ນັກຂ່າວ: ຫົວຂໍ້ຂອງວັນປະຊາກອນໂລກ ປີນີ້ແມ່ນ “ສິດຕັດສິນເອງ ກ່ຽວກັບການຈະເລີນພັນໃນໂລກທີ່ມີການປ່ຽນແປງ” ມີຄວາມໝາຍຄືແນວໃດ, ຂໍຮຽນທ່ານ?

ທ່ານ Matt Jackson: ວັນປະຊາກອນໂລກປີນີ້ມີຫົວຂໍ້ “ສິດຕັດສິນເອງກ່ຽວກັບການຈະເລີນພັນໃນໂລກ ທີ່ມີການປ່ຽນແປງ” ດ້ວຍຄວາມໝາຍຖືມະນຸດ, ດ້ວຍຄວາມຄາດຫວັງ, ສະພາບການດຳລົງຊີວິດ ແລະຄວາມສາມາດອອກຄຳຕັດສິນ, ແມ່ນໃຈກາງຂອງບັນດານະໂຍບາຍ ແລະໂຄງການປະຊາກອນ. ສິດນີ້ໄດ້ເຂົ້າໃຈຢ່າງງ່າຍດາຍວ່າ ແມ່ນຄວາມເສລີ ກໍ່ຄືການມອບສິດໃຫ້ບຸກຄົນ, ບັນດາຄູ່ຜົວເມຍໃນສິດຕັດສິນເອົາລູກ, ໄລຍະຫ່າງລະຫວ່າງການເກີດລູກແຕ່ລະຄັ້ງ ແລະເວລາເກີດລູກ ແລະພິເສດແມ່ນເກີດລູກກັບຜູ້ທີ່ມອບສິດຕັດສິນເອງນັ້ນ.

ປະຊາກອນ ພວມເປັນຫົວຂໍ້ທີ່ໄດ້ຮັບຄວາມສົນໃຈນັບມື້ນັບຫຼາຍ, ໄປຄຽງຄູ່ກັນນັ້ນແມ່ນຄວາມເປັນຫ່ວງເປັນໄຍນັບມື້ນັບເພີ່ມຂຶ້ນ. ຄວາມເປັນຫ່ວງເປັນໄຍກ່ຽວກັບລະດັບການເກີດລູກຕ່ຳ, ປະຊາກອນເຖົ້າແກ່ ແລະຂາດເຂີນແຮງງານພາໃຫ້ເກີດຄວາມຢ້ານກົວວ່າ  “ປະຊາກອນຈະຫຼຸດລົງ”; ໃນຂະນະນັ້ນ, ຫຼາຍຄົນກໍ່ຖືວ່າ ໄພນາບຂູ່ໃຫຍ່ທີ່ສຸດຕໍ່ກັບໂລກໜ່ວຍນີ້ແມ່ນການລະເບີດຂຶ້ນຂອງປະຊາກອນ. ເພາະສະນັ້ນ, ຫົວຂໍ້ປີນີ້ມີຄວາມໝາຍພິເສດໃນສະພາບການທີ່ຫວຽດນາມ ກ້າວເຂົ້າສູ່ໄລຍະລະດັບການເກີດລູກຕ່ຳ ແລະເຖົ້າແກ່ໄວ.

leftcenterrightdel
ທ່ານ Matt Jackson ຫົວໜ້າຜູ້ຕາງໜ້າຂອງກອງທຶນປະຊາກອນ ສປຊ (UNFPA) ປະຈໍາ ຫວຽດນາມ. ພາບ: ອານອານ

ນັກຂ່າວ: ຄືດັ່ງທີ່ທ່ານແບ່ງປັນ, ໃນການສຳຫຼວດໃໝ່ຫຼ້າສຸດຂອງ UNFPA ຢູ່ 14 ປະເທດ, ຄວາມມຸ່ງມາດປາດຖະໜາຂອງຜູ້ທີ່ໄດ້ສຳຫຼວດ ແລະຢູ່ ຫວຽດນາມ ມີຄວາມແຕກຕ່າງກັນຫຼາຍບໍ່, ຂໍຮຽນທ່ານ?

