ສະຖານທີ່ກໍ່ສ້າງ, ໂຮງງານ ເຄື່ອນໄຫວຢ່າງຄຶກຄື້ນ
ຢູ່ເມືອງ ງໍ່ເວິບ, ບັນຍາກາດການອອກແຮງງານທຳການຜະລິດຢູ່ 4 ໂຮງງານຂອງບໍລິສັດຫຸ້ນສ່ວນ 32 ເຮັດວຽກຢ່າງຄຶກຄື້ນໃນວັນເຮັດວຽກທໍາອິດຕົ້ນປີ (ວັນທີ 6 ບຸນເຕັດ ປີ ມະເສັງ). ບັນດາຕ່ອງໂສ້ການຜະລິດ, ໜ້າທີ່ເຮັດວຽກໃນແຕ່ລະໜ່ວຍຜະລິດຮັບປະກັນຜູ້ອອກແຮງງານຢ່າງພຽງພໍດ້ວຍຄຳຂວັນ “ອອກແຮງງານຢ່າງຂະຫຍັນ, ປະສິດທິພາບສູງ, ຄຸນນະພາບດີ”. ໃນວັນເຮັດວຽກທຳອິດ, ການນຳຂອງບໍລິສັດ, ໂຮງງານ ໄດ້ມາລະດົມກຳລັງໃຈ, ແຈກອັງເປົາປີໃໝ່ໃຫ້ຜູ້ອອກແຮງງານໂດຍກົງ.
ທ່ານພັນເອກ ໂງແທ່ງທັງ, ຜູ້ອໍານວຍການບໍລິສັດຫຸ້ນສ່ວນ 32 ແບ່ງປັນວ່າ: “ດ້ວຍທ່າແຮງຂອງການຜະລິດເກີບໜັງ, ບໍລິສັດໄດ້ເປັນເຈົ້າການສົ່ງອອກໄປຍັງຕະຫຼາດຕ່າງໆ, ຄື: ສະເປນ, ອັງກິດ, ອາເມລິກາ, ໂຮນລັງ… ຮອດກາງປີ 2025. ສະເພາະໃນເດືອນກຸມພາ 2025, ບໍລິສັດຈະສົ່ງອອກເກີບ 50.000 ຄູ່ໃຫ້ແກ່ຄູ່ຮ່ວມມື. ດ້ວຍການເຮັດວຽກທີ່ໝັ້ນຄົງ ແລະໃບສັ່ງຊື້ສິນຄ້າດີ, ບັນຍາກາດໃນການເຮັດວຽກຂອງຜູ້ອອກແຮງງານພາຍຫຼັງບຸນເຕັດແມ່ນຕື່ນເຕັ້ນທີ່ສຸດ, ຕັດສິນໃຈແຂ່ງຂັນເພື່ອປະຕິບັດທຸກໜ້າທີ່ໃຫ້ເປັນຢ່າງດີ”.
ໃນຂົງເຂດພື້ນຖານໂຄງລ່າງ, ຢູ່ບໍລິສັດໄຟຟ້າຟູເຖາະ (ກຸ່ມບໍລິສັດໄຟຟ້ານະຄອນໂຮ່ຈີມິນ), ພະນັກງານ, ລັດຖະກອນ, ຜູ້ອອກແຮງງານ 100% ໄດ້ເຂົ້າຮ່ວມຢ່າງຄົບຖ້ວນ ແລະທັນການເພື່ອຮັບ, ແກ້ໄຂບັນດາລະບຽບການບໍລິຫານ. ລູກຄ້າຫຼາຍຄົນໄດ້ຍັງເຂົ້າມາເຮັດທຸລະກໍາ ແລະສັນຍາຍ້ອນກ່ອນໜ້ານັ້ນເຮັດຍັງບໍ່ທັນສໍາເລັດ.
    |
 |
ຜູ້ອອກແຮງງານຂະແໜງໄຟຟ້ານະຄອນ ໂຮ່ຈີມິນ ເຮັດວຽກໃນຕົ້ນປີໃໝ່. ພາບ: ຮົ່ງຢາງ. |
ທ່ານ ກາມມິນຈີ, ຮອງຜູ້ອຳນວຍການບໍລິສັດໄຟຟ້າຟູເຖາະ ໃຫ້ຮູ້ວ່າ: ຫົວໜ່ວຍຮັບຜິດຊອບສະໜອງໄຟຟ້າໃຫ້ເມືອງ 10 ແລະ 11. ໃນໄລຍະຫຼິ້ນບຸນເຕັດ, ຫົວໜ່ວຍມີແຜນງານບຸລິມະສິດຕໍ່ໄຟຟ້າໃຫ້ບັນດາອົງການ, ຫົວໜ່ວຍຕ່າງໆເຊັ່ນ: ໂຮງໝໍ, ສຳນັກງານບໍລິຫານ... ເພື່ອແນໃສ່ຕອບສະໜອງຄວາມຕ້ອງການສະໜອງໄຟຟ້າຢ່າງປອດໄພ 24/7 ໃຫ້ລູກຄ້າ. ໃນການປະຕິບັດໜ້າທີ່ໃນຕະຫຼອດບຸນເຕັດ, ໜ່ວຍງານໄດ້ສ້າງຕັ້ງ 3 ຜຽນ, 4 ໜ່ວຍ, ເພີ່ມທະວີບຸກຄະລາກອນເວນຍາມເພື່ອຮັບມືກັບສະພາບການຢ່າງທັນການ. ພິເສດພາຍຫຼັງບຸນເຕັດ, ພະນັກງານຂອງບໍລິສັດທັງໝົດໄດ້ກັບຄືນໄປເຮັດວຽກດ້ວຍຈິດໃຈຮັບໃຊ້ລູກຄ້າໃຫ້ດີທີ່ສຸດ”.
