ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງບັນດາປະເທດມະຫາອໍານາດ, ພິເສດແມ່ນນະໂຍບາຍອັດຕາພາສີໃໝ່ຂອງອາເມລິກາ, ພວມກຳນົດ “ກົດລະບຽບ” ທົ່ວໂລກຄືນໃໝ່, ບັງຄັບໃຫ້ບັນດາປະເທດ, ໃນນັ້ນມີຫວຽດນາມ ຕ້ອງປັບຕົວໂດຍໄວ.

leftcenterrightdel
ພາບປະກອບຈາກ vietnamplus.vn

ເຖິງຢ່າງໃດກໍ່ຕາມ, ໃນຄວາມສ່ຽງນັ້ນຍາມໃດກໍ່ມີກາລະໂອກາດ. ບັນດາການຜັນແປດັ່ງກ່າວບໍ່ພຽງແຕ່ສ້າງຄວາມຫຍຸ້ງຍາກໃຫ້ບັນດາວິສາຫະກິດສົ່ງອອກເທົ່ານັ້ນ, ຫາກຍັງເປີດກາລະໂອກາດສ້າງໂຄງປະກອບຄືນໃໝ່, ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ ແລະຍົກສູງກຳລັງຄວາມສາມາດແກ່ງແຍ້ງອີກດ້ວຍ. ຂໍ້ສັງເກດຈາກບັນດານັກຊ່ຽວຊານຂອງທະນາຄານ HSBC ໄດ້ສະແດງອອກໃຫ້ເຫັນວ່າ ຫວຽດນາມ ແລະບັນດາປະເທດອາຊຽນ ພວມກ້າວເຂົ້າສູ່ໄລຍະຫັນປ່ຽນຍຸດທະສາດ, ມີຄວາມມານະພະຍາຍາມຫຼາຍຢ່າງເພື່ອເຈລະຈາ, ປັບຕົວ ແລະປັບປຸງລະບົບຕ່ອງໂສ້ການສະໜອງເພື່ອຮັກສາທີ່ຕັ້ງໃນແຜນທີ່ການຄ້າທົ່ວໂລກ.

ລະບຽບການເກັບພາສີໃໝ່ສໍາລັບອາຊຽນ

ນັກຊ່ຽວຊານຂອງທະນາຄານ HSBC ໃຫ້ຮູ້ວ່າ ນັບແຕ່ເມື່ອ ສະຫະລັດອາເມລິກາ ໄດ້ປະກາດ “ອັດຕາພາສີຕອບໂຕ້” ເມື່ອວັນທີ 2 ເມສາ, ຄະນະຜູ້ແທນຕ່າງປະເທດ, ໃນນັ້ນມີ ອາຊຽນ ໄດ້ໄປວໍຊິງຕັນ ດີຊີ ໂດຍໄວ ເພື່ອເຈລະຈາບັນດາຂໍ້ຕົກລົງດ້ານການຄ້າ. ພາຍຫຼັງການເຈລະຈາທີ່ເຄັ່ງຕຶງມາຫຼາຍເດືອນ, ສະຖານະການເບິ່ງຄືວ່າມີສະຖຽນລະພາບຂຶ້ນໜ້ອຍໜຶ່ງ. ປະຈຸບັນ, ບັນດາພື້ນຖານເສດຖະກິດໃຫຍ່ຂອງອາຊຽນ ເກືອບທັງໝົດແມ່ນຢູ່ໃນກອບອັດຕາພາສີ 19% - 20%.

ຫວຽດນາມ ຕັ້ງແຕ່ດົນມາແລ້ວຍັງຖືວ່າ ເປັນປະເທດທີ່ໄດ້ຮັບຜົນປະໂຫຍດຈາກການຫັນປ່ຽນການຄ້າ ແລະກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), ໄດ້ຮັບການພິຈາລະນາດ້ານພາສີໃນຕົ້ນເດືອນ ກໍລະກົດ 2025 ດ້ວຍອັດຕາພາສີ 20%. ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ຫວຽດນາມ ໄດ້ຍົກອອກບັນດາການຜ່ອນຜັນທີ່ສຳຄັນຫຼາຍຢ່າງ, ລວມມີການລົບລ້າງອັດຕາພາສີນຳເຂົ້າຈາກອາເມລິກາທັງໝົດ, ໃຫ້ຄຳໝັ້ນສັນຍາຈະຈັດຊື້ເຮືອບິນ ແລະຜະລິດຕະພັນກະເສດຂອງອາເມລິກາ ເປັນຈຳນວນຫຼວງຫຼາຍ, ປະຕິບັດບັນດາລະບຽບການຕ້ານການສໍ້ໂກງການຄ້າ ແລະຄວາມໂປ່ງໃສຂອງແຫຼ່ງກຳເນີດ.

leftcenterrightdel
ທ່ານ Runa Baksi ຜູ້ອໍານວຍການຮັບຜິດຊອບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກຸ່ມມາດຕະການການຄ້າທົ່ວໂລກ HSBC ຫວຽດນາມ. ພາບ: vietnamplus.vn

