ຕາມມະຕິສະບັບເລກທີ 222/2025/QH15 ໂດຍສະພາແຫ່ງຊາດຮັບຮອງເອົາໃນວັນທີ 27 ມິຖຸນາ ແລະຄາດວ່າ ຈະມີຜົນສັກສິດໃນວັນທີ 1 ກັນຍານີ້, ຫວຽດນາມ ຈະສ້າງຕັ້ງ ແລະເຄື່ອນໄຫວບັນດາສູນການເງິນສາກົນຢູ່ນະຄອນ ໂຮ່ຈີມິນ ແລະ ດ່າໜັງ, ໃນນັ້ນຈະມີການທົດສອບທີ່ມີການຄວບຄຸມຊັບສິນດິຈີຕອນ, sandbox...
ນີ້ແມ່ນພາກສ່ວນໜຶ່ງທີ່ມີຄວາມສຳຄັນໃນບາດກ້າວຫັນປ່ຽນຢ່າງແຂງແຮງຂອງຫວຽດນາມ ເພື່ອແນໃສ່ສ້າງສູນການເງິນທັນສະໄໝໄປຄຽງຄູ່ກັບການດຳເນີນການປະຕິຮູບດ້ານບໍລິຫານທີ່ສຳຄັນ. ສິ່ງດັ່ງກ່າວນີ້ບໍ່ພຽງແຕ່ດຶງດູດຄວາມສົນໃຈຂອງຫາງສຽງຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງແມ່ນຂອງບັນດາວິສາຫະກິດສາກົນ, ໃນນັ້ນມີວິສາຫະກິດຢູ່ສະວິດອີກດ້ວຍ.
ເນື່ອງໃນໂອກາດນີ້, ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈຳ ສະວິດ ໄດ້ມີການແລກປ່ຽນກັບທ່ານ Stefan Winzenried, ຜູ້ສ້າງຕັ້ງ ແລະ CEO ບໍລິສັດເຕັກໂນໂລຢີ JANZZ.technology ຂອງສະວິດ - ກ່ຽວກັບ “ບາດກ້າວຫັນປ່ຽນ” ຂອງ ຫວຽດນາມ ແລະຄວາມຫວັງຂອງວິສາຫະກິດຕ່າງປະເທດ.
    |
 |
ທ່ານ Stefan Winzenried, ຜູ້ກໍ່ຕັ້ງ ແລະCEO ບໍລິສັດເຕັກໂນໂລຢີ JANZZ.technology. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ Stefan Winzenried ໃຫ້ຮູ້ວ່າ: “ຕາມທັດສະນະຂອງນັກລົງທຶນ, ຍາມໃດຂ້າພະເຈົ້າມີຄວາມສົນໃຈຕໍ່ຫວຽດນາມ, ໃນນັ້ນມີນ້ຳໃຈຄວາມຮັກແພງແບບພິເສດທີ່ສະຫງວນໃຫ້ນະຄອນ ໂຮ່ຈີມິນ. ສາຍພົວພັນຂອງຂ້າພະເຈົ້າກັບນະຄອນນີ້ແມ່ນເລີ່ມແຕ່ຕອນທີ່ຂ້າພະເຈົ້າມາຮອດ ປີ 1992 ໃນຖານະທີ່ປຶກສາຍຸດທະສາດ ແລະ marketing ທົ່ວໂລກ ແລະທັງເປັນຜູ້ຜະລິດຮູບເງົາໂຄສະນາສາກົນ… ຕໍ່ມາ, ຂ້າພະເຈົ້າເປັນໜຶ່ງໃນຜູ້ຜະລິດຮູບເງົາສາກົນຜູ້ທຳອິດທີ່ໄດ້ຄົ້ນຫາຄວາມສາມາດບົ່ມຊ້ອນຂອງນະຄອນສຳລັບບັນດາໂຄງການໃຫຍ່. ຂ້າພະເຈົ້າຕິດໃຈນະຄອນທີ່ສວາຍງາມນີ້ໃນທັນທີ ແລະຕັດສິນໃຈຈະເຮັດສິ່ງໃດສິ່ງໜຶ່ງຢູ່ທີ່ນີ້ໃນອະນາຄົດ. ຊັດເຈນແມ່ນສິ່ງທີ່ຂ້າພະເຈົ້າໄດ້ເຮັດເມື່ອປະມານ 25 ປີຕໍ່ມາ: ເລືອກເອົານະຄອນໂຮ່ຈີມິນ ເປັນສະຖານທີ່ທໍາອິດສໍາລັບການເຄື່ອນໄຫວຂອງພວກຂ້າພະເຈົ້າຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະເປີດຫ້ອງການ JANZZ.technology ແຫ່ງທໍາອິດຢູ່ນອກສໍານັກງານໃຫຍ່ ທີ່ຢູ່ນະຄອນ Zurich”.
ນອກຈາກປັດໄຈສ່ວນຕົວແລ້ວ, ທ່ານ Stefan Winzenried ຖືວ່າ ຍັງມີຫຼາຍເຫດຜົນຍຸດທະສາດທີ່ສຸດທີ່ຊ່ວຍໃຫ້ນະຄອນ ໂຮ່ຈີມິນ ກາຍເປັນທາງເລືອກອັນດັບໜຶ່ງໃນການສ້າງຕັ້ງສູນການເງິນສາກົນ, ຄື: ຄວາມສາມາດໃນການເຊື່ອມຕໍ່ກັບບັນດາຕະຫຼາດໃນພາກພື້ນແມ່ນດີທີ່ສຸດ, ມີຄວາມສາມາດບົ່ມຊ້ອນຂະໜາດໃຫຍ່ກ່ຽວກັບຊັບພະຍາກອນມະນຸດທີ່ອຸດົມສົມບູນ, ຂະຫຍັນຂັນເຄື່ອນ, ຂັ້ນຕອນສ້າງຕັ້ງບໍລິສັດສະດວກສະບາຍ ແລະສາມາດເຂົ້າເຖິງຕະຫຼາດ ຫວຽດນາມ.