ພາຍຫຼັງບຸນເຕັດ ປີມະເສັງ, ບັນດາໂຮງງານ, ຮາກຖານຜະລິດ, ດຳເນີນທຸລະກິດຢູ່ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງຂະບວນເຄື່ອນທັບຢ່າງຟົດຟື້ນ ດ້ວຍຄຳຂວັນອອກແຮງງານ, ຄື: ມີຄຸນນະພາບດີເພື່ອມີວຽກເຮັດງານທໍາ, ປະສິດທິພາບສູງເພື່ອເພີ່ມລາຍຮັບ; ສະມັດຕະພາບ, ຄຸນນະພາບເປັນເປົ້າໝາຍແຖວໜ້າ; ເຮັດຕາມຂັ້ນຕອນ, ຫຼຸດຜ່ອນຄວາມສ່ຽງ, ເພີ່ມສະມັດຕະພາບ... ໃນມື້ເຮັດວຽກທໍາອິດ, ວິສາຫະກິດຫຼາຍແຫ່ງ ໄດ້ປຸກລະດົມຂະບວນການແຂ່ງຂັນຜະລິດ, ເລືອກ "ເລີກງາມຍາມດີ" ເພື່ອຂົນສົ່ງສິນຄ້າຮັບໃຊ້ຄວາມຕ້ອງການຂອງລູກຄ້າຢູ່ພາຍໃນ ແລະສົ່ງອອກ. ໃນໄລຍະບຸນເຕັດທີ່ຜ່ານມາ, ບັນດາວິສາຫະກິດໄດ້ເອົາໃຈໃສ່ ຜູ້ອອກແຮງງານເປັນຢ່າງດີ ດ້ວຍການຈັດຕັ້ງລົດເມ, ມອບເງິນໂບນັດ, ເບິ່ງແຍງດູແລຂອງຂວັນບຸນເຕັດໃຫ້ຜູ້ອອກແຮງງານທີ່ມີຄວາມຫຍຸ້ງຍາກ... ໄດ້ສ້າງກໍາລັງໜູນໃຫຍ່ເພື່ອໃຫ້ຜູ້ອອກແຮງງານກັບຄືນມາເຮັດວຽກຖືກຕາມເວລາ, ຊ່ວຍຈັດຕັ້ງການເຄື່ອນໄຫວຢ່າງໝັ້ນຄົງພາຍຫຼັງຈາກວັນພັກເຕັດ.
ເພີ່ມຄວາມໄວ, ຍູ້ແຮງການເຕີບໂຕແຕ່ຕົ້ນປີ
ພາຍຫຼັງບຸນເຕັດປະຈໍາຊາດ, ຍ້ອນການກະກຽມຢ່າງລະອຽດໂດຍໄວ, ຫຼາຍຂະແໜງການຢູ່ນະຄອນໂຮ່ຈີມິນ, ຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ປຸງແຕ່ງອາຫານ, ເຄື່ອງເຟີນີເຈີໄມ້, ເຄື່ອງອາໄຫຼ່ເອເລັກໂຕຼນິກ... ໄດ້ມີໃບສັ່ງຊື້ສິນຄ້າຈຳນວນເພີ່ມຂຶ້ນຢ່າງຫຼວງຫຼາຍ. ຄຽງຂ້າງນັ້ນ, ບັນດາວິສາຫະກິດຍັງກໍ່ສ້າງ ແລະຜັນຂະຫຍາຍປະຕິບັດແຜນການຮັບສະໝັກຜູ້ອອກແຮງງານ ເພື່ອຮັບປະກັນກຳລັງແຮງງານໃຫ້ແກ່ການຜະລິດ, ດໍາເນີນທຸລະກິດ. ຄາດຄະເນວ່າ, ໃນໄຕມາດທີ 1 ປີ 2025, ນະຄອນໂຮ່ຈີມິນ ຕ້ອງການຜູ້ອອກແຮງງານປະມານ 84.000 ຄົນ ເພື່ອຕອບສະໜອງຄວາມຕ້ອງການດ້ານການຜະລິດ ແລະດຳເນີນທຸລະກິດຂອງວິສາຫະກິດ.
