ທະຫານໄດ້ມາຊ່ວຍລ້າງຂີ້ຕົມ ແລະຊ່ວຍຈັດແຈງ, ສັບຊ້ອນເຄື່ອງຂອງຢູ່ໃນເຮືອນຄືນໃໝ່, ເອື້ອຍ ດິງທິເຮືອງ ຢູ່ຕາແສງອຽນນິງ, ແຂວງອຽນບ໊າຍ ໄດ້ແບ່ງປັນດ້ວຍຄວາມສະເທືອນໃຈວ່າ: “ຕົນເອງໂຊກດີທີ່ມີກໍາລັງກອງທັບມາຊ່ວຍເຫຼືອ. ພໍ່ແມ່ປະຊາຊົນທຸກຄົນລ້ວນແຕ່ມີຄວາມຕື້ນຕັນໃຈຕໍ່ອາລົມຈິດ, ຄວາມຮັບຜິດຊອບຂອງພະນັກງານ, ນັກຮົບ. ໄພທຳມະຊາດຜ່ານພົ້ນໄປແລ້ວ, ແຕ່ພວກອ້າຍຍັງຢືນຄຽງຂ້າງ, ຄຽງບ່າຄຽງໄຫຼ່ພ້ອມກັບປະຊາຊົນເພື່ອຜ່ານຜ່າ, ແກ້ໄຂຜົນຮ້າຍຢ້ອນຫຼັງ. ມີພຽງແຕ່ທະຫານລຸງໂຮ່ ຈຶ່ງເຮັດໄດ້ຄືແນວນັ້ນ”.

ບໍ່ພຽງແຕ່ມີຂີ້ຕົມ ແລະຂີ້ເຫຍື້ອເທົ່ານັ້ນ, ຍ້ອນຝົນຕົກໜັກຫຼາຍເຮັດໃຫ້ດິນອີ່ມນ້ຳ, ຍ້ອນເຫດນັ້ນ, ໃນບໍລິເວນແຂວງອຽນບ໊າຍ ຈຶ່ງເກີດມີດິນເຈື່ອນ ເຮັດໃຫ້ປະຊາຊົນນັບຫຼາຍສິບຄົນເສຍຊີວິດ  ແລະເຮືອນຊານຫຼາຍຫຼັງຖືກພັງທະລາຍ, ເປ່ເພ. ໂດຍແມ່ນກຳລັງທີ່ທະຫານເຂດ 2 ເພີ່ມເຕີມໃຫ້ໄປໜູນຊ່ວຍນະຄອນອຽນບ໊າຍ ແກ້ໄຂຜົນຮ້າຍຢ້ອນຫຼັງ, ມີພະນັກງານ, ນັກຮົບກອງພົນນ້ອຍ 297, ທະຫານເຂດ 2 ຈຳນວນ 100 ກວ່າຄົນໄດ້ເຄື່ອນຍ້າຍໄປຮອດເຂດທີ່ໄດ້ຮັບການມອບໝາຍຢ່າງວ່ອງໄວ, ສົມທົບກັບອຳນາດການປົກຄອງທ້ອງຖິ່ນໄປສຳຫຼວດ, ຕີລາຄາສະພາບການ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຢ່າງຮີບດ່ວນ.

leftcenterrightdel
ທະຫານ ແລະປະຊາຊົນລ້າງຂີ້ຕົມ ພາຍຫຼັງນໍ້າຖ້ວມຫຼຸດລົງ. ພາບ: ກາວຫງວຽນ-ຫືວດຶກ

ທ່ານພັນເອກພິເສດ ໂງດຶກເກື່ອງ, ຫົວໜ້າກອງພົນນ້ອຍ 297 ໃຫ້ຮູ້ວ່າ: “ກ່ອນທີ່ຈະປະຕິບັດໜ້າທີ່, ພວກຂ້າພະເຈົ້າ ໄດ້ຊາບຊຶມ, ສຶກສາອົບຮົມ, ສ້າງຄວາມຕັດສິນໃຈສູງໃຫ້ແກ່ພະນັກງານ, ນັກຮົບ. ທາງກົມກອງໄດ້ລະດົມກໍາລັງ, ພາຫະນະ, ອຸປະກອນເພື່ອໜູນຊ່ວຍປະຊາຊົນ, ຈັດແບ່ງພະນັກງານເພື່ອບັນຊາແຕ່ລະທິດ, ແຕ່ລະພາກສ່ວນ, ສົມທົບກັນຢ່າງແໜ້ນແຟ້ນກັບກຳລັງປະຕິບັດໜ້າທີ່ທີ່ກ່ຽວຂ້ອງເພື່ອຊ່ວຍເຫຼືອປະຊາຊົນຢ່າງມີປະສິດທິຜົນ, ຮັບປະກັນຄວາມປອດໄພໃນທຸກດ້ານ”.