ທ່ານ Matt Jackson: ຂ້າພະເຈົ້າ ຄິດວ່າສິ່ງທ້າທາຍຢູ່ຫວຽດນາມ ກໍ່ຄ້າຍຄືກັບຫຼາຍປະເທດຕ່າງໆໃນໂລກ, ພິເສດແມ່ນບັນດາປະເທດຢູ່ພາກພື້ນອາຊີ, ປາຊີຟິກ. ເຖິງຢ່າງໃດກໍ່ຕາມ, ຢູ່ຫວຽດນາມ ລະດັບປະຊາກອນເຖົ້າແກ່ໄວທີ່ສຸດ, ສະນັ້ນ ຫວຽດນາມ ຕ້ອງມີບັນດາມາດຕະການຢ່າງແຂງແຮງ ແລະວ່ອງໄວເພື່ອໃຫ້ປະຊາກອນກຽມພ້ອມຮັບມືກັບສິ່ງທ້າທາຍດັ່ງກ່າວ.

ຍົກຕົວຢ່າງ, ພວກເຮົາຕ້ອງເຮັດແນວໃດເພື່ອກະກຽມລະບົບເບິ່ງແຍງດູແລ, ພິເສດແມ່ນການໜູນຊ່ວຍຜູ້ເຖົ້າ, ເຮັດແນວໃດເພື່ອໃຫ້ບັນຫາປະຊາກອນເຖົ້າແກ່ບໍ່ໄດ້ເປັນຮົ້ວກີດຂວາງເພື່ອໃຫ້ຊາວໜຸ່ມມີຄວາມລັງເລໃຈໃນການມີລູກ ແລະເຮັດແນວໃດເພື່ອສະໜອງເງື່ອນໄຂການໜູນຊ່ວຍທີ່ຈຳເປັນໃຫ້ເຂົາເຈົ້າ ເພື່ອໃຫ້ເຂົາເຈົ້າມີລູກໄດ້ຕາມຄວາມຕ້ອງການ. ຜູ້ອາຍຸສູງຫຼາຍກວ່າ, ອາຍຸຍືນກວ່າແມ່ນພະຍານຫຼັກຖານທີ່ສະແດງອອກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມກ້າວໜ້າໃນການເບິ່ງແຍງດູແລສຸຂະພາບ, ການສຶກສາ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະການຫຼຸດຜ່ອນຄວາມທຸກຍາກຂອງຫວຽດນາມ ໃນຫຼາຍທົດສະວັດຜ່ານມາ. ເພື່ອຮັບປະກັນບັນດາຜົນງານນີ້ໄດ້ຮັກສາຢ່າງຍືນຍົງ, ສິ່ງສຳຄັນແມ່ນຫວຽດນາມ ຕ້ອງສືບຕໍ່ປະຕິບັດວິທີການເຂົ້າເຖິງຮອບດ້ານ, ຖືມະນຸດເປັນໃຈກາງ ແລະອີງໃສ່ສິດ. ສິ່ງນັ້ນມີຄວາມໝາຍວ່າ ຮັບປະກັນທຸກຄົນ, ບໍ່ຈຳແນກເພດ, ພູມສາດ, ລາຍຮັບ ຫຼືວ່າສະພາບການສົມລົດ, ລ້ວນແຕ່ໄດ້ໜູນຊ່ວຍເພື່ອຕັດສິນໃຈເກີດລູກແບບເສລີ ແລະມີຄວາມຮັບຜິດຊອບ.

leftcenterrightdel
ບັນດາຄູ່ຜົວເມຍມີສິດຕັດສິນເອົາລູກ, ໄລຍະຫ່າງການເກີດລູກແຕ່ລະຄັ້ງ ແລະເວລາເກີດລູກ. ພາບ: ອານອານ.

ນັກຂ່າວUNFPA ຕີລາຄາຄືແນວໃດກ່ຽວກັບລະບົບນະໂຍບາຍປະຊາກອນໃນປະຈຸບັນຂອງຫວຽດນາມ?

