leftcenterrightdel
ເຫດການ ITE HCMC 2025 ດຶງດູດຜູ້ແທນຢູ່ພາຍໃນ ແລະຕ່າງປະເທດນັບພັນຄົນ. ພາບ: vietnamplus.vn

ບັນດາເຫດການດັ່ງກ່າວໂດຍກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ, ກະຊວງອຸດສາຫະກຳ ແລະການຄ້າ ພ້ອມດ້ວຍຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ເປັນປະທານຮ່ວມຈັດຕັ້ງ, ເຫດການດຳເນີນແຕ່ວັນທີ 4-6 ເດືອນກັນຍາ ດ້ວຍຫົວຂໍ້ “ເຊື່ອມຕໍ່ສີຂຽວ - ການພັດທະນາແບບຍືນຍົງ” .

ITE HCMC 2025 ຈະເຕົ້າໂຮມກວ່າ 520 ຫົວໜ່ວຍ, ຜູ້ຊື້ສາກົນ 250 ຄົນ ທີ່ມາຈາກ 32 ປະເທດ ແລະຄາດວ່າ  ຈະຕ້ອນຮັບນັກທ່ອງທ່ຽວປະມານ 30.000 ເທື່ອຄົນ. ເວທີປາໄສສົ່ງອອກປີ 2025 ແລະ ເຫດການ “ເຊື່ອມຕໍ່ຕ່ອງໂສ້ການສະໜອງສິນຄ້າສາກົນ” ຈະເຕົ້າໂຮມວິສາຫະກິດຫວຽດນາມ 400 ແຫ່ງ ແລະ ກ່ວາ 300 ຄະນະຈັດຊື້ ທີ່ມາຈາກ 60 ປະເທດ, ເປີດກາລະໂອກາດຮ່ວມມືຫຼາຍຢ່າງ. ນອກຈາກງານວາງສະແດງ, ບັນດາກອງປະຊຸມ ແລະ ເວທີປາໄສຫົວເລື່ອງສະເພາະກ່ຽວກັບການຫັນເປັນດີຈີຕອນ, ການພັດທະນາສີຂຽວ ແລະສະຕາດອັບທີ່ມີຫົວຄິດປະດິດສ້າງ ໄດ້ຮັບການຈັດຂຶ້ນ, ໝັ້ນໝາຍຈະນຳມາເຊິ່ງມາດຕະການແກ້ໄຂໃໝ່ໃຫ້ແກ່ຂະແໜງທ່ອງທ່ຽວ ແລະການຄ້າຫວຽດນາມ.

ໂດຍ: ທູຈາງ