ທ່ານພົນຈັດຕະວາ ເຈິ່ນກວາງຕ໊ວນ ເນັ້ນໜັກວ່າ, ການຢ້ຽມຢາມຟີລິບປິນ ຂອງກຳປັ່ນຕໍາຫຼວດທະເລ 8002 ແລະ ຄະນະຜູ້ແທນຕໍາຫຼວດທະເລຫວຽດນາມ  ໃນຄັ້ງນີ້ ມີຄວາມໝາຍສຳຄັນຫຼາຍຢ່າງ, ເພາະວ່າບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຕັດສິນໃຈເພີ່ມທະວີການຮ່ວມມືລະຫວ່າງສອງກໍາລັງເທົ່ານັ້ນ, ຫາກຍັງດຳເນີນໄປກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ຟີລິບປິນ ຄົບຮອບ 10 ປີ (2015-2025) ແລະມຸ່ງໄປເຖິງສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຟີລິບປິນ ຄົບຮອບ 50 ປີ (1976-2026).

leftcenterrightdel
ທ່ານພົນຈັດຕະວາ ເຈິ່ນກວາງຕ໊ວນ ພ້ອມດ້ວຍຄະນະຜູ້ແທນຕໍາຫຼວດທະເລຫວຽດນາມ ເຂົ້າຢ້ຽມຂໍ່ານັບການນໍາເຂດໃຈກາງ  Visayas, ກໍາລັງປ້ອງກັນຝັ່ງທະເລຟີລິບປິນ. ພາບ: qdnd.vn

ຜ່ານການຢ້ຽມຢາມ, ເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງຕໍາຫຼວດທະເລຫວຽດນາມ ແລະ ກໍາລັງປ້ອງກັນຝັ່ງທະເລຟີລິບປິນ. ພ້ອມກັນນັ້ນ, ນີ້ກໍແມ່ນໂອກາດເພື່ອໃຫ້ສອງຝ່າຍມີກາລະໂອກາດແລກປ່ຽນປະສົບການ ແລະ ເພີ່ມທະວີການສົມທົບກັນຮັບມືກັບສິ່ງທ້າທາຍໃນບັນຫາຄວາມໝັ້ນຄົງທີ່ເປັນການທະຫານ ແລະບໍ່ເປັນການທະຫານຢູ່ທະເລ. ຜ່ານນັ້ນປະກອບສ່ວນເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມື ແລະການພັດທະນາລະຫວ່າງສອງກໍາລັງ.

leftcenterrightdel
 
leftcenterrightdel
ທ່ານພົນຈັດຕະວາ ເຈິ່ນກວາງຕ໊ວນ ພ້ອມດ້ວຍຄະນະຜູ້ແທນຕໍາຫຼວດທະເລຫວຽດນາມ ເຂົ້າຢ້ຽມຂໍ່ານັບເຈົ້າຄອງນະຄອນ Cebu, ຟີລິບປິນ. ພາບ: qdnd.vn
leftcenterrightdel
 
leftcenterrightdel
ທ່ານພົນຈັດຕະວາ ເຈິ່ນກວາງຕ໊ວນ ພ້ອມດ້ວຍຄະນະຜູ້ແທນຕໍາຫຼວດທະເລຫວຽດນາມ ເຂົ້າຢ້ຽມຂໍ່ານັບອໍານາດການປົກຄອງນະຄອນ Cebu, ຟີລິບປິນ. ພາບ: qdnd.vn

ທີ່ການພົບປະຕ່າງໆ, ການນໍານະຄອນ Cebu ແລະ ເຂດໃຈກາງ Visayas, ກໍາລັງປ້ອງກັນຝັ່ງທະເລຟີລິບປິນ ໄດ້ສະແດງຄວາມປິຕິຊົມຊື່ນ ເມື່ອຕ້ອນຮັບຄະນະຜູ້ແທນຕໍາຫຼວດທະເລຫວຽດນາມ ແລະກຳປັ່ນຕໍາຫຼວດທະເລ 8002 ມານະຄອນ ເພື່ອດຳເນີນບັນດາການເຄື່ອນໄຫວຢູ່ທີ່ນີ້.

ການນຳອໍານາດການປົກຄອງນະຄອນ Cebu ຫວັງວ່າ ການຢ້ຽມຢາມຂອງຕໍາຫຼວດທະເລຫວຽດນາມໃນຄັ້ງນີ້ ຈະປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງສອງກໍາລັງເວົ້າສະເພາະ, ອຳນາດການປົກຄອງ ແລະປະຊາຊົນ, ປະເທດຟີລິບປິນ ກັບອໍານາດການປົກຄອງ ແລະປະຊາຊົນບັນດາທ້ອງຖິ່ນຂອງຫວຽດນາມ ເວົ້າລວມ. ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງລັດຖະບານ ຟີລິບປິນ ແລະ ຫວຽດນາມ.

ໂດຍ: ທູຈາງ