ພື້ນຖານເສດຖະກິດໃນໄລຍະສົງຄາມ
ປີ 1945, ພື້ນຖານເສດຖະກິດຫວຽດນາມ ຖືກທຳລາຍເຮັດໃຫ້ປະຊາຊົນຫຼາຍລ້ານຄົນເສຍຊີວິດຍ້ອນໄພອຶດຫິວ-ຜົນຮ້າຍຢ້ອນຫຼັງຈາກນະໂຍບາຍຮ້າຍແຮງຂອງ ຟາດຊິດ ແລະໄພທຳມະຊາດ. ໃນສະພາບການດັ່ງກ່າວ, ວັນທີ 2 ກັນຍາ 1945, ຢູ່ສະໜາມຫຼວງບາດິ່ງ (ຮ່າໂນ້ຍ), ພາຍໃຕ້ຄັນທຸງສີແດງດາວເຫຼືອງ ທີ່ປິວສະບັດ, ປະທານໂຮ່ຈີມິນ ໄດ້ອ່ານບົດຖະແຫລງການປະກາດເອກະລາດ, “ຖະແຫຼງໃຫ້ໂລກຮັບຮູ້ວ່າ: ປະເທດຫວຽດນາມ ມີສິດຊົມໃຊ້ ເສລີພາບ ແລະເອກະລາດ ແລະຕົວຈິງໄດ້ກາຍເປັນປະເທດເສລີພາບ, ເອກະລາດ” - ຫັນຄວາມໃຝ່ຝັນຢາກເປັນເຈົ້າຂອງຊາຕາກໍາໃຫ້ປະກົດຜົນເປັນຈິງ, ກ້າວໄປສູ່ຄວາມອີ່ມໜຳສຳລານ, ຄວາມຜາສຸກຂອງພໍ່ແມ່ພີ່ນ້ອງປະຊາຊົນຫວຽດນາມ ຫຼາຍສີບລ້ານຄົນ.
ພາຍຫຼັງໄລຍະປະຫວັດສາດດັ່ງກ່າວ, ນອກຈາກການຈັດຕັ້ງການເລືອກຕັ້ງທົ່ວປະເທດ ເພື່ອປະຊາຊົນຫວຽດນາມ ທຸກຖ້ວນໜ້າເປັນຄັ້ງທຳອິດທີ່ໄດ້ປະຕິບັດສິດປະຊາທິປະໄຕ, ລັດຖະບານຊົ່ວຄາວ ປະເທດສາທາລະນະລັດ ປະຊາທິປະໄຕຫວຽດນາມ ໄດ້ໃຫ້ບຸລິມະສິດຍູ້ແຮງການປະຕິບັດໄປພ້ອມກັບ 3 ການຕໍ່ສູ້ຕ້ານ “ສັດຕູອຶດຫິວ”, “ສັດຕູໂງ່ຈ້າ” ແລະສັດຕູຜູ້ຮຸກຮານ. ໃນໄລຍະນັ້ນ, ຄັງເງິນແຫ່ງຊາດຍັງຫວ່າງເປົ່າ, ແຕ່ກົງກັນຂ້າມ, ນ້ຳໃຈຮັກຊາດ, ຮັກແພງເຊື້ອຊາດ, ນ້ຳໃຈຄຽດແຄ້ນຕໍ່ພວກສັດຕູຜູ້ຮຸກຮານ, ໄວ້ເນື້ອເຊື່ອໃຈຕໍ່ການນຳພາຂອງພັກ ແລະປະທານໂຮ່ຈີມິນ ເປັນຢ່າງສູງ. ດ້ວຍຄວາມໄວ້ເນື້ອເຊື່ອໃຈຂອງມະຫາຊົນ ແລະຜູ້ທີ່ກ້າວໜ້າໃນທຸກຊັ້ນຄົນ, ທຸກນະໂຍບາຍດັບສູນ “ສັດຕູອຶດຫິວ”, ດັບສູນ “ສັດຕູໂງ່ຈ້າ”, ສັດຕູຜູ້ຮຸກຮານຂອງພັກກອມມູນິດຫວຽດນາມ ທີ່ທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບຫວຽດນາມ ໄດ້ສະໜັບສະໜູນ, ຮ່ວມແຮງຮ່ວມໃຈຈັດຕັ້ງປະຕິບັດ. ໝາກຜົນ, ພຽງແຕ່ໃນເວລາ 3 ເດືອນ, ນັບແຕ່ເດືອນ ກັນຍາ 1945 ຈົນຮອດເດືອນທັນວາ 1945, ເນື້ອທີ່ປູກພືດພັນທັນຍາຫານຢູ່ພາກເໜືອ ໄດ້ເພີ່ມຂຶ້ນ 3 ເທົ່າ. ຍ້ອນແນວນັ້ນ, ປະເທດຫວຽດນາມ ຈຶ່ງສາມາດດັບສູນ “ສັດຕູອຶດຫິວ” ໄດ້.
