ເຖິງຢ່າງໃດກໍ່ຕາມວິສາຫະກິດສົ່ງອອກເຂົ້າສານຂອງຫວຽດນາມ ຍັງບໍ່ເອົາໃຈໃສ່ເປັນພິເສດເຖິງການລົງທຶນໃຫ້ແກ່ການເຄື່ອນໄຫວໂຄສະນາ, ແນະນໍາຜະລິດຕະພັນຢ່າງກວ້າງຂວາງເທື່ອ, ສະນັ້ນບັນດາຜູ້ນຳເຂົ້າ ແລະລະບົບແຈກຢາຍຢູ່ສິງກະໂປ ເຄີຍນຳເຂົ້າເຂົ້າສານຫວຽດນາມ ທີ່ໄດ້ຮັບການອອກແບບ, ຫຸ້ມຫໍ່ ແລະຕິດເຄື່ອງໝາຍການຄ້າຂອງສິງກະໂປ ເພື່ອຈໍາໜ່າຍໃຫ້ງ່າຍໃນຕະຫຼາດ.

ສິ່ງດັ່ງກ່າວຮຽກຮ້ອງໃຫ້ມີຄວາມເອົາໃຈໃສ່, ລົງທຶນຫຼາຍກວ່າອີກໃຫ້ແກ່ການເຄື່ອນໄຫວສົ່ງເສີມການຄ້າ, ສ້າງເຄື່ອງໝາຍການຄ້າເຂົ້າສານຫວຽດນາມ ຢູ່ຕະຫຼາດສິງກະໂປ.

ຕາມອົງການການຄ້າສະຖານທູດຫວຽດນາມ ປະຈຳ ສິງກະໂປ ແລ້ວ, ໃນ 6 ເດືອນຕົ້ນປີ 2024, ຍອດມູນຄ່າການນຳເຂົ້າເຂົ້າສານຈາກໂລກຂອງຕະຫຼາດສິງກະໂປ ເພີ່ມຂຶ້ນສູງພໍສົມຄວນໃນລະດັບ 13,62% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ບັນລຸເກືອບ 224,5 ລ້ານ SGD. ພາຍຫຼັງ 6 ເດືອນຕົ້ນປີ 2024, ຫວຽດນາມ ຍັງຄົງແມ່ນປະເທດນໍາໜ້າໃນການສົ່ງອອກເຂົ້າສານເຂົ້າຕະຫຼາດສິງກະໂປ, ກວມເອົາ 32,69% ອັດຕາສ່ວນຕະຫຼາດ, ດ້ວຍມູນຄ່າສົ່ງອອກ 73,4 ລ້ານ SGD, ເພີ່ມຂຶ້ນ 54,67% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

leftcenterrightdel
ວາງສະແດງ, ສົ່ງເສີມການຄ້າຜະລິດຕະພັນເຂົ້າສານຢູ່ສິງກະໂປ. ພາບ: ເລເຢືອງ

ເຂົ້າບາງປະເພດເພີ່ມຂຶ້ນຢ່າງແຮງ, ຄື: ເຂົ້າໜຽວ (ວົງເງິນ 8,9 ລ້ານ SGD, ເພີ່ມຂຶ້ນທົບ 5 ເທົ່າ), ເຂົ້າເມັດຫັກ (ວົງເງິນ 1,5 ລ້ານ SGD, ເພີ່ມຂຶ້ນ 187,3%), ການສີດເຂົ້າຫອມ ຫຼື ປອກເປືອກ (ວົງເງິນ 27,27 ລ້ານ SGD, ເພີ່ມຂຶ້ນ 161,35%). ເຂົ້າສານຕົ້ນຕໍຂອງຫວຽດນາມ ຢູ່ຕະຫຼາດສິງກະໂປ ແມ່ນເຂົ້າຈ້າວຂາວເພີ່ມຂຶ້ນ 1,91%, ບັນລຸວົງເງິນ 34,5 ລ້ານ SGD. ປະເພດໜຶ່ງດຽວທີ່ຫຼຸດລົງເມື່ອທຽບກັບໄລຍະດຽວກັນຂອງປີ 2023 ແມ່ນເຂົ້າສີນ້ໍາຕານ (ວົງເງິນ 102.000 SGD, ຫຼຸດລົງ  51,2%).

