ຜົນສຳເລັດຂອງງານບຸນຄັ້ງນີ້ ໄດ້ “ເຊີດຊູ” ລະບົບແມ່ນໍ້າ, ປະກອບສ່ວນກໍານົດເຄື່ອງໝາຍການຄ້າການທ່ອງທ່ຽວນະຄອນໃສ່ຊື່ລຸງໂຮ່ ດ້ວຍລັກສະນະຈຳເພາະຂອງຕົວເມືອງແມ່ນ້ຳທີ່ເຕັມໄປດ້ວຍສີສັນວັດທະນະທຳ.

ຮູບພາບຕົວເມືອງແມ່ນ້ຳເຕັມໄປດ້ວຍພະລັງຊີວິດ

ທ້ອງຟ້າຂອງນະຄອນໂຮ່ຈີມິນ ຢູ່ເຂດທ່າເຮືອແບກດັ່ງ (ເມືອງ 1), ສວນສາທາລະນະແຄມແມ່ນ້ຳໄຊງ່ອນ (ນະຄອນຖຸດຶກ) ໃນຕອນຄ່ຳວັນທີ 9 ມີຖຸນາ ມີຄວາມຮຸ່ງເຮືອງເຫຼືອງເຫຼື້ອມດ້ວຍບັນດາຮູບພາບທີ່ມີສີສັນຫຼາກຫຼາຍໃນການສະແດງແສງສິລະປະ (drone show) ທີ່ເປັນເອກະລັກສະເພາະ. ແສງສີເຫຼື້ອມຍິບຍັບຈັດເປັນບັນດາສັນຍາລັກຂອງນະຄອນໃສ່ຊື່ລຸງໂຮ່ ເຕັມໄປດ້ວຍພະລັງຊີວິດ, ນະຄອນທີ່ມີສີສັນຫຼາກຫຼາຍ, ມຸ່ງໄປສູ່ອະນາຄົດ ແລະຮັກສາ, ເສີມຂະຫຍາຍບັນດາຄຸນ ຄ່າວັດທະນະທຳຢ່າງບໍ່ຢຸດຢັ້ງ.

ຢູ່ກາງແມ່ນ້ຳໄຊງ່ອນ, ຕອນແຕ່ເຂດປູຊະນີຍະສະຖານທ່າເຮືອຍ່າຣົ່ງ ຈົນຮອດ ບາຊອນ, ບັນຍາກາດຟົດຟື້ນຂອງງານບຸນດ້ວຍການສະແດງລົດຈັກນ້ຳ ສົມທົບກັບ flyboard, ເຮືອ sailing, ເຮືອທ່ອງທ່ຽວ, ເຮືອຮ້ານອາຫານ ຫຼາຍສີບລຳທີ່ປະດັບປະດາແສງສີຢ່າງສວຍງາມເຂົ້າຮ່ວມຂະບວນແຫ່. ທຸກສິ່ງທຸກຢ່າງປະສົມປະສານເປັນຮູບພາບຕົວເມືອງແມ່ນ້ຳເຕັມໄປດ້ວຍພະລັງຊີວິດ, ນຳມາເຊິ່ງອາລົມຈິດພິເສດສຳລັບປະຊາຊົນ ແລະນັກທ່ອງທ່ຽວໂດຍກົງ.

leftcenterrightdel
ບັນດາກິດຈະກຳກິລາໃຕ້ນ້ຳໃນຂອບເຂດງານບຸນ. ພາບ: ຮຸ່ງຄວາ

ກໍ່ຢູ່ສວນສາທາລະນະທ່າເຮືອແບກດັ່ງ, ປະຊາຊົນ ແລະນັກທ່ອງທ່ຽວໄດ້ເຂົ້າຮ່ວມ, ບໍລິເວນວັດທະນະທຳ “ເຂດມໍລະດົກ”, ທີ່ແນະນໍາມໍລະດົກວັດທະນະທຳທີ່ມີລັກສະນະສະເພາະ, ຄື: ດົນຕີຕາຍຕື, ຂັບລຳເຈົ່າວັນ, ກວານຮໍ້ ບັກນິງ... ທ້າວ ຟານວັນບິ່ງ (ອາໄສຢູ່ເມືອງກໍ່ເວີບ, ນະຄອນໂຮ່ຈີມິນ) ແບ່ງປັນວ່າ “ຄອບຄົວຂ້າພະເຈົ້າ ມີຄວາມປະທັບໃຈຕໍ່ບັນດາກິດຈະກຳສະແດງກິລາໃຕ້ນ້ຳ, ສະແດງແສງສິລະປະຢູ່ນະຄອນ ກໍ່ຄືໄດ້ເຂົ້າຮ່ວມການລະຫຼິ້ນພື້ນເມືອງ. ງານບຸນຊ່ວຍໃຫ້ພວກຂ້າພະເຈົ້າເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄຸນຄ່າຂອງການທ່ອງທ່ຽວແມ່ນ້ຳ, ຍິ່ງເອກອ້າງທະນົງໃຈຕໍ່ນະຄອນບ່ອນທີ່ພວກຂ້າພະເຈົ້າ ດຳລົງຊີວິດ”.