    |
 |
ເມື່ອຫວນຄືນໄລຍະທາງ 80 ປີຜ່ານມາ, ຜົນງານເສດຖະກິດຫວຽດນາມ ບັນລຸໄດ້ຜົນງານອັນ ໃຫຍ່ຫຼວງ, ສ້າງຫຼາຍຂີດໝາຍທີ່ມີລັກສະນະປະຫວັດສາດ. ພາບ: VGP |
ເຖິງວ່າການກໍ່ສ້າງ, ພັດທະນາເສດຖະກິດໃນສະພາບທີ່ພວກລ່າເມືອງຂຶ້ນ ຝລັ່ງ ຍູ້ແຮງສົງຄາມຮຸກຮານກໍ່ຕາມ, ແຕ່ດ້ວຍບັນດານະໂຍບາຍຢ່າງຖືກຕ້ອງ, ພື້ນຖານເສດຖະກິດຂອງປະເທດ ຫວຽດນາມ ຈຶ່ງນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ສວມບົດບາດສຳຄັນໃນການສຸມແຫຼ່ງກຳລັງໃຫ້ແກ່ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ຍາດເອົາໄຊຊະນະດ້ຽນບຽນຝູ ທີ່ດັງກ້ອງກັງວານ, ບັງຄັບໃຫ້ພວກລ່າເມືອງຂຶ້ນ ຝລັ່ງ ເຊັນສັນຍາເຊີແນວ, ຢຸດຕິການມີໜ້າຂອງກອງທັບ ຝລັ່ງ ຢູ່ອິນດູຈີນ.
ພວກລ່າເມືອງຂຶ້ນ ຝລັ່ງ ຖອນທັບ, ພວກຈັກກະພັດອາເມລິກາ ໄດ້ໂດດເຂົ້າມາໜູນຊ່ວຍໃຫ້ແກ່ອຳນາດການປົກຄອງຫຸ່ນ, ຜັນຂະຫຍາຍບັນດານະໂຍບາຍຮຸກຮານຫວຽດນາມ. ຍ້ອນເຫດນັ້ນ, ນັບແຕ່ປີ 1954, ຫວຽດນາມ ໄດ້ປະຕິບັດຍຸດທະສາດສ້າງສັງຄົມນິຍົມຢູ່ພາກເໜືອ, ຕໍ່ສູ້ຕ້ານພວກຈັກກະພັດອາເມລິກາ ແລະພວກລູກແຫຼ້ງຕີນມືຢູ່ພາກໃຕ້. ທົ່ວພາກເໜືອຫວຽດນາມ, ມີຫຼາຍຂະບວນການແຂ່ງຂັນຮັກຊາດ, ຈູບຈ້າວຫ້າວຫັນອອກແຮງງານທຳການຜະລິດກໍ່ໄດ້ປຸກລະດົມ ແລະໄດ້ຮັບການສະໜອງຢ່າງເລິກເຊິ່ງກວ້າງຂວາງ.
ດ້ວຍບັນຍາກາດແຂ່ງຂັນຢ່າງຟົດຟື້ນຄືດັ່ງກ່າວ, ພື້ນຖານເສດຖະກິດພາກເໜືອ ໄດ້ສ້າງທ່ວງທ່າ ແລະກຳລັງແຮງ, ກາຍເປັນແນວຫຼັງໃຫຍ່ຢ່າງໝັ້ນຄົງເຂັ້ມແຂງ, ປະກອບສ່ວນສຳຄັນນຳປະເທດຫວຽດນາມ ກ້າວໄປເຖິງໄຊຊະນະອັນຍິ່ງໃຫຍ່ ໃນວັນທີ 30 ເມສາ 1975, ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມ ເປັນເອກະພາບ.
