ໃນນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກເຖິງການພັດທະນາທີ່ກ້າວກະໂດດຂັ້ນຂອງການພົວພັນສອງປະເທດໃນ 3 ທົດສະວັດຜ່ານມາ, ດ້ວຍຫຼາຍຂົງເຂດການຮ່ວມມືນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ.
ເສົາຄ້ຳຕົ້ນຕໍຂອງການຮ່ວມມື
ທ່ານ Knapper ຖືວ່າ ດ້ວຍການເປີດກວ້າງການພົວພັນສອງຝ່າຍຫຼາຍພໍສົມຄວນ, ສະນັ້ນ ປະຈຸບັນຈຶ່ງມີ “ຫຼາຍເສົາຄ້ຳ” ຂອງການຮ່ວມມືລະຫວ່າງສອງປະເທດ.
ກ່ຽວກັບການພົວພັນດ້ານເສດຖະກິດ, ທ່ານ Knapper ຢືນຢັນວ່າ ນີ້ແມ່ນເສົາຄ້ຳສຳຄັນ. ປະຈຸບັນ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 8 ຂອງອາເມລິກາ ແລະອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ. ອາເມລິກາ ໄດ້ລົງທຶນເຂົ້າຫວຽດນາມ ຢ່າງຫຼວງຫຼາຍ, ນັບມື້ນັບມີນັກລົງທຶນຫວຽດນາມ ຫຼາຍຄົນທີ່ມຸ່ງໄປເຖິງອາເມລິກາ. ຕົວຢ່າງຄື, ກອງປະຊຸມສຸດຍອດການລົງທຶນ SelectUSA Investment Summit 2025 ຢູ່ອາເມລິກາ ໃນເດືອນພຶດສະພາຜ່ານມານີ້ ໄດ້ຕ້ອນຮັບນັກລົງທຶນຫວຽດນາມ 100 ກວ່າຄົນ - ຄະນະຜູ້ແທນຫວຽດນາມ ແມ່ນມີຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນນໍາໂດຍທ່ານ ກາວແອງຕວນ ຮອງລັດຖະມົນຕີກະຊວງການເງິນ; ສະແດງໃຫ້ເຫັນຄວາມສົນໃຈຂອງຫວຽດນາມ ນັບມື້ນັບເພີ່ມຂຶ້ນໃນການລົງທຶນຢູ່ອາເມລິກາ.
    |
 |
ທ່ານ Marc E. Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນຂົງເຂດການຮ່ວມມືດ້ານການສຶກສາ, ນັກສຶກສາຫວຽດນາມ ແມ່ນຢູ່ອັນດັບທີ 6 ຂອງນັກສຶກສາຕ່າງປະເທດຢູ່ອາເມລິກາ, ມີນັກສຶກສາປະມານ 30.000 ຄົນກຳລັງຮຽນຢູ່ທີ່ນີ້ ແລະຈຳນວນນີ້ກໍ່ກຳລັງເພີ່ມຂຶ້ນເລື້ອຍໆ. ຖ້າຫາກນັບທັງບັນດາຫຼັກສູດການສຶກສາໄລຍະສັ້ນ, ຈຳນວນນັກສຶກສາຫວຽດນາມ ທີ່ມີການພົວພັນກັບລະບົບການສຶກສາຂອງອາເມລິກາ ແມ່ນປະມານ 300.000 ຄົນ. ທ່ານເອກອັກຄະລັດຖະທູດ ກໍ່ປາດຖະໜາຢາກເຫັນປະຈັກຕາສິ່ງທີ່ກົງກັນຂ້າມ, ມີຊາວໜຸ່ມອາເມລິກາ ແລະນັກຮຽນຮູ້, ນັກຄົ້ນຄ້ວາອາເມລິກາ ຫຼາຍຄົນມາຢ້ຽມຢາມຫວຽດນາມ ນັບມື້ນັບຫຼາຍຂຶ້ນ.
