ຢູ່ດິນແດນທີ່ທຸກຍາກເພື່ອສ້າງຜົນງານທີ່ດີເດັ່ນ

ພວກຂ້າພະເຈົ້າມາ Ia Dal ເມື່ອ ຄະນະກໍາມະການປະຊາຊົນແຂວງກອນຕູມ ຫາກໍ່ຮັບຮອງຕາແສງນີ້ແມ່ນຊົນນະບົດໃໝ່ໃນປີ 2023 ຕາມມາດຖານແຫ່ງຊາດກ່ຽວກັບການສ້າງຊົນນະບົດໃໝ່ໄລຍະ 2021-2025. ບັນຍາກາດຢູ່ທີ່ນີ້ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະຄວາມເອກອ້າງທະນົງໃຈຂອງພະນັກງານ, ສະມາຊິກພັກ ແລະປະຊາຊົນກ່ຽວກັບຊົນນະບົດເຂດຊາຍແດນທີ່ອຸດົມສົມບູນ. ໂອ້ລົມກັບພວກຂ້າພະເຈົ້າ, ສະຫາຍ ຈິ້ງກວກຮວ່ານ, ປະທານຄະນະກຳມະການປະຊາຊົນຕາແສງ Ia Dal ໃຫ້ຮູ້ວ່າ: “ມີຫຼາຍປັດໄຈເຮັດໃຫ້ຕາແສງ Ia Dal ປ່ຽນແປງຢ່າງມະຫັດສະຈັນ ແລະບັນລຸໄດ້ໝາກຜົນຄືໃນປະຈຸບັນ, ໃນນັ້ນມີ: ການປະກອບສ່ວນອັນໃຫຍ່ຫຼວງຂອງສາຂາ 716 (ແມ່ທັບນ້ອຍ 15) ດ້ວຍບັນດາຮູບແບບປະດິດສ້າງ ແລະວິທີເຮັດທີ່ດີຊ່ວຍໃຫ້ປະຊາຊົນປ່ຽນແປງແນວຄິດ ແລະວິທີການເຮັດວຽກ, ລົບລ້າງຮີດຄອງປະເພນີທີ່ຫຼ້າຫຼັງ, ພັດທະນາເສດຖະກິດ-ສັງຄົມ.

leftcenterrightdel
ພະນັກງານ, ນັກຮົບ, ຜູ້ອອກແຮງງານສາຂາ 716 ຊ່ວຍເຫຼືອປະຊາຊົນເກັບກ່ຽວເຂົ້າ. ພາບ: ຫງວຽນແອງເຊີນ

ປະຈຸບັນ, ຄອບຄົວຂອງອ້າຍ ມາຍວັນທູ, ກຳມະກອນກອງ 11 (ສາຂາ 716), ອາໄສຢູ່ໝູ່ບ້ານ 7, ຕາແສງ Ia Dal, ມີເນື້ອທີ່ປູກຝັງເຖິງ 12 ເຮັກຕາ, ໃນນັ້ນສ່ວນຫຼາຍແມ່ນປູກຕົ້ນໄມ້ໃຫ້ໝາກທີ່ມີມູນຄ່າເສດຖະກິດສູງ, ຄື: ໝາກນ້ຳນົມ ຮວ່າງກິມ, ໝາກມີ້, ໝາກລະມຸດ, ໝາກນອດ, … ແຕ່ລະປີຫັກຕົ້ນທຶນການຜະລິດ, ຄອບຄົວຂອງ ລາວ ມີລາຍຮັບເກືອບ 400 ລ້ານດົ່ງ. ນອກນີ້, ອ້າຍ ທູ ຍັງມີເງິນເດືອນຂຸດຄົ້ນຢາງພາລາ ແລະຮ້ານຂາຍເຄື່ອງນ້ອຍໆ. ອ້າຍ ທູ ກ່າວວ່າ ປີ 2012, ອ້າຍ ແລະເມຍ ໄດ້ອອກຈາກບ້ານເກີດເມືອງນອນຈ້ຽວເຊີນ, ແທງຮວ໊າ ໄປເຂດຊາຍແດນ Ia Dal ເພື່ອເຮັດທຸລະກິດດ້ວຍຝາມືເປົ່າ. ໃນເວລານັ້ນ, ເຂດນີ້ຍັງຮົກເຮື້ອຢູ່, ການຄົມມະນາຄົມກໍ່ຫຍຸ້ງຍາກ, ພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ເກືອບຄືວ່າບໍ່ມີຫຍັງ. ເມຍຂອງລາວກໍ່ ທໍ້ຖອຍໃຈ,  ຫາທາງຖອຍຫຼາຍເທື່ອ”, “ພວມເຮົາກັບເມືອບ້ານແດ່, ມີເຂົ້າກິນເຂົ້າ, ມີເຂົ້າປຽກກິນເຂົ້າປຽກ,  ຢູ່ບ້ານມີຍາດຕິພີ່ນ້ອງ ສ່ວນຢູ່ທີ່ນີ້ບໍ່ມີອະນາຄົດຫຍັງເລີຍ". ແຕ່ດ້ວຍຄວາມເອົາໃຈໃສ່, ລະດົມກຳລັງໃຈ, ການແບ່ງປັນ, ຊ່ວຍເຫຼືອຂອງ ການນໍາ, ທຸກຂັ້ນ ຢູ່ສາຂາ 716 ແລະອຳນາດການປົກຄອງທ້ອງຖິ່ນ ໄດ້ຊ່ວຍໃຫ້ຄອບຄົວຂອງລາວຄ່ອຍໆ ຮູ້ຈັກກັບຕົ້ນຢາງພາລາ, ສະພາບແວດລ້ອມ, ດິນຟ້າອາກາດ, ເງື່ອນໄຂການດໍາລົງຊີວິດ ຢູ່ທີ່ນີ້ ແລະສ້າງເປັນຜົນງານຄືປະຈຸບັນ.