ຕາງໜ້າບໍລິສັດການບໍລິການທ່ອງທ່ຽວ Saigontourist ຈໍາກັດຜູ້ດຽວ, ທ່ານນາງ ດ່ວານທິແທັງຈ່າ, ຜູ້ອຳນວຍການດ້ານການຕະຫຼາດ ແລະສື່ສານ ແບ່ງປັນວ່າ: “ພວກຂ້າພະເຈົ້າ ເຮັດໃໝ່ ແລະຜັນຂະຫຍາຍຫຼາຍຜະລິດຕະພັນການທ່ອງທ່ຽວດ້ວຍລາຍການທີ່ມີຄວາມດູດດື່ມເພື່ອຮັບໃຊ້ນັກທ່ອງທ່ຽວໃນຕະຫຼອດໄລຍະດຳເນີນງານບຸນແມ່ນ້ຳ. ໃນນັ້ນ, ລາຍການ “Chill ພ້ອມກັບງານບຸນແມ່ນໍ້ານະຄອນໂຮ່ຈີມິນ” ບັນລຸ 100% ຄາດໝາຍທີ່ໄດ້ວາງອອກກ່ຽວກັບການດຶງດູດນັກທ່ອງທ່ຽວ”. ທ່ານນາງ ຟ້າມເຟືອງແອັງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນສື່ມວນຊົນການທ່ອງທ່ຽວຫວຽດ ແບ່ງປັນວ່າ: “ຕອບສະໜອງງານບຸນ, ບໍລິສັດຈະຜັນຂະຫຍາຍບັນດາລາຍການທ່ອງທ່ຽວພາຍໃນຕົວເມືອງເຊື່ອມຕໍ່ບັນດາສະຖານທີ່ທ່ອງທ່ຽວດ້ວຍທາງນ້ຳ ແລະໄດ້ຮັບການຕີລາຄາສູງ, ສ້າງຄວາມສຳລານໃຈໃຫ້ນັກທ່ອງທ່ຽວ.

ໃນຕະຫຼອດ 10 ວັນດຳເນີນງານບຸນແມ່ນ້ຳນະຄອນໂຮ່ຈີມິນ ຄັ້ງທີ 2, ປະຊາຊົນ ແລະນັກທ່ອງທ່ຽວ ໄດ້ຢ້ຽມຊົມວັດທະນະທຳ, ການທ່ອງທ່ຽວແມ່ນ້ຳທີ່ເປັນມູນເຊື້ອ ແລະທັນສະໄໝຫຼາຍປະເພດ. ຕາມສະຫາຍນາງ ຫງວຽນທິແອັງຮວາ, ຫົວໜ້າພະແນກທ່ອງທ່ຽວນະຄອນໂຮ່ຈີມິນ ແລ້ວ, ງານບຸນໄດ້ນຳມາເຊິ່ງຄຸນຄ່າດ້ານການທ່ອງທ່ຽວ-ເສດຖະກິດ, ວັດທະນະທຳ-ການສຶກສາ ແລະມູນເຊື້ອ-ເຄື່ອງໝາຍການຄ້າ.  ງານບຸນປະກອບສ່ວນກຳນົດເຄື່ອງໝາຍການຄ້າການທ່ອງທ່ຽວນະຄອນ ໂຮ່ຈີມິນ-ຕົວເມືອງ ແມ່ນ້ຳທີ່ເຕັມໄປດ້ວຍສີສັນວັດທະນະທຳ, ນະຄອນແຫ່ງງານບຸນ. ຈາກນັ້ນ, ດຶງດູດນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດມານະຄອນເປັນຈຳນວນຫຼວງຫຼາຍ, ປະກອບສ່ວນໃຫ້ການເຕີບໂຕຂອງຂະແໜງການທ່ອງທ່ຽວ.

ຈຸດພົ້ນເດັ່ນຂອງການທ່ອງທ່ຽວຕົວເມືອງແມ່ນ້ຳ

ດ້ວຍທ່າແຮງທີ່ມີທາງນ້ຳຍາວກວ່າ 1.000km, ຂະແໜງການທ່ອງທ່ຽວນະຄອນໂຮ່ຈີມິນ ສ້າງບັນດາຜະລິດຕະພັນການທ່ອງທ່ຽວບໍ່ພຽງຕາມແມ່ນ້ຳໄຊງ່ອນ ເທົ່າ ນັ້ນ ຫາກຍັງຢູ່ບັນດາຄອງເໝືອງພາຍໃນຕົວເມືອງ, ຄື: ຍຽວໂລກ-ທິແຫງ່, ເຕົ່າຫູ-ເບ໊ນແງະ...ເຊື່ອມຕໍ່ກັບລະບົບຮ່ອງຮອຍປະຫວັດສາດ, ວັດທະນະທຳອີກດ້ວຍ. ຕາມການຕີລາຄາຂອງບັນດານັກຊ່ຽວຊານຂະແໜງການທ່ອງທ່ຽວແລ້ວ  ງານບຸນຂຸດຄົ້ນໄດ້ບັນດາຄຸນຄ່າຊັບພະຍາກອນແມ່ນ້ຳ, ສ້າງ “ກຳລັງໜູນ” ເພື່ອຂຸດຄົ້ນບັນດາສະຖານທີ່ທ່ອງທ່ຽວຂອງນະຄອນໂຮ່ຈີມິນ. ດ້ານອື່ນ, ງານບຸນແມ່ນ້ຳທັງສ້າງກາລະໂອກາດແນະນຳຜະລິດຕະພັນທ່ອງທ່ຽວທາງນ້ຳ ເຖິງນັກທ່ອງທ່ຽວທັງເຊື່ອມຕໍ່ລາຍການທ່ອງທ່ຽວຈາກນະຄອນໂຮ່ຈີມິນ ໄປສູ່ບັນດາທ້ອງຖິ່ນອ້ອມຂ້າງ.