ທ່ານ Matt Jackson: UNFPA ຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນການຫັນນະໂຍບາຍປະຊາກອນ ຈາກວິທີການເຂົ້າເຖິງການຄວບຄຸມໄປສູ່ວິທີການເຂົ້າເຖິງຮອບດ້ານ, ຖືປະຊາກອນເປັນໃຈກາງ ແລະອີງໃສ່ສິດ. ໃນເດືອນມີຖຸນາ 2025, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາລັດຖະບັນຍັດສະບັບປັບປຸງ, ເພີ່ມເຕີມມາດຕາ 10 ຂອງລັດຖະບັນຍັດປະຊາກອນ, ຈຸດປະສົງຕົ້ນຕໍຂອງການປັບປຸງຄັ້ງນີ້ແມ່ນເພື່ອແນໃສ່: ຮັກສາລະດັບການເກີດລູກປ່ຽນແທນ, ຫຼຸດຄວາມຜິດດ່ຽງລະດັບການເກີດລູກລະຫວ່າງບັນດາເຂດ. ພວກເຮົາ ຖືວ່າ ນີ້ແມ່ນບາດລ້ຽວໃຫຍ່ກ່ຽວກັບສິດທິມະນຸດ, ພິສູດໃຫ້ເຫັນຄຳໝັ້ນສັນຍາຂອງຫວຽດນາມ ໃນການຊຸກຍູ້ສິດເປັນເຈົ້າຕົນເອງກ່ຽວກັບການເກີດລູກ. ສິ່ງນີ້ກໍ່ສະແດງໃຫ້ເຫັນການປ່ຽນແປງໃນຈິນຕະນາການວາງແຜນກຳນົດນະໂຍບາຍຂອງຫວຽດນາມ, ຈາກຮູບແບບ “ຄຸ້ມຄອງ ແລະຄວບຄຸມປະຊາກອນ” ໄປສູ່ວິທີເຂົ້າເຖິງການຖືມະນຸດ ແລະຄວາມເປັນເຈົ້າການສ່ວນຕົວເປັນໃຈກາງ.

ນັກຂ່າວ: UNFPA ຈະຮ່ວມເດີນທາງພ້ອມກັບຫວຽດນາມ ຄືແນວໃດໃນການສ້າງນະໂຍບາຍປະຊາກອນ, ຂໍຮຽນທ່ານ?

ທ່ານ Matt Jackson: ໃນຕະຫຼອດ 45 ປີຜ່ານມາ, UNFPA ໄດ້ຮ່ວມເດີນທາງພ້ອມກັບຫວຽດນາມ ຜ່ານການໜູນຊ່ວຍດ້ານເຕັກນິກ, ຮ່ວມມືນະໂຍບາຍ ແລະຜັນຂະຫຍາຍບັນດາໂຄງການໃນຂົງເຂດທີ່ກ່ຽວຂ້ອງເຖິງປະຊາກອນ ແລະພັດທະນາ. ສ່ວນຕົວຂ້າພະເຈົ້າ ໄດ້ເຮັດວຽກຢູ່ຫວຽດນາມ ເປັນເວລາກວ່າ 2 ປີ ຂ້າພະເຈົ້າ ຮູ້ສຶກພາກພູມໃຈທີ່ໄດ້ເຫັນການພົວພັນຂອງ UNFPA ກັບບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ. ໃນໄລຍະຈະມາເຖິງພວກຂ້າພະເຈົ້າ ກຽມພ້ອມສືບຕໍ່ໜູນຊ່ວຍລັດຖະບານຫວຽດນາມ ໃນການປະຕິບັດຫຼາຍເປົ້າໝາຍກ່ຽວກັບປະຊາກອນ. ພວກຂ້າພະເຈົ້າ  ຈະໃຫ້ບຸລິມະສິດຊ່ວຍລັດຖະບານຫວຽດນາມ ບັນລຸບັນດາເປົ້າໝາຍປະຊາກອນຜ່ານວິວັດທະນາການປັບປຸງກົດໝາຍໃຫ້ສົມບູນແບບ ກໍ່ຄືນະໂຍບາຍທີ່ກ່ຽວຂ້ອງ ແລະຈະສືບຕໍ່ໜູນຊ່ວຍດ້ານເຕັກນິກ, ພິເສດແມ່ນສະໜອງບົດຮຽນປະສົບການສາກົນ ເພື່ອເຮັດແນວໃດໃຫ້ບັນດານະໂຍບາຍດັ່ງກ່າວທັງມີປະສິດທິຜົນທັງຮັບປະກັນບັນດາບັນຫາທີ່ກ່ຽວຂ້ອງກັບສິດທິມະນຸດ ກໍ່ຄືບັນດາບັນຫາກ່ຽວຂ້ອງເຖິງກຸ່ມຄົນດ້ອຍໂອກາດຢູ່ໃນສັງຄົມ.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ແສງເດືອນ