ຫວຽດນາມ ຕ້ອງຍາດແຍ່ງກາລະໂອກາດ ແລະທ່າໄດ້ປຽບ, ເປັນຕົ້ນແມ່ນປະສິດທິຜົນຂອງນະໂຍບາຍ, ມາດຕະການທີ່ຫາກໍ່ປະກາດໃຊ້ ແລະຮູບແບບອໍານາດການປົກຄອງທ້ອງຖິ່ນ 2 ຂັ້ນ ເພື່ອຂຸດຄົ້ນຂົງເຂດພັດທະນາໃໝ່, ຊຸກຍູ້ການເຕີບໂຕໃນໄຕມາດທີ III ແລະປີ 2025. ນີ້ແມ່ນຄວາມຮຽກຮ້ອງຕ້ອງການວາງອອກໃນມະຕິເລກທີ 205/NQ-CP ໂດຍລັດຖະບານປະກາດໃຊ້ເມື່ອທ້າຍອາທິດຜ່ານມາພາຍຫຼັງກອງປະຊຸມເດືອນມິຖຸນາ ປີ 2025 ຂອງລັດຖະບານ ແລະກອງປະຊຸມທາງອອນລາຍລະຫວ່າງລັດຖະບານ ກັບທ້ອງຖິ່ນ.
ລັດຖະບານ ໃຫ້ຂໍ້ສັງເກດວ່າ ໃນໄລຍະຈະມາເຖິງ, ສະພາບການໂລກສືບຕໍ່ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ຄວາມຫຍຸ້ງຍາກ, ສິ່ງທ້າທາຍມີຫຼາຍກວ່າກາລະໂອກາດ, ຄວາມສະດວກ, ສ້າງຄວາມກົດດັນຕໍ່ການຊີ້ນໍາ, ການບໍລິຫານພັດທະນາເສດຖະກິດ-ສັງຄົມ. ຫວຽດນາມ ຕ້ອງມານະພະຍາຍາມໃຫ້ຫຼາຍທີ່ສຸດ ເພື່ອປະຕິບັດສໍາເລັດບັນດາຕົວເລກຄາດໝາຍພັດທະນາເສດຖະກິດ - ສັງຄົມໃນປີ 2025.
ຈັດຕັ້ງຜັນຂະຫຍາຍບັນດາມະຕິຂອງກົມການເມືອງຢ່າງມີປະສິດທິຜົນ, ສຸມກຳລັງແຮງເພື່ອປັບປຸງລະບອບລະບຽບການໃຫ້ສົມບູນແບບ
ກຸ່ມໜ້າທີ່ທຳອິດທີ່ໄດ້ກ່າວມາໃນມະຕິແມ່ນຕ້ອງຜັນຂະຫຍາຍບັນດາມະຕິຂອງກົມການເມືອງ ກ່ຽວກັບວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ, ການຫັນເປັນດີຈີຕອນແຫ່ງຊາດຢ່າງມີປະສິດທິຜົນ; ການສ້າງກົດໝາຍ ແລະປະຕິບັດກົດໝາຍ; ການເຊື່ອມໂຍງເຂົ້າກັບສາກົນ; ການພັດທະນາເສດຖະກິດເອກະຊົນ. ໃນນັ້ນ, ເປັນໜ້າໃສ່ໃຈວ່າ, ກະຊວງວິທະຍາສາດ ແລະເຕັກໂນໂລຢີຕ້ອງເປັນປະທານ, ສົມທົບກັບບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນ ເພື່ອປັບປຸງແຜນຮ່າງພັດທະນາ, ຖືເປັນສຳຄັນໃນການນໍາໃຊ້ຜູ້ທີ່ມີຄວາມຮູ້ຄວາມສາມາດ, ຊັບພະຍາກອນມະນຸດທີ່ມີ ຄຸນນະພາບສູງ, ເປັນຕົ້ນແມ່ນນັກຊ່ຽວຊານເພື່ອຮັບໃຊ້ການພັດທະນາວິທະຍາສາດ, ເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດຄິດສ້າງ ແລະຫັນເປັນດີຈີຕອນແຫ່ງຊາດໃຫ້ສົມບູນແບບ, ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ໃນເດືອນກັນຍາ ປີນີ້.
