ກອງປະຊຸມໃຫຍ່ ໄດ້ຢືນຢັນເຖິງຄຸນທາດ, ສະຕິປັນຍາ, ຄວາມຄາດຫວັງບືນຕົວຂຶ້ນຂອງອົງຄະນະພັກກອງທັບ ແລະທົ່ວກອງທັບເພື່ອພາລະກິດກໍ່ສ້າງກອງທັບ, ຍົກສູງກຳລັງແຮງດ້ານປ້ອງກັນຊາດ, ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ.
ກອງປະຊຸມໃຫຍ່ໄດ້ເສີມຂະຫຍາຍປະຊາທິປະໄຕ, ສະຕິປັນຍາ, ຕີລາຄາຢ່າງເລິກເຊິ່ງກ່ຽວກັບຜົນການນຳພາ, ການປະຕິບັດໜ້າທີ່ຂອງອົງຄະນະພັກກອງທັບ ແລະທົ່ວກອງທັບ ອາຍຸການ 2020-2025; ຄາດຄະເນສະພາບການ, ວາງອອກທິດທາງ, ເປົ້າໝາຍ, ໜ້າທີ່ຂອງອາຍຸການ 2025-2030 ຢ່າງຈະແຈ້ງ. ກອງປະຊຸມໃຫຍ່ ໄດ້ປະກອບຫຼາຍຄຳເຫັນໃສ່ຮ່າງເອກະສານຂອງສູນກາງ ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ; ພ້ອມທັງເລືອກຕັ້ງເອົາຄະນະຜູ້ແທນທີ່ດີເດັ່ນ, ສະແດງໃຫ້ເຫັນເຈດຈຳນົງ, ຄວາມເຊື່ອໝັ້ນ, ຄວາມຕັດສິນໃຈຂອງອົງຄະນະພັກກອງທັບ ແລະທົ່ວກອງທັບ ໄປເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ.
    |
 |
ບັນຍາກາດວັນເຮັດວຽກທີ 3 ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XII, ອາຍຸການ 2025-2030. ພາບ: qdnd.vn |
ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້ແມ່ນການກະກຽມຢ່າງເຂັ້ມງວດ, ປະຊາທິປະໄຕ, ສາມັກຄີ, ຄວາມຮັບຜິດຊອບສູງຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະບັນດາອົງການ, ກົມກອງໃນທົ່ວກອງທັບ; ແມ່ນໝາກຜົນແຫ່ງການນຳພາຢ່າງເດັດຂາດ, ໂດຍກົງໃນທຸກດ້ານ ຂອງພັກ ຕໍ່ກອງທັບ, ເຊິ່ງໂດຍກົງແມ່ນກົມການເມືອງ, ຄະນະເລຂາທິການຢ່າງເປັນປະຈໍາ; ແມ່ນການສົມທົບ, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງບັນດາອົງການຂັ້ນສູນກາງ ແລະທ້ອງຖິ່ນ.
ກອງປະຊຸມໃຫຍ່ໄດ້ສ້າງຂີດໝາຍປະຫວັດສາດ, ເປີດສາກອາຍຸການໃໝ່, ມີບັນຍາກາດ ແລະຈິດໃຈໃໝ່, ຄວາມຄາດຫວັງໃໝ່, ລະດົມກໍາລັງໃຈຢ່າງແຂງແຮງໃນທົ່ວກອງທັບ ຍົກສູງເຈດຈໍານົງຢ່າງເດັດຂາດມີໄຊ, ນຳມະຕິກອງປະຊຸມໃຫຍ່ເຂົ້າໃນການດຳລົງຊີວິດຕົວຈິງຢ່າງວ່ອງໄວ. ຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກ, ຫົວໜ້າການເມືອງ, ພະນັກງານການເມືອງ, ຜູ້ບັນຊາການ, ອົງການການເມືອງໃນທົ່ວກອງທັບ ຕ້ອງຮີບຮ້ອນຖ່າຍທອດເນື້ອໃນຈິດໃຈກອງປະຊຸມໃຫຍ່ໃຫ້ພະນັກງານ, ນັກຮົບແຕ່ລະຄົນ; ເພີ່ມເຕີມ, ຫັນມາດຕະການນຳພາ, ຊີ້ນໍາຂອງຄະນະພັກ, ອົງການຈັດຕັ້ງພັກໃຫ້ເປັນລະອຽດ ຖືກຕ້ອງຕາມມະຕິກອງປະຊຸມໃຫຍ່, ໃກ້ຊິດກັບສະພາບການ, ໜ້າທີ່ຂອງອົງການ, ກົມກອງ.
