ທີ່ການເຮັດວຽກ, ທ່ານນາງ ຫງວຽນມິງຮັ່ງ ສະເໜີຝ່າຍໂຮນລັງ ສືບຕໍ່ໜູນຊ່ວຍຫວຽດນາມ ຍົກສູງຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະຍາກອນ, ສະກັດກັ້ນໄພນ້ຳຖ້ວມ, ດິນເຊາະເຈື່ອນ, ຄຸ້ມຄອງຊັບພະຍາກອນນ້ຳແບບຍືນຍົງ, ພັດທະນາກະສິກຳສີຂຽວ, ສະຫຼາດ, ການຫັນປ່ຽນພະລັງງານ, ການຫັນເປັນສີຂຽວ.

ທ່ານນາງ ຫງວຽນມິງຮັ່ງ ສະແດງຄວາມຂອບໃຈໂຮນລັງ ດ້ວຍບົດບາດເປັນໜຶ່ງໃນ 3 ຄູ່ຮ່ວມມືຫຼັກຂອງເວທີປາໄສ P4G ໄດ້ຕັ້ງໜ້າໜູນຊ່ວຍຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ຄັ້ງທີ 4 ໃນປີ 2025, ພ້ອມທັງສະເໜີໃຫ້ຝ່າຍ ໂຮນລັງ ສືບຕໍ່ສະໜັບສະໜູນ ແລະສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ໃນວິວັດການກະກຽມ ແລະຈັດຕັ້ງກອງປະຊຸມສຳຄັນດັ່ງກ່າວ.

leftcenterrightdel
ທ່ານນາງ ຫງວຽນມິງຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກັບທ່ານ Jaime de Bourbon de Parme. ພາບ: mofa.gov.vn

ບັນດາຄູ່ຮ່ວມມືຂອງໂຮນລັງ ເຫັນດີເປັນເອກະສັນຊຸກຍູ້ການຮ່ວມມືກັບຫວຽດນາມ ໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ຜັນຂະຫຍາຍໝາກຜົນຂອງກອງປະຊຸມຄັ້ງທີ 8 ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະການຄຸ້ມຄອງຊັບພະຍາກອນນ້ຳທີ່ໄດ້ຈັດຂຶ້ນຢູ່ໂຮນລັງ ເມື່ອເດືອນມິຖຸນາ 2024. ທ່ານ Steven Collet ໃຫ້ຮູ້ວ່າ: ປະຈຸບັນ, ບັນດາວິສາຫະກິດໂຮນລັງ ພວມມີຄວາມສົນໃຈຫຼາຍເຖິງຕະຫຼາດຫວຽດນາມ, ມີແຜນການເປີດກວ້າງການລົງທຶນ ແລະດຳເນີນທຸລະກິດຢູ່ຫວຽດນາມ; ສະເໜີສອງຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດໃໝ່, ຄື: ເຕັກໂນໂລຢີສູງ, ຊິບ, ພະລັງງານທົດແທນ, ສ້າງຄວາມສະດວກໃຫ້ການແລກປ່ຽນຄະນະຜູ້ແທນວິສາຫະກິດຂອງສອງປະເທດ.

leftcenterrightdel
ທ່ານນາງ ຫງວຽນມິງຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Steven Collet, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດໂຮນລັງ. ພາບ: mofa.gov.vn

ສ່ວນທ່ານເອກອັກຄະລັດຖະທູດໂຮນລັງ ຮັບຜິດຊອບການປ່ຽນແປງຂອງດິນຟ້າອາກາດສະແດງຄວາມຊົມເຊີຍຫວຽດນາມ ຮັບດໍາລົງບົດບາດເປັນປະທານກອງປະຊຸມສຸດຍອດ P4G ຄັ້ງທີ 4, ຜ່ານນັ້ນ ຢັ້ງຢືນຄວາມມານະພະຍາຍາມ ແລະການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງຫວຽດນາມ ໃນການແກ້ໄຂບັນດາບັນຫາທົ່ວໂລກຢ່າງຮີບດ່ວນຄືໃນປະຈຸບັນ.

ໂຮນລັງ ສະໜັບສະໜູນແຜນການກະກຽມ ແລະການຈັດຕັ້ງຂອງຫວຽດນາມ ແລະສົມທົບກັນຢ່າງແໜ້ນແຟ້ນກັບບັນດາສະມາຊິກຫຼັກແຫຼ່ງ ແລະຄະນະເລຂາຂອງ P4G ຕັ້ງໜ້າໜູນຊ່ວຍ ຫວຽດນາມ ຈັດຕັ້ງກອງປະຊຸມໃຫ້ປະສົບຜົນສຳເລັດ, ປະກອບສ່ວນຊຸກຍູ້ຄວາມມານະພະຍາຍາມທົ່ວໂລກກ່ຽວກັບການເຕີບໂຕສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDGs) ຂອງສະຫະປະຊາດ.

ໂດຍ: ທູຈາງ