ຄອບຄົວຂອງອ້າຍ ຮ່າວັນເຢິ່ນ, ກຳມະກອນ ກອງ 6 (ສາຂາ 716), ຢູ່ບ້ານ 6, ຕາແສງ Ia Dal, ກໍ່ໄດ້ທຳມາຫາກິນດ້ວຍສອງຝາມືເປົ່າ ແລະກາຍເປັນຄອບຄົວທີ່ມີລາຍຮັບຈາກການຜະລິດ ແລະລ້ຽງສັດ ກວ່າ 300 ລ້ານ ດົ່ງ/ປີ. ນອກນີ້, ຍັງມີເງິນເດືອນ ຈາກການຂຸດຄົ້ນຢາງພາລາແມ່ນປະມານ 18 ລ້ານດົ່ງ/ເດືອນ. ຕາມອ້າຍ ເຢິ່ນ ແລ້ວ, ໄດ້ຮັບຜົນງານດັ່ງກ່າວ ແມ່ນມີການຮ່ວມເດີນທາງ, ໜູນຊ່ວຍຈາກສາຂາ 716. ອ້າຍ ເຢິ່ນໃຫ້ຮູ້ວ່າ “ໃນຊຸມມື້ທຳອິດທີ່ມາຮອດດິນແດນແຫ່ງນີ້, ພວກເຮົາໄດ້ຮັບການໜູນຊ່ວຍ ຈາກສາຂາ 716 ນັບແຕ່ບ່ອນຢູ່, ເຂົ້າສານ, ໝີ່ໄວໆ, ນໍ້າປາ, ເຄື່ອງໃຊ້ໃນຄອບຄົວຈຳນວນໜຶ່ງ, ເພື່ອຫາເງິນລ້ຽງຊີບ, ເພີ່ມລາຍຮັບໃຫ້ທຸກຄົນ ແລະທຸກຄອບຄົວໝັ້ນໃຈຕິດພັນກັບດິນແດນແຫ່ງນີ້”.

ບັນດາວິທີການເຮັດວຽກທີ່ດີຊ່ວຍໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກໂດຍໄວ ແລະຍືນຍົງ

