ກາລະໂອກາດເພື່ອບຸກທະລຸ
ນັ້ນແມ່ນຂໍ້ສັງເກດຂອງທ່ານ ສຈ Jonathan London, ທີ່ປຶກສາດ້ານເສດຖະກິດຊັ້ນສູງຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ຫວຽດນາມ.
ທ່ານ Jonathan London ມີປະສົບການຄົ້ນຄວ້າຢູ່ຫວຽດນາມ ຫຼາຍກວ່າ 30 ປີ ໃນຂົງເຂດສັງຄົມວິທະຍາ, ເສດຖະສາດການເມືອງ ແລະນະໂຍບາຍສາທາລະນະ. ທ່ານ ໃຫ້ຂໍ້ສັງເກດວ່າ, ປະຈຸບັນ, ຫວຽດນາມ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາປະເທດພວມພັດທະນາທີ່ປະສົບຜົນສຳເລັດທີ່ສຸດໃນການຊຸກຍູ້ການເຕີບໂຕເສດຖະກິດ. ຫວຽດນາມ ພວມມີເປົ້າໝາຍພັດທະນາປະເທດຢ່າງຖືກຕ້ອງ, ມີຄວາມມັກໃຫຍ່ໃຝ່ສູງ ແລະເປັນໜ້າສົ່ງເສີມ. ຕາມທ່ານແລ້ວ, ບັນດາມະຕິໃຫຍ່ຂອງພັກ ກ່ຽວກັບການຫັນເປັນດີຈີຕອນ, ການພັດທະນາເສດຖະກິດພາກເອກະຊົນ, ກ່ຽວກັບການປັບປຸງລະບົບການເມືອງໃຫ້ກະທັດຮັດ, ເຊື່ອມໂຍງເຂົ້າກັບສາກົນ... ລ້ວນແຕ່ສະແດງໃຫ້ເຫັນວິໄສທັດອັນຍາວນານຂອງການນຳພັກ, ລັດ. ປະເທດຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດທີ່ມີລັກສະນະປະຫວັດສາດ, ມີຄົບທຸກເງື່ອນໄຂເພື່ອພັດທະນາກະໂດດຂັ້ນ.
ທ່ານ Jonathan London ໄດ້ໃຫ້ຂໍ້ສັງເກດວ່າ, ໃນໄລຍະສຳຄັນຂອງປະເທດ, ເມື່ອປະເຊີນໜ້າກັບສິ່ງທ້າທາຍທີ່ມີຢູ່ແລ້ວ, ຕົວຢ່າງຈາກສົງຄາມຕໍ່ຕ້ານເພື່ອປົກປັກຮັກສາປະເທດຊາດ ຈົນເຖິງພະຍາດໂຄວິດ-19, ຫວຽດນາມ ລ້ວນແຕ່ສະແດງໃຫ້ເຫັນກໍາລັງຄວາມສາມາດອັນດີເລີດໃນການລະດົມກຳລັງແຮງ ແລະແຫຼ່ງກຳລັງຂອງທົ່ວສັງຄົມ, ກໍ່ຄື ການສົມທົບກັນລະຫວ່າງບັນດາກະຊວງ, ຂະແໜງການຢ່າງວ່ອງໄວ ແລະມີປະສິດທິຜົນ.
