ປິດຝຶກອົບຮົມວຽກງານວິຊາສະເພາະໃຫ້ພະນັກງານສານທະຫານ ລາວ
ກປ.ອອນໄລ - ຕອນບ່າຍວັນທີ 15 ກໍລະກົດ, ຢູ່ກອງ 871, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ສານທະຫານສູນກາງ ໄດ້ຈັດພິທີປິດຝຶກອົບຮົມວຽກງານວິຊາສະເພາະໃຫ້ແກ່ພະນັກງານສານທະຫານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ.
    |
 |
ທ່ານພົນຈັດຕະວາ ຮວ່າງຫຶວກຸ໋ຍ, ຮອງປະທານສານທະຫານສູນກາງ ກ່າວຄໍາເຫັນປິດຝຶກອົບຮົມ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີປິດ, ທ່ານພົນຈັດຕະວາ ຮວ່າງຫຶວກຸ໋ຍ, ຮອງປະທານສານທະຫານສູນກາງ ຢືນຢັນວ່າ ໃນໜຶ່ງເດືອນທີ່ຄົ້ນຄວ້າ, ຮໍ່າຮຽນ, ຊຸດຝຶກອົບຮົມໄດ້ປະຕິບັດຕາມແຜນການ, ສຳເລັດບັນດາເນື້ອໃນ, ລາຍການທີ່ໄດ້ວາງອອກ.
    |
 |
ພັນເອກ ຈັນທະວິໄຊ ນາມມະວົງສາ, ປະທານສານທະຫານພາກໃຕ້, ຫົວໜ້າຄະນະຝຶກອົບຮົມສານທະຫານລາວ ກ່າວຄໍາເຫັນທີ່ພິທີປິດ. ພາບ: qdnd.vn |
ບົນພື້ນຖານຄວາມຮູ້ທີ່ໄດ້ຮັບໃນການຝຶກອົບຮົມ, ເມື່ອກັບຄືນປະເທດພະນັກງານສານທະຫານລາວ ຈະສືບຕໍ່ຄົ້ນຄວ້າໝູນໃຊ້ໃຫ້ສອດຄ່ອງກັບຮູບແບບການຈັດຕັ້ງ ແລະການເຄື່ອນໄຫວຕົວຈິງຂອງສານທະຫານລາວ ເພື່ອປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂະແໜງສານທະຫານ ແລະພື້ນຖານຍຸຕິທໍາຂອງ ສປປ ລາວ ໃຫ້ນັບມື້ນັບພັດທະນາຢ່າງໝັ້ນຄົງ.
    |
 |
ທ່ານພົນຈັດຕະວາ ຮວ່າງຫຶວກຸ໋ຍ ມອບໃບຢັ້ງຢືນສໍາເລັດຊຸດຝຶກອົບຮົມໃຫ້ພະນັກງານສານທະຫານລາວ. ພາບ: qdnd.vn |
ທ່ານພົນຈັດຕະວາ ຮວ່າງຫຶວກຸ໋ຍ ປາດຖະໜາຢາກວ່າ ໃນໄລຍະຈະມາເຖິງ, ກອງທັບປະຊາຊົນສອງປະເທດ ຈະສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ຮໍ່າຮຽນ, ແລກປ່ຽນຄະນະຜູ້ແທນໃນຂົງເຂດຕຸລາການ ເວົ້າລວມ ແລະວຽກງານວິຊາສະເພາະສານທະຫານ ເວົ້າສະເພາະ ເພື່ອແນໃສ່ຍົກສູງຄວາມຮັບຮູ້, ລະດັບວິຊາສະເພາະ, ກໍາລັງຄວາມສາມາດໃຫ້ແກ່ຖັນແຖວພະນັກງານສານທະຫານຂອງສອງປະເທດ, ຜ່ານນັ້ນປະກອບສ່ວນເສີມຂະຫຍາຍກວ່າອີກການພົວພັນສາມັກຄີອັນສະໜິດແໜ້ນລະຫວ່າງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ - ລາວ.
ພັນເອກ ຈັນທະວິໄຊ ນາມມະວົງສາ, ປະທານສານທະຫານພາກໃຕ້, ຫົວໜ້າຄະນະຝຶກອົບຮົມສານທະຫານລາວ ໃຫ້ຮູ້ວ່າ ໃນຊຸດຝຶກອົບຮົມຄັ້ງນີ້, ພະນັກງານໃນຄະນະ ໄດ້ຮັບເອົາບົດຮຽນປະສົບການ ແລະຄຸນຄ່າຕົວຈິງຕ່າງໆຜ່ານການຄົ້ນຄວ້າ, ຮໍ່າຮຽນທິດສະດີ ແລະພຶດຕິກໍາຕົວຈິງໃນວຽກງານຂອງຂະແໜງສານທະຫານຈາກພະນັກງານຫວຽດນາມ. ບັນດາບົດຮຽນປະສົບການອັນມີຄ່າເຫຼົ່ານີ້ ຈະໄດ້ນຳໄປໝູນໃຊ້ເຂົ້າໃນພຶດຕິກໍາຕົວຈິງຢູ່ກົມກອງຂອງຕົນເມື່ອກັບຄືນປະເທດ.
ໂດຍ: ໄຊຊະນະ