ສະຫາຍ ເຈືອງທິລີງ, ຫົວໜ້າຄະນະວຽກງານການເມືອງພາຍໃນແຂວງກອນຕູມ, ອະດີດເລຂາພັກເມືອງ Ia H'Drai ດີໃຈໃຫ້ຮູ້ວ່າ: ປັດໄຈສຳຄັນເພື່ອໃຫ້ຕາແສງທີ່ມີເສັ້ນຊາຍແດນຕິດກັບປະເທດເພື່ອນກຳປູເຈຍ ຍາວເຖິງ 52 ກິໂລແມັດ ຄື: Ia Dal ກາຍເປັນຕາແສງຊົນນະບົດໃໝ່ນັ້ນແມ່ນຄະນະພັກ, ອໍານາດການປົກ, ອົງການຈັດຕັ້ງການເມືອງສັງຄົມ, ວິສາຫະກິດ, ກໍາລັງປະກອບອາວຸດ ແລະປະຊາຊົນໄດ້ສາມັກຄີ, ເປັນເອກະພາບຜັນຂະຫຍາຍບັນດາໂຄງການເປົ້າໝາຍແຫ່ງຊາດຢ່າງຂ້ຽວຂາດ.  ປະດິດສ້າງຫຼາຍຮູບແບບ ແລະວິທີເຮັດທີ່ດີໃນການກໍ່ສ້າງພື້ນຖານໂຄງລ່າງ, ພັດທະນາເສດຖະກິດ, ວັດທະນະທຳ - ສັງຄົມ, ຮັບປະກັນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ໃນນັ້ນ, ສາຂາ 716 ມີບົດບາດສຳຄັນ, ໂດຍກົງຊ່ວຍໃຫ້ຕາແສງ Ia Dal ສຳເລັດຫຼາຍມາດຖານຊົນນະບົດໃໝ່.

ປະຈຸບັນ, ສາຂາ 716 ມີກຳມະກອນກວ່າ 1.000 ຄົນໃນ 12 ກອງຜະລິດ ແລະປະກອບເປັນ 5 ບ້ານ (ບ້ານ 5, 6, 7, 8, Ia Der) ແລະສ່ວນໜຶ່ງຂອງບ້ານ 1 (ຕາແສງ Ia Dal). ບັນດາບ້ານຄົນງານຂອງສາຂາ 716 ເປັນຈຸດພົ້ນເດັ່ນໃນການກໍ່ສ້າງ ຊົນນະບົດໃໝ່, ເປັນບ່ອນຜັນຂະຫຍາຍຫຼາຍ ຮູບແບບ, ວິທີເຮັດທີ່ດີ, ຄື: ສ້າງບັນດາກິດຈະກໍາທັງຮັບໃຊ້ການຜະລິດ, ສະຫວັດດີການສັງຄົມ, ທັງຮັບປະກັນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ແຕ່ງຕັ້ງພະນັກງານ-ທະຫານເປັນນາຍບ້ານ ແລະເຂົ້າຮ່ວມລະບົບການເມືອງຮາກຖານ; ສົມທົບກັບບັນດາທ້ອງຖິ່ນຈັດແຈງທີ່ດິນ, ໜູນຊ່ວຍກໍາມະກອນກໍ່ສ້າງເຮືອນຢູ່ ແລະສ້າງລະບົບໄຟຟ້າ, ເສັ້ນທາງ, ໂຮງຮຽນອະນຸບານໃຫ້ແຕ່ລະບ້ານ, ສ້າງເຂດຊຸມຊົນລຽບຕາມເຂດແລວທາງຊາຍແດນ;... ຢ່າງມີປະສິດທິຜົນ, ຊ່ວຍປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງວ່ອງໄວ ແລະຍືນຍົງ.

ທ່ານພັນເອກ ຮ່ວາງຊວນຖັ໊ງ, ເລຂາພັກ, ຮອງຫົວໜ້າສາຂາ 716 ໃຫ້ຮູ້ວ່າ: ໄລ່ສະເພາະ 5 ປີຜ່ານມາ, ສາຂາ 716 ໄດ້ສ້າງໃໝ່, ສ້ອມແປງເສັ້ນທາງຄົມມະນາຄົມ, ເສັ້ນທາງພາຍໃນເຂດນັບສິບກິໂລແມັດ; ກໍ່ສ້າງ ແລະສ້ອມແປງໂຮງຮຽນອະນຸບານ ແລະ ໂຮງຮຽນ, ເຮືອນຢູ່ຂອງກຳມະກອນ; ໜູນຊ່ວຍກໍ່ສ້າງ  “ເຮືອນແຫ່ງເພື່ອນຮ່ວມງານ” ແລະ “ເຮືອນມະຫາສາມັກຄີ” 10ຫຼັງ; ມອບງົວພັນ 97 ໂຕໃຫ້ບັນດາຄອບຄົວທຸກຍາກ, ປະກອບສ່ວນສຳຄັນ ເພື່ອໃຫ້ຕາແສງ  Ia Dal ບັນລຸມາດຕະຖານຊົນນະບົດໃໝ່ໃນປີ 2023; ອັດຕາຄອບຄົວທຸກຍາກຫຼຸດຈາກ 58,23% (2019) ລົງເຫຼືອພຽງ 6,33% (2023).

ໂດຍ: ທະນາພອນ