ໃນສະພາບການໂລກ ແລະພາກພື້ນມີການຜັນປ່ຽນຫຼາຍຢ່າງ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້; ຢູ່ພາຍໃນປະເທດ, ນອກຈາກຄວາມສະດວກແລ້ວ, ຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ໃນອາຍຸການໃໝ່ນີ້ຮຽກຮ້ອງໃຫ້ພະນັກງານ, ນັກຮົບຕ້ອງມີຄຸນທາດກວ່າ, ມີຫົວຄິດປະດິດສ້າງກວ່າ, ເດັດຂາດກວ່າ. ອົງຄະນະພັກກອງທັບ ແລະທົ່ວກອງທັບ ຄວນຊາບຊຶມຢ່າງເລິກເຊິ່ງຕໍ່ແນວທາງຂອງພັກກ່ຽວກັບການທະຫານ, ການປ້ອງກັນຊາດ; ຮັກສາການນຳພາຂອງພັກຢ່າງເດັດຂາດ, ໂດຍກົງໃນທຸກດ້ານ, ການຄຸ້ມຄອງທີ່ເປັນເອກະພາບຂອງລັດ ຕໍ່ກອງທັບ. ເສີມຂະຫຍາຍມູນເຊື້ອວິລະຊົນ, ກໍາລັງແຮງສັງລວມ, ກໍ່ສ້າງອົງຄະນະພັກກອງທັບໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຮອບດ້ານ, ເປັນແບບຢ່າງ, ດີເດັ່ນ, ກອງທັບປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ; ສ້າງກໍາລັງສຳຮອງໃຫ້ແຂງແກ່ນ, ກໍ່ສ້າງກໍາລັງທະຫານລາດປ້ອງກັນຕົວໃຫ້ໝັ້ນຄົງເຂັ້ມແຂງ ແລະກວ້າງຂວາງ.
ການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບຄັ້ງທີ XII ແມ່ນໂອກາດ, ພ້ອມທັງແມ່ນໜ້າທີ່ການເມືອງສຳຄັນແຖວໜ້າ ເພື່ອໃຫ້ທົ່ວກອງທັບເປັນເຈົ້າການໃນການເປັນເສນາທິການ, ເພື່ອວາງແຜນກຳນົດ, ຈັດຕັ້ງປະຕິບັດແນວທາງການທະຫານ, ການປ້ອງກັນຊາດຢ່າງມີໄຊ; ຍົກສູງສະຕິລະວັງຕົວ, ກຽມພ້ອມສູ້ຮົບ ແລະຊະນະໃນທຸກກໍລະນີ; ເສີມຂະຫຍາຍພາລະບົດບາດທີ່ວ່າ “ກອງທະຫານສູ້ຮົບ, ກອງທະຫານປະຕິບັດງານ, ກອງທະຫານອອກແຮງງານທຳການຜະລິດ”; ຮັກສາບົດບາດຫຼັກແຫຼ່ງໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ.
ດ້ວຍຄວາມເຊື່ອໝັ້ນອັນບໍລິສຸດ, ແຜ່ຂະຫຍາຍກຳລັງໜູນໃໝ່, ທົ່ວກອງທັບ ຈະເສີມຂະຫຍາຍນ້ຳໃຈສາມັກຄີ, ຄວາມເປັນເອກະພາບພາຍໃຕ້ການນຳພາຂອງພັກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ຂຽນຕໍ່ບົດເພງມະຫາໄຊຂອງກອງທັບປະຊາຊົນຫວຽດນາມ ວິລະຊົນ, ປະກອບສ່ວນສ້າງສາປະເທດຊາດ ໃຫ້ມີສັນຕິພາບ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຄວາມຜາສຸກ, ນໍາຄວາມຄາດຫວັງຂອງຫວຽດນາມ ບືນຕົວຂຶ້ນ ແລະປະກາຍແສງສະຫວ່າງ.
ໂດຍ: ເຈິ່ນຮວ່ຽນ