ດ້ວຍຫົວຂໍ້ “ຂອບຟ້າແຫ່ງການເຕີບໂຕໃໝ່”, ກອງປະຊຸມໄດ້ປຶກສາຫາລືຫຼາຍຫົວຂໍ້ທີ່ກ່ຽວຂ້ອງເຖິງການສ້າງບັນດາຮູບແບບການເຕີບໂຕສີຂຽວ ແລະຍືນຍົງໃຫ້ແກ່ອະນາຄົດ.

ນັບແຕ່ປີ 2007 ເປັນຕົ້ນມາ, ເມື່ອ WEF ຈັດຕັ້ງກອງປະຊຸມຄັ້ງທໍາອິດ ຢູ່ ຈີນ,  Tianjin ແລະ Dalian ແມ່ນສອງນະຄອນຜັດປ່ຽນກັນດໍາເນີນເຫດການເປັນທີ່ຮູ້ຈັກດ້ວຍຊື່ເອີ້ນ “Davos ລະດູແລ້ງ”. ນີ້ກໍແມ່ນກອງປະຊຸມສໍາຄັນທີສອງໃນປີຂອງ WEF, ຖັດຈາກ WEF Davos, ຕາມປົກກະຕິແລ້ວແມ່ນຈະດໍາເນີນໃນຕົ້ນປີຢູ່ເທດສະບານເມືອງ Davos ຂອງປະເທດສະວິດ.

ສີຂຽວຈາກຫົວຂໍ້ທີ່ນຳມາປຶກສາຫາລື

ກອງປະຊຸມ WEF 15 ປີນີ້ ຢູ່ Dalian ມີການເຂົ້າຮ່ວມຂອງຜູູ້ແທນ 1.600 ຄົນແມ່ນການນໍາລັດຖະບານບັນດາປະເທດ, ຜູ້ຕາງໜ້າວົງການດໍາເນີນທຸລະກິດ, ນັກວິຊາການ ແລະສື່ມວນຊົນຂອງເກືອບ 80 ປະເທດ ແລະເຂດແຄວ້ນ, ໃນນັ້ນສິ່ງທີ່ເປັນໜ້າເອົາໃຈໃສ່ແມ່ນມີທ່ານ ຫຼີສຽງ ນາຍົກລັດຖະມົນຕີປະເທດເຈົ້າພາບ ຈີນ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Andrzej Duda ປະທານາທິບໍດີ ໂປໂລຍ. ການເຄື່ອນໄຫວ 200 ກວ່າລາຍການ ໄດ້ຈັດຕັ້ງໃນ 3 ວັນທີ່ດໍາເນີນກອງປະຊຸມ, ໂດຍສຸມໃສ່ 6 ເນື້ອໃນປຶກສາຫາລືຫຼັກ, ລວມມີ: ພື້ນຖານເສດຖະກິດທົ່ວໂລກໃໝ່; ຈີນ ແລະໂລກ; ຈິດໃຈນັກທຸລະກິດໃນຍຸກສະໄໝປັນຍາປະດິດ (AI); ບັນດາຂົງເຂດອຸດສາຫະກໍາໃໝ່; ການລົງທຶນໃສ່ມະນຸດ; ການເຊື່ອມຕໍ່ດ້ານອາກາດ, ທໍາມະຊາດ ແລະພະລັງງານ. ຄຽງຂ້າງການແບ່ງວາລະປຶກສາຫາລືຕາມຫົວຂໍ້ລະອຽດແລ້ວ, ກອງປະຊຸມຍັງຈັດຕັ້ງບັນດາວາລະປະຊຸມຕາມລັກສະນະສົ່ງຜົນກະທົບ, ຢູ່ໃນຂອບເຂດທົ່ວໂລກ, ພາກພື້ນອາຊີ, ຫຼື ສໍາລັບສະເພາະ ຈີນ.

leftcenterrightdel
ສູນປະຊຸມສາກົນ Dalian, ສະຖານທີ່ຈັດຕັ້ງ Davos ລະດູແລ້ງ 2024 ຢູ່ນະຄອນ Dalian, ແຂວງຫຼຽວນິງ, ສປ ຈີນ. ພາບ: ສໍານັກຂ່າວຊິນຮວາ.

