ພາຍຫຼັງໄດ້ຜັນຂະຫຍາຍມາເປັນເວລາ 5-7 ປີ, ຫຼາຍທ້ອງຖິ່ນໄດ້ມີແຜນຮ່າງກໍ່ສ້າງຕົວເມືອງອັດສະລິຍະ ແລະ ສູນບໍລິຫານອັດສະລິຍະ (IOC). ຮອດກາງເດືອນສິງຫາ ປີ 2025, ກະຊວງກໍ່ສ້າງ ຫວຽດນາມ ໄດ້ສະຫລຸບວ່າມີ 45 ໃນຈຳນວນ 63 ທ້ອງຖິ່ນ (ກ່ອນຈຸດເວລາໂຮມແຂວງເຂົ້າກັນ) ໄດ້ໝູນໃຊ້ IOC ແລ້ວ ຊື່ງສ່ວນຫຼາຍແມ່ນການຕິດຕາມກວດກາຄົມມະນາຄົມດ້ວຍ camera. ຕົວເລກດັ່ງກ່າວໄດ້ສະແດງໃຫ້ເຫັນການຫັນປ່ຽນຈາກການທົດລອງໄປສູ່ການໝູນໃຊ້ຕົວຈິງ.
ຫຼັກການໜຶ່ງທີ່ສຳຄັນ. ຄື: ທຸກຢ່າງຕ້ອງຖື “ປຊຊ ເປັນໃຈກາງ” ຊື່ງຫຼາຍທ້ອງຖິ່ນໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ, ຄື: ນະຄອນ ເຫ້ວ ດ້ວຍພື້ນຖານ (ແອັບ) Hue-S. ປຊຊ ໄດ້ສ່ອງແສງຕົວຈິງ, ອຳນາດການປົກຄອງຕອບຮັບ ແລະແກ້ໄຂ. ການບໍລິການນັບມື້ນັບມີຫຼາຍຮູບແບບ, ນັບແຕ່ການປ້ອງກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຕະຫຼອດຮອດສິ່ງແວດລ້ອມ, ສາທາລະນະສຸກ, ການສຶກສາ…
ຢູ່ ດ່ານັງ, ໂປຼແກຼມ Danang Smart City ແມ່ນ “ລີໂໝດມືຖື”. ໃນໂທລະສັບມືຖື, ປຊຊ ສາມາດປະກອບຄຳເຫັນ, ສ່ອງແສງ; ຊອກເບິ່ງບັນດາຖ້ຽວລົດເມ; ຂຸດຄົ້ນຂໍ້ມູນເປີດ; ຕິດຕາມການບໍລິການດີຈີຕອນ. ມີການແນະນຳການນຳໃຊ້ຢ່າງສະດວກ, ໃຜກໍ່ສາມາດເຮັດໄດ້.
ເພື່ອສືບຕໍ່ປະຕິບັດການຄຸ້ມຄອງຕົວເມືອງອັດສະລິຍະໄດ້ເປັນຢ່າງດີ ແລະ ຄົບຊຸດ, ໃນນັ້ນ, ຖື ປຊຊ ເປັນໃຈກາງ, ທ່ານ ຮສ.ປອ ຫງວຽນຫຶ້ວເຟືອງ, ຮອງຜູ້ອຳນວຍການສະຖາບັນຍຸດທະສາດບຳລຸງສ້າງພະນັກງານການກໍ່ສ້າງ, ກະຊວງກໍ່ສ້າງ ຫວຽດນາມ ຍົກອອກທັດສະນະທີ່ວ່າ:
ການພັດທະນາຕົວເມືອງອັດສະລິຍະຕ້ອງຕິດພັນກັບວິວັດການຫັນເປັນດີຈີຕອນແຫ່ງຊາດຢ່າງແຮງ ແລະຕ້ອງຖື ປຊຊ ເປັນໃຈກາງ ຍ້ອນວ່າ ເປົ້າໝາຍສຸດທ້າຍແມ່ນຍົກສູງຄຸນນະພາບຊີວິດ ແລະ ຄວາມພາກພູມໃຈຂອງປະຊາຄົມ. ກ່ຽວກັບດ້ານວາງແຜນຜັງ, ສິ່ງນີ້ຮຽກຮ້ອງຕ້ອງມີການປ່ຽນແປງຈິນຕະນາການຕາມທິດວາງແຜນຜັງແບບປະມວນ ແລະ ບັນດາປັດໄຈສີຂຽວ, ອັດສະລິຍະ, ຍືນຍົງ ແລະແທດເໝາະກັບດິນຟ້າອາກາດຕ້ອງໄດ້ມີການປະມວນທັນທີນັບແຕ່ໄລຍະອອກແບບ.
