ຂີດໝາຍເປັນເຈົ້າຂອງເຕັກໂນໂລຊີ
ງານວາງສະແດງບັນດາຜົນງານແຫ່ງຊາດ “80 ປີແຫ່ງການເດີນທາງເອກະລາດ-ເສລີພາບ-ຄວາມຜາສຸກ” ໄດ້ດຶງດູດປະຊາຊົນ, ນັກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດ ມາຢ້ຽມຊົມ, ເຂົ້າຮ່ວມຄົ້ນຫາເປັນຈຳນວນຫຼວງຫຼາຍ. ບັນດາຂີດໝາຍທີ່ດຶງດູດໃຈປະຊາຊົນສ່ວນຫຼາຍແມ່ນບັນດາຜະລິດຕະພັນເຕັກໂນໂລຊີໃໝ່ຂອງບັນດາກະຊວງ, ຂະແໜງ, ວິສາຫະກິດ ແນະນໍາ, ຈາກໂຣບົດຫຸ່ນຄົນ, ເຮືອບິນບໍ່ມີຄົນຂັບຈົນຮອດຂົງເຂດຕົວຈິງທີ່ເໝືອນຈິງ (virtual reality)…
    |
 |
ເຕັກໂນໂລຊີ UAV ໄດ້ຮັບການແນະນໍາທີ່ງານວາງສະແດງບັນດາຜົນງານຂອງປະເທດ. ພາບ: baotintuc.vn |
ການຊອກຮູ້ທີ່ງານວາງສະແດງ, ນັກທ່ອງທ່ຽວຫຼາຍຄົນໄດ້ມາຫຸ້ມກັນເບິ່ງໂຣບົດຫຸ່ນຄົນຂອງ VinMotion, ໂຣບົດທີ່ມີຄວາມສູງເກືອບ 1,7 ແມັດ, ສາມາດຍ່າງ, ໂບກມື, ໂອ້ລົມດ້ວຍພາສາຫວຽດນາມ ແລະສົນທະນາແບບທໍາມະຊາດກັບຜູ້ທີ່ມາເຂົ້າຮ່ວມຄົ້ນຫາ. ຫຼືວ່າເຕັກໂນໂລຊີເຮືອບິນບໍ່ມີຄົນຂັບ Hera, ປະເພດເຮືອບິນບໍ່ມີຄົນຂັບທີ່ສາມາດພັບໄດ້ໃນແຖວໜ້າຂອງໂລກທີ່ຊາວຫວຽດນາມ ເປັນຜູ້ຄົ້ນຄວ້າ, ອອກແບບ ແລະຜະລິດພວມນຳໃຊ້ເຂົ້າໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະວຽກງານພົນລະເຮືອນ, ນອກນີ້ຍັງໄດ້ສົ່ງອອກໄປອາເມລິກາ...
ຈຸດພົ້ນເດັ່ນອີກອັນໜຶ່ງໃນລະບົບນິເວດຂອງ FPT Chip Inside ແມ່ນນຳໃຊ້ຢ່າງກວ້າງຂວາງໃນອຸປະກອນສາທາລະນະສຸກ, ພາຫະນະ, ເຄື່ອງໃຊ້ໄຟຟ້າ ແລະການປ້ອງກັນຄວາມສະຫງົບ ແລະໄດ້ສົ່ງອອກໄປຕະຫຼາດສາກົນ 70 ລ້ານຊິບ; Vconnex ເປັນຜູ້ນໍາໜ້າພັດທະນາ camera AI ແລະໄດ້ສົ່ງອອກ 10.000 ຜະລິດຕະພັນໄປເອີລົບ, ເປັນການຢັ້ງຢືນຄວາມສາມາດແກ່ງແຍ້ງໃນທົ່ວໂລກ... ແຂກທ່ອງທ່ຽວສ່ວນຫຼາຍລ້ວນແຕ່ມີຂໍ້ສັງເກດວ່າ ງານວາງສະແດງໄດ້ພິສູດໃຫ້ເຫັນໝາກຜົນແຫ່ງການພັດທະນາອັນຍາວນານຂອງຫວຽດນາມ ຈາກປະເທດກະສິກຳທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານ, ພວມກ້າວຂຶ້ນເປັນເຈົ້າຂອງເຕັກໂນໂລຊີຢ່າງແຂງແຮງ.