ໃນສະພາບການວິກິດການດ້ານອາກາດນັບມື້ນັບສົ່ງຜົນກະທົບທີ່ສັບສົນເຖິງການເຕີບໂຕເສດຖະກິດຂອງບັນດາປະເທດ, ການປະຢັດພະລັງງານ, ຫຼຸດຜ່ອນການປ່ອຍອາຍພິດກາກບອນ, ກໍ່ສ້າງຮູບແບບການເຕີບໂຕໃໝ່ໃຫ້ດຸ່ນດ່ຽງ, ຍືນຍົງ ແລະກົມກຽວກວ່າກັບທໍາມະຊາດ ແມ່ນບຸລິມະສິດປຶກສາຫາລືໃຫຍ່ຢູ່ WEF 15.  ໃນວາລະປຶກສາຫາທໍາອິດຂອງ WEF 15, ດໍາເນີນໃນຕອນເຊົ້າວັນທີ 25 ມິຖຸນາ, ກ່ຽວກັບຫົວຂໍ້ “ເຊື່ອມຕໍ່ດ້ານອາກາດ, ທໍາມະຊາດ ແລະພະລັງງານ”, ສ່ວນຫຼາຍບັນດານັກປາຖະກະຖາ ລ້ວນແຕ່ຢັ້ງຢືນວ່າ ການປົກປັກຮັກສາທໍາມະຊາດ, ຊີວະນາໆພັນ ດຽວນີ້ບໍ່ພຽງແຕ່ແມ່ນພັນທະແບບບັງຄັບຕໍ່ບັນດາປະເທດ ແລະບັນດາປະຊາຄົມ ເທົ່ານັ້ນ ຫາກຍັງແມ່ນຂົງເຂດເພື່ອໃຫ້ຄົ້ນຫາ ແລະກໍ່ສ້າງພື້ນຖານການເຕີບໂຕສີຂຽວໃຫ້ແກ່ອະນາຄົດ ອີກດ້ວຍ.

ທ່ານ Andre Hoffmann ເປັນປະທານຮ່ວມວາລະປຶກສາຫາລືທີ່ WEF 15 ໃຫ້ຂໍ້ສັງເກດວ່າ “ຖ້າຫາກການເຕີບໂຕເສດຖະກິດຂອງພວກເຮົາ ບໍ່ໄດ້ຮັບການຄວບຄຸມຢູ່ໃນການຈໍາກັດຂອງໜ່ວຍໂລກແລ້ວ, ພວກເຮົາ ຈະບີບຮັດລະບົບທໍາມະຊາດ ແລະສິ່ງນັ້ນ ໃນໄລຍະຍາວ ຈະບໍ່ນໍາເອົາຜົນປະໂຫຍດໃດມາໃຫ້. ສະນັ້ນ, ສານຂອງມື້ນີ້ ແມ່ນທໍາມະຊາດ ແມ່ນໂອກາດຫາກບໍ່ແມ່ນ ຄ່າໃຊ້ຈ່າຍ, ແລະຖ້າຢາກມີການເຕີບໂຕໃໝ່ນັ້ນຕ້ອງເອົາໃຈໃສ່ເຖິງການຈໍາກັດຂອງໜ່ວຍໂລກ”.

leftcenterrightdel
ທ່ານ Klaus Schwab ຜູ້ສ້າງຕັ້ງ ທັງເປັນປະທານບໍລິຫານ WEF ກ່າວຄໍາເຫັນທີ່ວາລະປະຊຸມ ຢູ່ນະຄອນ Dalian, ແຂວງຫຼຽວນິງ, ສປ ຈີນ ໃນວັນທີ 25 ມິຖຸນາ 2024. ພາບ: ສໍານັກຂ່າວສານຫວຽດນາມ.

