ເຖິງວ່າມີແຫຼ່ງຊັບພະຍາກອນທາງທະເລອຸດົມສົມບູນ, ມີຄວາມສາມາດບົ່ມຊ້ອນກໍ່ຕາມ, ແຕ່ນະຄອນ ດ່າໜັງ ພວມປະເຊີນໜ້າກັບສິ່ງທ້າທາຍດ້ານສິ່ງແວດລ້ອມຫຼາຍຢ່າງ, ໄດ້ວາງອອກຄວາມຮຽກຮ້ອງຕ້ອງການອັນຮີບດ່ວນໃນການພັດທະນາເສດຖະກິດທາງທະເລແບບຍືນຍົງ ແລະຍາວນານ...
ຄວາມສາມາດບົ່ມຊ້ອນໃໝ່, ສິ່ງທ້າທາຍໃໝ່
ດ່າໜັງ - ນະຄອນໃຈກາງຂອງພາກກາງທໍາມະຊາດໄດ້ດົນບັນດານໃຫ້ມີແຄມຝັ່ງທະເລທີ່ຍາວຢຽດ, ລຽບຕາມຫາດຊາຍທີ່ກ້ຽງງາມດີ, ນ້ໍາທະເລສີຟ້າສົດໃສ ແລະສະພາບອາກາດທີ່ອ່ອນໂຍນ. ພາຍຫຼັງໂຮມເຂົ້າກັບແຂວງກວາງນາມ ແລ້ວ, ນະຄອນ ດ່າໜັງ ໄດ້ເປັນເຈົ້າຂອງຫາດຊາຍທະເລທີ່ມີຊື່ສຽງຫຼາຍແຫ່ງ, ໃນນັ້ນມີ ມີ້ເຄ ແລະເກື້ອດ້າຍ ໄດ້ເຊີດຊູເປັນບັນດາຫາດຊາຍທະເລທີ່ສວຍງາມອັນດັບໜຶ່ງຢູ່ອາຊີ ແລະໃນໂລກ. ດ່າໜັງ ຍັງມີທີ່ຕັ້ງຍຸດທະສາດທີ່ມີທ່າເຮືອນ້ຳເລິກເຊັ່ນ: ຕຽນຊາ, ລຽນຈຽວ, ຈູລາຍ, ເຊິ່ງເປັນເງື່ອນໄຂທີ່ເໝາະສົມ ເພື່ອພັດທະນາເສດຖະກິດທາງທະເລ, logistics ແລະການທ່ອງທ່ຽວທາງທະເລ. ນີ້ແມ່ນທ່າໄດ້ປຽບເຊິ່ງບໍ່ແມ່ນວ່າ ທ້ອງຖິ່ນແຄມທະເລໃດກໍ່ມີ...
    |
 |
ດ່າໜັງ ມີທ່າໄດ້ປຽບຫຼາຍຢ່າງໃນການພັດທະນາເສດຖະກິດທາງທະເລ. ພາບ: ກິມເງິນ. |
ຕາມມະຕິເລກທີ 43-NQ/TW ຂອງກົມການເມືອງແລ້ວ, ການພັດທະນາເສດຖະກິດທາງທະເລ, ການທ່ອງທ່ຽວ ແລະອຸດສາຫະກຳເຕັກໂນໂລຊີສູງແມ່ນ 3 ເສົາຄ້ຳສຳຄັນໃນຍຸດທະສາດພັດທະນານະຄອນດ່າໜັງ ຮອດປີ 2030, ວິໄສທັດຮອດປີ 2045. ໂຄງການກະທໍາກ່ຽວກັບການພັດທະນາເສດຖະກິດທະເລແບບຍືນຍົງຂອງນະຄອນຍັງໄດ້ກຳນົດຢ່າງຈະແຈ້ງ ເພື່ອກາຍເປັນສູນເສດຖະກິດທາງທະເລໃຫຍ່ຂອງທົ່ວປະເທດ, ມຸ່ງໄປເຖິງແບບຢ່າງຕົວເມືອງທະເລສາກົນ, ພັດທະນາບົນພື້ນຖານການປົກປັກຮັກສາສິ່ງແວດລ້ອມ ແລະຮັບປະກັນຊີວິດສັງຄົມ.
