ທ່ານພົນຕີ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ ເປັນປະທານພິທີ. ເຂົ້າຮ່ວມພິທີເປີດ ມີທ່ານພັນເອກພິເສດ ຟ້າມວັນຢຸງ ຮອງຫົວໜ້າເສນາທິການ ທະຫານເຂດ 4; ທ່ານພັນເອກ Long Kim Thean ຮອງຫົວໜ້າກົມອົບຮົມ, ກົມໃຫຍ່ເສນາທິການກອງທັບ ແຫ່ງລາຊະອານາຈັກ ກໍາປູເຈຍ.

leftcenterrightdel
ທ່ານພົນຕີ ສາຍໃຈ ກົມມະສິດ ກ່າວຄໍາເຫັນເປີດການຝຶກຊ້ອມ. ພາບ: qdnd.vn

ເນື້ອໃນການຝຶກຊ້ອມກອບກູ້ໄພພິບັດຮ່ວມລະຫວ່າງກອງທັບ 3 ປະເທດລາວ-ຫວຽດນາມ-ກຳປູເຈຍ ໄດ້ຈັດຂຶ້ນຢູ່ອ່າງນໍ້າຫຸມ, ເມືອງນາຊາຍຟອງ, ແຕ່ວັນທີ 6 ຫາວັນທີ 14 ຕຸລາ ລວມມີບັນດາເນື້ອໃນ: ຝຶກແອບ ແລະຝຶກຫັດບັນດາກໍລະນີຊອກຫາ, ກູ້ໄພກູ້ຊີບຜູ້ປະສົບເຄາະຮ້າຍຖືກພັດໄຫຼໄປຢູ່ແມ່ນໍ້າ ແລະຊອກຫາ, ກູ້ໄພ-ກູ້ຊີບການພັງທະລາຍກິດຈະການ. ເວລາຈັດຕັ້ງການຝຶກຊ້ອມຢ່າງເປັນທາງການແມ່ນໃນວັນທີ 15 ຕຸລາ.

leftcenterrightdel
ກໍາລັງກອງທັບ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ ເຂົ້າຮ່ວມພິທີເປີດ. ພາບ: qdnd.vn

ນີ້ແມ່ນການເຄື່ອນໄຫວປະຈໍາປີຕາມຂ້ໍຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດລາວ, ຫວຽດນາມ ແລະກໍາປູເຈຍ. ການຝຶກຊ້ອມ ມີການເຂົ້າຮ່ວມຂອງພະນັກງານ, ນັກຮົບເກືອບ 1.000 ຄົນ ພ້ອມດ້ວຍຫຼາຍພາຫະນະ, ວັດຖຸ, ອຸປະກອນທັນສະໄໝເພື່ອຮັບໃຊ້ໜ້າທີ່ຊອກຫາ, ກູ້ໄພ, ກູ້ຊີບຂອງ 3 ປະເທດ (ໃນນັ້ນມີພະນັກງານ, ນັກຮົບຂອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ 145 ຄົນ, ກໍາລັງຫຼັກແຫຼ່ງແມ່ນກໍາລັງຊ່າງແສງ, ແພດທະຫານ, ສື່ສານ ແລະກໍາລັງຮັບປະກັນຂອງທະຫານເຂດ 4).

leftcenterrightdel
ບັນດາຜູ້ແທນຢ້ຽມຊົມຮ້ານວາງສະແດງອຸປະກອນ ແລະຍຸດໂທປະກອນກູ້ໄພ-ກູ້ຊີບຂອງກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

ນອກຈາກການຝຶກຊ້ອມຮ່ວມ, ຄະນະຊີ້ນຳການຝຶກຊ້ອມ ຈະຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະ, ກິລາ ແລະແລກປ່ຽນຂໍ້ມູນຂ່າວສານ, ຜ່ານນັ້ນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງພະນັກງານ, ນັກຮົບຂອງກອງທັບ 3 ປະເທດ.

ໂດຍ: ໄຊນີດາ