ໃນການຮ່ວມມື ຫວຽດນາມ-ອາເມລິກາ, ການຮ່ວມມືດ້ານສາທາລະນະສຸກ ໄດ້ກາຍເປັນເສົາຄ້ຳສຳຄັນ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ເສົາຄ້ຳແຫ່ງການຮ່ວມມືນີ້ ແມ່ນເລີ່ມຕົ້ນດ້ວຍບັນດາໂຄງການຮ່ວມມືກ່ຽວກັບການປ້ອງກັນ, ຕ້ານພະຍາດ HIV/AIDS ໂດຍຜ່ານແຜນການສຸກເສີນຕ້ານພະຍາດ AIDS (PEPFAR) ຂອງປະທານາທິບໍດີອາເມລິກາ ໜູນຊ່ວຍການຮັບມືກັບ HIV/AIDS ຂອງຫວຽດນາມ ນັບແຕ່ປີ 2005 ເປັນຕົ້ນມາ ແລະຂະຫຍາຍໄປສູ່ການປ້ອງກັນ, ຕ້ານພະຍາດວັນນະໂລກ ແລະໂຄວິດ-19.
ຕາມທ່ານເອກອັກຄະລັດຖະທູດແລ້ວ, ການຮ່ວມມືດ້ານປ້ອງກັນຊາດ ກໍ່ແມ່ນເສົາຄ້ຳສຳຄັນໃນການຮ່ວມມືສອງຝ່າຍ. ກ່ຽວກັບການຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີສູງ ແລະເຄິ່ງຊັກນຳໄຟຟ້າ, ຕາມທ່ານເອກອັກຄະລັດຖະທູດແລ້ວ, ຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນ ຫວຽດນາມ-ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ ກັນຍາ ປີ 2023 ລະຫວ່າງການນຳສອງປະເທດ - ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ແລະທ່ານ Biden ປະທານາທິບໍດີ ແມ່ນ “ຜົນງານປະຫວັດສາດ”, ໃນນັ້ນສອງຝ່າຍໄດ້ເນັ້ນໜັກເຖິງການຮ່ວມມືດ້ານເຕັກໂນໂລຊີສູງ ແລະພິເສດແມ່ນຂະແໜງເຄິ່ງຊັກນຳໄຟຟ້າ. ສອງປະເທດເຫັນໄດ້ວ່າ ຫວຽດນາມ ແມ່ນລ້ວນແຕ່ມີຄວາມສາມາດຢ່າງຄົບຖ້ວນ ແລະພ້ອມແລ້ວທີ່ຈະຍົກສູງລະບົບຕ່ອງໂສ້ມູນຄ່າທົ່ວໂລກໃນການຜະລິດເຕັກໂນໂລຢີສູງ.
ທ່ານເອກອັກຄະລັດຖະທູດ ໃຫ້ຂໍ້ສັງເກດວ່າ: 30 ປີຜ່ານມາ ໄດ້ເຫັນປະຈັກຕາການເປີດກວ້າງ ແລະເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈລະຫວ່າງສອງປະເທດເລິກເຊິ່ງຂຶ້ນກວ່າເກົ່າ. ເຖິງວ່າໂລກພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ອາເມລິກາ ແລະຫວຽດນາມ ມີຜົນປະໂຫຍດ ແລະມີເປົ້າໝາຍຮ່ວມກັນຫຼາຍຢ່າງ, ຈະພ້ອມກັນຮ່ວມມືແກ້ໄຂບັນດາບັນຫານັບແຕ່ດ້ານສາທາລະນະສຸກຈົນເຖິງຄວາມໝັ້ນຄົງທາງອິນເຕີແນັດ, ອາດຊະຍາກຳຂ້າມຊາດ ຄືການຄ້າມະນຸດ ແລະຢາເສບຕິດ...
ຊຸກຍູ້ຄວາມວັດທະນາຖາວອນລວມ
ເມື່ອແລກປ່ຽນກ່ຽວກັບກຳນົດທິດພັດທະນາຂອງການພົວພັນສອງຝ່າຍລະຫວ່າງສອງປະເທດ ໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ ອາເມລິກາ ໃຫ້ຮູ້ວ່າ: ກ່ຽວກັບການພົວພັນດ້ານການຄ້າ, ເປົ້າໝາຍຂອງ ອາເມລິກາ ຍາມໃດກໍ່ໄດ້ຮັບປະກັນການພົວພັນດ້ານການຄ້າທີ່ປອດໃສ ແລະດຸ່ນດ່ຽງ, ນຳເອົາຜົນປະໂຫຍດມາໃຫ້ທັງສອງປະເທດ ແລະຊຸກຍູ້ວັດທະນາຖາວອນລວມ. ລັດຖະບານອາເມລິກາ ກໍ່ປາດຖະໜາຢາກຮັບປະກັນວ່າ ບັນດາວິສາຫະກິດອາເມລິກາ ທີ່ດຳເນີນທຸລະກິດຢູ່ຫວຽດນາມ ໃນສະພາບແວດລ້ອມທີ່ສະເໝີພາບ, ພ້ອມທັງສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຫວຽດນາມ ປະສົບຜົນສຳເລັດໃນການດຳເນີນທຸລະກິດຢູ່ ອາເມລິກາ.
ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ຫວຽດນາມ ໄດ້ເປັນເຈົ້າການ ແລະຕັ້ງໜ້າໃນການປຶກສາຫາລືກ່ຽວກັບພາສີ ແລະການພົວພັນດ້ານການຄ້າ. ທ່ານ ໂຕເລິມ ເລຂາທິການໃຫຍ່ ແມ່ນໜຶ່ງໃນບັນດາຜູ້ນຳຕ່າງປະເທດຄົນທຳອິດທີ່ໄດ້ໂອ້ລົມທາງໂທລະສັບກັບທ່ານ Donald Trump ປະທານາທິບໍດີ ພາຍຫຼັງຜູ້ນຳອາເມລິກາ ປະກາດຈັດວາງນະໂຍບາຍພາສີເຊິ່ງກັນ ແລະກັນ. ຄະນະຜູ້ແທນຫວຽດນາມ ໄປຢ້ຽມຢາມ ແລະເຮັດວຽກກັບບັນດາຄູ່ຮ່ວມມືອາເມລິກາ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະການເຂົ້າຮ່ວມຢ່າງຕັ້ງໜ້າຂອງຫວຽດນາມ.
ການໂອ້ລົມທາງໂທລະສັບຂັ້ນສູງລະຫວ່າງທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Donald Trump ປະທານາທິບໍດີ ກໍ່ຄືບັນດາການເຄື່ອນໄຫວຂອງຄະນະຜູ້ແທນຂັ້ນສູງສອງປະເທດ “ສະແດງໃຫ້ເຫັນວ່າ ການພົວພັນ ຫວຽດນາມ-ອາເມລິກາ ກຳລັງຢູ່ໃນໄລຍະທີ່ດີທີ່ສຸດ ແລະອາເມລິກາ ມີຄວາມເຄົາລົບນັບຖືຕໍ່ຫວຽດນາມ ດ້ວຍຄວາມປາດຖະໜາຢາກໃຫ້ການພົວພັນລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງແຂງແຮງ, ສືບຕໍ່ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງປະເທດ”.
ທີ່ການພົບປະກັບສື່ມວນຊົນ, ທ່ານເອກອັກຄະລັດຖະທູດ ໄດ້ແບ່ງປັນວ່າ ບັນດານັກທຸລະກິດອາເມລິກາ ກໍ່ມີຄວາມປະເອີບໃຈທີ່ສຸດກ່ຽວກັບຫວຽດນາມ ແມ່ນຄູ່ຮ່ວມມື, ຕະຫຼາດ ແລະສູນຜະລິດ, ພິເສດແມ່ນການຜະລິດເຕັກໂນໂລຢີສູງ. ເພື່ອເພີ່ມທະວີການລົງທຶນ, ທ່ານເອກອັກຄະລັດຖະທູດ ຖືວ່າ ບັນດາບາດກ້າວທີ່ລັດຖະບານຫວຽດນາມ ໄດ້ປະຕິບັດໃນຫວ່າງມໍ່ໆມານີ້ຈະມີຄວາມໝາຍສຳຄັນ. ການຈັດຕັ້ງບັນດາຫົວໜ່ວຍບໍລິຫານຂອງຫວຽດນາມ ໃນທຸກຂັ້ນ ແລະສ້າງຮູບແບບລັດຖະບານທ້ອງຖິ່ນ 2 ຂັ້ນຈະຊຸກຍູ້ການຕັດສິນໃຈ, ອະນຸຍາດ ແລະອະນຸມັດບັນດາໂຄງການລົງທຶນໃຫ້ມີປະສິດທິຜົນກວ່າອີກ.
ສິ້ນສຸດການພົບປະກັບສື່ມວນຊົນຫວຽດນາມ, ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ ໄດ້ສະແດງຄວາມຊົມເຊີຍ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ອາເມລິກາ, ສະແດງຄວາມເຊື່ອໝັ້ນຕໍ່ອະນາຄົດຂອງການຮ່ວມມືຢ່າງແຂງແຮງ ແລະການພັດທະນາລະຫວ່າງສອງປະເທດ.
ໂດຍ: ຈາງຫງວຽນ