ເຖິງຢ່າງໃດກໍ່ຕາມ, ໄປຄຽງຄູ່ກັບ “ທ່າໄດ້ປຽບທີ່ດີ”, ນະຄອນ ດ່າໜັງ ກໍ່ພວມປະເຊີນໜ້າກັບຄວາມສ່ຽງຫຼາຍຢ່າງ, ພິເສດແມ່ນສິ່ງທ້າທາຍທີ່ນັບມື້ນັບເຫັນໄດ້ຊັດກ່ຽວກັບສະພາບແວດລ້ອມທາງທະເລ ເຊັ່ນ: ການເຊາະເຈື່ອນຂອງຝັ່ງທະເລ ແລະການກັດເຊາະຊາຍຝັ່ງ; ມົນລະພິດສິ່ງແວດລ້ອມທາງທະເລ (ມົນລະພິດທາງນ້ໍາ, ມົນລະພິດສິ່ງເສດເຫຼືອ...), ຜົນກະທົບຢ່າງຮ້າຍແຮງຕໍ່ພູມສັນຖານ ແລະລະບົບນິເວດແຄມທະເລ. ຕົວຢ່າງຫຼ້າສຸດແມ່ນກໍລະນີນັກລົງທຶນ Temple Resort Danang ຖືກປັບໃໝຈາກກໍາລັງທີ່ກ່ຽວຂ້ອງເມື່ອເດືອນມິຖຸນາ 2025 ຍ້ອນປ່ອຍນ້ຳເສຍລົງສູ່ຫາດຊາຍ, ສ້າງມົນລະພິດຕໍ່ສິ່ງແວດລ້ອມ, ສົ່ງຜົນກະທົບຕໍ່ການທ່ອງທ່ຽວທາງທະເລຂອງທ້ອງຖິ່ນ... ຈາກສະພາບການດັ່ງກ່າວ, ນະຄອນ ດ່າໜັງ ຕ້ອງມີມາດຕະການແກ້ໄຂໃນການຮັກສາຊັບພະຍາກອນ, ຟື້ນຟູລະບົບນິເວດ ແລະພັດທະນາເສດຖະກິດໃຫ້ມີຄວາມກົມກຽວກັບການປົກປັກຮັກສາສິ່ງແວດລ້ອມທະເລ.
ປົກປັກຮັກສາທະເລເພື່ອພັດທະນາແບບຍືນຍົງ
ຕາມພະແນກກະສິກຳ ແລະສິ່ງແວດລ້ອມນະຄອນ ດ່າໜັງ ແລ້ວ, ປະຈຸບັນ, ນະຄອນບໍ່ພຽງແຕ່ສຸມໃສ່ພັດທະນາບັນດາຂະແໜງອຸດສາຫະກຳທີ່ມີທ່າແຮງ, ຄື: ທ່າເຮືອທະເລ, ການບໍລິການ logistics, ການທ່ອງທ່ຽວພັກຜ່ອນຕາກອາກາດຕາມແຄມທະເລ, ແຕ່ກໍ່ຍັງໄດ້ເອົາໃຈໃສ່ເປັນພິເສດເຖິງການຕ້ານມົນລະພິດ, ຟື້ນຟູລະບົບນິເວດຊາຍຝັ່ງ ແລະພັດທະນາຮູບແບບຂອງຕົວເມືອງສະຫຼາດ-ນິເວດທະເລ.
ຕາມທ່ານປະລິນຍາໂທ ເຈິ່ນຮືວວີ, ຜູ້ອໍານວຍການສູນອະນຸລັກຊີວະນາໆພັນ GreenViet ແລ້ວ, ພື້ນທີ່ທະເລເປີດພ້ອມດ້ວຍລະບົບນິເວດທີ່ຫຼາຍຮູບຫຼາຍແບບ ນັບແຕ່ ນາມຫາຍເວິນ ຫາ ກູລາວຈາມ, ຕາມຫາຍ ຈະຮຽກຮ້ອງໃຫ້ມີຍຸດທະສາດການຄຸ້ມຄອງເຂດທະເລແບບສັງລວມຢ່າງແຂງແຮງດ້ວຍການປະສານງານລະຫວ່າງຂະແໜງການ ແລະລະດັບຕ່າງໆ. ການວາງແຜນພື້ນທີ່ທາງທະເລລະຫວ່າງພາກພື້ນທີ່ເປັນເອກະພາບກັນນັ້ນສາມາດຊ່ວຍຄວບຄຸມມົນລະພິດ, ການເຊາະເຈື່ອນ ແລະການສູນເສຍຊີວະນາໆພັນໄດ້ເປັນຢ່າງດີກວ່າ - ແຕ່ມັນຈະມີປະສິດທິພາບ ກໍ່ຕໍ່ເມື່ອມີລະບົບການຕິດຕາມສິ່ງແວດລ້ອມທີ່ທັນສະໄໝ ແລະແລວທາງນິຕິກໍາທີ່ແໜ້ນແຟ້ນ.
