍາທີ່ສົມບູນແບບ, ຮັບປະກັນເໝາະສົມກັບຜົນປະໂຫຍດຂອງຊາດ ແລະກອບກົດໝາຍຂອງຫວຽດນາມ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ແທັ່ງລອງ

ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບການເລືອກເອົາຫວຽດນາມ ເປັນສະຖານທີ່ຈັດພິທີເປີດການລົງນາມສົນທິສັນຍາ ໄດ້ດຳເນີນໄປຄືແນວໃດ ແລະ ຫວຽດນາມ ຢາກສະແດງໃຫ້ເຫັນສິ່ງໃດແດ່ ຜ່ານບົດບາດທີ່ເປັນປະເທດເຈົ້າພາບ ຈັດຕັ້ງ?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ເລື່ອງຫວຽດນາມ ປຸກລະດົມຂົນຂວາຍໃຫ້ປະສົບຜົນສຳເລັດ ແມ່ນເພື່ອໃຫ້ສະມັດຊາໃຫຍ່ ສະຫະປະຊາຊາດ ເລືອກເອົາຮ່າໂນ້ຍ ເປັນສະຖານທີ່ຈັດຕັ້ງພິທີເປີດການລົງນາມສົນທິສັນຍາ ກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີ ແລະ ເພື່ອໃຫ້ເອກະສານສະບັບສຳຄັນດັ່ງກ່າວມີຊື່ວ່າ ສົນທິສັນຍາຮ່າໂນ້ຍ ເຊິ່ງຈະແມ່ນຂີດໝາຍສຳຄັນໃນການພົວພັນຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ ຕື່ມອີກ.

ວິວັດການປຸກລະດົມໄດ້ເລີ່ມດໍາເນີນ ແລະໄດ້ຮັບການຜັນຂະຫຍາຍຢ່າງລຽນຕິດ ພາຍຫຼັງສົນທິສັນຍາໄດ້ຮັບການຮັບຮອງເອົາຢູ່ຄະນະກຳມະການເຈລະຈາ ແລະ ສະມັດຊາໃຫຍ່ ສປຊ ໃນ 3 ເດືອນທ້າຍປີ 2024. ນີ້ແມ່ນບັ້ນຂົນຂວາຍຢ່າງມີແບບມີແຜນ, ຂ້ຽວຂາດ, ໄດ້ຮັບການຜັນຂະຫຍາຍພ້ອມໆກັນຢູ່ຫຼາຍຂັ້ນ ແລະ ຢູ່ຫຼາຍນະຄອນຫຼວງ, ພິເສດແມ່ນຢູ່ບັນດາປະເທດ ແລະ ພາກພື້ນທີ່ມີບົດບາດຫຼັກແຫຼ່ງໃນຂົງເຂດເຕັກໂນໂລຊີທາງໄຊເບີ, ເພື່ອແນໃສ່ຮັບປະກັນຄວາມເຫັນດີເຫັນພ້ອມຂອງສາກົນຕໍ່ກັບຂໍ້ສະເໜີເປັນເຈົ້າພາບຈັດຕັ້ງພິທີດັ່ງກ່າວ ຂອງຫວຽດນາມ.

ຜ່ານການຈັດຕັ້ງເຫດການຫຼາຍຝ່າຍສຳຄັນດັ່ງກ່າວ, ຫວຽດນາມ ປາດຖະໜາຢາກສະແດງໃຫ້ເຫັນບົດບາດເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ສືບຕໍ່ຢັ້ງຢືນຄວາມມານະພະຍາຍາມ ແລະຄຳໝັ້ນສັນຍາຢ່າງແຂງແຮງໃນການຊຸກຍູ້ການຮ່ວມມືຫຼາຍຝ່າຍ.

ໃນຖານະທີ່ເປັນປະເທດເຈົ້າພາບ, ຫວຽດນາມ ຈະໄດ້ຢູ່ໃນກຸ່ມປະເທດທຳອິດທີ່ລົງນາມສົນທິສັນຍາ. ຫວຽດນາມ ຫວັງວ່າພິທີເປີດການລົງນາມສົນທິສັນຍາ ທີ່ຮ່າໂນ້ຍ ຈະດຶງດູດການເຂົ້າຮ່ວມຂອງປະເທດສະມາຊິກເປັນຈຳນວນຫຼວງຫຼາຍ, ສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງຢ່າງແຂງແຮງ ເພື່ອໃຫ້ສົນທິສັນຍາສະບັບດັ່ງກ່າວ ໄດ້ຮັບການໃຫ້ສັດຕະຍາບັນໂດຍໄວ ແລະນຳເຂົ້າປະຕິບັດຕາມແຜນການຄາດຄະເນຂອງອົງການຕ້ານ ແລະສະກັດກັ້ນ ຢາເສບຕິດ ແລະອາດຊະຍາກໍາ ຂອງສະຫະປະຊາຊາດ (UNODC) ໃນປີ 2027.

ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບກາລະໂອກາດ ແລະສິ່ງທ້າທາຍຂອງສົນທິສັນຍາສະບັບດັ່ງກ່າວ ຕໍ່ກັບການເຊື່ອມໂຍງເຂົ້າກັບສາກົນດ້ານໄຊເບີ ຂອງຫວຽດນາມ?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ສາມາດຢັ້ງຢືນໄດ້ວ່າ, ກາລະໂອກາດຂອງຫວຽດນາມ ໃນວິວັດການປະຕິບັດສົນທິສັນຍາຮ່າໂນ້ຍ ແມ່ນໃຫຍ່ຫຼວງ. ເມື່ອດໍາລົງບົດບາດເປັນປະເທດນໍາໜ້າ, ຊັກຈູງໃຫ້ມີການຮ່ວມມືທົ່ວໂລກໃນການຕ້ານອາດຊະຍາກຳທາງໄຊເບີ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດຍາດແຍ່ງເອົາແຫຼ່ງກຳລັງສາກົນ, ນັບແຕ່ດ້ານເຕັກນິກ ຈົນເຖິງແຫຼ່ງຊັບພະຍາກອນມະນຸດ ເພື່ອຮັບໃຊ້ເຂົ້າໃນການປະກອບສ່ວນຮັບປະກັນສະພາບແວດລ້ອມທີ່ປອດໄພ, ໝັ້ນຄົງ ແລະ ສັນຕິພາບໃຫ້ແກ່ການພັດທະນາຂອງປະເທດ.

ພ້ອມກັນນັ້ນ, ຫວຽດນາມ ຍັງມີໂອກາດຖອດຖອນບົດຮຽນປະສົບການ ແລະເຕັກໂນໂລຊີທີ່ທັນສະໄໝຈາກປະເທດຕ່າງໆ ແລະ ອົງການຈັດຕັ້ງສາກົນ ເພື່ອຮັບມືກັບອາດຊະຍາກຳທາງໄຊເບີ ຢ່າງມີປະສິດທິຜົນ.

ການເປັນເຈົ້າພາບຈັດຕັ້ງພິທີເປີດການລົງນາມ ແລະປະຕິບັດສົນທິສັນຍາ ແມ່ນໂອກາດເພື່ອໃຫ້ຫວຽດນາມ ເປີດກວ້າງທິດທາງຮ່ວມມືໃໝ່, ບໍ່ພຽງແຕ່ໃນຂົງເຂດຕ້ານ ແລະສະກັດກັ້ນອາດຊະຍາກຳທາງໄຊເບີຂ້າມຊາດເທົ່ານັ້ນ, ຫາກຍັງໃນການຮ່ວມມືຫຼາຍຝ່າຍໃນຫຼາຍຂົງເຂດອີກດ້ວຍ. ຄຽງຂ້າງນັ້ນ, ນີ້ກໍ່ແມ່ນໂອກາດອັນລ້ຳຄ່າເພື່ອໂຄສະນາເຜີຍແຜ່າພາບພົດຂອງຫວຽດນາມ...

ເຖິງຢ່າງໃດກໍ່ຕາມ, ໄປຄຽງຄູ່ກັບກາລະໂອກາດອັນໃຫຍ່ຫຼວງນັ້ນ ແມ່ນສິ່ງທ້າທາຍທີ່ຫວຽດນາມ ແລະ ປະຊາຄົມໂລກ ຕ້ອງຜ່ານຜ່າໄປພ້ອມໆກັນ. ການຮັບຮອງເອົາສົນທິສັນຍາ ເປັນພຽງແຕ່ບາດກ້າວເລີ່ມຕົ້ນເທົ່ານັ້ນ. ສິ່ງທີ່ສຳຄັນແມ່ນເຮັດແນວໃດເພື່ອໃຫ້ບັນດາປະເທດ ມີເຈດຕະນາດີ, ມີຄວາມຕັດສິນໃຈພ້ອມກັນຮ່ວມມືຕ້ານ ແລະສະກັດກັ້ນອາດຊະຍາກຳທາງໄຊເບີ.

ສິ່ງທ້າທາຍສຸດທ້າຍ ແລະກໍແມ່ນບັນຫາທີ່ມີຄວາມສຳຄັນທີ່ສຸດ ນັ້ນແມ່ນຜູ້ຄົນ. ພະນັກງານ ແລະປະຊາຊົນແຕ່ລະຄົນ ຕ້ອງຍົກສູງລະດັບຄວາມຮູ້,  ຄວາມສາມາດ ແລະຄຸນທາດເພື່ອສາມາດຮ່ວມມື, ແບ່ງປັນປະສົບການກັບປະຊາຄົມສາກົນ ໃນການຕ້ານ ແລະສະກັດກັ້ນອາດຊະຍາກຳເວົ້າລວມ ແລະ ອາດຊະຍາກຳທາງໄຊເບີ ເວົ້າສະເພາະ.

ນັກຂ່າວ: ຂໍຂອບໃຈ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ!

ໂດຍ: ທູຈາງ