ໃນວຽກງານໂຄສະນາ, ສື່ມວນຊົນ, ພາຍຫຼັງສ້າງຕັ້ງກຳລັງ, ປະຕິບັດຕາມການຊີ້ນຳຂອງຄະນະການນຳຕຳຫຼວດປະຊາຊົນປະກອບອາວຸດສູນກາງ (ປະຈຸບັນແມ່ນທະຫານຊາຍແດນ), ພະແນກການເມືອງໄດ້ສ້າງຕັ້ງໜ່ວຍສື່ມວນຊົນຂຶ້ນກັບພະແນກໂຄສະນາອົບຮົມເພື່ອລົງຂ່າວຮັບໃຊ້ກຳລັງ. ແຕ່ໜ່ວຍສື່ມວນຊົນເບື້ອງຕົ້ນຮັກສາການເຄື່ອນໄຫວພິມຈຳໜ່າຍໜັງສືພິມລາຍວັນ “ຂ່າວຕຳຫຼວດປະຊາຊົນປະກອບອາວຸດ” (ຕົ້ນກໍາເນີດຂອງໜັງສືພິມຊາຍແດນ), ຈົນຮອດປະຈຸບັນ, ວຽກງານສື່ມວນຊົນໃນທະຫານຊາຍແດນພັດທະນາເປັນຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ດ້ວຍບັນດາປະເພດສື່ມວນຊົນທີ່ເປັນມູນເຊື້ອ ແລະທັນສະໄໝ, ລວມມີໜັງສືພິມລາຍວັນ, ວາລະສານ, ໂທລະພາບ, ໜັງສືພິມເອເລັກໂຕນິກ ແລະສື່ມວນຊົນຫຼາຍຮູບແບບ...

leftcenterrightdel
ທ່ານພັນເອກພິເສດ ຫງວຽນດັງໄບ, ນັກຂ່າວໜັງສືພິມຊາຍແດນສຳພາດຄອບຄົວທ້າວ ຢາມິປໍ, ຕາແສງ ເທື້ອງຟຸ່ງ, ເມືອງແມ່ວວາກ, ແຂວງຮ່າຢາງ. ພາບ: ຈ໊ຽນຄູ.

ສຳລັບໂຄງປະກອບການຈັດຕັ້ງ, ທະຫານຊາຍແດນມີ 3 ອົງການສື່ມວນຊົນ, ລວມມີ: ໜັງສືພິມຊາຍແດນ, ຮູບເງົາ - ໂທລະພາບທະຫານຊາຍແດນ, ວາລະສານວິທະຍາສາດການສຶກສາຊາຍແດນ. ໃນນັ້ນໜັງສືພິມຊາຍແດນໄດ້ພິມຈຳໜ່າຍຢ່າງກວ້າງຂວາງດ້ວຍບັນດາສື່ສິ່ງພິມ: ໜັງສືພິິມຊາຍແດນ, ວາລະສານຄວາມ ສະຫງົບຊາຍແດນ, ໜັງສືພິມຊາຍແດນເອເລັກໂຕນິກ. ນອກຈາກນັ້ນ, ທະຫານຊາຍແດນຍັງມີບັນດາຂ່າວພາຍໃນ. ໃນນັ້ນ, ໜັງສືພິມຊາຍແດນໄດ້ຄະນະພັກ, ກອງບັນຊາການທະຫານຊາຍແດນເອົາໃຈໃສ່, ລົງທຶນກໍ່ສ້າງຊອບແວຈັດໜ້າດ້ວຍເຕັກໂນໂລຢີກ້າວໜ້າ, ທັນສະໄໝ...

ທ່ານພົນຈັດຕະວາ ວັນງອກເກ໊, ຮອງຫົວໜ້າການເມືອງກອງບັນຊາການທະຫານຊາຍແດນ ໃຫ້ຮູ້ວ່າ: “ຮ່ວມເດີນທາງກັບກິດຈະການປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດ, ບັນດາອົງການສື່ມວນຊົນ ແລະຖັນແຖວນັກຂ່າວ ໃນທະຫານຊາຍແດນໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະບືນຕົວຢ່າງບໍ່ ຢຸດຢັ້ງ, ນັບມື້ນັບເຕີບໃຫຍ່ເຂັ້ມແຂງທັງດ້ານຈຳນວນ ແລະຄຸນນະພາບ; ແມ່ນຂົວຕໍ່ທີ່ມີປະສິດທິຜົນລະຫວ່າງພັກ, ລັດ, ກອງທັບ ແລະທະຫານຊາຍແດນ ກັບທະຫານ ແລະປະຊາຊົນໃນທຸກແຖບຖິ່ນຊາຍແດນ, ໝູ່ເກາະທະເລຂອງປະເທດ. ຄຸນທາດການເມືອງ ແລະລັກສະນະເປັນມືອາຊີບຂອງນັກຂ່າວທະຫານຊາຍແດນນັບມື້ນັບໄດ້ຮັບການຍົກສູງ”.