ໃນສະພາບການເປີດກວ້າງຂົງເຂດຕົວເມືອງ ແລະຊຸກຍູ້ການເຕີບໂຕເສດຖະກິດ, ທ່ານ ປະລິນຍາໂທ ເຈິ່ນຮືວວີ ສະເໜີໃຫ້ນະຄອນ ດ່າໜັງ ຄວນປະມວນການວາງແຜນຜັງເຂດທະເລກັບການຂຸດຄົ້ນ ແລະການອະນຸລັກແຫຼ່ງສິນໃນນ້ຳຕາມທິດ ລະຫວ່າງເຂດນິເວດ - ຍາວຢຽດແຕ່ ນາມຫາຍເວິນ, ເຊີນຈ່າ, ກູລາວຈາມ ຈົນເຖິງ ຕາມຫາຍ. ການວາງແຜນຜັງນີ້ຕ້ອງຕິດພັນກັບບັນດາເສົາຄ້ຳ, ເຊັ່ນ: ເສດຖະກິດທະເລສີຂຽວ, ເສດຖະກິດໝູນວຽນ, ການທ່ອງທ່ຽວແບບຍືນຍົງ, ການປົກປ້ອງຊາຍຝັ່ງທະເລ ແລະການປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ. ສິ່ງສຳຄັນກວ່ານັ້ນ, ນະຄອນຕ້ອງຕິດແທດກັບບັນດາເປົ້າໝາຍໃນການວາງແຜນຜັງເຂດທະເລແຫ່ງຊາດ ແລະອະນຸລັກທະເລແຫ່ງຊາດ, ນີ້ແມ່ນພື້ນຖານໃຫ້ແກ່ການຮັກສາໜ້າທີ່ຂອງລະບົບນິເວດ ແລະຄວາມສາມາດຕ້ານທານຂອງລະບົບນິເວດທະເລທັງໝົດຢູ່ ຫວຽດນາມ.
ໄປຄຽງຄູ່ກັບການວາງແຜນ, ວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມວົງຄະນາຍາດສວມບົດບາດສໍາຄັນ. ສະນັ້ນ, ນະຄອນຕ້ອງເພີ່ມທະວີການວຽກງານໂຄສະນາກ່ຽວກັບຄຸນຄ່າຂອງທະເລ, ສົມທົບການເຄື່ອນໄຫວອະນຸລັກເຂົ້າໃນຊີວິດວັດທະນະທຳທ້ອງຖິ່ນ. ພ້ອມດຽວກັນນັ້ນ ການສຶກສາສິ່ງແວດລ້ອມທະເລ ກໍ່ຄວນເອົາເຂົ້າໃນຫຼັກສູດການສອນມັດທະຍົມສຶກສາ, ນັບແຕ່ການສຶກສານອກຫຼັກສູດຈົນເຖິງຫຼັກສູດທີ່ເປັນທາງການ, ເພື່ອສ້າງຄວາມຮັບຮູ້ ແລະການກະທຳທີ່ເປັນມິດກັບສິ່ງແວດລ້ອມຕັ້ງແຕ່ຫົວທີ.
ດ່າໜັງ ພວມຫັນຄວາມຄາດຫວັງຢາກກາຍເປັນນະຄອນທະເລນິເວດ-ສະຫຼາດ-ຍືນຍົງໃນອະນາຄົດໃຫ້ປະກົດຜົນເປັນຈິງ. ເພື່ອຫັນສິ່ງດັ່ງກ່າວນັ້ນໃຫ້ປະກົດຜົນເປັນຈິງ, ທາງນະຄອນຕ້ອງດຸ່ນດ່ຽງລະຫວ່າງການເຕີບໂຕດ້ານເສດຖະກິດ ແລະການຮັກສາລະບົບນິເວດທະເລ, ຈາກນັ້ນພັດທະນາເສດຖະກິດທະເລໃນໄລຍະຍາວ.
ໂດຍ: ຈາງຫງວຽນ