ໃນແຜນທີ່ສາກົນ ລ້ວນແຕ່ມີ ນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈິມິນ ໃນບັນຊີລາຍຊື່ Top 100 ຕົວເມືອງອັດສະລິຍະຕາມ IMD Smart City Index 2024. ນີ້ແມ່ນສັນຍານທີ່ໜ້າຊື່ນຊົມ ຊື່ງສະແດງໃຫ້ເຫັນວ່າ ຄວາມມານະພະຍາຍາມຫັນເປັນຕົວເມືອງດີຈີຕອນໃຫ້ໄດ້ເປັນທີ່ຍອມຮັບ ແລະ ຄວາມສາມາດບົ່ມຊ້ອນໃນການປົວແປງຍັງຫຼວງຫຼາຍຢູ່. ເຖິງແນວນັ້ນກໍ່ຕາມ, ການສ້າງຕົວເມືອງອັດສະລິຍະບໍ່ພຽງແຕ່ຕ້ອງການດ້ານເຕັກໂນໂລຊີເທົ່ານັ້ນ, ຫາກຍັງຕ້ອງມີການເຂົ້າຮ່ວມຂອງທັງປະຊາຄົມ ເພື່ອຍົກສູງປະສິດທິຜົນ, ປະສິທິພາບການຄຸ້ມຄອງ ອີກດ້ວຍ. ແບ່ງປັນກ່ຽວກັບບັນຫານີ້, ທ່ານ ປອ ນັກສະຖາປານິກ ຫວູຮວ່າຍດຶກ ອາຈານສອນຢູ່ພະແນກສະຖາປານິກ, ຕົວເມືອງ ແລະ ວິທະຍາສາດຍືນຍົງ, ມະຫາວິທະຍາໄລຍແຫ່ງຊາດ ໃຫ້ຮູ້ວ່າ:
ຕົວເມືອງອັດສະລິຍະບໍ່ພຽງແຕ່ໄດ້ຕິດພັນກັບເຕັກໂນໂລຊີເທົ່ານັ້ນ, ຫາກຍັງຕ້ອງຕອບສະໜອງຄວາມຕ້ອງການຕົວຈິງຂອງ ປຊຊ ອີກດ້ວຍ, ຕ້ອງຮັບປະກັນຍົກສູງຄຸນນະພາບການດຳລົງຊີວິດຂອງ ປຊຊ ແລະ ຂອງປະຊາຄົມ. ບັນດາຄຸນຄ່າທີ່ຈຳເປັນ ຊື່ງຕົວເມືອງອັດສະລີຍະນຳມາໃຫ້ນັ້ນ ແມ່ນເພີ່ມທະວີປະສິດທິຜົນການຄຸ້ມຄອງ IOC ແລະ ບັນດາສູນຂໍ້ມູນລະຫວ່າງບັນດາຂະແໜງ ໄດ້ຊ່ວຍໃຫ້ອຳນາດການປົກຄອງ ຍົກອອກບັນດາຄວາມຕັດສິນ, ຂໍ້ຕົກລົງໂດຍອີງຕາມເວລາຕົວຈິງ, ຍົກສູງປະສິດທິຜົນ, ປະສິດທິພາບການຄຸ້ມຄອງ.
ອາດເວົ້າໄດ້ວ່າເພື່ອພັດທະນາຕົວເມືອງອັດສະລິຍະຕິດພັນກັບການຫັນເປັນດີຈີຕອນແຫ່ງຊາດ ຫວຽດນາມ ຕ້ອງສືບຕໍ່ຫັນບັນດາຂໍ້ມູນໃຫ້ເປັນມາດຖານ, ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ, ອອກແບບການບໍລິການທີ່ໃຊ້ງ່າຍໃຫ້ແກ່ທຸກກຸ່ມພົນລະເມືອງ, ພິເສດແມ່ນຜູ້ມີອາຍຸສູງ, ຜູ້ມີຄວາມສ່ຽງຫຼາຍ.
ເພື່ອເຮັດໄດ້ສິ່ງດັ່ງກ່າວ, ມີນະໂຍບາຍ ແລະ ອຳນາດການປົກຄອງເຂົ້າຮ່ວມແມ່ນຍັງບໍ່ທັນຄົບຖ້ວນ, ປຊຊ ກໍ່ຕ້ອງປະກອບສ່ວນດ້ວຍບັນດາວຽກງານທີ່ແທດຈິງ. ສ້າງຄວາມລຶ້ງເຄີຍໃນການເຮັດ ແລະໃຊ້ການບໍລິການສາທາລະນະ, ດາວໂຫຼດ ແອັບ ຕົວເມືອງອັດສະລິຍະ, ບໍ່ໃຊ້ເງິນສົດໃນການໃຊ້ຈ່າຍຕ່າງໆ. ການກົດເທື່ອໜຶ່ງ ແມ່ນດິນຈີ່ກ້ອນໜຶ່ງເພື່ອກໍ່ສ້າງຕົວເມືອງອັດສະລິຍະ ສີວິໄລ, ສະໜິດຕິດພັນ, ເປັນໜ້າຢູ່ທີ່ ຫວຽດນາມ ໃນອະນາຄົດອັນໃກ້ໆນີ້.
ແຫຼ່ງຄັດຈາກ: vovworld.vn