ຕາມນັກຂ່າວ ສຳນັກຂ່າວສານຫວຽດນາມ ປະຈຳ ຝຣັ່ງ, ສະແດງທັດສະນະທີ່ກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການມໍລະດົກໂລກທີ່ດຳເນີນຢູ່ສຳນັກງານອົງການການສຶກສາ, ວິທະຍາສາດ ແລະວັດທະນະທຳສະຫະປະຊາຊາດ (UNESCO) ຢູ່ ປາຣີ, ຫວຽດນາມ ຢືນຢັນວ່າ ຍາມໃດກໍ່ໄດ້ເອົາໃຈໃສ່ຜັນຂະຫຍາຍສົນທິສັນຍາມໍລະດົກໂລກຢ່າງມີປະສິດທິຜົນ, ສົມທົບຈິດໃຈ ແລະເນື້ອໃນຂອງສົນທິສັນຍາເຂົ້າໃນກົດໝາຍວ່າດ້ວຍມໍລະດົກວັດທະນະທໍາ ປີ 2024 ແລະໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາວັດທະນະທໍາ ໄລຍະ 2025-2035, ເອົາໃຈໃສ່ຈັດວາງວົງຄະນາຍາດ, ປະຊາຊົນເຂົ້າເປັນໃຈກາງ, ຍົກສູງວຽກງານອະນຸລັກ ແລະເສີມຂະຫຍາຍຄຸນຄ່າ ມໍລະດົກໂລກ 8 ແຫ່ງຢູ່ຫວຽດນາມ, ສ້າງຄວາມສົມດຸນໃນການອະນຸລັກ ແລະພັດທະນາເສດຖະກິດ-ສັງຄົມ, ຮ່ວມມືກັບສູນມໍລະດົກໂລກ ແລະບັນດາອົງການໃຫ້ຄໍາປຶກສາຢ່າງມີປະສິດທິຜົນ.
    |
 |
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການມໍລະດົກໂລກ. ພາບ: ສໍານັກຂ່າວສານຫວຽດນາມ |
ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ປະກອບສ່ວນເຂົ້າກອງທຶນມໍລະດົກໂລກ, ສະເໜີ UNESCO ແລະບັນດາປະເທດສະມາຊິກສືບຕໍ່ເພີ່ມທະວີການຮ່ວມມືສາກົນ, ຜັນຂະຫຍາຍສົນທິສັນຍາຢ່າງມີປະສິດທິຜົນ, ແບ່ງປັນປະສົບການ, ຍົກສູງກໍາລັງຄວາມສາມາດ, ຊຸກຍູ້ການເຂົ້າຮ່ວມ ແລະການປະກອບສ່ວນຂອງປະຊາຄົມ, ແມ່ຍິງ ແລະຊາວໜຸ່ມ.
ໃນຂອບເຂດກອງປະຊຸມຄັ້ງນີ້, ໃນວັນທີ 10 ກໍລະກົດ, ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ, ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ມີການພົບປະ ແລະເຮັດວຽກກັບທ່ານ ສຈ Nikolay Nenov, ປະທານກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການມໍລະດົກໂລກ; ທ່ານ Ernesto Ottone Ramirez ຜູ້ຊ່ວຍຜູ້ອໍານວຍການໃຫຍ່ຂອງອົງການ UNESCO ກ່ຽວກັບວັດທະນະທໍາ; ທ່ານ Lazare Eloundou Assomo ຜູ້ອໍານວຍການໃຫຍ່ສູນມໍລະດົກໂລກ; ຜູ້ອຳນວຍການໃຫຍ່ສະພາອານຸສອນສະຖານ ແລະບ່ອນທີ່ຍັງເຫຼືອຮ່ອງຮອຍວັດຖຸບູຮານສາກົນ (ICOMOS) ພ້ອມກັບຫົວໜ້າຄະນະຜູ້ແທນຂອງ 20 ປະເທດສະມາຊິກຄະນະກຳມະການມໍລະດົກໂລກ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ ແລະຫຼາຍຝ່າຍ.
ທ່ານຜູ້ຊ່ວຍຜູ້ອໍານວຍການໃຫຍ່ຂອງອົງການ UNESCO ກ່ຽວກັບວັດທະນະທໍາໄດ້ຕີລາຄາສູງບັນດາໝາກຜົນຂອງການຢ້ຽມຢາມຄັ້ງປະຫວັດສາດຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຢູ່ສຳນັກງານໃຫຍ່ UNESCO (ຕຸລາ 2024) ແລະການຢ້ຽມຢາມຫວຽດນາມ ຂອງທ່ານຜູ້ອຳນວຍການໃຫຍ່ UNESCO (ມິຖຸນາ 2025) ປະສົບຜົນສໍາເລັດ, ປະກອບສ່ວນຍົກສູງລະດັບການພົວພັນຄູ່ຮ່ວມມືຫວຽດນາມ - UNESCO, ສະແດງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະວິໄສທັດລວມຂອງສອງຝ່າຍ. ທ່ານປະທານຄະນະກຳມະການມໍລະດົກໂລກ ແລະຜູ້ອໍານວຍການສູນມໍລະດົກໂລກ ໄດ້ແບ່ງປັນທັດສະນະວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນ, ມີຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນຢ່າງມີປະສິດທິຜົນ, ແທດຈິງເຂົ້າໃນການຮ່ວມມືຂອງ UNESCO; ເປັນແບບຢ່າງໃນການຮ່ວມມືລະຫວ່າງປະເທດສະມາຊິກກັບອົງການ; ເປັນແບບດີເດັ່ນໃນການອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກຕິດພັນກັບການພັດທະນາການທ່ອງທ່ຽວແບບຍືນຍົງ, ການພັດທະນາເສດຖະກິດ ແລະການທຳມາຫາເງິນລ້ຽງຊີບຂອງປະຊາຊົນ. ການນຳ UNESCO ແລະບັນດາປະເທດສະມາຊິກຖືວ່າ ຫວຽດນາມ ມີຫຼາຍຂໍ້ລິເລີ່ມ, ຫຼາຍຮູບແບບແຫ່ງການຮ່ວມມືໃນການຄຸ້ມຄອງ, ອະນຸລັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າມໍລະດົກໂລກຕ້ອງໄດ້ແບ່ງປັນຢ່າງກ້ວາງຂວາງກັບບັນດາປະເທດສະມາຊິກ.