ໃນໄລຍະໃກ້ຈະມາເຖິງ, ສະພາບແວດລ້ອມດ້ານພາສີທີ່ຄ້າຍຄືກັນໃນທົ່ວອາຊຽນ ຈະສ້າງລະບຽບການແຂ່ງຂັນຢ່າງສະເໝີພາບ, ຊ່ວຍຮັກສາທ່າໄດ້ປຽບໃນການແກ່ງແຍ້ງຂອງບັນດາປະເທດທີ່ໄດ້ຮັບຜົນປະໂຫຍດຈາກການຄ້າ ແລະ FDI ເຊັ່ນ: ຫວຽດນາມ, ໄທ, ຟີລິບປິນ, ມາເລເຊຍ. ສິ່ງນີ້ອາດຈະສ້າງຄວາມໝັ້ນໃຈໃຫ້ແກ່ນັກລົງທຶນທີ່ລັ່ງເລໃຈມາຕັ້ງແຕ່ "ວັນປົດປ່ອຍ".

ເຖິງຢ່າງໃດກໍ່ຕາມ, ເລື່ອງພາສີຍັງບໍ່ທັນສິ້ນສຸດລົງ, ເນື່ອງຈາກວ່າການເຈລະຈາດ້ານການຄ້າສອງຝ່າຍພວມດຳເນີນຢູ່ ແລະຫຼາຍຄຳຖາມຍັງບໍ່ທັນໄດ້ຮັບຄຳຕອບ.

ທ່ານ Runa Baksi, ຜູ້ອໍານວຍການຮັບຜິດຊອບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກຸ່ມມາດຕະການການຄ້າທົ່ວໂລກ HSBC ໃຫ້ຂໍ້ສັງເກດວ່າ  ການເພີ່ມທະວີບັນດານະໂຍບາຍປົກປ້ອງດ້ານການຄ້າຂອງ ອາເມລິກາ ພວມວາງອອກສິ່ງທ້າທາຍທີ່ສັບສົນໃຫ້ແກ່ອາຊຽນ, ທັງກໍ່ໃຫ້ເກີດມີການຜັນແປໃນໄລຍະສັ້ນ ທັງຊຸກຍູ້ກໍາລັງໜູນໃນໄລຍະຍາວໃຫ້ແກ່ການກໍານົດທິດຍຸດທະສາດຄືນໃໝ່. ໃນໄລຍະສັ້ນ, ພາກພື້ນນີ້ຕ້ອງປະເຊີນໜ້າກັບການຂາດສະຖຽນລະພາບດ້ານການຄ້າຫຼາຍ ຍ້ອນວ່າມັນບໍ່ແມ່ນເລື່ອງງ່າຍດາຍທີ່ຈະຊອກຫາຕະຫຼາດມາແທນອາເມລິກາ ໄດ້, ເຊິ່ງແມ່ນພື້ນຖານເສດຖະກິດບໍລິໂພກທີ່ໃຫຍ່ທີ່ສຸດຂອງໂລກ.

ບາງປະເທດອາຊຽນ ໃນເບື້ອງຕົ້ນໄດ້ມີປະຕິກິລິຍາຕໍ່ກັບຄວາມສ່ຽງດ້ານພາສີດ້ວຍວິທີຍູ້ໄວການສົ່ງອອກ, ເຮັດໃຫ້ເກີດມີການເຕີບໂຕຊົ່ວຄາວ ແຕ່ກໍ່ສ້າງຄວາມບໍ່ແນ່ນອນທີ່ແກ່ຍາວໃນໄລຍະກາງ. ເພື່ອຜ່ານຜ່າຄວາມຫຍຸ້ງຍາກດ້ານການຄ້າດັ່ງກ່າວ, ບັນດາປະເທດອາຊຽນ ຕ້ອງສະແດງໃຫ້ເຫັນຄວາມອົດທົນ ແລະຄວາມສາມາດປັບຕົວຢ່າງມີໄຫວພິບ.

ສິ່ງທ້າທາຍສຳລັບວິສາຫະກິດຫວຽດນາມ

ນັກຊ່ຽວຊານ HSBC ໃຫ້ຮູ້ວ່າ ບັນດາວິສາຫະກິດຫວຽດນາມ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ສັບສົນ, ເລີ່ມຕົ້ນແມ່ນຄວາມບໍ່ແນ່ນອນທີ່ເກີດຈາກອັດຕາພາສີຂອງອາເມລິກາ. ການຫັນປ່ຽນຈາກອັດຕາພາສີທີ່ຄາດຄະເນແມ່ນ 46% ໄປເປັນອັດຕາພາສີສຸດທ້າຍແມ່ນ 20% ໄດ້ເຮັດໃຫ້ມີການຜັນແປຢ່າງໃຫຍ່ຫຼວງ, ພິເສດແມ່ນບັນດາວິສາຫະກິດສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ, ເຄື່ອງເອເລັກໂຕນິກ ແລະເກີບໜັງ.