ກິດຈະການປ່ຽນແປງໃໝ່ອັນຍິ່ງໃຫຍ່
ສ້າງສັນຕິພາບຄືນໃໝ່, ປະຊາຊົນທົ່ວປະເທດເບີກບານມ່ວນຊື່ນກ້າວເຂົ້າສູ່ໄລຍະສ້າງສັງຄົມນິຍົມ ໃນທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ, ຄວາມເສຍຫາຍຢ່າງໜັກໜ່ວງຍ້ອນສົງຄາມປະໄວ້ໃຫ້, ຕໍ່ມາກໍ່ແມ່ນນະໂຍບາຍປິດລ້ອມ, ຂວໍ້າບາດຈາກພາຍນອກເຮັດໃຫ້ປະເທດ ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກໃນການພັດທະນາເສດຖະກິດ. ລະເບີດ, ໝາກມິນຍັງຕົກຄ້າງຢູ່ເຂດດິນແດນກະສິກຳ ແລະປ່າໄມ້ ເຮັດໃຫ້ປະຊາຊົນຫວຽດນາມ ຫຼາຍໝື່ນຄົນ-ສ່ວນຫຼາຍແມ່ນຜູ້ອອກແຮງງານຫຼັກໃນບັນດາຄອບຄົວທີ່ມີຜູ້ເສຍຊີວິດ ຫຼື ພິການ. ພ້ອມກັນນັ້ນ, ບັນດານະໂຍບາຍເສດຖະກິດກໍ່ຍັງບໍ່ທັນເໝາະສົມກັບພຶດຕິກຳຕົວຈິງກໍ່ສ້າງຄວາມຫຍຸ້ງຍາກຫຼາຍຢ່າງ, ຊ້ຳບໍ່ໜຳເກີດວິກິດການເສດຖະກິດ.
ຕໍ່ໜ້າສະພາບການດັ່ງກ່າວ, ປີ 1986, ພັກກອມມູນິດຫວຽດນາມ ໄດ້ປະຕິບັດນະໂຍບາຍປ່ຽນແປງໃໝ່, ຫັນປ່ຽນໄປສູ່ກົນໄກເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ, ເປີດປະຕູ ແລະເຊື່ອມໂຍງເຂົ້າກັບສາກົນ. ຍ້ອນສິ່ງດັ່ງກ່າວນັ້ນ, ບັນດາແຫຼ່ງກຳລັງພັດທະນາເສດຖະກິດ-ສັງຄົມ ໄດ້ລະເບີດຂຶ້ນຢ່າງແຂງແຮງ. ເສດຖະກິດຫວຽດນາມ ຄ່ອຍໆຫຼຸດພົ້ນອອກຈາກວິກິດການ, ນັບມື້ນັບເປັນປົກກະຕິ ແລະພັດທະນາ.
ຍ້ອນມີຜົນງານຂອງກິດຈະການປ່ຽນແປງໃໝ່ອັນຍິ່ງໃຫຍ່, ມາຮອດປະຈຸບັນ, ພື້ນຖານເສດຖະກິດຫວຽດນາມ ໄດ້ບືນຕົວຂຶ້ນຢ່າງແຂງແຮງດ້ວຍຂະໜາດ GDP ຢືນອັນດັບທີ 33 ໃນໂລກ, ບັນລຸ 476,3 ໂດລາສະຫະລັດ; ກາຍເປັນໜຶ່ງໃນຈໍານວນ 20 ພື້ນຖານເສດຖະກິດແຖວໜ້າໃນໂລກກ່ຽວກັບການຄ້າ ແລະດຶງດູດການລົງທຶນ, ຢືນອັນດັບທີ 23 ໃນໂລກກ່ຽວກັບວົງເງິນການຄ້າສົ່ງອອກ; ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີລະດັບເປີດໃຫຍ່ທີ່ສຸດໃນໂລກດ້ວຍການລົງນາມ, ເຂົ້າຮ່ວມ 17 ສັນຍາການຄ້າເສລີ, ໃນນັ້ນມີສັນຍາການຄ້າເສລີລຸ້ນໃໝ່ຫຼາຍສະບັບ...
ກິດຈະການປ່ຽນແປງໃໝ່ອັນຍິ່ງໃຫຍ່ ພາຍໃຕ້ການນຳພາຂອງພັກ ໄດ້ນຳປະເທດ ຫວຽດນາມ ໄປສູ່ຄວາມສຳເລັດທີ່ກ້າວກະໂດດຂັ້ນຄືດັ່ງກ່າວ. ນັ້ນແມ່ນວິວັດທະນາການພັດທະນາເສດຖະກິດທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກແຕ່ວ່າກໍ່ມີຄວາມພາກພູມໃຈທີ່ສຸດຂອງປະເທດ ຫວຽດນາມ ວິລະຊົນ.