ນະຄອນ ໂຮ່ຈີມິນ ພວມສືບຕໍ່ຊຸກຍູ້ໂຄງການໜູນຊ່ວຍອັດຕາດອກເບ້ຍໃຫ້ແກ່ວິສາຫະກິດໃນວິວັດການຫັນປ່ຽນເພື່ອໜູນຊ່ວຍວິສາຫະກິດປະຕິບັດການຫັນເປັນເຕັກໂນໂລຢີ, ນຳໃຊ້ການຫັນເປັນສີຂຽວ, ລົງທຶນໃສ່ຄຸນນະພາບຂອງຜະລິດຕະພັນ ເພື່ອຍົກສູງກຳລັງແກ່ງແຍ້ງ. ບັນດາວິສາຫະກິດຫວັງວ່າ ດ້ວຍກາລະໂອກາດໃໝ່ ແລະຫຼາຍມະຕິສະເພາະໃຫ້້ແກ່ການພັດທະນານະຄອນໂຮ່ຈີມິນ, ທາງນະຄອນຈະສືບຕໍ່ປ່ຽນແປງໃໝ່ກົນໄກດຳເນີນທຸລະກິດ, ແກ້ໄຂບັນດາລະບຽບການບໍລິຫານໂດຍໄວ, ສ້າງສະພາບແວດລ້ອມແຫ່ງການຜະລິດ ແລະດຳເນີນທຸລະກິດຢ່າງເປີດກ້ວາງ, ໂປ່ງໃສ, ແກ້ໄຂບັນດາຂໍ້ຕິດຄັດຂອງວິສາຫະກິດໃຫ້ເຖິງຖອງ ແລະທັນການ.
ປີ 2025, ນະຄອນ ໂຮ່ຈີມິນ ໄດ້ສຸມໃສ່ຜັນຂະຫຍາຍປະຕິບັດບັນດາແຜນຮ່າງ, ລາຍການ, ໂຄງການສຳຄັນໃນກຸ່ມ, ຄື: ແຜນຮ່າງສູນການເງິນສາກົນຫວຽດນາມ, ແຜນຮ່າງພັດທະນາພື້ນຖານໂຄງລ່າງ, ຄົ້ນຄວ້າໂຄງການເສັ້ນທາງແຄມຝັ່ງທະເລ, ແຜນຮ່າງທາງລົດໄຟໃນຕົວເມືອງ, ໂຄງການພັດທະນາສູນ logistics, ສູນຕະຫຼາດນັດ-ວາງສະແດງສາກົນ, ທ່າກຳປັ່ນຂົນສົ່ງສາກົນ ເກິ່ນເຢີ່, ສຳເລັດໂຄງການກໍ່ສ້າງລົງທຶນພາກລັດ ແລະນຳເຂົ້າເຄື່ອນໄຫວ...
ຕາມທ່ານ ຫງວຽນຫງອກຮວ່າ, ປະທານສະມາຄົມວິສາຫະກິດນະຄອນໂຮ່ຈີມິນ ແລ້ວ, ບັນດາວິສາຫະກິດນະຄອນໂຮ່ຈີມິນ ມີກາລະໂອກາດເຕີບໂຕຫຼາຍຢ່າງ ດ້ວຍບັນດາແຜນຮ່າງ, ໂຄງການນະຄອນທີ່ປະຕິບັດໃນປີ 2025 ແລະບັນດານະໂຍບາຍໜູນຊ່ວຍການຫັນເປັນດີຈີຕອນຢ່າງແທດຈິງ. ຕໍ່ໜ້າສະພາບການແຂ່ງຂັນ ແລະຄວາມຮຽກຮ້ອງຕ້ອງການຂອງຕະຫຼາດທີ່ເພີ່ມຂຶ້ນ, ຮຽກຮ້ອງໃຫ້ບັນດາຜະລິດຕະພັນຂອງວິສາຫະກິດບັນລຸໄດ້ມາດຕະຖານກ່ຽວກັບການຫັນເປັນສີຂຽວ, ລາຄາ ແລະນຳໃຊ້ວິທະຍາສາດ ແລະເຕັກໂນໂລຊີເຂົ້າໃນຂະບວນການຜະລິດ... ທ່ານ ຫງວຽນງອກຮວ່າ ຖືວ່າ ດ້ວຍຈິດໃຈເຮັດວຽກໃນຕົ້ນປີ, ດ້ວຍການໜູນຊ່ວຍຂອງອໍານາດການປົກຄອງນະຄອນໂຮ່ຈີມິນ ຈະໜູນຊ່ວຍໃຫ້ແກ່ວິສາຫະກິດພັດທະນາ, ປະກອບສ່ວນໃຫ້ນະຄອນບັນລຸການເຕີບໂຕສອງຕົວເລກໃນປີ 2025; ສ້າງຜົນງານຕ້ອນຮັບສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ.
ໂດຍ: ຈາງຫງວຽນ