ຕັ້ງຄວາມຫວັງ ແລະມີຄວາມເຊື່ອໝັ້ນວ່າ ລະບຽບນິຕິກຳການລົງທຶນຈະວ່ອງໄວ, ສະດວກ
ນີ້ໄດ້ຖືວ່າແມ່ນບາດກ້າວບຸກທະລຸຢ່າງແຂງແຮງກ່ຽວກັບຈິນຕະນາການຄຸ້ມຄອງ ແລະພັດທະນາວິສາຫະກິດໃນສະພາບການໃໝ່, ເພື່ອໃຫ້ວິສາຫະກິດມີຄວາມໝັ້ນໃຈລົງທຶນກໍ່ສ້າງບັນດາໂຄງການພື້ນຖານໂຄງລ່າງຕົວເມືອງ ແລະເຂດອຸດສາຫະກໍາ, ຈັດຕັ້ງປະຕິບັດການຜະລິດ, ດຳເນີນທຸລະກິດຢ່າງວ່ອງໄວ, ປະກອບສ່ວນຫັນເປົ້າໝາຍເຕີບໂຕເສດຖະກິດຂອງທົ່ວປະເທດໃຫ້ປະກົດຜົນເປັນຈິງ.
ຕາມທ່ານ ຫງວຽນຈູງຫວູ ປະທານສະພາບໍລິຫານ Cen Group, ຖ້າກ່ອນໜ້ານີ້ມີຄວາມເຫັນວ່າ ບັນດາມະຕິມັກຈະບໍ່ໄດ້ຮັບການຈັດຕັ້ງປະຕິບັດ, ແຕ່ມາຮອດປະຈຸບັນ, ພຶດຕິກຳຊີວິດໄດ້ສ່ອງແສງຢູ່ໃນມະຕິແລ້ວ. ສິ່ງເຫຼົ່ານີ້ໄດ້ນໍາເອົາຄວາມເຊື່ອໝັ້ນ ແລະກໍາລັງໜູນມາໃຫ້ວິສາຫະກິດອະສັງຫາລິມະສັບເພື່ອສືບຕໍ່ພັດທະນາວິສາຫະກິດ. ພິເສດ, ການເຄື່ອນໄຫວອຳນາດການປົກຄອງສອງຂັ້ນນີ້ໄດ້ຕັ້ງຄວາມຫວັງໄວ້ວ່າຈະນຳມາເຊິ່ງການປ່ຽນແປງໃໝ່ຫຼາຍພໍສົມຄວນໃນການປະຕິຮູບດ້ານບໍລິຫານຄືລະບຽບການລົງທຶນກໍ່ສ້າງ. ເປັນໜ້າເອົາໃຈໃສ່, ໃນໄລຍະຈະມາເຖິງ, ລະບຽບການນິຕິກໍາຈະໄວກວ່າ ແລະສະດວກກວ່າ.
ເຫັນດີກັບທັດສະນະດັ່ງກ່າວ, ທ່ານ ເລຊວນງາ, ຜູ້ອຳນວຍການໃຫຍ່ BHS Property ໃຫ້ຮູ້ວ່າ: “ວິສາຫະກິດພວມຕັ້ງຄວາມຫວັງ ແລະເຊື່ອໝັ້ນວ່າ ລະບຽບການນິຕິກໍາການລົງທຶນຈະສັ້ນລົງ, ວ່ອງໄວ. ຈາກນັ້ນສ້າງເງື່ອນໄຂລະບຽບການລົງທຶນຢ່າງວ່ອງໄວ, ກະທັດຮັດກວ່າ, ຈາກນັ້ນຊ່ວຍໃຫ້ພວກຂ້າພະເຈົ້າສາມາດເຂົ້າເຖິງ ແລະເຮັດສຳເລັດຂັ້ນຕອນການລົງທຶນຢ່າງວ່ອງໄວ ແລະສະດວກກວ່າ”.
ບັນຫາທີ່ວາງອອກແມ່ນບັນດາວິສາຫະກິດໄດ້ກຳນົດໂອກາດການລົງທຶນໃນໄລຍະຈະມາເຖິງຄືແນວໃດ ແລະສະເໜີວິທີແກ້ໄຂບັນດາຂໍ້ບົກຜ່ອງເມື່ອເຄື່ອນໄຫວອຳນາດການປົກຄອງໃໝ່ເພື່ອຜັນຂະຫຍາຍບັນດາໂຄງການຢ່າງວ່ອງໄວ ແລະສະດວກກວ່າ? ຍ້ອນວ່າ ບັນດາວິສາຫະກິດສ່ວນຫຼາຍຖືວ່າຕະຫຼາດບໍ່ລໍຖ້າໃຜ ແລະໂອກາດຈະບໍ່ມາເປັນຄັ້ງທີສອງ. ຕາມນັ້ນແລ້ວ, ປ່ຽນແປງໃໝ່ຈິນຕະນາການລົງທຶນຕາມ “ເຂດກໍາລັງໜູນ” ແລະ “ການເຊື່ອມໂຍງທີ່ເໜືອກວ່າ” ແມ່ນຄຳກຸນແຈເພື່ອໃຫ້ວິສາຫະກິດອະສັງຫາລິມະຊັບໄດ້ແລກປ່ຽນເມື່ອດຳເນີນການເຄື່ອນໄຫວອຳນາດການປົກຄອງໃໝ່ສອງຂັ້ນຢ່າງແຂງແຮງໃນທົ່ວປະເທດ. ໃນເວລານັ້ນ, ການຫຼຸດເວລາໃນການເຮັດລະບຽບການລົງທຶນແນ່ນອນວ່າຈະນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ວິສາຫະກິດຖ້າຫາກປະຕິບັດທັນທີ.