ທ່ານ ຫງວຽນວັນທູ, ປະທານສະມາຄົມນັກຮົບເກົ່າຕາແສງດົ່ງເຕິມ, ນະຄອນອຽນບ໊າຍ ໃຫ້ຮູ້ວ່າ: “ໃນຊຸມມື້ມໍ່ໆມານີ້, ຮູບພາບທະຫານລຸງໂຮ່ ໄດ້ຝັງເລິກໃນດວງໃຈປະຊາຊົນແຂວງອຽນບ໊າຍ. ຍິ່ງກວ່າເວລາໃດໝົດ, ດ້ວຍຄຳສັ່ງຈາກຫົວໃຈ, ພະນັກງານ, ນັກຮົບບໍ່ຄິດງໍ້, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ອັນຕະລາຍ, ຄຽງບ່າຄຽງໄຫຼ່່ພ້ອມກັບຄະນະພັກ, ອຳນາດການປົກຄອງ ເພື່ອປົກປັກຮັກສາຊີວິດອິນຊີ ແລະຊັບສິນຂອງປະຊາຊົນ, ຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ພາຍຸນ້ຳຖ້ວມ”.

ກ່ອງນ້ຳນົມ, ຫໍ່ເຂົ້າໜົມທີ່ປະຊາຊົນມອບໃຫ້ທະຫານທີ່ພວມປະຕິບັດໜ້າທີ່ຢູ່ທີ່ນີ້ກໍ່ແມ່ນນ້ຳໃຈທີ່ປະຊາຊົນແຂວງອຽນບ໊າຍ ຢາກຝາກຝັງ. ນີ້ກໍ່ແມ່ນກໍາລັງໜູນ ເພື່ອໃຫ້ພະນັກງານ, ນັກຮົບແຕ່ລະຄົນມີຄວາມຕັດສິນໃຈປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.

ພົນທະຫານຊັ້ນໜຶ່ງ ຫງວຽນຕ໊ຽນດາດ, ໝວດທະຫານ 1, ກອງຮ້ອຍສື່ສານ, ກອງພົນນ້ອຍ 297, ທະຫານເຂດ 2 ແບ່ງປັນວ່າ: “ເມື່ອເຫັນພະນັກງານ, ນັກຮົບຂອງກົມກອງມາ, ປະຊາຊົນກໍດີໃຈຫຼາຍ, ຍັງແຈກອາຫານ ແລະນໍ້າດື່ມ. ຂ້າພະເຈົ້າ ຮູ້ສຶກສະເທືອນໃຈຕໍ່ອາລົມຈິດຄວາມຮັກແພງຂອງປະຊາຊົນແຂວງອຽນບ໊າຍ ທີ່ມີຕໍ່ທະຫານ. ພວກຂ້າພະເຈົ້າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊ່ວຍປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ, ເຮັດໃຫ້ການດໍາລົງຊີວິດເປັນປົກກະຕິ”.

ຮູບພາບສວຍງາມທີ່ສຸດໃນເວລານີ້ແມ່ນນ້ຳໃຈອັນສະໜິດສະໜົມລະຫວ່າງທະຫານ-ປະຊາຊົນ. ໝົດທຸກຄົນລ້ວນແຕ່ມີເຈດຈໍານົງອັນດຽວກັນ, ມີຄວາມຕັດສິນໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ, ຝົນຕົກ, ເພື່ອໃຫ້ປະຊາຊົນແຂວງອຽນບ໊າຍ ມີການດໍາລົງຊີວິດກັບຄືນສູ່ສະພາບປົກກະຕິໂດຍໄວ.

ໂດຍ: ທູຈາງ