ພາລະກໍາໂຄສະນາພາບພົດຂອງປະເທດ ແລະຊາວຫວຽດນາມ
ວັນແຫ່ງຊາດຫວຽດນາມ ທີ່ EXPO 2025 ໄດ້ດໍາເນີນໄປດ້ວຍບັນດາການເຄື່ອນໄຫວວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະ. ກ່າວຄຳເຫັນນະທີ່ນີ້, ທ່ານ ເລແທ່ັງລອງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເນັ້ນໜັກວ່າ, EXPO 2025 ແມ່ນເຫດການທີ່ມີຂະໜາດທົ່ວໂລກ ມີຄວາມໝາຍສຳຄັນ; ແມ່ນໂອກາດເພື່ອໃຫ້ບັນດາປະເທດ ແລະອົງການຈັດຕັ້ງສາກົນໃນທົ່ວໂລກໄດ້ສະແດງຜົນງານ, ແບ່ງປັນແນວຄວາມຄິດ, ຂໍ້ລິເລີ່ມ ແລະມາດຕະການພັດທະນາເສດຖະກິດ-ສັງຄົມ. ບົນເນື້ອໃນຈິດໃຈນັ້ນ, ດ້ວຍຫົວຂໍ້ວ່າ “ການອອກແບບສັງຄົມໃນອະນາຄົດໃຫ້ແກ່ຊີວິດຂອງພວກເຮົາ”, EXPO 2025 ແມ່ນການເຕົ້າໂຮມທີ່ເຕັມໄປດ້ວຍຄວາມໝາຍ, ແມ່ນການສົມທົບລະຫວ່າງອະດີດ, ປະຈຸບັນ ແລະອະນາຄົດ, ແມ່ນໂອກາດສຳຄັນເພື່ອໃຫ້ບັນດາປະເທດໄດ້ເຜີຍແຜ່ບັນດາຄຸນຄ່າທາງດ້ານວັດທະນະທຳ, ຜົນງານດ້ານວິທະຍາສາດ-ເຕັກໂນໂລຢີທີ່ກ້າວໜ້າ; ຍົກສູງຄວາມຮັບຮູ້ລວມ ແລະເພີ່ມທະວີການຮ່ວມມືໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ ກໍຄື ການສ້າງຮູບແບບການດຳລົງຊີວິດທີ່ສົດໃສຂອງພວກເຮົາໃນອະນາຄົດ.
ດ້ວຍເກືອບ 170 ປະເທດ ແລະອົງການຈັດຕັ້ງສາກົນ, ກໍຄືນັກທ່ອງທ່ຽວປະມານ 30 ລ້ານເທື່ອຄົນ ໄດ້ເຂົ້າຊົມງານວາງສະແດງ EXPO 2025, ຫວຽດນາມ ໄດ້ເລືອກຫົວຂໍ້ “ສັງຄົມຮອບດ້ານ ຖືປະຊາຊົນເປັນໃຈກາງ”, ຜ່ານນັ້ນຢາກແບ່ງປັນບັນດາເລື່ອງລາວທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈກ່ຽວກັບປະເທດຫວຽດນາມ ດ້ວຍປະຫວັດສາດອັນສະຫງ່າອົງອາດ; ເສດຖະກິດທີ່ຂະຫຍັນຂັນເຄື່ອນ, ເຊື່ອມໂຍງ; ວັດທະນະທໍາທີ່ອຸດົມສົມບູນ, ເຂັ້ມຂຸ້ນໄປດ້ວຍສີສັນ; ປະຊາຊົນທີ່ດຸໝັ່ນ, ມີນ້ຳໃຈ, ຮັກແຂກແພງຄົນ; ສັງຄົມທີ່ເປັນລະບຽບຮຽບຮ້ອຍ, ປອດໄພ. ທັງໝົດແມ່ນເພື່ອຊີວິດທີ່ອີ່ມໜໍາສໍາລານ, ຜາສຸກຂອງປະຊາຊົນ, ບໍ່ໃຫ້ຜູ້ໃດຖືກປະໄວ້ທາງຫຼັງ”.
