leftcenterrightdel
ອຸທິຍານແຫ່ງຊາດ ຟອງຍາ-ແກບາງ ຂອງຫວຽດນາມ. ພາບ: ກົມມໍລະດົກວັດທະນະທໍາ.

ອຸທິຍານແຫ່ງຊາດ ຟອງຍາ-ແກບາງ (ປັດຈຸບັນຂຶ້ນກັບແຂວງກວ໋າງຈິ, ສສ ຫວຽດນາມ) ໄດ້ຂຶ້ນທະບຽນເປັນມໍລະດົກໂລກເປັນຄັ້ງທຳອິດ ໂດຍຄະນະກຳມະການມໍລະດົກໂລກ ທີ່ກອງປະຊຸມຄັ້ງທີ 27 ໃນວັນທີ 3 ກໍລະກົດ 2003 ແລະໄດ້ຂຶ້ນທະບຽນຄັ້ງທີສອງ ໃນວັນທີ 3 ກໍລະກົດ 2015, ທີ່ກອງປະຊຸມ ຄັ້ງທີ 39, ດ້ວຍເນື້ອທີ່ເຂດໃຈກາງແມ່ນ 123.326 ເຮັກຕາ ແລະເຂດອ້ອມຂ້າງແມ່ນ 220.055 ເຮັກຕາ.

leftcenterrightdel
ບ້ານແສນພັນ ໃນອຸທິຍານແຫ່ງຊາດ ຫີນໜາມໜໍ່. ພາບ: ກົມມໍລະດົກວັດທະນະທໍາ.

ອຸທິຍານແຫ່ງຊາດ ຟອງຍາ-ແກບາງ ເປັນເຂດແດນທຳມະຊາດ ຕິດກັບອຸທິຍານແຫ່ງຊາດ ຫີນໜາມໜໍ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສໍາເນົາເອກະສານກ່ຽວກັບອຸທິຍານແຫ່ງຊາດ ຫີນໜາມໜໍ່ (ແຂວງຄໍາມ່ວນ, ສປປ ລາວ) ທີ່ສະເໜີອົງການ UNESCO ຮັບຮອງແມ່ນສ່ວນໜຶ່ງທີ່ເປີດກວ້າງຂອງມໍລະດົກໂລກທາງທໍາມະຊາດອຸທິຍານແຫ່ງຊາດ ຟອງຍາ-ແກບາງ, ໂດຍລັດຖະບານລາວ ແລະຫວຽດນາມ ໄດ້ເຫັນດີເປັນເອກະພາບສົ່ງໃຫ້ອົງການ UNESCO ເພື່ອພິຈາລະນາ ທີ່ກອງປະຊຸມຄັ້ງນີ້.

leftcenterrightdel
ຄະນະປະຕິບັດງານຫວຽດນາມ ທີ່ກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການມໍລະດົກໂລກ. ພາບ: ກົມມໍລະດົກວັດທະນະທໍາ.
leftcenterrightdel
ຄະນະຫວຽດນາມ ແລະລາວ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຮັບຂ່າວດີພາຍຫຼັງອົງການ UNESCO ຮັບຮອງອຸທິຍານແຫ່ງຊາດ ຟອງຍາ-ແກບາງ ແລະອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກ. ພາບ: ກົມມໍລະດົກວັດທະນະທໍາ.

ຕາມການຕີລາຄາຂອງອົງການ UNESCO ແລ້ວ, ອຸທິຍານແຫ່ງຊາດ ຟອງຍາ-ແກບາງ ແລະອຸທິຍານແຫ່ງຊາດ ຫີນໜາມໜໍ່ ແມ່ນໜຶ່ງໃນບັນດາພູມສັນຖານພູຫີນປູນ, ມີລະບົບນິເວດທີ່ໂດດເດັ່ນ ແລະເກົ່າແກ່ທີ່ສຸດໃນໂລກ. ຕັ້ງຢູ່ຈຸດຕັດກັນຂອງສາຍພູອານນາມ ແລະສາຍແອວຫີນປູນອິນດູຈີນ ພາກກາງ, ຂ້າມຊາຍແດນຫວຽດນາມ ແລະສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ການກໍາເນີດ karst (ປະກົດການດິນຟ້າອາກາດ ທີ່ມີລັກສະນະພິເສດຂອງພູເຂົາຫີນປູນ) ໄດ້ຂະຫຍາຍຕັ້ງແຕ່ຍຸກ Paleozoic ປະມານ 400 ລ້ານປີກ່ອນ ແລະສາມາດໄດ້ຮັບຖືວ່າເປັນເຂດ karst ທີ່ມີຂະໜາດໃຫຍ່ ແລະເກົ່າແກ່ທີ່ສຸດໃນອາຊີ.

ໂດຍ: ໄຊຊະນະ