    |
 |
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ເຮັດວຽກກັບທ່ານ Ernesto Ottone Ramirez, ຜູ້ຊ່ວຍຜູ້ອຳນວຍການໃຫຍ່ອົງການ UNESCO ກ່ຽວກັບວັດທະນະທຳ. ພາບ: ສໍານັກຂ່າວສານຫວຽດນາມ. |
ຕີລາຄາສູງຄວາມເປັນເຈົ້າການ, ຕັ້ງໜ້າ ແລະເຄົາລົບນັບຖືຂອງຫວຽດນາມ ໃນການແກ້ໄຂບັນດາຂໍ້ສະເໜີຂອງຄະນະກຳມະການມໍລະດົກໂລກຢ່າງທັນການ, ພ້ອມທັງສືບຕໍ່ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ ຫວຽດນາມ ແລະ UNESCO, ຄະນະຜູ້ແທນລະຫວ່າງບັນດາຂະແໜງສູນມໍລະດົກໂລກ/ ICOMOS ຈະມາຢ້ຽມຢາມຫວຽດນາມ ໃນທ້າຍເດືອນ ກໍລະກົດ 2025 ນີ້ແມ່ນເພື່ອແນໃສ່ຕີລາຄາຄວາມມານະພະຍາຍາມຜັນຂະຫຍາຍຂອງຫວຽດນາມ, ໃຫ້ຄຳປຶກສາກ່ຽວກັບການກະກຽມເອກະສານວິທະຍາສາດເພື່ອຍື່ນສະເໜີບົດລາຍງານກ່ຽວກັບສະພາບການອະນຸລັກຮັກສາເຂດມໍລະດົກ ພະລາຊະວັງແທງລອງ, ສະເໜີຍຸດທະສາດບູລະນະ ວັງ ກິງທຽນ ແລະສະຖານທີ່ສຳຄັນຂອງວັງ ກິງທຽນ ກ່ອນວັນທີ 1 ກຸມພາ 2026 ແລະຄະນະກຳມະການມໍລະດົກໂລກຈະພິຈາລະນາ, ຮັບຮອງເອົາໃນກອງປະຊຸມຄັ້ງທີ 48 ໃນປີ 2026.
ກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການມໍລະດົກໂລກ ດໍາເນີນໃນລະຫວ່າງວັນທີ 6-16 ກໍລະກົດ ຢູ່ສໍານັກງານ UNESCO ຢູ່ນະຄອນຫຼວງ ປາຣີ, ດຶງດູດຂອງການເຂົ້າຮ່ວມຂອງຜູ້ແທນ 1.000 ກວ່າຄົນທີ່ມາຈາກ 21 ປະເທດສະມາຊິກຂອງຄະນະກຳມະການ ແລະນັກສັງເກດການ 100 ກວ່າຄົນ. ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາກະຊວງການຕ່າງປະເທດຫວຽດນາມ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ຄະນະກຳມະການມໍລະດົກໂລກແມ່ນໜຶ່ງໃນບັນດາອົງການບໍລິຫານທີ່ສຳຄັນຂອງອົງການ UNESCO, ໂດຍມີການເຂົ້າຮ່ວມຂອງ 21 ສະມາຊິກ, ມີສິດຕັດສິນບັນຫາສຳຄັນຕໍ່ການຮັບຮອງເອົາມໍລະດົກວັດທະນະທຳແລະທຳມະຊາດຂອງໂລກ; ພິຈາລະນາ ແລະຕີລາຄາສະພາບການອະນຸລັກມໍລະດົກໂລກໃນທົ່ວໂລກ; ຕັດສິນກ່ຽວກັບນະໂຍບາຍ, ແຜນນະໂຍບາຍງົບປະມານ, ກຳນົດທິດພັດທະນາຂອງສົນທິສັນຍາມໍລະດົກໂລກ. ກອງປະຊຸມຄັ້ງນີ້ຈະພິຈາລະນາ 30 ການສະເໜີໃໝ່, ຂະຫຍາຍມໍລະດົກອີກ 2 ແຫ່ງ ແລະກວດກາຄືນສະພາບການອະນຸລັກຮັກສາມໍລະດົກໂລກ 248 ແຫ່ງທີ່ໄດ້ທີ່ໄດ້ບັນທຶກເຂົ້າໃນລາຍຊື່.
ໂດຍ: ຈາງຫງວຽນ