ເປີດໄລຍະພັດທະນາໃໝ່
ປະຈຸບັນ, ຫວຽດນາມ ພວມຢູ່ຕໍ່ໜ້າປະຕູຂອງໄລຍະພັດທະນາໃໝ່, ມີລັກສະນະຕັດສິນຜົນສຳເລັດຂອງຄວາມມານະພະຍາຍາມເອົາຊະນະກັບດັກລາຍໄດ້ປານກາງ, ກາຍເປັນປະເທດພັດທະນາ, ອຸດສາຫະກຳທັນສະໄໝ, ລາຍຮັບສູງ.
ພວກເຮົາ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍຄວາມຫຍຸ້ງຍາກ, ມີສິ່ງທ້າທາຍຫຼາຍຢ່າງ, ເມື່ອການພັດທະນາໃນຮູບແບບເກົ່າອືດອາດຊັກຊ້າ, ຂາດປະສິດທິຜົນ. ການປະຕິວັດອຸດສາຫະກຳ ຄັ້ງທີ 4 ເຮັດໃຫ້ທຸກດ້ານຂອງເສດຖະກິດ-ສັງຄົມ ມີການປ່ຽນແປງໂດຍໄວ... ຕໍ່ໜ້າກາລະໂອກາດ, ສິ່ງທ້າທາຍທັງໃໝ່-ເກົ່າ ສະຫຼັບກັນໄປນັ້ນ, ພັກ, ລັດ ຫວຽດນາມ ຍາມໃດກໍ່ກຳນົດຊອກຫາທຸກວິທີ ເພື່ອໝູນໃຊ້ຄວາມສະດວກ, ພິກສິ່ງທ້າທາຍກາຍເປັນກາລະໂອກາດພັດທະນາ. ພັກ ໄດ້ປະກາດໃຊ້ “4 ມະຕິເສົາຄ້ຳ” ເພື່ອນຳປະເທດພັດທະນາຢ່າງບຸກທະລຸ, ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ແລະ “4 ມະຕິເສົາຄ້ຳ” ນີ້ສະພາແຫ່ງຊາດ ໄດ້ຫັນເປັນລະບອບລະບຽບການຢ່າງວ່ອງໄວ ເພື່ອໃຫ້ລັດຖະບານ ຮີບຮ້ອນຈັດຕັ້ງປະຕິບັດ.
ໃນເບື້ອງຕົ້ນບັນດານະໂຍບາຍໃໝ່ ໄດ້ເສີມຂະຫຍາຍປະສິດທິຜົນຢ່າງຕັ້ງໜ້າດ້ວຍການເຕີບໂຕ GDP ໃນໄຕມາດ II-2025 ບັນລຸລະດັບສູງສຸດເມື່ອທຽບໃສ່ໄລຍະດຽວກັນຕະຫຼອດເກືອບ 20 ປີຜ່ານມາ (ບັນລຸ 7,67%), ສ້າງປະຖົມປັດໄຈ ເພື່ອມຸ່ງໄປສູ່ເປົ້າໝາຍເຕີບໂຕ 8% ໃນປີນີ້ ແລະເຕີບໂຕສອງຕົວເລກໃນຊຸມປີຕໍ່ໄປ.
ເມື່ອຫວນຄືນໄລຍະທາງ 80 ປີຜ່ານມາ, ຜົນງານເສດຖະກິດຫວຽດນາມ ບັນລຸໄດ້ຜົນງານອັນໃຫຍ່ຫຼວງ, ສ້າງຫຼາຍຂີດໝາຍທີ່ມີລັກສະນະປະຫວັດສາດ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ບໍ່ໄດ້ “ຢຸດນີ້ງຢູ່ກັບຄວາມສຳເລັດ” ຕ້ອງເປັນເຈົ້າການຮັບຮູ້ທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພິກຄວາມຫຍຸ້ງຍາກ, ສິ່ງທ້າທາຍໃຫ້ກາຍເປັນກາລະໂອກາດເພື່ອພັດທະນາ. ສິ່ງດັ່ງກ່າວໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈກ່ຽວກັບອະນາຄົດພັດທະນາອັນໃສແຈ້ງໃຫ້ແກ່ພື້ນຖານເສດຖະກິດຂອງປະເທດຫວຽດນາມ.
ໂດຍ: ແສງເດືອນ