ໂດຍແມ່ນທ້ອງຖິ່ນຕອບສະໜອງງານບຸນຢ່າງຕັ້ງໜ້າ, ສະຫາຍ ເຈົາຊວນດ້າຍຖັ໊ງ, ຮອງປະທານຄະນະກຳມະການປະຊາຊົນເມືອງ 7 ໃຫ້ຮູ້ວ່າ: “ເມືອງ 7 ເອົາໃຈໃສ່ພັດທະນາຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະ, ນັ້ນແມ່ນການເຄື່ອນໄຫວກິລາໃຕ້ນ້ຳ. ບັນດາການເຄື່ອນໄຫວຕອບສະໜອງງານບຸນແມ່ນ້ຳຄັ້ງນີ້ ພວກຂ້າພະເຈົ້າຈັດຕັ້ງເປັນປະຈຳເພື່ອຊຸກຍູ້ຄວາມຕ້ອງການທ່ອງທ່ຽວ, ຜັນຂະຫຍາຍແຜນນະໂຍບາຍ “ໜຶ່ງເມືອງໜຶ່ງຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ” ໃຫ້ມີປະສິດທິຜົນ.

leftcenterrightdel
ການສະແດງແສງສິລະປະດ້ວຍອຸປະກອນ drone ໃນງານບຸນ. ພາບ: ຮຸ່ງຄວາ

ເພື່ອໃຫ້ນະຄອນໂຮ່ຈີມິນ ກາຍເປັນນະຄອນຈັດຕັ້ງເຫດການ ແລະງານບຸນ, ຍຸດທະສາດພັດທະນາການທ່ອງທ່ຽວນະຄອນເຖິງປີ 2030 ກຳນົດ 3 ກຸ່ມຜະລິດຕະພັນການທ່ອງທ່ຽວ, ລວມມີ: ຜະລິດຕະພັນການທ່ອງທ່ຽວຈຳເພາະ, ຜະລິດຕະພັນທ່ອງທ່ຽວຫຼັກ ແລະຜະລິດຕະພັນທ່ອງທ່ຽວສຳຮອງ. ໃນນັ້ນ, ຜະລິດຕະພັນທ່ອງທ່ຽວທາງນ້ຳແມ່ນໃນກຸ່ມຜະລິດຕະພັນທ່ອງທ່ຽວຈຳເພາະ, ລວມມີຜະລິດຕະພັນໃນບໍລິເວນ ແລະເຊື່ອມຕໍ່ຈາກນະຄອນໂຮ່ຈີມິນ ເຖິງບັນດາທ້ອງຖິ່ນ, ໃຈກາງທ່ອງທ່ຽວຂອງທິດຕາເວັນອອກຂອງພາກໃຕ້ ແລະທົ່ງພຽງແມ່ນ້ຳຂອງ.

ສະຫາຍ ຟານວັນໝາຍ, ກຳມະການສູນກາງພັກ, ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະກາປະຊາຊົນນະຄອນໂຮ່ຈີມິນ ເນັ້ນໜັກວ່າ: “ງານບຸນແມ່ນ້ຳນະຄອນໂຮ່ຈີມິນ ເພື່ອແນໃສ່ເຊີດຊູຄວາມງາມ ແລະຄຸນຄ່າຂອງແມ່ນ້ຳທີ່ເປັນມໍລະດົກ, ແຜ່ຂະຫຍາຍຄວາມເອກອ້າງທະນົງໃຈ ແລະຄວາມຮັກນະຄອນຜ່ານບັນດາກິດຈະກຳຫຼາຍຮູບຫຼາບແບບ, ເອກະລັກສະເພາະ, ເຊື່ອມຕໍ່ລະຫວ່າງມູນເຊື້ອ ແລະທັນສະໄໝ. ນະຄອນມຸ່ງໄປເຖິງການສ້າງງານບຸນໃຫ້ເປັນເຫດການປະຈຳປີ, ມີຂອບຂະໜາດໃຫຍ່, ເປັນສັນຍາລັກສະເພາະ”.

ໂດຍ: ແສງເດືອນ