ແບ່ງປັນກັບທັດສະນະນີ້, ກ່າວຄໍາເຫັນໃນວາລະໄຂກອງປະຊຸມຢ່າງເປັນທາງການ, ທ່ານ Klaus Schwab ຜູ້ສ້າງຕັ້ງ ທັງເປັນປະທານບໍລິຫານ WEF ຖືວ່າ “ວາລະປຶກສາຫາລືຄັ້ງຕ່າງໆ ຢູ່ WEF ຈະສ້າງກໍາລັງໜູນຊຸກຍູ້ບັນດາປະເທດກ້າວໄວກວ່າໃນການຫັນໄປສູ່ເຕັກໂນໂລຊີສີຂຽວ ແລະພື້ນຖານເສດຖະກິດສີຂຽວ. ການປຶກສາຫາລືນີ້ ກໍຍົກໃຫ້ເຫັນໂອກາດຕ່າງໆ ທີ່ພວກເຮົາ ມີໃນອະນາຄົດ, ໂດຍອີງໃສ່ເຕັກໂນໂລຊີ ແລະການຫັນໄປສູ່ເຕັກໂນໂລຊີສີຂຽວກວ່າ ແລະບັນດາພື້ນຖານເສດຖະກິດສີຂຽວກວ່າ. ເພື່ອເຮັດໄດ້ສິ່ງນັ້ນ, ເພື່ອກ້າວໄປເຖິງຂອບຟ້າແຫ່ງການເຕີບໂຕໃໝ່ນັ້ນ ຕ້ອງມີການຮ່ວມມືອັນຍາວນານ ນັ້ນແມ່ນສິ່ງທີ່ຈໍາເປັນ”.

ສີຂຽວໃນການຈັດຕັ້ງ

ຄຽງຂ້າງບັນດາຫົວຂໍ້ບຸລິມະສິດກ່ຽວກັບພະລັງງານ, ສິ່ງແວດລ້ອມ, ປັນຍາປະດິດເພື່ອມຸ່ງໄປເຖິງບັນດາຮູບແບບການເຕີບໂຕເສດຖະກິດສີຂຽວກວ່າ, ສານສີຂຽວຂອງ WEF 15 ຍັງສະແດງໃຫ້ເຫັນໂດຍກົງໃນວຽກງານຈັດຕັ້ງກອງປະຊຸມ, ເມື່ອຄະນະຈັດຕັ້ງ WEF 15 ນໍາໃຊ້ບັນດາເຕັກໂນໂລຊີຂຽວເຂົ້າໃນການຈັັດຕັ້ງ. ທ່ານ Chen Shaowang ເຈົ້າຄອງນະຄອນ Dalian ໃຫ້ຮູ້ວ່າ “ພະລັງງານໃຊ້ຈ່າຍຢູ່ສະຖານທີ່ຫຼັກ ແລະບັນດາຮາກຖານໜູນຊ່ວຍກອງປະຊຸມ 100% ແມ່ນໄຟຟ້າສີຂຽວ. ມີທັງໝົດ 520 ພາຫະນະທີ່ນໍາໃຊ້ພະລັງງານໃໝ່ ກໍໄດ້ຕິດຕັ້ງເພື່ອຮັບໃຊ້ການຂົນສົ່ງຜູ້ແທນ. ບັນດາວັດຖຸອຸປະກອນທີ່ນໍາໃຊ້ໃນກອງປະຊຸມຈະໄດ້ຜະລິດຄືນໃໝ່ ແລະກໍ່ຈະຕັດງົບປະມານໃນການຈັດຕັ້ງການນໍາໃຊ້ມາດຕະຖານທີ່ງ່າຍດາຍ, ກົມກຽວ, ສີຂຽວ ແລະກາກບອນຕໍ່າໃນທຸກຂັ້ນຕອນທັງໝົດ”...

ຕາມອໍານາດການປົກຄອງນະຄອນ Dalian, ການນໍາໃຊ້ບັນດາເຕັກໂນໂລຊີ ສີຂຽວເຂົ້າໃນການຈັດຕັ້ງ WEF 15 ຢ່າງຄົບຊຸດ ແມ່ນການກະທໍາທີ່ແທດຈິງເພື່ອແນໃສ່ແຜ່ຂະຫຍາຍສານສີຂຽວຂອງ WEF 15, ພ້ອມທັງຍັງໄດ້ແນະນໍາ “ນະຄອນສີຂຽວ” ຂອງນະຄອນ Dalian ອອກສູ່ໂລກ. 

ໂດຍ: ໄຊຊະນະ