ທ່ານເນັ້ນໜັກວ່າ ນະຄອນໂຮ່ຈີມິນ - ເປັນສູນກາງເສດຖະກິດນຳໜ້າ ແລະເປັນສູນກາງເຊື່ອມຕໍ່ສາກົນຂອງຫວຽດນາມ - ຍາມໃດກໍ່ນຳມາເຊິ່ງກາລະໂອກາດເປີດກວ້າງຢ່າງບໍ່ຢຸດຢັ້ງໃຫ້ບັນດາວິສາຫະກິດເຕັກໂນໂລຢີ ຄື JANZZ.technology. ພາຍຫຼັງການສັບຊ້ອນກົງຈັກບໍລິຫານຄືນໃໝ່ເມື່ອບໍ່ດົນມານີ້, ທ່ານ Wizenried ຫວັງວ່າ ນະຄອນ ໂຮ່ຈີມິນ ຈະນັບມື້ນັບປັບປຸງທີ່ຕັ້ງ, ຫຼຸດຜ່ອນຮົ້ວກີດຂວາງດ້ານບໍລິຫານ, ສ້າງເງື່ອນໄຂສະດວກກວ່າໃຫ້ບັນດາໂຄງການລົງທຶນໄລຍະຍາວ.
ນອກຈາກນະຄອນ ໂຮ່ຈີມິນ, ທ່ານ Winzenried ເຊື່ອໝັ້ນວ່າ ດ່າໜັງ ກໍ່ແມ່ນນະຄອນທີ່ພົ້ນເດັ່ນໃນຍຸດທະສາດພັດທະນາຂອງ JANZZ.technology. ທ່ານແບ່ງປັນວ່າ ໄດ້ມີການພົບປະກັບບັນດາການນຳຂັ້ນສູງນະຄອນ ດ່າໜັງ ໃນປີ 2023 ຢູ່ນະຄອນ Zurich. ຜ່ານການພົບປະຄັ້ງນີ້, ທ່ານມີຄວາມເຊື່ອໝັ້ນວ່າ ດ່າໜັງ ຈະສວມບົດບາດສຳຄັນທີ່ສຸດໃນການກຳນົດທິດພັດທະນາຕໍ່ໄປຂອງ JANZZ.technology ຢູ່ອາຊີຕາເວັນອອກສ່ຽງໃຕ້ ຢ່າງແນ່ນອນ. ພິເສດ, ດ້ວຍການກຳນົດທິດພັດທະນາສູນການເງິນຂອງພາກພື້ນພ້ອມກັບການສັບຊ້ອນ ແລະປັບປຸງກົງຈັກບໍລິຫານ ເພື່ອແນໃສ່ຫັນແຫຼ່ງກຳລັງ ແລະ ເພີ່ມທະວີການເຊື່ອມຕໍ່ພາກພື້ນໃຫ້ດີທີ່ສຸດ, ທ່ານ Winzenried ຕັ້ຄວາມງຫວັງໄວ້ວ່າ ນະຄອນ ດ່າໜັງ ຈະມີສະພາບແວດລ້ອມທີ່ສະດວກທີ່ສຸດໃຫ້ບັນດາວິສາຫະກິດເຕັກໂນໂລຢີ ແລະການເງິນ.
ພິເສດ, ທ່ານ Winzenried ໃຫ້ຂໍ້ສັງເກດວ່າ ພາຍຫຼັງສົມທົບກັບແຂວງ ກວາງນາມ, ນະຄອນ ດ່າໜັງ ສາມາດເປີດກວ້າງຂົງເຂດພັດທະນາ, ເຂົ້າເຖິງແຫຼ່ງກຳລັງດ້ານທີ່ດິນ ແລະຊັບພະຍາກອນມະນຸດທີ່ຫຼາຍຮູບຫຼາຍແບບ, ເພີ່ມທະວີການເຊື່ອມຕໍ່ລະບົບຕ່ອງໂສ້ການສະໜອງກັບບັນດາເຂດອຸດສາຫະກຳ, ທ່າກຳປັ່ນທະເລ... ເພື່ອສ້າງພື້ນຖານເສດຖະກິດເຕີບໂຕໃໝ່ດ້ວຍຂະໜາດທີ່ໃຫຍ່ກວ່າ ແລະມີຄວາມສາມາດບົ່ມຊ້ອນດຶງດູດການລົງທຶນ.
ທ່ານຕີລາຄາວ່າ ການຫຼຸດຜ່ອນສູນກາງບໍລິຫານ ແລະຫັນຂັ້ນຕອນເປັນມາດຕະຖານຈະຊ່ວຍໃຫ້ບັນດາວິສາຫະກິດຄື JANZZ.technology ນຳໃຊ້ບັນດາມາດຕະການປັນຍາປະດິດ (AI) ກ່ຽວກັບຕະຫຼາດແຮງງານໄດ້ງ່າຍດາຍກວ່າ, ປະກອບສ່ວນເຂົ້າໃນການພັດທະນາແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງຢູ່ນະຄອນ ດ່າໜັງ.
ໂດຍ: ຈາງຫງວຽນ