ບັນຍາກາດພັດທະນາໃໝ່ໂດຍອີງໃສ່ການຮ່ວມສໍາພັນເຂດ
ຈາກມູມມອງຂອງຜູ້ບໍລິໂພກ, ກໍ່ພວມມີການປ່ຽນແປງ, ຄວາມຕ້ອງການນັບມື້ນັບສູງຂຶ້ນກ່ຽວກັບຄຸນນະພາບຊີວິດ, ປັດໄຈສີຂຽວ, ດີຈີຕອນ, ສຸຂະພາບແຂງແຮງ, ຈິດໃຈ ແລະສະສົມປະສົບການ. ຍ້ອນແນວນັ້ນ, ບັນດາໂຄງການກໍ່ຄວນໄດ້ລົງທຶນກໍ່ສ້າງເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ.
ຈາກແງ່ມູມການເຄື່ອນໄຫວຂອງຕະຫຼາດໃນສະພາບການໃໝ່ ແລະທຽບໃສ່ກັບການປະກອບສ່ວນຂອງພາກສ່ວນເສດຖະກິດ, ທ່ານ ປອ ເລຊວນເຫງັຍ, ອະດີດຮອງປະທານຄະນະກຳມະການຕິດຕາມກວດກາການເງິນແຫ່ງຊາດ, ຫົວໜ້າສະຖາບັນໃຫ້ຄຳປຶກສາພັດທະນາ ຖືວ່າ: “ເຂດເສດຖະກິດເອກະຊົນແມ່ນໜຶ່ງໃນບັນດາກຳລັງໜູນເຕີບໂຕຕົ້ນຕໍໃນໄລຍະຈະມາເຖິງ. ດ້ວຍ 24 ລ້ານຄົນທີ່ຢູ່ໃນຂົງເຂດເສດຖະກິດເອກະຊົນ, ຄອບຄົວ, ສ້າງ 1/3 GDP ທົ່ວປະເທດ, ຄວນໄດ້ສ້າງເງື່ອນໄຂຊຸກຍູ້ການພັດທະນາ ເພື່ອເຂົ້າຮ່ວມການລົງທຶນປະກອບສ່ວນເຂົ້າໃນການເຕີບໂຕຂອງປະເທດຫວຽດນາມ”.
ນັກຊ່ຽວຊານດ້ານເສດຖະກິດຈຳນວນໜຶ່ງໃຫ້ຂໍ້ສັງເກດວ່າ ຂັ້ນຕອນການຈັດຕັ້ງເຂດບໍລິຫານຄືນໃໝ່, ການເຄື່ອນໄຫວຮູບແບບອຳນາດການປົກຄອງສອງຂັ້ນ ແລະປະຕິຮູບລະບອບລະບຽບການເສດຖະກິດຢ່າງແຂງແຮງແມ່ນສ້າງຂົງເຂດພັດທະນາທີ່ບໍ່ເຄີຍມີມາກ່ອນ. ເຖິງຢ່າງໃດກໍ່ຕາມ, ສະພາບການນີ້ກໍ່ວາງສິ່ງທ້າທາຍຕໍ່ວິສາຫະກິດບໍ່ແມ່ນໜ້ອຍ. ຍ້ອນແນວນັ້ນ, ການຮັບຮູ້ບົດບາດຂອງກຸ່ມເສດຖະກິດເອກະຊົນ, ເມື່ອເຄື່ອນໄຫວຮູບແບບອຳນາດການປົກຄອງສອງຂັ້ນຄວນສືບຕໍ່ຊຸກຍູ້ມາດຕະການໃຫ້ວິສາຫະກິດຍູ້ແຮງການຜະລິດ, ດໍາເນີນທຸລະກິດ.
ບັນດານັກຊ່ຽວຊານດ້ານເສດຖະກິດຍັງຊີ້ອອກວ່າ, ກາລະໂອກາດຈາກການປະຕິຮູບດ້ານລະບອບລະບຽບການ ແລະການຈັດຕັ້ງເຂດຄຸ້ມຄອງບໍລິຫານຄືນໃໝ່ແມ່ນຫຼາຍທີ່ສຸດ, ແຕ່ກໍ່ຊ້ອນແຝງສິ່ງທ້າທາຍທາງດ້ານນິຕິກຳບໍ່ແມ່ນໜ້ອຍໃຫ້ວິສາຫະກິດອະສັງຫາລິມະຊັບ. ເພື່ອຍາດແຍ່ງເອົາກາລະໂອກາດ, ວິສາຫະກິດບໍ່ພຽງແຕ່ຕ້ອງເຂົ້າໃຈ, ເປັນເຈົ້າການອັບເດດກົດໝາຍທົ່ານັ້ນ, ຫາກຍັງຕ້ອງຍົກສູງຄວາມສາມາດດ້ານການເງິນ, ການຄຸ້ມຄອງຄວາມສ່ຽງ ແລະຈິນຕະນາການຮ່ວມມື. ບັນດາວິສາຫະກິດພຽງແຕ່ມີການກະກຽມຢ່າງລະອຽດ, ມີຍຸດທະສາດທີ່ຈະແຈ້ງ ແລະຮັບມືກັບການປ່ຽນແປງນິຕິກຳຈຶ່ງສາມາດຢືນຍົງ ແລະພັດທະນາໃນສະພາບການປະຈຸບັນ ແລະຢັ້ງຢືນຢ່າງແທ້ຈິງວ່າແມ່ນກຳລັງວິສາຫະກິດທີ່ປະກອບສ່ວນສຳຄັນເຂົ້າໃນເປົ້າໝາຍການເຕີບໂຕ, ພັດທະນາເສດຖະກິດຂອງປະເທດໃນໄລຍະໃໝ່.
ໂດຍ: ເຈິ່ນຮວ່ຽນ