ເຂົ້າຮ່ວມລາຍການ ມີທ່ານ ໂຮ່ອານຟອງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ; ທ່ານນາງ ດາຣານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງວັດທະນະທຳ ແລະການທ່ອງທ່ຽວ ລາວ; ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ລາວ ປະຈຳຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າບັນດາອົງການ, ຄະນະ ແລະຂະແໜງການຂອງສອງປະເທດ.

leftcenterrightdel
ລາຍການສະແດງສິລະປະທີ່ສະແດງໂດຍຄະນະສິລະປະ ແຫ່ງ ສປປ ລາວ. ພາບ: ຫວຽດຮຸ່ງ.

ສັບປະດາວັດທະນະທຳລາວ ຢູ່ຫວຽດນາມ 2025 ແມ່ນການເຄື່ອນໄຫວສຳຄັນໃນໂຄງການຮ່ວມມືດ້ານວັດທະນະທຳ, ສິລະປະ ແລະທ່ອງທ່ຽວລະຫວ່າງກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ແລະກະຊວງວັດທະນະທຳ ແລະທ່ອງທ່ຽວລາວ ໄລຍະ 2021 - 2025. ນີ້ແມ່ນເຫດການຜັດປ່ຽນກັນປະຈຳປີ ເພື່ອແນໃສ່ຮັດແໜ້ນນ້ຳໃຈມິດຕະພາບແບບພິເສດ, ພ້ອມທັງນຳສະເໜີໃຫ້ປະຊາຊົນຫວຽດນາມ ໄດ້ຮັບຮູ້ບັນດາມໍລະດົກທີ່ອຸດົມສົມບູນ ແລະຮີດຄອງປະເພນີອັນດີງາມຂອງປະເທດລາວ.

leftcenterrightdel
ທ່ານນາງ ດາຣານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງວັດທະນະທຳ ແລະການທ່ອງທ່ຽວລາວ ກ່າວຄໍາເຫັນທີ່ພິທີ. ພາບ: ຫວຽດຮຸ່ງ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ດາຣານີ ພົມມະວົງສາ ໄດ້ສະແດງຄວາມຂອບໃຈຕໍ່ການສົມທົບກັນຂອງກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ໃນການຈັດຕັ້ງສັບປະດາວັດທະນະທຳ, ພ້ອມທັງຢັ້ງຢືນວ່າ ສັບປະດາວັດທະນະທຳລາວ ຢູ່ ຫວຽດນາມ ຈະປະກອບສ່ວນປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ - ຫວຽດນາມ.

leftcenterrightdel
ທ່ານ ໂຮ່ອານຟອງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ: ຫວຽດຮຸ່ງ.

ສ່ວນທ່ານ ໂຮ່ອານຟອງ ເນັ້ນໜັກວ່າ, ການພົວພັນຫວຽດນາມ - ລາວ ມີປະຫວັດສາດແຫ່ງການຮ່ວມມືທີ່ເປັນແບບຢ່າງ, ຫາຍາກໃນໂລກ. ຢໍ້າຄືນຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ: “ສອງຊາດລາວ-ຫວຽດ ໄດ້ ຝັງຄວາມຮັກຢູ່ໃນໃຈ ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ຊີ້ແຈ້ງວ່າ: ການຮ່ວມມືຮອບດ້ານ ໂດຍການນຳສອງປະເທດ ໄດ້ກໍ່ຕັ້ງ ແລະເພີ່ມພູນຄູນສ້າງທີ່ນັບມື້ນັບໝັ້ນແກ່ນ ແລະເຂົ້າສູ່ລວງເລິກ. ໃນຫຼາຍປີຜ່ານມາ, ສອງປະເທດ ໄດ້ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ. ບັນດາລາຍການແລກປ່ຽນວັດທະນະທຳ, ກິລາ ແລະທ່ອງທ່ຽວ ໄດ້ນຳມາເຊິ່ງໝາກຜົນທີ່ແທດຈິງ, ປະກອບສ່ວນປັບປຸງພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ.

ສັບປະດາວັດທະນະທຳລາວ ຢູ່ຫວຽດນາມ 2025 ໄດ້ດຳເນີນໄປແຕ່ວັນທີ 1 ຫາວັນທີ 7 ຕຸລາ ຢູ່ຮ່າໂນ້ຍ ແລະແທັງຮວ໊າ. ພາຍຫຼັງຄ່ຳຄືນເປີດງານ, ຄະນະສິລະປະລາວ ຈະໄປສະແດງຢູ່ໂຮງລະຄອນລາມເຊີນ, ແຂວງແທັງຮວ໊າ ໃນວັນທີ 4 ຕຸລາ. ຫວັງວ່າບັນດາລາຍການຈະນຳມາເຊິ່ງການຄົ້ນຫາວັດທະນະທຳທີ່ເປັນເອກະລັກສະເພາະ, ສືບຕໍ່ເພີ່ມພູນຄູນສ້າງອາລົມຈິດ ທີ່ສະໜິດຕິດພັນອັນສະໜິດແໜ້ນລະຫວ່າງປະຊາຊົນສອງປະເທດ.

ໂດຍ: ໄຊຊະນະ