ຕົວຈິງວ່າ, ໃນຊຸມປີຜ່ານມາ, ຖັນແຖວນັກຂ່າວໃນທະຫານຊາຍແດນໄດ້ຕັ້ງໜ້າຄົ້ນຄວ້າ, ຊອກຮູ້, ຮ່ຳຮຽນເພື່ອຍົກສູງຄວາມຮູ້, ເປັນເຈົ້າຂອງພາຫະນະ, ວັດຖຸອຸປະກອນຮັບໃຊ້ການເຮັດຂ່າວ. ພ້ອມກັນນັ້ນ, ບັນດາອົງການສື່ມວນຊົນໃນທະຫານຊາຍແດນ, ກອງບັນຊາການທະຫານຊາຍແດນບັນດາແຂວງ, ນະຄອນທີ່ມີຊາຍແດນໄດ້ອຳນວຍຄວາມສະດວກເພື່ອຖັນແຖວນັກຂ່າວທະຫານຊາຍແດນໄດ້ເຂົ້າຮ່ວມບັນດາຊຸດຝຶກອົບຮົມ, ບຳລຸງສ້າງວິຊາສະເພາະໂດຍອົງການຄຸ້ມຄອງອາຊີບ, ສະຫະພັນນັກຂ່າວຫວຽດນາມ, ອົງການຂັ້ນເທິງເພື່ອແນໃສ່ຍົກສູງທັກສະອາຊີບ, ຮຽນວິທີເຮັດຂ່າວ ແລະມາດຕະການເຮັດຂ່າວທັນສະໄໝ, ຫຼາຍຮູບຫຼາຍແບບ, ຂຸດຄົ້ນບັນດາພື້ນຖານເຕັກໂນໂລຢີດີຈີຕອນຮັບໃຊ້ການເຄື່ອນໄຫວສື່ມວນຊົນ.

leftcenterrightdel
ທ່ານຮ້ອຍເອກພິເສດ ຫງວຽນແທັ່ງຈູງ (ທີສອງ, ແຕ່ຂວາມາ), ນັກບັນນາທິການຮູບເງົາ - ໂທລະພາບທະຫານຊາຍແດນ ແລະທ່ານພັນຕີ ວິວັນຕວ່ານ, ເພື່ອນຮ່ວມງານຂອງໜັງສືພິມຊາຍແດນ ເຮັດຂ່າວຢູ່ເຂດຊາຍແດນລ້າງເຊີນ. ພາບ: ບິກງວຽນ.

ເສີມຂະຫຍາຍມູນເຊື້ອຂອງຮຸ່ນກ່ອນ, ບໍ່ຫົວຊາຕໍ່ຄວາມອັນຕະລາຍ, ຄວາມຫຍຸ້ງຍາກ, ຄວາມລຳບາກກາກກຳ, ຖັນແຖວນັກຂ່າວໃນທະຫານຊາຍແດນໄດ້ລົງເຂດຫ່າງໄກສອກຫຼີກ, ບໍລິເວນຊາຍແດນເພື່ອສື່ຂ່າວກ່ຽວກັບບັນດາເຫດການເຄ່ັງຮ້ອນ, ບັນດາປະກົດການຫຍໍ້ທໍ້ໃນສັງຄົມ. ພ້ອມທັງ, ຕັ້ງໜ້າຄົ້ນຄວ້າປະກາດ, ແນະນຳ ແລະແຈ້ງບັນດາໝາກຜົນຄົ້ນຄວ້າກ່ຽວກັບບັນດາບັນຫາທິດສະດີ ແລະພຶດຕິກຳໃນຂົງເຂດຄົ້ນຄວ້າວິທະຍາສາດການທະຫານ, ຊາຍແດນ. ນັກຂ່າວຫຼາຍຄົນໄດ້ລົງບ່ອນທີ່ເກີດໄພທຳມະຊາດ, ພາຍຸນ້ຳຖ້ວມ, ໂລກລະບາດ, ປ້ອງກັນ ແລະຕ້ານອາດຊະຍາກຳປະເພດຕ່າງໆ... ປະຕິບັດຫຼາຍບົດປະພັນສື່ມວນຊົນທີ່ມີຄວາມໝາຍແທດຈິງ, ແຜ່ຂະຫຍາຍໃນທົ່ວສັງຄົມ ແລະຍາດໄດ້ຫຼາຍລາງວັນໃນລາງວັນສື່ມວນຊົນລະດັບຊາດ ແລະບັນດາກະຊວງ, ຂະແໜງການກ່ຽວກັບວຽກງານກໍ່ສ້າງພັກ; ຕໍ່ສູ້ ຕໍ່ທັດສະນະທີ່ຜິດພາດ, ປົກປ້ອງພື້ນຖານແນວຄິດຂອງພັກ; ສື່ສານພົວພັນຕ່າງປະເທດ; ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ...

