ໃນນັ້ນ, ອົງການພັດທະນາຝຣັ່ງ (AFD) ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ຍາວນານ ແລະສະໜິດຕິດພັນທີ່ສຸດ.

ເມື່ອແລກປ່ຽນກັບນັກຂ່າວຂອງສຳນັກຂ່າວສານຫວຽດນາມ, ທ່ານ Hugo Pierrel, ຮອງຜູ້ອຳນວຍການ AFD ປະຈຳ ຫວຽດນາມ ໄດ້ແບ່ງປັນມູມມອງຢ່າງຮອບດ້ານກ່ຽວກັບໄລຍະທາງແຫ່ງການພັດທະນາທີ່ໜ້າປະທັບໃຈຂອງຫວຽດນາມ, ບັນດາຂີດໝາຍຮ່ວມມືທີ່ພົ້ນເດັ່ນ, ແງ່ຫວັງໃນອະນາຄົດ ແລະບາງຂໍ້ສະເໜີແນະກ່ຽວກັບນະໂຍບາຍ.

ທ່ານ Hugo Pierrel ຮັບຮູ້ວ່າ ຫວຽດນາມ ໄດ້ຜ່ານໄລຍະທາງແຫ່ງການພັດທະນາເສດຖະກິດ-ສັງຄົມ ທີ່ໜ້າປະທັບໃຈພິເສດ, ໄດ້ສ້າງຂີດໝາຍຈາກການປະຕິຮູບໂຄງປະກອບ ແລະການເຕີບໂຕແບບຍືນຍົງ. ຈາກປະເທດໜຶ່ງທີ່ດ້ອຍພັດທະນາ, ຫວຽດນາມ ໄດ້ບືນຕົວຂຶ້ນສູ່ກຸ່ມບັນດາປະເທດມີລາຍຮັບປານກາງໃນປີ 2017 ແລະພວມຢູ່ໃນທ່າເຊື່ອມໂຍງເຂົ້າຮ່ວມກຸ່ມບັນດາປະເທດທີ່ມີລາຍຮັບປານກາງສູງ.

ຜົນງານທີ່ພົ້ນເດັ່ນແມ່ນໝາກຜົນການຫຼຸດຜ່ອນຄວາມທຸກຍາກທີ່ໜ້າປະທັບໃຈ ຄື: ອັດຕາຄວາມທຸກຍາກທີ່ສຸດໄດ້ຫຼຸດລົງຈາກ 45% ໃນປີ 1990 ມາເປັນ 1% ໃນປະຈຸບັນ.

leftcenterrightdel
ທ່ານ Hugo Pierrel, ຮອງຜູ້ອໍານວຍການ AFD ປະຈໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ Hugo Pierrel ແລ້ວ, ນະໂຍບາຍຄຸ້ມຄອງເສດຖະກິດທີ່ມີລັກສະນະ “ແບບຢ່າງ”, ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງໜັກແໜ້ນຈາກຄູ່ຮ່ວມມືສາກົນ. ຫວຽດນາມ ໄດ້ນຳໃຊ້ທ່າໄດ້ປຽບໃນການເຊື່ອມໂຍງດ້ານການຄ້າ, ດຶງດູດ FDI ແລະນຳໃຊ້ການໜູນຊ່ວຍຢ່າງມີປະສິດທິຜົນຈາກບັນດາອົງການ ຄື AFD ເພື່ອພັດທະນາກະສິກຳສົ່ງອອກ ແລະເປີດກວ້າງການຜະລິດ.

AFD ໄດ້ປະກົດຕົວຢູ່ຫວຽດນາມ ແຕ່ປີ 1994 ແລະມາຮອດປະຈຸບັນໄດ້ຮ່ວມເດີນທາງພ້ອມກັບຫວຽດນາມ ມາເປັນເວລາ 31 ປີແລ້ວ. ໃນຖານະທີ່ເປັນທະນາຄານພັດທະນາສອງຝ່າຍຂອງລັດຖະບານ ຝຣັ່ງ, AFD ແລະບັນດາຫົວໜ່ວຍສະມາຊິກ ຄື Proparco ແລະ Expertise France ໄດ້ໃຫ້ຄຳໝັ້ນສັນຍາແກ່ຫວຽດນາມ 3,2 ຕື້ເອີໂຣ (ປະມານ 3,73 ຕື້ ໂດລາສະຫະລັດ).