ຜູ້ຜະລິດຈໍານວນໜຶ່ງ ເຊັ່ນ Samsung ແລະ Pegatron ໃນເບື້ອງຕົ້ນໄດ້ເພີ່ມປະລິມານການຜະລິດເພື່ອຫຼີກເວັ້ນການເສຍພາສີ ໃນຂະນະທີ່ບໍລິສັດອື່ນເຊັ່ນ LG ກໍ່ໄດ້ໂຈະການຜະລິດຊົ່ວຄາວ ເນື່ອງຈາກຄໍາສັ່ງຊັກຊ້າ. ສິ່ງນີ້ໄດ້ຮຽກຮ້ອງໃຫ້ບັນດາບໍລິສັດຕ້ອງທົບທວນຄືນການມີຢູ່ໃນຕະຫຼາດ ກໍ່ຄືການຊອກຫາກາລະໂອກາດໃໝ່ໃນພາກພື້ນ ເຊັ່ນເອີຣົບ ແລະຍີ່ປຸ່ນ.

leftcenterrightdel
ທ່ານນາງ Surajit Rakshit, ຜູ້ອໍານວຍການຮັບຜິດຊອບທົ່ວປະເທດ ກຸ່ມມາດຕະການການຄ້າທົ່ວໂລກ, HSBC ຫວຽດນາມ. ພາບ: vietnamplus.vn

ຍິ່ງໄປກວ່ານັ້ນ, ການຫຼຸດຜ່ອນເງິນໜູນຊ່ວຍດ້ານພະລັງງານທົດແທນໃຫ້ແກ່ 173 ໂຄງການພະລັງງານລົມ ແລະແສງຕາເວັນ ໃນໄລຍະມໍ່ໆມານີ້ ໄດ້ເຮັດໃຫ້ນັກລົງທຶນຂາດຄວາມເຊື່ອໝັ້ນ, ຍ້ອນວ່າການເຄື່ອນໄຫວດັ່ງກ່າວມີຄວາມສ່ຽງເຮັດໃຫ້ຄວາມສາມາດໃນການຮັບປະກັນພະລັງງານໄຟຟ້າຢ່າງພຽງພໍຫຼຸດລົງ - ເຊິ່ງເປັນປັດໃຈຫຼັກແຫຼ່ງສໍາລັບການຂະຫຍາຍຕົວການຜະລິດຂອງຫວຽດນາມ.

ທ່ານນາງ Surajit Rakshit, ຜູ້ອໍານວຍການຮັບຜິດຊອບທົ່ວປະເທດ ກຸ່ມມາດຕະການການຄ້າທົ່ວໂລກ, HSBC ຫວຽດນາມ ເນັ້ນໜັກວ່າ: “ເຖິງວ່າລະບົບນິເວດ FDI ພວມເຕີບໂຕຢ່າງແຂງແຮງ, ແຕ່ການເຄື່ອນໄຫວຜະລິດຢູ່ພາຍໃນປະເທດໃນຂອດການສະໜອງວັດຖຸດິບ/ສ່ວນປະກອບ ຢູ່ຫວຽດນາມ ຍັງບໍ່ທັນພັດທະນາຢ່າງແທ້ຈິງ. ໃນຈຳນວນ 103 ຜູ້ສະໜອງຫຼັກທົ່ວໂລກຂອງ Samsung, ມີໂຮງງານແຕ່ 27 ແຫ່ງຕັ້ງຢູ່ຫວຽດນາມ ແລະວິສາຫະກິດສ່ວນຫຼາຍແມ່ນມີເງິນລົງທຶນຈາກຕ່າງປະເທດ. ການອີງໃສ່ສິ່ງດັ່ງກ່າວນີ້ຫຼາຍໄດ້ເຮັດໃຫ້ພື້ນຖານການຜະລິດໄດ້ຮັບຜົນສະທ້ອນຢ່າງງ່າຍດາຍ ແລະກີດຂວາງການຂຸດຄົ້ນມູນຄ່າທາງດ້ານເສດຖະກິດທັງໝົດ”.

ຢູ່ພາຍໃນປະເທດ, ບັນດາລະບຽບການດ້ານກົດໝາຍຍັງສັບສົນ, ນັບແຕ່ການອອກໃບອະນຸຍາດຈົນເຖິງການຄຸ້ມຄອງພາສີ, ເຊິ່ງຖືວ່າເປັນຮົ້ວກີດຂວາງໃຫ້ບັນດາວິສາຫະກິດທີ່ດຳເນີນທຸລະກິດ ຢູ່ ຫວຽດນາມ. ບັນຫາເຫຼົ່ານີ້ ໄດ້ສົ່ງຜົນກະທົບຕໍ່ນັກລົງທຶນຕ່າງປະເທດ, ບັນດາວິສາຫະກິດຂະໜາດນ້ອຍ ແລະກາງທີ່ຢູ່ພາຍໃນປະເທດ ກໍ່ຄື ບັນດາກຸ່ມບໍລິສັດຂະໜາດໃຫຍ່.

ໂດຍ: ຈາງຫງວຽນ