ໃນຂະບວນການຫັນເປັນດີຈີຕອນແຫ່ງຊາດ, ແອບພລິເຄຊັນການກໍານົດຂໍ້ມູນຂອງພົນລະເມືອງເອເລັກໂຕຣນິກ VneID ໄດ້ກາຍເປັນ "ກະແຈດີຈີຕອນ" ໃຫ້ແກ່ປະຊາຊົນ ໂດຍກະຊວງຕໍາຫຼວດຫວຽດນາມ ຜັນຂະຫຍາຍມາແຕ່ປີ 2022, VNeID ຊ່ວຍປະຕິບັດທາງດ້ານການບໍລິການສາທາລະນະທາງອອນລາຍ, ຄື: ແຈ້ງທີ່ຢູ່ອາໄສຊົ່ວຄາວ, ລົງທະບຽນລົດ, ຈ່າຍໃບບິນ, ເຊື່ອມຕໍ່ກັບພາສີ ແລະປະກັນໄພສັງຄົມ... ຍ້ອນເຫດນັ້ນ, ດັດຊະນີການພັດທະນາລັດຖະບານເອເລັກໂຕຣນິກ ໃນປີ 2024 ໄດ້ເພີ່ມຂຶ້ນ 15 ຂັ້ນ, ນຳຫວຽດນາມ ຂຶ້ນຢູ່ອັນດັບທີ 71 ໃນທົ່ວໂລກ.
ສ້າງເຄື່ອງໝາຍການຄ້າ “Make in Vietnam”
ທ່ານ ຮິ່ງແທ່ງດາດ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ໃຫ້ຮູ້ວ່າ: ນັບແຕ່ຂະບວນການປ່ຽນແປງໃໝ່ໃນປີ 1986 ມາຮອດປະຈຸບັນ, ພັກຍາມໃດກໍ່ຖືວິທະຍາສາດເຕັກໂນໂລຊີແມ່ນໜຶ່ງໃນບັນດາປັດໄຈແຖວໜ້າຊຸກຍູ້ການພັດທະນາ. ນັບແຕ່ປີ 2000 ຮອດປະຈຸບັນ, ລະບົບກົດໝາຍວິຊາສະເພາະໄດ້ຮັບການສ້າງຂຶ້ນ, ຄື: ກົດໝາຍວ່າດ້ວຍວິທະຍາສາດເຕັກໂນໂລຊີ, ກົດໝາຍວ່າດ້ວຍຊັບສິນທາງປັນຍາ, ກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຊີ, ກົດໝາຍວ່າດ້ວຍເຕັກໂນໂລຊີສູງ...
ພິເສດ, ປີ 2021, ພັກສືບຕໍ່ເພີ່ມເນື້ອໃນ “ນະວັດຕະກຳ” ເປັນປັດໄຈບຸກທະລຸຍຸດທະສາດ. ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII (2021) ຂອງພັກໄດ້ເນັ້ນໜັກເຖິງການພັດທະນາແບບຍືນຍົງໂດຍອີງໃສ່ພື້ນຖານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນ. ຕໍ່ຈາກນັ້ນ, ມະຕິເລກທີ 57-NQ/TW (2024) ຂອງກົມການເມືອງ ໄດ້ເນັ້ນໜັກວ່າ ການພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະການຫັນເປັນດີຈີຕອນແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອໃຫ້ຫວຽດນາມ ບືນຕົວຂຶ້ນ.
