ການພົວພັນຕ່າງປະເທດຂອງນະຄອນໂຮ່ຈີມິນ ຕ້ອງໄດ້ຮັບການຍົກລະດັບ, ມີຫົວຄິດປະດິດສ້າງ, ມີສີສັນສະເພາະ
ບັນດາໝາກຜົນທີ່ບັນລຸໄດ້ກ່ຽວກັບເສດຖະກິດ, ສັງຄົມຂອງນະຄອນໂຮ່ຈີມິນ ໃນຊຸມວັນຜ່ານມາມີການປະກອບສ່ວນບໍ່ແມ່ນໜ້ອຍ ຂອງວຽກງານການຕ່າງປະເທດ, ນັບແຕ່ການກຳນົດທິດຍຸດທະສາດຕະຫຼອດຮອດບັນດາການເຄື່ອນໄຫວຜັນຂະຫຍາຍລະອຽດ. ນັ້ນແມ່ນການຢັ້ງຢືນຂອງການນຳນະຄອນ ຢູ່ກອງປະຊຸມສຳມະນາວິທະຍາສາດ “ນະຄອນໂຮ່ຈີມິນ - 50 ປີແຫ່ງການຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຫວຽດນາມ” ທີ່ໄດ້ດຳເນີນໃນວັນທີ 11 ເມສາ, ຢູ່ນະຄອນ ໂຮ່ຈີມິນ.
ພາຍຫຼັງໄລຍະເກືອບ 50 ປິແຫ່ງການພັດທະນາ, ນະຄອນໂຮ່ຈີມິນ ໄດ້ສ້າງຕັ້ງການພົວພັນມິດຕະພາບ - ການຮ່ວມມືກັບ 58 ທ້ອງຖິ່ນໃນໂລກ, ແມ່ນສະມາຊິກທີ່ຕັ້ງໜ້າຂອງຫຼາຍອົງການຈັດຕັ້ງສາກົນ. ການພົວພັນຕ່າງປະເທດໄດ້ກາຍເປັນເສົາຄ້ຳສຳຄັນໃນການພັດທະນາເສດຖະກິດ-ສັງຄົມ, ປະກອບສ່ວນນຳນະຄອນກາຍເປັນສູນພົບປະແລກປ່ຽນສາກົນ, ເຊື່ອມຕໍ່ແຫຼ່ງກຳລັງພູມປັນຍາ, ເຕັກໂນໂລຢີ, ການລົງທຶນ, ວັດທະນະທຳ.
    |
 |
ກອງປະຊຸມສຳມະນາວິທະຍາສາດ “ນະຄອນໂຮ່ຈີມິນ - 50 ປີແຫ່ງການຜັນຂະຫຍາຍແນວທາງການພົວພັນຕ່າງປະເທດ ຫວຽດນາມ”. ພາບ: VOV |
ທ່ານ ປ.ອ ດ່າວມິງຮົ່ງ, ຫົວໜ້າພະແນກການພົວພັນສາກົນ - ມະຫາວິທະຍາໄລເສດຖະກິດ - ການເງິນນະຄອນ ໂຮ່ຈີມິນໃຫ້ຮູ້ວ່າ: ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມອບໜ້າທີ່ໃຫ້ນະຄອນໂຮ່ຈີມິນ ນັ້ນແມ່ນຕ້ອງກາຍເປັນນະຄອນແຫ່ງເຕັກໂນໂລຢີ, ນະຄອນອັດສະລິຍະ, ນະຄອນພັດທະນາສີຂຽວ ແລະພັດທະນາແບບຍືນຍົງ. ປັດຈຸບັນ, ວຽກງານການພົວພັນຕ່າງປະເທດຂອງພວກເຮົາບໍ່ພຽງແຕ່ຕາມບັນດາຊ່ອງທາງຫຼັກແມ່ນການທູດເສດຖະກິດ, ການທູດວັດທະນະທຳ, ການທູດການເມືອງ, ການທູດລັດ ເທົ່ານັ້ນ ຫາກຍັງເປີດກວ້າງອອກສູ່ບັນດາຂົງເຂດໃໝ່ຄືການທູດເຕັກໂນໂລຢີ, ການທູດການພັດທະນາແບບຍືນຍົງ, ການທູດສີຂຽວ, ການທູດການສຶກສາ ອີກດ້ວຍ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