ກະຊວງພາຍໃນ, ກະຊວງສຶກສາ ແລະກໍ່ສ້າງຕ້ອງສ້າງກົນໄກ, ນະໂຍບາຍດຶງດູດແຫຼ່ງຊັບພະຍາກອນມະນຸດ, ຜູ້ທີ່ມີຄວາມຮູ້ຄວາມສາມາດດ້ານວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງຢູ່ພາຍໃນ ແລະຕ່າງປະເທດ; ຍື່ນສະເໜີຕໍ່ລັດຖະບານໃນເດືອນກໍລະກົດ ດໍາລັດວ່າດ້ວຍນະໂຍບາຍທຶນການສຶກສາສໍາລັບນັກສຶກສາຂະແໜງວິທະຍາສາດພື້ນຖານ, ເຕັກນິກຫຼັກແຫຼ່ງ ແລະເຕັກໂນໂລຢີຍຸດທະສາດ.
    |
 |
ໝູນໃຊ້ໂອກາດ ເພື່ອສືບຕໍ່ຊຸກຍູ້ການເຕີບໂຕ ໃນໄຕມາດທີ III ປີ 2025. ພາບປະກອບ: congthuong.vn |
ກ່ຽວກັບລະບອບລະບຽບການ, ລັດຖະບານ ໄດ້ເອົາໃຈໃສ່ເປັນພິເສດເຖິງການເຄື່ອນໄຫວຂອງອໍານາດການປົກຄອງທ້ອງຖິ່ນສອງຂັ້ນຢ່າງມີປະສິດທິຜົນ. ຕາມນັ້ນແລ້ວ, ຮຽກຮ້ອງໃຫ້ການນຳບັນດາກະຊວງ, ຂະແໜງການ, ແຂວງ ແລະນະຄອນຂຶ້ນກັບສູນກາງຕ້ອງສຸມໃສ່ສ້າງແຫຼ່ງກໍາລັງເພື່ອປັບປຸງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບໂດຍຕິດພັນກັບການສັບຊ້ອນບັນດາຫົວໜ່ວຍບໍລິຫານຂັ້ນຕ່າງໆ ແລະຈັດຕັ້ງອໍານາດການປົກຄອງທ້ອງຖິ່ນສອງຂັ້ນໃຫ້ກະທັດຮັດ, ຮັບປະກັນໃຫ້ລຸລ່ວງ, ມີປະສິດທິຜົນ. ລາຍລະອຽດແມ່ນສືບຕໍ່ກວດກາຄືນ, ປະຕິບັດການສັບຊ້ອນ, ປັບປຸງກົງຈັກ ການຈັດຕັ້ງຂອງລະບົບການເມືອງໃນປີ 2025 ໃຫ້ສົມບູນແບບ, ຮັບປະກັນການເຄື່ອນໄຫວຂອງອໍານາດການປົກຄອງທ້ອງຖິ່ນສອງຂັ້ນໃຫ້ລຸລ່ວງ, ມີປະສິດທິພາບ ແລະປະສິດທິຜົນ.
ບັນດາອົງການກ່ຽວຂ້ອງຕ້ອງຕິດຕາມກວດກາການເຄື່ອນໄຫວຂອງອໍານາດການປົກຄອງທ້ອງຖິ່ນສອງຂັ້ນຢ່າງແໜ້ນແຟ້ນ, ເລື່ອງປະຕິບັດ 28 ດຳລັດວ່າດ້ວຍການແບ່ງຂັ້ນ, ແບ່ງອຳນາດ, ຮັບປະກັນໃຫ້ກົງຈັກໄດ້ດຳເນີນໄປຢ່າງສະດວກ, ມີປະສິດທິຜົນ, ບໍ່ປະໃຫ້ວຽກງານຂາດວັກຂາດຕອນ, ບໍ່ກະທົບເຖິງການເຄື່ອນໄຫວປົກກະຕິຂອງບັນດາສຳນັກງານ, ອົງການຈັດຕັ້ງ, ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ ແລະການດໍາລົງຊີວິດຂອງປະຊາຊົນ.
