ການນຳບັນດາທ່ານ, ຄື: ກະສັດ ບຣູໄນ, ນາຍົກລັດຖະມົນຕີ ສິງກະໂປ, ເຈົ້າຊີວິ ໄທ, ນາຍົກລັດຖະມົນຕີ ໄທ, ນາຍົກລັດຖະມົນຕີ ເຢຍລະມັນ, ເຈົ້າຊີວິດ ແອັດສະປາຍ, ຄະນະກຳມະການເອີລົບ, ເຈົ້າຊີວິດ ນອກແວ, ປະທານາທິບໍດີ ຢູເບກິດສະຖານ, ການນຳພັກກອມມູນິດ ບັນດາປະເທດ: ອິນເດຍ, ປອກຕຸຍການ, ຝລັ່ງ ໄດ້ສົ່ງໂທລະເລກ, ຈົດໝາຍມາຢື້ຢາມຖາມຂ່າວ, ແບ່ງປັນກັບຫວຽດນາມ ກ່ຽວກັບບັນດາຄວາມຫຍຸ້ງຍາກ, ຄວາມເສຍຫາຍຢ່າງໃຫຍ່ຫຼວງທາງດ້ານຊີວິດອິນຊີທີ່ພາຍຸ Yagi ກໍ່ຂຶ້ນ, ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງເຖິງພັກ, ລັດ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ພິເສດແມ່ນບັນດາຄອບຄົວຖືກຜົນສະທ້ອນໂດຍກົງຈາກພາຍຸ.

leftcenterrightdel
ຫວຽດນາມ ຖືກເສຍຫາຍຢ່າງໜັກໜ່ວງຈາກພາຍຸ Yagi. ພາບປະກອບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ອັງກິດ ກໍ່ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງລັດຖະບານ ແລະ ປະຊາຊົນຫວຽດນາມ, ສະແດງຄວາມປະທັບໃຈຕໍ່ບັນດາຄວາມມານະພະຍາຍາມຂອງລັດຖະບານ, ກຳລັງກອງທັບ, ຕຳຫຼວດ ຫວຽດນາມ ກໍຄືບັນດາທ້ອງຖິ່ນໃນການຮັບມືກັບໄພທຳມະຊາດນີ້; ທ່ານຢືນຢັນວ່າ ອັງກິດ ພ້ອມແລ້ວຈະສະໜອງເຄື່ອງອຸປະຖຳ, ໜູນຊ່ວຍ ຫວຽດນາມ ຟື້ນຟູການດຳລົງຊີວິດ.

ແຫຼ່ງຄັດຈາກ: vovworld.vn