ເພື່ອຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ໃນສະຖານະການໃໝ່, ກໍ່ອົງການສືຶ່ມວນຊົນ ແລະຖັນແຖວນັກຂ່າວໃນທະຫານຊາຍແດນເປັນມືອາຊີບ, ທັນສະໄໝ, ມີຄວາມຮູ້ຄວາມສາມາດ, ກ່ອນອື່ນໝົດ, ແຕ່ລະອົງການສື່ມວນຊົນໃນທະຫານຊາຍແດນ ຕ້ອງເອົາໃຈໃສ່ເຖິງວຽກງານກໍ່ສ້າງ, ບຳລຸງສ້າງຖັນແຖວນັກຂ່າວ, ຜູ້ເຮັດຂ່າວມີຄວາມໝັ້ນແກ່ນດ້ານການເມືອງ, ມີຄຸນສົມບັດດ້ານອາຊີບ, ມີຄວາມຮັບຜີດຊອບທາງສັງຄົມ ແລະມີຄວາມສາມາດເຂົ້າເຖິງ ແລະເປັນເຈົ້າຂອງເຕັກໂນໂລຢີສື່ສານໃໝ່, ວິທີການເຮັດຂ່າວທັນສະໄໝ.

ເພື່ອເຮັດໄດ້ສິ່ງດັ່ງກ່າວ, ທ່ານພົນຈັດຕະວາ ວັນງອກເກ໊ ໃຫ້ຮູ້ວ່າ ກ່ອນອື່ນໝົດ ບັນດາອົງການສື່ມວນຊົນໃນທະຫານຊາຍແດນຕ້ອງຊາບຊຶມ ແລະປະຕິບັດຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍສື່ມວນຊົນ, ພິເສດກົດໝາຍສື່ມວນຊົນ 2016; ການວາງແຜນຜັງການພັດທະນາ ແລະຄຸ້ມຄອງສື່ມວນຊົນທົ່ວປະເທດເຖິງປີ 2025; ແຜນຮ່າງຫັນສື່ມວນຊົນກອງທັບເຖິງປີ 2025 ໃຫ້ທັນສະໄໝ, ແຜນຮ່າງຫັນເປັນດີຈີຕອນບັນດາອົງການສື່ມວນຊົນໃນທະຫານຊາຍແດນ. ສະເໜີບັນດາມາດຕະການ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນວິວັດທະນາການປະຕິບັດ, ເພື່ອຮັບປະກັນປະສິດທິຜົນການເຄື່ອນໄຫວຂອງບັນດາອົງການສື່ມວນຊົນໃນທະຫານຊາຍແດນ.

ກໍ່ຕາມທ່ານພົນຈັດຕະວາ ວັນງອກເກ໊, ຄຽງຄູ່ການກໍ່ສ້າງ, ບຳລຸງສ້າງບັນດາຊຸດສື່ມວນຊົນ, ນັກຂ່າວ, ຜູ້ເຮັດຂ່າວໃນທະຫານຊາຍແດນຕ້ອງຮ່ຳຮຽນເອງ, ອັບເດດຄວາມຮູ້ໃໝ່ກ່ຽວກັບສື່ມວນຊົນ, ຝຶກຝົນຫຼໍ່ຫຼອມທັກສະເຮັດຂ່າວທັນສະໄໝ, ມີຄວາມສາມາດເປັນເຈົ້າຂອງເຕັກໂນໂລຢີດີຈີຕອນ.

ໂດຍ: ແສງເດືອນ