    |
 |
ລາຍການສະແດງສິລະປະຂອງນັກສິລະປິນຫວຽດນາມ ໃນວັນແຫ່ງຊາດຫວຽດນາມ ທີ່ງານວາງສະແດງ EXPO 2025. ພາບ: qdnd.vn |
ຫໍວາງສະແດງຫວຽດນາມ ຢູ່ EXPO 2025 ແມ່ນການສົມທົບລະຫວ່າງອະດີດ, ປະຈຸບັນ ແລະອະນາຄົດ, ດ້ວຍພາສາວາງສະແດງພ້ອມກັບເຕັກໂນໂລຢີທີ່ທັນສະໄໝ ເພື່ອແນໃສ່ແຜ່ຂະຫຍາຍບັນດາເລື່ອງລາວທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈກ່ຽວກັບປະເທດ ແລະປະຊາຊົນຫວຽດນາມ ເຖິງເພື່ອນມິດສາກົນດ້ວຍຄວາມຄາດຫວັງບຸກທະລຸໃນສັງກາດໃໝ່. ຈຸດພົ້ນເດັ່ນແມ່ນວິທີເລົ່າເລື່ອງເປັນພາສາສິລະປະ, ນັບແຕ່ຊຸດອາພອນ, ດົນຕີພື້ນເມືອງຈົນເຖິງເຕັກໂນໂລຢີການສາຍທີ່ທັນສະໄໝ, ໄດ້ຝາກຝັງຈິດໃຈມະນຸດສະທຳ, ຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ ພ້ອມກັບຄວາມງາມດ້ານຈິດວິນຍານຂອງຊາວຫວຽດນາມ.
ພ້ອມກັບຮ້ານວາງສະແດງ, ການເຄື່ອນໄຫວສະແດງສິລະປະ ຄື: ຟ້ອນຕຸກກະຕານໍ້າ, ດົນຕີພື້ນເມືອງ... ໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຢາມ ແລະຮັບຊົມ. ຄຽງຂ້າງນັ້ນ, ບັນດານັກສິລະປິນຂອງຫວຽດນາມ ພ້ອມດ້ວຍບັນດານັກສິລະປິນຈາກຫຼາຍປະເທດ ຄື: ຊາອຸດີ ອາຣາບີ, ອາເມລິກາ, ມາເລເຊຍ, ປອກຕຸຍການ, ໄທ... ໄດ້ສະແດງຢູ່ເວທີກາງແຈ້ງຂອງງານວາງສະແດງ EXPO 2025.
ຢັ້ງຢືນກຳລັງແຮງຂອງວັດທະນະທຳຫວຽດນາມ ໃນທ່ົວໂລກ
ທ່ານ ເຈິ່ນເຍິດຮວ່າງ, ຮອງຫົວໜ້າກົມຮ່ວມມືສາກົນ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ), ຮອງຫົວໜ້າຜູ້ຕາງໜ້າຫວຽດນາມ ຢູ່ງານວາງສະແດງ EXPO 2025 ໃຫ້ຮູ້ວ່າ, ພາຍຫຼັງເປີດປະຕູ ມາໄດ້ 4 ເດືອນ, ຫໍວາງສະແດງຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 1 ລ້ານເທື່ອຄົນ ແລະໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາສະຖານທີ່ ທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ. ສື່ມວນຊົນທັງຢູ່ພາຍໃນ ແລະຕ່າງປະເທດໄດ້ເອົາໃຈໃສ່ກ່ຽວກັບການເຄື່ອນໄຫວ ແລະເຫດການຂອງຫໍວາງສະແດງຫວຽດນາມ. ຮູບພາບກ່ຽວກັບຫໍວາງສະແດງຫວຽດນາມ ໄດ້ມີຢູ່ໃນສື່ສັງຄົມອອນລາຍ ຄື: Instagram, Facebook, TikTok ຢ່າງລຽນຕິດ... KOL ຂອງຍີ່ປຸ່ນຫຼາຍຄົນ ໄດ້ມາຖ່າຍຄຼິບ ແລະແນະນໍາກ່ຽວກັບຫໍວາງສະແດງເປັນຕົ້ນແມ່ນ ອ້າຍ Issei ເຊິ່ງແມ່ນ YouTuber ຊາວຍີ່ປຸ່ນ... ໃນໄລຍະຈະມາເຖິງ, ຫໍວາງສະແດງຫວຽດນາມ ຈະສືບຕໍ່ຈັດຕັ້ງການເຄື່ອນໄຫວດ້ານວັດທະນະທໍາ, ສິລະປະສະແດງໃຫ້ເຫັນຄວາມຍອດຍິ່ງ, ສີສັນວັດທະນະທໍາຂອງຊາດ, ຜ່ານນັ້ນແນະນໍາພາບພົດຫວຽດນາມ ວ່າ ເປັນປະເທດສັນຕິພາບ, ປ່ຽນແປງໃໝ່ປະດິດຄິດສ້າງ, ພັດທະນາຂະຫຍັນຂັນເຄື່ອນ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.