ທ່ານ ກາວຊວນຖັງ, ທີ່ປຶກສາດ້ານການຄ້າ, ຫົວໜ້າຫ້ອງການການຄ້າຫວຽດນາມ ປະຈຳ ສິງກະໂປ ໃຫ້ຮູ້ວ່າ ຄວາມຕ້ອງການເຂົ້າສານຢູ່ຕະຫຼາດສິງຄະໂປ ແມ່ນໃນລະດັບ 300 ຫາ 400 ລ້ານ SGD/ປີ. ສຳລັບຫວຽດນາມ, ເຖິງວ່າ ວົງເງິນສົ່ງອອກເຂົ້າສານໄປຍັງຕະຫຼາດສິງກະໂປ ເຕີບໂຕດີ, ໄຕມາດທີ II ປີ 2024 ແມ່ນໄຕມາດທີ 2 ທີ່ຫວຽດນາມ ຢືນອັນດັບ 1 ໃນການສົ່ງອອກເຂົ້າສານເຂົ້າຕະຫຼາດສິງກະໂປ ຢ່າງຕໍ່ເນື່ອງ, ແຕ່ການສົ່ງເສີມການຄ້າ, ການໂຄສະນາ ແລະແນະນຳຜະລິດຕະພັນເຂົ້າສານຂອງຫວຽດນາມ ຢູ່ຕະຫຼາດນີ້ຍັງຈໍາກັດຢູ່, ຍັງບໍ່ມີການເຄື່ອນໄຫວສົ່ງເສີມການຄ້າດ້ວຍຂະໜາດໃຫຍ່ຂອງວິສາຫະກິດໃຫ້ແກ່ເຂົ້າສານເທື່ອ.

ປະຈຸບັນ, ບັນດາການເຄື່ອນໄຫວສົ່ງເສີມການຄ້າ,  ການວາງສະແດງເຂົ້າສານຢູ່ ສິງກະໂປ ຕົ້ນຕໍໂດຍອົງການການຄ້າຫວຽດນາມ ຜັນຂະຫຍາຍເປັນປະຈຳ. ວິສາຫະກິດສົ່ງອອກເຂົ້າສານຂອງຫວຽດນາມ ຍັງເອົາໃຈໃສ່ເປັນພິເສດພຽງເຖິງການລົງທຶນໂຄສະນາ, ແນະນຳຜະລິດຕະພັນຂະໜາດໃຫຍ່. ໃນຂະນະນັ້ນ, ບັນດາປະເທດ, ຄື: ໄທ, ຍີ່ປຸ່ນ, ອິນເດຍ ພັດເອົາໃຈໃສ່ຫຼາຍເຖິງການລົງທຶນໂຄສະນາຜະລິດຕະພັນ, ຕົກລົງກັບວິສາຫະກິດນຳເຂົ້າ, ແຈກຢາຍກ່ຽວກັບການຮັກສາເຄື່ອງໝາຍການຄ້າເຂົ້າສານຂອງເຂົາເຈົ້າ.

ທ່ານ ກາວຊວນຖັງ ກໍ່ຖືວ່າ ຜະລິດຕະພັນເຂົ້າສານຂອງຫວຽດນາມ ບໍ່ພຽງແຕ່ຈໍາໜ່າຍຢູ່ຕະຫຼາດສິງກະໂປເທົ່ານັ້ນ, ຫາກບັນດາວິສາຫະກິດສິງກະໂປ ຍັງສົ່ງອອກຫຼາຍປະເທດໃນໂລກ. ສະນັ້ນ, ບັນດາວິສາຫະກິດ ຄວນໃສ່ໃຈເຖິງບົດບາດເປັນປະເທດສົ່ງຕໍ່ທີ່ສຳຄັນຂອງສິງກະໂປ, ຫາກບໍ່ພຽງແຕ່ແມ່ນປະເທດເກາະທີ່ມີປະຊາກອນປະມານ 6 ລ້ານຄົນເທົ່ານັ້ນ.

ເພື່ອໃຫ້ເຂົ້າສານຫວຽດນາມ ຮັກສາອັນດັບ 1 ແລະແກ່ງແຍ້ງກັບຜະລິດຕະພັນເຂົ້າສານຂອງອິນເດຍ, ໄທ ຢູ່ຕະຫຼາດ ສິງກະໂປ ໄດ້ນັ້ນ, ໃນໄລຍະຈະມາເຖິງ, ຄວນສືບຕໍ່ມີການໜູນຊ່ວຍ, ຮ່ວມແຮງຮ່ວມໃຈຂອງກະຊວງ, ຂະແໜງການ, ທ້ອງຖິ່ນ, ສະມາຄົມຂະແໜງສິນຄ້າ ແລະວິສາຫະກິດເຂົ້າສານຫວຽດນາມ. ໃນນັ້ນ, ການເພີ່ມທະວີການເຄື່ອນໄຫວສົ່ງເສີມການຄ້າ, ໂຄສະນາເຄື່ອງໝາຍການຄ້າຜະລິດຕະພັນ, ເຄື່ອງໝາຍການຄ້າວິສາຫະກິດ, ເພີ່ມຜະລິດຕະພັນໃນບໍລິເວນນັ້ນແມ່ນສິ່ງທີ່ບັນດາວິສາຫະກິດຕ້ອງເອົາໃຈໃສ່ປະຕິບັດ.

ໂດຍ: ເຈິ່ນຮວ່ຽນ