ແຕ່ຮຸ່ງເຊົ້າ, ປະຊາຊົນໄດ້ພາກັນລຽນເປັນແຖວຍາວ ກໍ່ຄືນັກທ່ອງທ່ຽວສາກົນທີ່ມາເຂົ້າສຸສານໄວ້ອາໄລລຸງໂຮ່. ມີໜ້າຢູ່ສະໜາມຫຼວງບາດິ່ງ ແຕ່ 5 ໂມງເຊົ້າຂອງ ວັນທີ 2 ກັນຍາ, ເອື້ອຍ ລານແອງ (ຢູ່ແຂວງຕວຽນກວາງ) ໃຫ້ຮູ້ວ່າ ຄອບຄົວຂອງເອື້ອຍໄດ້ມາຮ່າໂນ້ຍ ແຕ່ຕອນຄ່ຳວັນທີ 1 ກັນຍາ ເພື່ອໃຫ້ທັງຄອບຄົວໄດ້ເຂົ້າຮ່ວມພິທີຊັກທຸງຊາດ ແລະເຂົ້າສຸສານໄວ້ອາໄລລຸງໂຮ່. ພວກເດັກນ້ອຍມີຄວາມກະຕືລືລົ້ນຫຼາຍ, ໄດ້ເຂົ້າສຸສານໄວ້ອາໄລລຸງໂຮ່ ພວກເດັກນ້ອຍຈະມີກໍາລັງໜູນ ເພື່ອຕັ້ງໃຈໃນການຮ່ຳຮຽນ.

leftcenterrightdel
ໃນຕອນເຊົ້າວັນທີ 2 ກັນຍາ, ພໍ່ແມ່ປະຊາຊົນ ແລະເພື່ອນມິດສາກົນນັບໝື່ນຄົນໄດ້ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ

ເຖິງວ່າຈຳນວນນັກທ່ອງທ່ຽວຫຼາຍກວ່າມື້ປົກກະຕິກໍ່ຕາມ, ແຕ່ຄະນະຄຸ້ມຄອງສຸສານປະທານໂຮ່ຈີມິນ ໄດ້ຊີ້ນຳສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາກຳລັງໃນຄະນະຄຸ້ມຄອງສຸສານ, ຕຳຫຼວດນະຄອນຮ່າໂນ້ຍ ແລະບັນດາອົງການ, ຫົວໜ່ວຍ, ອຳນາດການປົກຄອງທ້ອງຖິ່ນຕ່າງໆ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນ ແລະນັກທ່ອງທ່ຽວສາກົນໄດ້ເຂົ້າສຸສານໄວ້ອາໄລລຸງໂຮ່ ຢ່າງສະດວກ ແລະປອດໄພ.

ໃນວັນທີ 2 ກັນຍາ, ຄະນະຄຸ້ມຄອງສຸສານປະທານໂຮ່ຈີມິນ ໄດ້ສົມທົບກັບພະແນກທ່ອງທ່ຽວຮ່າໂນ້ຍ ຈັດຕັ້ງການແຈກຢາຍນໍ້າດື່ມ, ນົມ, ເຂົ້າໜົມໃຫ້ແກ່ປະຊາຊົນ ແລະແຂກຕ່າງປະເທດທີ່ເຂົ້າສຸສານໄວ້ອາໄລລຸງໂຮ່.

ໂດຍ: ທະນາພອນ