ຢູ່ ຫວຽດນາມ, AFD ມີຄວາມພາກພູມໃຈທີ່ໄດ້ເປັນໜຶ່ງໃນບັນດາປັດໄຈຕົ້ນຕໍ ທີ່ໄດ້ປະກອບສ່ວນເຂົ້າໃນວິວັດການຫັນປ່ຽນພະລັງງານຂອງຫວຽດນາມ, ຜ່ານບັນດາໂຄງການໜູນຊ່ວຍກ່ຽວກັບພະລັງງານ ແລະການຄົມມະນາຄົມ, ໜູນຊ່ວຍຂະບວນການຫັນປ່ຽນພະລັງງານຕາມຍຸດທະສາດໄຟຟ້າ 8 ແລະຄຳໝັ້ນສັນຍາຂອງລັດຖະບານຫວຽດນາມ ບັນລຸເປົ້າໝາຍການປ່ອຍອາຍພິດໃຫ້ເປັນ 0 ໃນປີ 2050.

ຫຼາຍໂຄງການໃຫຍ່ ໄດ້ຮັບການຜັນຂະຫຍາຍ, ເຊັ່ນ ການເປີດກວ້າງໂຮງງານໄຟຟ້ານ້ຳຕົກຮວ່າບິ່ງ, ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກສະສົມນໍ້າ ບາກອ໊າຍ ແລະໂຄງການປ້ອງກັນດິນເຊາະເຈື່ອນ, ນ້ຳຖ້ວມຢູ່ 15 ກວ່າແຂວງ, ນະຄອນໃໝ່ຂອງຫວຽດນາມ.

ບໍ່ພຽງແຕ່ຈຳກັດຢູ່ໃນການເຄື່ອນໄຫວສະໜອງທຶນຂອງຕົນເທົ່ານັ້ນ, AFD ຍັງເຂົ້າຮ່ວມການໃຫ້ຄຳປຶກສາດ້ານນະໂຍບາຍ, ຍົກສູງກຳລັງຄວາມສາມາດໃນການວິເຄາະເສດຖະກິດ-ດິນຟ້າອາກາດ (ໂຄງການ GEMMES), ພ້ອມທັງຊຸກຍູ້ການເຊື່ອມຕໍ່ບັນດາຄູ່ຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ - ຝຣັ່ງ, ເຊັ່ນ: ການເຊື່ອມຕໍ່ EVN ກັບກຸ່ມບໍລິສັດໄຟຟ້າຝຣັ່ງ EDF, ຫຼື ນະຄອນ ຮ່າໂນ້ຍ ກັບເຂດ Ile-de-France ຢູ່ ປາຣີ.

ນອກຈາກການຮັບຮູ້ວ່າ ຫວຽດນາມ ມີຄວາມກ້າວໜ້າຫຼາຍແລ້ວ, ທ່ານຮອງຜູ້ອຳນວຍການ AFD ປະຈຳ ຫວຽດນາມ ກໍ່ໄດ້ຍົກໃຫ້ເຫັນ 3 ສິ່ງທ້າທາຍຕົ້ນຕໍໃນການເຄື່ອນໄຫວຜັນຂະຫຍາຍໂຄງການຢູ່ ຫວຽດນາມ. ທ່ານ Hugo Pierrel ເວົ້າວ່າ: "ການຄຸ້ມຄອງທີ່ດິນ ແລະການບຸກເບີກໜ້າພຽງແມ່ນອຸປະສັກທໍາອິດທີ່ມັກກໍ່ໃຫ້ເກີດມີຄວາມຊັກຊ້າ, ສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງໂຄງການ."