ກ່າວຄຳເຫັນທີ່ການເຮັດວຽກກັບການນຳບັນດາແຂວງ, ນະຄອນໃນເຂດທົ່ງພຽງແມ່ນ້ຳຂອງກ່ຽວກັບສະພາບການ ແລະໝາກຜົນແຫ່ງການຜັນຂະຫຍາຍມະຕິຂອງສູນກາງ, ວັນທີ 13 ກໍລະກົດ, ຢູ່ນະຄອນເກີນເທີ, ທ່ານນາງ ຟ້າມທິແທງຈ່າ ລັດຖະມົນຕີກະຊວງພາຍໃນ ຊີ້ແຈ້ງວ່າ: “ປະທານຄະນະກຳມະການປະຊາຊົນແຂວງ ຕ້ອງປະກາດໃຊ້ບັນດາພາລະບົດບາດ, ໜ້າທີ່, ສິດອຳນາດຂອງບັນດາອົງການວິຊາສະເພາະທີ່ຂຶ້ນກັບຄະນະກຳມະການປະຊາຊົນຂັ້ນແຂວງ. ປະທານຄະນະກຳມະການປະຊາຊົນຂັ້ນຕາແສງ ຕ້ອງປະກາດໃຊ້ພາລະບົດບາດ, ໜ້າທີ່, ສິດອໍານາດຂອງຄະນະກໍາມະການປະຊາຊົນຂັ້ນຕາແສງ. ຕ້ອງເອົາໃຈໃສ່ທີ່ສຸດເຖິງພື້ນຖານໂຄງລ່າງດ້ານເຕັກນິກ ເພື່ອຮັບປະກັນຄວາມຄົບຊຸດ, ຄວາມເປັນເອກະພາບໃນລະບົບໂຄງລ່າງເມື່ອໂຮມບັນດາທ້ອງຖິ່ນເຂົ້າກັນ. ເປັນຕົ້ນພື້ນຖານໂຄງລ່າງຂັ້ນຕາແສງ ເພື່ອຮັບປະກັນການແກ້ໄຂລະບຽບການບໍລິຫານໃຫ້ໄດ້”.
ຍູ້ແຮງການປ່ອຍເງິນລົງທຶນພາກລັດ, ລະດົມ ແລະນຳໃຊ້ແຫຼ່ງກຳລັງຢ່າງມີປະສິດທິຜົນ
ລັດຖະບານໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະຕິບັດຕາມຂໍ້ກໍານົດກ່ຽວກັບການຈັດແບ່ງ, ປ່ອຍເງິນລົງທຶນພາກລັດ ໃນປີ 2025 ຢ່າງເຂັ້ມງວດ. ມອບຕົວເລກຄາດໝາຍການປ່ອຍເງິນປະຈໍາເດືອນໃຫ້ແກ່ນັກລົງທຶນແຕ່ລະຄົນ; ດັດປັບທຶນໃຫ້ທັນການຈາກໂຄງການທີ່ມີການປ່ອຍເງິນຊ້າ ຫຼືບໍ່ມີຄວາມສາມາດໃນການປ່ອຍເງິນໄປສູ່ໂຄງການທີ່ມີການປ່ອຍເງິນທີ່ດີ, ມີຄວາມຕ້ອງການທຶນເພີ່ມເຕີມ; ຕັດສິນໃຈປ່ອຍເງິນໃຫ້ໄດ້ 100% ຕາມແຜນການທີ່ນາຍົກລັດຖະມົນຕີ ມອບໝາຍໃຫ້.