    |
 |
ອຸປະກອນລົດຫຸ້ມເກາະພ້ອມດ້ວຍເຕັກໂນໂລຊີໃໝ່ຢູ່ເຂດວາງສະແດງກາງແຈ້ງຂອງກະຊວງປ້ອງກັນປະເທດທີ່ງານວາງສະແດງບັນດາຜົນງານແຫ່ງຊາດ. ພາບ: baotintuc.vn |
ເພື່ອສົ່ງເສີມບັນດາວິສາຫະກິດຫວຽດນາມ ສືບຕໍ່ບືນຕົວຂຶ້ນ ແລະເປັນເຈົ້າຂອງເຕັກໂນໂລຊີເຄື່ອງໝາຍການຄ້າຫວຽດນາມ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ ໄດ້ປຸກລະດົມ ແລະຈັດຕັ້ງການຊິງລາງວັນ “ຜະລິດຕະພັນເຕັກໂນໂລຊີດີຈີຕອນ Make in Vietnam” ໃນແຕ່ລະປີ ນັບແຕ່ປີ 2020 ເປັນຕົ້ນມາ.
ທ່ານ ຫງວຽນຄັກລິກ ຫົວໜ້າກົມອຸດສາຫະກໍາເຕັກໂນໂລຊີຂໍ້ມູນຂ່າວສານ ໃຫ້ຮູ້ວ່າ ປີ 2025 ແມ່ນປີທີ 6 ທີ່ຈັດຕັ້ງການຊິງລາງວັນ ແລະແມ່ນຄັ້ງທໍາອິດທີ່ລາງວັນຈະໄດ້ເຊີດຊຸບັນດາຜະລິດຕະພັນເຕັກໂນໂລຊີດີຈີຕອນຍຸດທະສາດພົ້ນເດັ່ນໃນລາຍການ 11 ຜະລິດຕະພັນເຕັກໂນໂລຊີຍຸດທະສາດທີ່ລັດຖະບານຫາກໍ່ປະກາດ.
ໃນ 5 ປີທີ່ຜ່ານມາ, ການຊິງລາງວັນໄດ້ດຶງດູດ 1.000 ກວ່າຜະລິດຕະພັນເຂົ້າຮ່ວມ. ຄະນະຈັດຕັ້ງໄດ້ເຊີດຊູ ແລະມອບລາງວັນທັງໝົດ 252 ລາງວັນ. ມີຫຼາຍຜະລິດຕະພັນຂອງວິສາຫະກິດທີ່ໄດ້ຮັບລາງວັນ ໄດ້ນຳໄປໝູນໃຊ້ເຂົ້າໃນການປະຕິບັດຕົວຈິງ, ແກ້ໄຂ “ບັນຫາ” ຂອງການພັດທະນາ ແລະຂະຫຍາຍຕະຫຼາດ, ປະກອບສ່ວນນຳບັນດາຄຸນຄ່າທາງປັນຍາຂອງຫວຽດນາມ ອອກສູ່ໂລກ; ປະກອບສ່ວນສຳຄັນເຂົ້າໃນການຫັນປ່ຽນດີຈີຕອນແຫ່ງຊາດ, ຊຸກຍູ້ຂະບວນການຫັນເປັນດີຈີຕອນຂອງບັນດາຂະແໜງການເສດຖະກິດ - ສັງຄົມ ແລະ ບັນດາຂົງເຂດໄວກ່ວາອີກ.
ບັນດາຜະລິດຕະພັນເຕັກໂນໂລຊີ “Make in Vietnam” ພວມສ້າງໃຫ້ປະເທດມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ພ້ອມແລ້ວທີ່ຈະເຊື່ອມໂຍງ. ການສົມທົບກັນຢ່າງຄົບຊຸດລະຫວ່າງບັນດານະໂຍບາຍ, ວິສາຫະກິດ ແລະປະຊາຄົມວິທະຍາສາດ ໄດ້ສ້າງທີ່ຕັ້ງ ແລະກຳລັງແຮງອັນໃໝ່ໃຫ້ແກ່ປະເທດ, ຫັນວິທະຍາສາດ ແລະເຕັກໂນໂລຊີເປັນພື້ນຖານອັນໜັກແໜ້ນເພື່ອໃຫ້ຫວຽດນາມ ເຂົ້າສູ່ສັງກາດຂອງຄວາມຫົວຄິດປະດິດສ້າງ ແລະສະຕິປັນປັນຍາ.
ໂດຍ: ຈາງຫງວຽນ