ແຄັງຮວ່າ ຕ້ອນຮັບຖ້ຽວບິນມາຈາກ ມົດສະກູ ພາຍຫຼັງຖືກຢຸດໄວ້ເກືອບ 5 ປີ
ວັນທີ 29 ກັນຍາ, ຢູ່ສະໜາມບິນສາກົນ ກາມແຣງ, ຄະນະກຳມະການປະຊາຊົນແຂວງແຄັງຮວ່າ ໄດ້ຈັດພິທີຕ້ອນຮັບຖ້ຽວບິນທຳອິດທີ່ມາຈາກ ມົດສະກູ (ສະຫະພັນລັດເຊຍ) ຂອງບໍລິສັດການບິນ Nordwind Airlines, ເປີດສາຍການບິນ ລັດເຊຍ - ຍາຈາງ ຄືນໃໝ່ ພາຍຫຼັງທີ່ຖືກຢຸດໄວ້ຊົ່ວຄາວເກືອບ 5 ປີ.
    |
 |
ພິທີຕ້ອນຮັບຖ້ຽວບິນໃໝ່ ເມື່ອລົງຮອດສະໜາມບິນ ກາມແຣງ, ແຂວງ ແຄັງຮວ່າ. ພາບ: |
ຕ້ອນຮັບແຂກທ່ອງທ່ຽວຢູ່ສະໜາມບິນ, ການນຳຄະນະກຳມະການປະຊາຊົນແຂວງແຄັງຮວ່າ, ພະແນກວັດທະນະທຳ-ກິລາ ແລະທ່ອງທ່ຽວ, ສູນສົ່ງເສີມການລົງທຶນ, ການຄ້າ ແລະການທ່ອງທ່ຽວ… ໄດ້ມອບຊໍ່ດອກໄມ້ ແລະຂອງຂວັນທີ່ລະນຶກ. ເຫດການຟື້ນຟູສາຍການບິນຈາກລັດເຊຍ ບໍ່ພຽງແຕ່ມີຄວາມໝາຍເປີດແລວທ່ອງທ່ຽວສາກົນສຳຄັນຄືນໃໝ່ເທົ່ານັ້ນ, ຫາກຍັງຢັ້ງຢືນວ່າ ແຄັງຮວ່າ ແມ່ນແຂວງທີ່ສະໜິດສະໜົມ, ຈັບອົກຈັບໃຈ, ມຸ່ງໄປເຖິງເປົ້າໝາຍກາຍເປັນສູນທ່ອງທ່ຽວທະເລແຖວໜ້າ ອາຊີຕາເວັນອອກສ່ຽງໃຕ້.
ທ່ານ ຟ້າມມິງຍຶດ, ປະທານສະຫະສະມາຄົມທ່ອງທ່ຽວ ຍາຈາງ - ແຄັງຮວ່າ, ໃຫ້ຮູ້ວ່າ: “ແຂວງແຄັງຮວ່າໃໝ່ ພາຍຫຼັງໂຮມແຂວງນິງທ້ວນເຂົ້າ ມີຜະລິດຕະພັນທີ່ເປັນເອກະລັກຫຼາຍຢ່າງ, ພ້ອມກັບທະເລໝູ່ເກາະ, ວັດທະນະທຳຂອງຊາວເຜົ່າຈຳ ແລະທັດສະນີຍະພາບພະລັງງານທົດແທນນັ້ນ, ໄດ້ສ້າງເປັນບໍລິເວນທ່ອງທ່ຽວໃໝ່, ດຶງດູດແຂກທ່ອງທ່ຽວ ລັດເຊຍ ມາທ່ຽວ ແຄັງຮວ່າ. ນັບແຕ່ນີ້ຮອດທ້າຍປີ 2025, ບັນດາບໍລິສັດທ່ອງທ່ຽວ ໄດ້ເພີ່ມຈຳນວນຖ້ຽວບິນໂດຍສານແຂກ ລັດເຊຍ ມາທ່ອງທ່ຽວ ແຄັງຮວ່າ”.
ແຫຼ່ງຄັດຈາກ: vovworld.vn