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ເຖິງຢ່າງໃດກໍ່ຕາມ, ທ່ານ Hugo Pierrel ກໍ່ຖືວ່າ, ລັດຖະບານ ແລະອຳນາດການປົກຄອງທ້ອງຖິ່ນຂອງຫວຽດນາມ ໄດ້ມານະພະຍາຍາມແກ້ໄຂ, ສ້າງເງື່ອນໄຂສະດວກກວ່າ, ໜູນຊ່ວຍບັນດາໂຄງການໃຫ້ສຳເລັດຖືກຕາມເວລາທີ່ໄດ້ກຳນົດ.

ເພື່ອຮັກສາທ່າເຕີບໂຕແບບຍືນຍົງ, ທ່ານຮອງຜູ້ອຳນວຍການ AFD ປະຈຳ ຫວຽດນາມ ສະເໜີໃຫ້ກຳນົດບົດບາດການລົງທຶນພາກລັດ - ເອກະຊົນ ໃນບັນດາໂຄງການຂະໜາດໃຫຍ່ໂດຍໄວ. ໃນບາງຂົງເຂດຍຸດທະສາດຈຳນວນໜຶ່ງ ເຊັ່ນ ຕາໜ່າງສາຍສົ່ງໄຟຟ້າ, ລັດຖະບານ ຄວນສວມບົດບາດເປັນເຈົ້າພາທາງເພື່ອຮັບປະກັນສະຖຽນລະພາບຂອງລະບົບ, ຜ່ານນັ້ນສົ່ງເສີມໃຫ້ພາກເອກະຊົນລົງທຶນຜະລິດພະລັງງານ.

ກ່ຽວກັບຕະຫຼາດການເງິນ, ຫວຽດນາມ ຕ້ອງຮັບປະກັນໃຫ້ທຸກພາກສ່ວນເສດຖະກິດ - ນັບແຕ່ວິສາຫະກິດຂະໜາດນ້ອຍ ແລະກາງ, ຜູ້ປະກອບການດຳເນີນທຸລະກິດ ຕະຫຼອດຮອດກຸ່ມບໍລິສັດຕ່າງໆ ສາມາດເຂົ້າເຖິງແຫຼ່ງທຶນສິນເຊື່ອຢ່າງຍຸດຕິທຳ, ຊ່ວຍຫັນເປົ້າໝາຍເຕີບໂຕສີຂຽວດ້ວຍເຄື່ອງມືນະໂຍບາຍທີ່ເໝາະສົມໃຫ້ປະກົດຜົນເປັນຈິງ.

ແບ່ງປັນກັບນັກຂ່າວສຳນັກຂ່າວສານຫວຽດນາມ, ທ່ານ Hugo Pierrel ຢືນຢັນວ່າ: “ບັນດາຄູ່ຮ່ວມມືພັດທະນາ ຄື AFD ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມເດີນທາງກັບລັດຖະບານຫວຽດນາມ, ແບ່ງປັນປະສົບການ, ທັກສະ, ເຕັກໂນໂລຢີເພື່ອພ້ອມກັນບັນລຸໄດ້ບັນດາເປົ້າໝາຍພັດທະນາທີ່ເຕັມໄປດ້ວຍຄວາມຫວັງ”.

ດ້ວຍການຮ່ວມມືມາຫຼາຍກວ່າ 30 ປີ ແລະມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສະພາບການຂອງຫວຽດນາມ, AFD ຖືຕົນເອງແມ່ນພາກສ່ວນໜຶ່ງຂອງຂະບວນການຫັນເປັນສີຂຽວ ແລະພັດທະນາແບບຍືນຍົງ.

ຕາມທ່ານຮອງຜູ້ອຳນວຍການ AFD ແລ້ວ, ການພົວພັນຮ່ວມມືບໍ່ພຽງແຕ່ໜູນຊ່ວຍດ້ານການເງິນເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ແຫ່ງຄວາມຮູ້, ສະຕິປັນຍາ, ເຕັກໂນໂລຢີ ແລະການບໍລິຫານ ເທົ່ານັ້ນ, ຫາກຍັງມຸ່ງໄປເຖິງອະນາຄົດທີ່ຈະເລີນຮຸ່ງເຮືອງ - ຍືນຍົງຂອງຫວຽດນາມ ອີກດ້ວຍ.

ໂດຍ: ຈາງຫງວຽນ