ຕອນບ່າຍວັນທີ 2 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານນາງ Silvia Danailov ຫົວໜ້າຜູ້ຕາງໜ້າກອງທຶນສຳລັບເດັກ ສປຊ (UNICEF) ປະຈຳ ຫວຽດນາມ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ຢັ້ງຢືນຄວາມສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການຖືເປັນສຳຄັນການພັດທະນາເສດຖະກິດ, ຕິດພັນກັບຄວາມກ້າວໜ້າ, ຄວາມສະເໝີພາບໃນສັງຄົມ, ໃນນັ້ນມີແມ່ຍິງ ແລະເດັກນ້ອຍ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ.

leftcenterrightdel
ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານນາງ Silvia Danailov ຫົວໜ້າຜູ້ຕາງໜ້າກອງທຶນສຳລັບເດັກ ສປຊ (UNICEF). ພາບ:  quochoi.vn

ທ່ານນາງ ຫງວຽນທິແທັງ ເຊື່ອໝັ້ນວ່າ UNICEF ປະຈຳ ຫວຽດນາມ ຈະສືບຕໍ່ປະກອບສ່ວນຫຼາຍກ່ວາອີກເຂົ້າໃນການສ້າງ, ຊຸກຍູ້ສິດທິເດັກ, ແມ່ຍິງ ແລະເປົ້າໝາຍທີ່ມີຄວາມສ່ຽງສູງກ່ວາໝູ່, ທ່ານນາງ ຫງວຽນທິແທັງ ປາດຖະໜາຢາກໃຫ້ UNICEF ສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ, ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ອົງການວິຊາການຂອງສະພາແຫ່ງຊາດ ເພື່ອບູລະນະລະບອບລະບຽບການ, ຂໍ້ກຳນົດຂອງກົດໝາຍ, ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງສະພາບການຂາດຄວາມສະເໝີພາບທາງເພດຕອນເກີດລູກ; ເບິ່ງແຍງດູແລສຸຂະພາບທາງດ້ານຮ່າງກາຍ ແລະຈິດໃຈໃຫ້ແກ່ເດັກນ້ອຍ…

ສ່ວນທ່ານນາງ Silvia Danailov ຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ ໄດ້ສະແດງຄວາມພ້ອມທີ່ຈະຮ່ວມເດີນທາງ, ໜູນຊ່ວຍຫວຽດນາມ ປະກອບສ່ວນເຂົ້າໃນການສ້າງບັນດາກົນໄກນະໂຍບາຍທີ່ກ່ຽວຂ້ອງເຖິງເດັກນ້ອຍຄື ສະພາບການຂາດໂພສະນາການ  ຢ່າງຮ້າຍແຮງ, ຄວາມສ່ຽງເກີດພະຍາດອ້ວນ, ການເບິ່ງແຍງດູແລສຸຂະພາບທາງດ້ານຈິດໃຈ, ການປົກປ້ອງເດັກນ້ອຍໃນສະພາບແວດລ້ອມທາງເຄືອຂ່າຍອິນເຕີແນັດ, ຍົກສູງກຳລັງຄວາມສາມາດໃນການປ້ອງກັນຕ້ານການນຳໃຊ້ຄວາມຮຸນແຮງ ແລະ ບັນດາຂໍ້ລິເລີ່ມໜູນຊ່ວຍເດັກນ້ອຍທີ່ຕິດແປດທາດພິດສີສົ້ມ.

ໂດຍ: ກວຽດເຕິມ