ໃນການພົບປະ, ລັດຖະມົນຕີສອງທ່ານ ໄດ້ເປັນເຫັນດີເອກະສັນກັນຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງໃນໄລຍະຈະມາເຖິງ, ໃນໂອກາດສອງປະເທດສະເຫຼີມສະຫຼອງຄົບຮອບ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດ (1971-2026). ທ່ານ ເລຮ່ວາຍຈຸງ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ຮ່ວມມືໃນບັນດາຂົງເຂດບູລິມະສິດພິເສດແມ່ນການຫັນເປັນສີຂຽວ ແລະການພັດທະນາແບບຍືນຍົງ; ສະເໜີໃຫ້ຝ່າຍ ເດນມາກ ສືບຕໍ່ຊ່ວຍເຫຼືອ, ຂົນຂວາຍບັນດາປະເທດສະຫະພາບເອີຣົບ ທີ່ຍັງເຫຼືອຈົ່ງຮີບດ່ວນໃຫ້ສັດຕະຍາບັນຂໍ້ຕົກລົງ ກໍ່ຄືຊຸກຍູ້ໃຫ້ຄະນະກຳມະການເອີຣົບ ຮີບດ່ວນລົບລ້າງ “ບັດເລືອງ” IUU ສໍາລັບສິນໃນນ້ຳຂອງຫວຽດນາມ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ​baoquocte.vn

ໂດຍເປັນເອກກະພາບກ່ຽວກັບບັນດາຂໍ້ສະເໜີນີ້, ທ່ານ Lars Løkke Rasmussen, ລັດຖະມົນຕີກະຊວງການຕ່າງປະເທດເດນມາກ ໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນໝຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ເດນໝາກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້; ໄດ້ຢັ້ງຢືນຈະຊຸກຍູ້ວິສາຫະກິດເດນມາກ ເພີ່ມການລົງທຶນຢູ່ຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດຫັນເປັນສີຂຽວ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