ປິດຝຶກອົບຮົມວຽກງານວິຊາສະເພາະໃຫ້ພະນັກງານອົງການໄອຍະການທະຫານ ກອງທັບປະຊາຊົນລາວ
ກປ.ອອນໄລ - ຕອນບ່າຍວັນທີ 16 ກໍລະກົດ, ອົງການໄອຍະການທະຫານສູນກາງ ໄດ້ຈັດພິທີປິດອົບຮົມວຽກງານໄອຍະການທະຫານໃຫ້ພະນັກງານ ອົງການໄອຍະການທະຫານ ກອງທັບປະຊາຊົນລາວ ປີ 2025.
    |
 |
ບັນດາຜູ້ແທນ ເຂົ້າຮ່ວມພິທີປິດ. ພາບ: ລາຢຸຍ. |
ກ່າວຄຳເຫັນປິດຝຶກອົບຮົມ, ທ່ານພົນຈັດຕະວາ ຫງວຽນແທງຟອງ, ຮອງຫົວໜ້າອົງການໄອຍະການທະຫານສູນກາງ ໃຫ້ຮູ້ວ່າ: ໃນການຝຶກອົບຮົມຄັ້ງນີ້, ນັກຝຶກອົບຮົມ ໄດ້ຄົ້ນຄວ້າຮໍ່າຮຽນ 15 ຫົວຂໍ້. ຜ່ານນັ້ນຊ່ວຍໃຫ້ບັນດາສະຫາຍ ກຳໄດ້ຄວາມຮູ້ພື້ນຖານກ່ຽວກັບໂຄງປະກອບການຈັດຕັ້ງ, ພາລະໜ້າທີ່ຂອງອົງການໄອຍະການທະຫານສູນກາງຫວຽດນາມ; ທັກສະໃນການປະຕິບັດສິດດໍາເນີນຄະດີ, ໄອຍະການ ຮັບ, ແກ້ໄຂການກ່າວຟ້ອງ, ຂ່າວແຈ້ງ ກ່ຽວກັບອາຊະຍາກໍາ ແລະສະເໜີການດໍາເນີນຄະດີ; ໄອຍະການ ສືບສວນຄະດີທາງອາຍາ; ໄອຍະການເຄື່ອນໄຫວຕຸລາການໃນໄລຍະສັ່ງຟ້ອງ, ຄະດີການລະເມີດການເຄື່ອນໄຫວຕຸລາການ, ສໍ້ລາດບັງຫຼວງ, ຕໍາແໜ່ງທີ່ເກີດຂຶ້ນໃນການເຄື່ອນໄຫວຕຸລາການ; ວຽກງານສືບສວນຂອງອົງການສືບສວນສອບສວນອົງການໄອຍະການທະຫານສູນກາງ; ວຽກງານຄັດເລືອກ, ບໍາລຸງສ້າງ; ມາດຕະຖານສໍາລັບຕໍາແໜ່ງ, ໜ້າທີ່ຕໍາແໜ່ງຂອງພະນັກງານໄອຍະການທະຫານ; ວຽກງານຄົ້ນຄວ້າສັງລວມ; ວຽກງານຄຸ້ມຄອງ, ຊີ້ນໍາ, ບໍລິຫານຂອງອົງການໄອຍະການທະຫານ.
    |
 |
ທ່ານພົນຈັດຕະວາ ຫງວຽນແທງຟອງ, ຮອງຫົວໜ້າອົງການໄອຍະການທະຫານສູນກາງ ກ່າວຄໍາເຫັນທີ່ພິທີ. ພາບ: ລາຢຸຍ. |
ນອກຈາກນີ້, ນັກຝຶກອົບຮົມ ຍັງໄດ້ໄປທັດສະນະສຶກສາ, ຊອກຮູ້ກ່ຽວກັບວຽກງານໄອຍະການທະຫານ ຢູ່ບາງອົງການໄອຍະການທະຫານຂັ້ນທະຫານເຂດ; ຢ້ຽມຊົມຫໍພິພິທະພັນຂອງກົມກອງກອງທັບຈໍານວນໜຶ່ງ; ສະຖານທີ່ປະຫວັດສາດ ແລະທັດສະນີຍະພາບຂອງຫວຽດນາມ.
ທ່ານພົນຈັດຕະວາ ຫງວຽນແທງຟອງ ຍ້ອງຍໍຊົມເຊີຍນັກຝຶກອົບຮົມ ອົງການໄອຍະການທະຫານ ກອງທັບປະຊາຊົນລາວ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ, ຜ່ານຜ່າຄວາມຫຍຸ້ງຍາກໃນເງື່ອນໄຂສະພາບອາກາດ ຮ້ອນອົບເອົ້າ; ປະຕິບັດຕາມຂໍ້ກໍານົດຢ່າງເຂັ້ມງວດ, ມີສະຕິໃນການຮ່ຳຮຽນ, ຕັ້ງໜ້າແລກປ່ຽນຄວາມຮູ້, ບົດຮຽນປະສົບການ ກັບຄູອາຈານຫວຽດນາມ.
    |
 |
ຜູ້ຕາງໜ້າອົງການໄອຍະການທະຫານສູນກາງ ມອບໃບຢັ້ງຢືນໃຫ້ພະນັກງານອົງການໄອຍະການທະຫານ ກອງທັບປະຊາຊົນລາວ ທີ່ໄດ້ສໍາເລັດຊຸດຝຶກອົບຮົມ. ພາບ: ລາຢຸຍ. |
ສ່ວນຄູອາຈານ ໄດ້ຕັ້ງໜ້າ, ເປັນເຈົ້າການໃນການຄົ້ນຄວ້າສ້າງລະບົບບົດບັນລະຍາຍທີ່ລະອຽດ, ມີວິທີການສອນແບບວິທະຍາສາດ ທັງຖ່າຍທອດຄວາມຮູ້ ທັງແລກປ່ຽນບົດຮຽນປະສົບການ, ຊ່ວຍໃຫ້ນັກຝຶກອົບຮົມ ເຂົ້າໃຈໄດ້ງ່າຍ.
    |
 |
ບັນດາຜູ້ແທນ ຖ່າຍຮູບເປັນທີ່ລະນຶກ. ພາບ: ລາຢຸຍ. |
ທີ່ພິທີ, ຜູ້ຕາງໜ້າອົງການໄອຍະການທະຫານສູນກາງ ໄດ້ມອບໃບຢັ້ງຢືນໃຫ້ພະນັກງານອົງການໄອຍະການທະຫານ ກອງທັບປະຊາຊົນລາວ ທີ່ໄດ້ສຳເລັດຊຸດຝຶກອົບຮົມ.
ໂດຍ: ໄຊຊະນະ