ໄປຄຽງຄູ່ກັນນັ້ນແມ່ນການເລັ່ງຄວາມໄວ, ສຸມໃສ່ການກໍ່ສ້າງ, ປະຕິບັດ, ລະດົມເງິນລົງທຶນຈາກທົ່ວສັງຄົມໃນປີນີ້ ໃຫ້ເພີ່ມຂຶ້ນ 11-12% ເມື່ອທຽບໃສ່ປີກາຍ. ກວດກາຄືນບັນດາໂຄງການ, ກິດຈະກໍາທີ່ມີຄົບເງື່ອນໄຂເພື່ອເລີ່ມລົງມີກໍ່ສ້າງ ຫຼືເປີດການນໍາໃຊ້ໃນວັນທີ 19 ສິງຫາ ທີ່ຈະມາເຖິງນີ້.
ໂດຍກໍານົດວ່າ ການຊຸກຍູ້ການຜະລິດອຸດສາຫະກຳ, ການເພີ່ມທະວີການສົ່ງເສີມການຄ້າ, ຮັບປະກັນຄວາມດຸ່ນດ່ຽງດ້ານການສະໜອງ-ຄວາມຕ້ອງການຢູ່ພາຍໃນປະເທດແມ່ນປັດໄຈສຳຄັນ ເພື່ອຊຸກຍູ້ການເຕີບໂຕ, ລັດຖະບານໄດ້ຮຽກຮ້ອງໃຫ້ສືບຕໍ່ກວດກາຄືນ ແລະດັດປັບບັນດາກົນໄກ, ນະໂຍບາຍບຸລິມະສິດດ້ານພາສີ, ສິນເຊື່ອ, ສ້າງກໍາລັງໜູນໂດຍກົງໃຫ້ແກ່ຂະແໜງການປຸງແຕ່ງ, ປະດິດ (ເອເລັກໂຕນິກ, ລົດໂອໂຕ, ກົນຈັກ, ເຄື່ອງຕໍ່າແຜ່ນຕັດຫຍິບ, ເກີບໜັງ…); ເປີດກວ້າງການລົງທຶນຜະລິດ, ດຳເນີນທຸລະກິດ, ສ້າງກຳລັງຄວາມສາມາດໃນການຜະລິດໃໝ່, ຮັບປະກັນການສະໜອງສິນຄ້າຕອບສະໜອງຄວາມຕ້ອງການຂອງຕະຫຼາດຢູ່ພາຍໃນປະເທດ ແລະສົ່ງອອກ.
ຫວຽດນາມ ກໍ່ຈະສຸມໃສ່ຜັນຂະຫຍາຍການເຄື່ອນໄຫວສົ່ງເສີມການຄ້າ ແລະຈຳໜ່າຍສິນຄ້າຜ່ານພື້ນຖານດີຈີຕອນ, ໜູນຊ່ວຍການສະໜອງຂໍ້ມູນຂ່າວສານຕະຫຼາດ, ໃຫ້ຄຳປຶກສາດ້ານນິຕິກຳແກ່ບັນດາວິສາຫະກິດ ເພື່ອເປີດກວ້າງ, ຂະຫຍາຍຕະຫຼາດຢູ່ພາຍໃນ; ຍູ້ແຮງຂະບວນການຂົນຂວາຍ “ຊາວຫວຽດນາມ ບຸລິມະສິດແກ່ການນຳໃຊ້ສິນຄ້າຫວຽດນາມ”.
ເພື່ອປະຕິບັດສໍາເລັດເປົ້າໝາຍພັດທະນາປີ 2025, ຫວຽດນາມ ຕ້ອງລະດົມກຳລັງແຮງສັງລວມໃນທຸກຂົງເຂດ. ຈິດໃຈຮີບເຮັ່ງຟ້າວຟັ່ງ ແລະຂ້ຽວຂາດກຳລັງແຜ່ລາມໄປທົ່ວທັງລະບົບ ເພື່ອໃຫ້ຫວຽດນາມ ບໍ່ພາດໂອກາດພັດທະນາ, ໝູນໃຊ້ການຂຸດຄົ້ນຂົງເຂດພັດທະນາໃໝ່, ຊຸກຍູ້ການເຕີບໂຕໃນໄຕມາດທີ III ແລະທົ່ວທັງປີ.
ໂດຍ: ທູຈາງ