ເຂົ້າຮ່ວມພິທີມີຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳລາວ, ສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໃນແຕ່ລະໄລຍະ, ຄະນະອຳນວຍການ ແລະຄູອາຈານຂອງໂຮງຮຽນ ເປັນຈຳນວນຫຼວງຫຼາຍ.

leftcenterrightdel
ທ່ານ ເລວັນມຸ່ຍ ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ກ່າວຄຳເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ພິທີ, ທ່ານ ເລວັນມຸ່ຍ ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ເນັ້ນໜັກວ່າ ຂອງຂວັນທີ່ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ມອບໃຫ້ໃນມື້ນີ້ບໍ່ພຽງແຕ່ມີຄຸນຄ່າທາງດ້ານວັດຖຸເທົ່ານັ້ນ, ຫາກຍັງແມ່ນພະຍານຫຼັກຖານທີ່ມີຊີວິດຊີວາ ໃຫ້ແກ່ຄວາມເອົາໃຈໃສ່ອັນເລິກເຊິ່ງຂອງພັກ, ລັດ ແລະລັດຖະບານຫວຽດນາມ ທີ່ມີຕໍ່ພາລະກິດການສຶກສາຢູ່ ລາວ.

leftcenterrightdel
ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານ ເລວັນມຸ່ຍ ແລ້ວ, ການຊ່ວຍເຫຼືອນີ້ ແມ່ນກຳລັງໜູນອັນໃຫຍ່ຫຼວງໃຫ້ແກ່ຄູອາຈານ ແລະນັກຮຽນຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ - ໂຮງຮຽນທີ່ດີເດັ່ນໃນວຽກງານສິດສອນພາສາຫວຽດນາມ, ທັງເປັນການບຳລຸງສ້າງໃຫ້ນັກຮຽນຮຸ່ນຕ່າງໆ ເຂົ້າໃຈກ່ຽວກັບວັດທະນະທຳ, ປະຫວັດສາດ, ນໍ້າໃຈມິດຕະພາບລະຫວ່າງສອງຊາດ ຫວຽດນາມ-ລາວ.

ທ່ານ ເລວັນມຸ່ຍ ຢືນຢັນວ່າ ການເອົາໃຈໃສ່ຢ່າງທັນການ ແລະແທດຈິງນີ້ ຈະເພີ່ມຄວາມໄວ້ເນື້ອເຊື່ອໃຈ, ສ້າງເງື່ອນໄຂສະດວກເພື່ອໃຫ້ໂຮງຮຽນປະຕິບັດໜ້າທີ່ການສຶກສາເປັນຢ່າງດີ, ຜ່ານນັ້ນປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

leftcenterrightdel
ທ່ານນາງ ຫງວຽນທິແທງເຮືອງ, ຜູ້ອຳນວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ກ່າວຄຳເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າໃຫ້ພະນັກງານ ແລະຄູອາຈານຂອງໂຮງຮຽນ, ທ່ານນາງ ຫງວຽນທິແທງເຮືອງ, ຜູ້ອຳນວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໄດ້ສະແດງຄວາມຂອບອົກຂອບໃຈອັນເລິກເຊິ່ງມາຍັງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ. ນີ້ບໍ່ພຽງແຕ່ເປັນການລະດົມກຳລັງໃຈອັນໃຫຍ່ຫຼວງ, ເພີ່ມກຳລັງໃຈໃຫ້ຄູອາຈານ ແລະນັກຮຽນຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຕັດສິນໃຈ ປະຕິບັດສຳເລັດບັນດາເປົ້າໝາຍໃນສົກຮຽນ 2025-2026 ຢ່າງມີໄຊ ເທົ່ານັ້ນ, ຫາກຍັງເພື່ອໃຫ້ໂຮງຮຽນ ປະຕິບັດຂະບວນການ “ສອນດີ-ຮຽນເກັ່ງ” ເປັນຢ່າງດີ, ກໍ່ສ້າງໂຮງຮຽນໃຫ້ເປັນບ່ອນອີງທີ່ໄວ້ເນື້ອເຊື່ອໃຈ ເພື່ອໃຫ້ຜູ້ປົກຄອງນັກຮຽນ ແລະນັກຮຽນ ມີຄວາມອຸ່ນອຽນໃຈສົ່ງລູກຫຼານມາຮຽນອີກດ້ວຍ, ປະກອບສ່ວນຮັກສາ ແລະພັດທະນານໍ້າໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງຫວຽດນາມ-ລາວ.

leftcenterrightdel
ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳລາວ ແລະສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ມອບຂອງຂວັນໃຫ້ຄູອາຈານ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳລາວ ແລະສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ມອບຂອງຂວັນ 53 ພູດ, ແຕ່ລະພູດມີມູນຄ່າ 500 USD ໃຫ້ບັນດາຄູອາຈານ. ຂອງຂວັນນີ້ບໍ່ພຽງແຕ່ໄດ້ນຳມາເຊິ່ງຄວາມເບີກບານມ່ວນຊື່ນ, ການລະດົມກຳລັງໃຈໃຫ້ແກ່ໝູ່ຄະນະໂຮງຮຽນເທົ່ານັ້ນ, ຫາກຍັງເປັນການແຜ່ຂະຫຍາຍສານອັນສະໜິດສະໜົມລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນປັບປຸງອາລົມຈິດຊຸມຊົນ ແລະນໍ້າໃຈສາມັກຄີແບບພິເສດຫວຽດນາມ - ລາວ.

ໂດຍ: ໄຊຊະນະ