    |
 |
ທ່ານ Jonathan London, ທີ່ປຶກສາດ້ານເສດຖະກິດຊັ້ນສູງຂອງອົງການ UNDP ປະຈຳ ຫວຽດນາມ. ພາບ: qdnd.vn |
ຕາມທ່ານ Jonathan London ແລ້ວ, ປະຈຸບັນ UNDP ພວມມານະພະຍາຍາມສົມທົບ, ຮ່ວມເດີນທາງກັບຄະນະນະໂຍບາຍ, ຍຸດທະສາດສູນກາງ ເພື່ອປຶກສາຫາລືກ່ຽວກັບການອອກແບບໂຄງການພັດທະນາຍຸດທະສາດທີ່ເໝາະສົມກັບຫວຽດນາມ. ໃນຂະນະນັ້ນ, ຕາມບັນດານັກຊ່ຽວຊານແລ້ວ, ຫວຽດນາມ ຄວນທາບທາມບົດຮຽນຂອງບັນດາປະເທດພັດທະນາທີ່ປະສົບຜົນສຳເລັດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ ເຊັ່ນ: ສິງກະໂປ, ຍີ່ປຸ່ນ, ສ.ເກົາຫຼີ… ແລະນຳໃຊ້ໂດຍອີງໃສ່ສະພາບຕົວຈິງຂອງປະເທດ, ຜ່ານນັ້ນ ສ້າງເສັ້ນທາງພັດທະນາຂອງຕົນ. ການສ້າງຍຸດທະສາດພັດທະນາທີ່ລະອຽດຕ້ອງໄປພ້ອມກັບແຜນການເຄື່ອນໄຫວທີ່ລະອຽດ, ມີກົນໄກຮັບປະກັນຄວາມຮັບຜິດຊອບໃນການອະທິບາຍ, ຮັບປະກັນການຜັນຂະຫຍາຍລະຫວ່າງຂະແໜງການຢ່າງຄົບຊຸດ... ນັ້ນແມ່ນສິ່ງທີ່ຫວຽດນາມ ຄວນປະຕິບັດໃນສະພາບແວດລ້ອມທີ່ປະເທດຕົນ ມີຄົບທຸກເງື່ອນໄຂ ແລະກາລະໂອກາດທີ່ສະດວກເພື່ອພັດທະນາ.
ທ່ານ Jonathan London ໄດ້ດຳລົງຊີວິດ ແລະເຮັດວຽກຢູ່ຫຼາຍເຂດ, ພາກຂອງຫວຽດນາມ, ໄດ້ເຫັນປະຈັກຕາເຫດການສຳຄັນທາງປະຫວັດສາດ ເຊັ່ນ: ພິທີສະເຫຼີມສະຫຼອງ 40 ປີ, 50 ປິແຫ່ງວັນ ປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະພິທີສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ປະສົບຜົນສໍາເລັດ ແລະວັນຊາດທີ 2 ກັນຍາ. ທ່ານ Jonathan London ໃຫ້ຮູ້ວ່າ, ຜ່ານເຫດການຕ່າງໆດັ່ງກ່າວນັ້ນ ໄດ້ສະແດງອອກໃຫ້ເຫັນຄວາມເອກອ້າງທະນົງໃຈຂອງຊາດ, ຄວາມສາມັກຄີ, ການຮ່ວມແຮງຮ່ວມໃຈຂອງປະຊາຊົນ ແລະຄວາມຄາດຫວັງຂອງປະຊາຊົນຫວຽດນາມ ກ່ຽວກັບສັນຕິພາບ, ເອກະລາດ ແລະການພັດທະນາຢ່າງຈະແຈ້ງກວ່າ.
ຄວາມພິເສດຂອງຫວຽດນາມ
ນັ້ນແມ່ນຄຳແບ່ງປັນຂອງນັກທຸລະກິດ Carl Johan Lindholm, ຜູ້ອຳນວຍການຮັບຜິດຊອບພາກເໜືອ, ກຸ່ມບໍລິສັດ Al Fresco Vietnam; ຜູ້ອໍານວຍການຝ່າຍບໍລິຫານ ບໍລິສັດ WEATWORK ຈຳກັດ.
ນັກທຸລະກິດ Carl Johan Lindholm ມີປະສົບການເຮັດວຽກໃນຂະແໜງບໍລິການໂຮງແຮມ ເປັນເວລາ 34 ປີ, ໃນນັ້ນກວ່າ 20 ປີແມ່ນໄດ້ຮັບໃຊ້ຢູ່ໃນລະບົບ Hilton, Star Entertainment, Point Clear ຢູ່ ອາເມລິກາ, ອົດສະຕາລີ ແລະສິງກະໂປ. ທ່ານ ໄດ້ເຮັດວຽກຢູ່ຫວຽດນາມ ເກືອບ 10 ປີ ໃນຖານະທີ່ເປັນຜູ້ອໍານວຍການຝ່າຍບໍລິຫານ ຢູ່ບັນດາຣີສອດລະດັບສູງ, ມີຊື່ສຽງ ດ້ວຍຄວາມສາມາດຫັນສິ່ງທ້າທາຍທີ່ສັບສົນໄປສູ່ຮູບແບບດໍາເນີນທຸລະກິດທີ່ເປັນໄປໄດ້, ປະຢັດຕົ້ນທຶນໃນການດໍາເນີນທຸລະກິດ, ສ້າງກໍາໄລ ແລະນໍາໜ້າໃນການປ່ຽນຍຸດທະສາດໃໝ່.