    |
 |
ບັນດາຜູ້ແທນຢູ່ພາຍໃນ ແລະຕ່າງປະເທດ ເຂົ້າຢ້ຽມຊົມເຂດວາງສະແດງ ຂອງຫໍວາງສະແດງຫວຽດນາມ ທີ່ງານວາງສະແດງ EXPO 2025. ພາບ: qdnd.vn |
ນັກທ່ອງທ່ຽວສາກົນຫຼາຍຄົນ ໄດ້ສະແດງຄວາມທັບໃຈເມື່ອມາຢ້ຽມຢາມຫໍວາງສະແດງຫວຽດນາມ. ຢູ່ໃຈກາງປະເທດຍີ່ປຸ່ນ, ເຂົາເຈົ້າ ຍັງສາມາດຮັບຊົມວັດທະນະທຳທີ່ເປັນເອກະລັກສະເພາະ, ເຂັ້ມຂຸ້ນໄປດ້ວຍຈິດວິນຍານຂອງຫວຽດນາມ. ທ່ານ Kim Joon Ho (ອາຍຸ 40 ປີ, ນັກທ່ອງທ່ຽວທີ່ມາຈາກ ສ.ເກົາຫຼີ) ຖືວ່າ: ສິ່ງທີ່ເຮັດໃຫ້ລາວ ມີຄວາມປະທັບໃຈທີ່ສຸດ ນັ້ນແມ່ນຈິດໃຈທີ່ເປີດອົກເປີດໃຈ ແລະ ຄວາມສາມາດໃນການເຊື່ອມຕໍ່ທີ່ຫໍວາງສະແດງຫວຽດນາມ ໄດ້ນຳມາໃຫ້: “ຂ້າພະເຈົ້າ ຮູ້ສຶກໄດ້ຢ່າງຈະແຈ້ງເຖິງການປະສານລະຫວ່າງສິ່ງທີ່ເປັນມູນເຊື້ອກັບຄວາມທັນສະໄໝໃນທຸກລາຍລະອຽດຂອງງານວາງສະແດງ. ສິ່ງທີ່ພິເສດແມ່ນທຸກສິ່ງທຸກຢ່າງ ແມ່ນໄດ້ຈັດຂຶ້ນຢ່າງລົງຕົວ, ກົມກຽວ, ສະໜິດຕິດພັນ, ຊ່ວຍໃຫ້ຜູ້ຊົມຮູ້ສຶກໄດ້ກ່ຽວກັບຫວຽດນາມ ວ່າ ເປັນເລື່ອງລາວທີ່ເຊື່ອມຕໍ່ຈາກອະດີດມາເຖິງປະຈຸບັນ ແລະອະນາຄົດ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ຜ່ານວິທີການເຂົ້າເຖິງແບບນີ້, ຫວຽດນາມ ໄດ້ສົ່ງສານຢ່າງແຂງແຮງກ່ຽວກັບການປະດິດຄິດສ້າງ ແລະ ການເຊື່ອມໂຍງ, ພ້ອມທັງເຮັດໃຫ້ນັກທ່ອງທ່ຽວ ຄືຂ້າພະເຈົ້າ ຢາກຊອກຮູ້ໃຫ້ເລິກເຊິ່ງກວ່າອີກ ກ່ຽວກັບປະເທດ ແລະ ປະຊາຊົນຢູ່ທີ່ນີ້".
ທ່ານ ເຈິ່ນເຍິດຮວ່າງ ແບ່ງປັນວ່າ: “ອີກປະມານ 1 ເດືອນ, ງານວາງສະແດງ EXPO 2025 ຈະປິດລົງຢ່າງເປັນທາງການ, ສະນັ້ນ, ພວກຂ້າພະເຈົ້າ ຈຶ່ງຫວັງວ່າ ຜູ້ຊົມຈະມາຢ້ຽມຊົມຫໍວາງສະແດງຂອງຫວຽດນາມ ໃນໄວໆນີ້, ສືບຕໍ່ມີການເຄື່ອນໄຫວ, ຄົ້ນຫາ, ການເຊື່ອມຕໍ່ຢູ່ທີ່ນີ້ ເພື່ອພ້ອມກັນສ້າງສິ່ງທີ່ເປັນປະໂຫຍດໃຫ້ແກ່ຊີວິດຂອງພວກເຮົາ. ເມື່ອມີເງື່ອນໄຂຊອກຮູ້ເຊິ່ງກັນ ແລະກັນ, ການຮ່ວມມືລະຫວ່າງຫວຽດນາມ ແລະຄູ່ຮ່ວມມືຈະມີຄວາມສະດວກກວ່າ. ການສະແດງສິລະປະຂອງຫວຽດນາມ ໃນເຫດການ ທີ່ມີຂະໜາດທົ່ວໂລກນີ້ ບໍ່ພຽງແຕ່ມີລັກສະນະຕາງໜ້າເທົ່ານັ້ນ ຫາກຍັງເປັນການຢັ້ງຢືນທີ່ຕັ້ງຂອງຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ເຊື່ອມໂຍງແຕ່ກໍ່ຍັງຢຶດໝັ້ນຕໍ່ການຮັກສາ ແລະເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອໄວ້”.
ໂດຍ: ທູຈາງ