leftcenterrightdel
ການຖະແຫຼງຂ່າວໄຕມາດທີ 2 ຂອງກະຊວງການເງິນ. ພາບ: vietnamfinance.vn

ນີ້ແມ່ນຂໍ້ມູນທີ່ໄດ້ຮັບການແບ່ງປັນທີ່ການຖະແຫຼງຂ່າວໄຕມາດທີ 2 ຂອງກະຊວງການເງິນ ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍວັນທີ 2 ກໍລະກົດ ຢູ່ ຮ່າໂນ້ຍ. ລະອຽດແມ່ນ, ຈຳນວນວິສາຫະກິດໄດ້ຮັບການສ້າງຕັ້ງໃໝ່ໃນເດືອນມິຖຸນາ ບັນລຸລະດັບສະຖິຕິແມ່ນກ່ວາ 24.000 ແຫ່ງ, ສູງກ່ວາລະດັບປານກາງປະມານ 15.000 ແຫ່ງໃນໄລຍະກ່ອນ. ໄລ່ລວມໄລຍະ 2021-2024, ຈຳນວນວິສາຫະກິດສ້າງຕັ້ງໃໝ່ຕາມເດືອນ ມີລະດັບເພີ່ມຂຶ້ນທົບ 2 ເທົ່າ. ທ່ານນາງ ຈິງທິເຮືອງ, ຮອງຫົວໜ້າກົມພັດທະນາວິສາຫະກິດເອກະຊົນ ແລະ ເສດຖະກິດລວມໝູ່ ຂຶ້ນກັບກະຊວງການເງິນ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທຳອິດທີ່ຈຳນວນວິສາຫະກິດທັງໝົດເຂົ້າຮ່ວມຕະຫຼາດ ແລະ ເຂົ້າຮ່ວມຄືນໃໝ່ເພີ່ມຂຶ້ນທົບ 1 ຫາ 2 ເທົ່າເມື່ອທຽບໃສ່ກັບວິສາຫະກິດທີ່ຖອນຕົວໂດຍສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມວິສາຫະກິດຕໍ່ແງ່ຫວັງຟື້ນຟູ ກໍ່ຄືກັນພັດທະນາເສດຖະກິດທີ່ພວມໄດ້ຮັບການປັບປຸງຢ່າງແຮງ.

ແຫຼ່ງຄັດຈາກ: vovworld.vn