    |
 |
ຄູ່ຜົວເມຍນັກທຸລະກິດ Carl Johan Lindholm, ຜູ້ອໍານວຍການຮັບຜິດຊອບພາກເໜືອ, ກຸ່ມບໍລິສັດ Al Fresco ຫວຽດນາມ; CEO ບໍລິສັດ WEATWORK ຈຳກັດ. ພາບ: qdnd.vn |
ທ່ານ Carl Johan Lindholm ໄດ້ແບ່ງປັນປະສົບການໃນໄລຍະທີ່ດຳເນີນທຸລະກິດຢູ່ຫວຽດນາມເກືອບ 10 ປີ, ທ່ານ Carl Johan Lindholm ມີຄວາມປະທັບໃຈຕໍ່ຫວຽດນາມ ນັ້ນແມ່ນປະເທດທີ່ມີທ່າໄດ້ປຽບຫຼາຍຢ່າງ: ຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ມີຊາຍແດນທາງທະເລທີ່ຍາວຢຽດ ແລະພິເສດແມ່ນນ້ຳໃຈຮັກແຂກແພງຄົນທີ່ເປັນເອກະລັກຂອງຊາວຫວຽດນາມ - ເປັນຈຸດທີ່ຫາຍາກທີ່ບໍ່ມີຢູ່ບ່ອນອື່ນ. ສິ່ງທີ່ເຮັດໃຫ້ຫວຽດນາມ ມີຄວາມແຕກຕ່າງກັນ ແລະດຶງດູດນັກທ່ອງທ່ຽວ, ນັກລົງທຶນ ແລະ “ຄົນຮັ່ງມີ” ໃນທົ່ວໂລກ, ຕາມທ່ານ Carl Johan Lindholm ແລ້ວ ນັ້ນແມ່ນຄວາມສວຍງາມຂອງປະເທດຊາດ ແລະຊາວຫວຽດນາມ, ໃນນັ້ນ ຈຸດທີ່ໂດດເດັ່ນແມ່ນ “ນ້ຳໃຈຮັກແຂກແພງຄົນທີ່ສຸດຍອດ” ຂອງປະຊາຊົນ.
ເນື່ອງໃນໂອກາດວັນຊາດທີ 2 ກັນຍາປີນີ້, ນັກທຸລະກິດ Carl Johan Lindholm ແລະພັນລະຍາຊາວຫວຽດນາມ ໄດ້ມີໜ້າຢູ່ຮ່າໂນ້ຍ ໄດ້ເຊື່ອມຕົວເຂົ້າກັບບັນຍາກາດຄຶກຄື້ນມ່ວນຊື່ນຂອງທົ່ວປະເທດເພື່ອສະເຫຼີມສະຫຼອງວັນບຸນໃຫຍ່. “ຜ່ານການເຕົ້າໂຮມກັນຢູ່ນະຄອນຫຼວງ ເພື່ອຕ້ອນຮັບການສວນສະໜາມ ເດີນຂະບວນຢ່າງເບີກບານມ່ວນຊື່ນ, ຂ້າພະເຈົ້າ ເຫັນໄດ້ຄວາມເອກອ້າງທະນົງໃຈຂອງຊາດ... ໃນເມື່ອກ່ອນ, ເມື່ອເວົ້າເຖິງຫວຽດນາມ, ແມ່ນຕ້ອງໄດ້ເວົ້າເຖິງອັນໃດອັນໜຶ່ງທີ່ກ່ຽວຂ້ອງເຖິງສົງຄາມ, ລະເບີດລູກປືນ, ການທຳລາຍ... ແຕ່ມາໃນປະຈຸບັນ, ປະຊາຊົນຫວຽດນາມ ມີສິດເອກອ້າງທະນົງໃຈເມື່ອໄດ້ຫວນຄືນຜົນງານທີ່ປະເທດບັນລຸໄດ້ໃນ 80 ປີຜ່ານມາ. ນັ້ນເປັນສິ່ງທີ່ພິເສດແທ້ໆ!”.
ໂດຍ: ຈາງຫງວຽນ