ຢູ່ແຂວງ ບິ່ງເຢືອງ, ປະຈຸບັນ ມີວິສາຫະກິດ 4.300 ກວ່າແຫ່ງ ດ້ວຍຍອດຈຳນວນເງິນລົງທຶນຈາກຕ່າງປະເທດ (FDI) ໄດ້ຈົດທະບຽນປະມານ 41 ຕື້ໂດລາສະຫະລັດ; ວິສາຫະກິດພາຍໃນປະເທດ 68.573 ແຫ່ງ ດ້ວຍຍອດຈຳນວນທຶນຈົດທະບຽນ 754.000 ຕື້ດົ່ງ. ອັດຕາສ່ວນການຜະລິດອຸດສາຫະກຳ ແລະການສົ່ງອອກສິນຄ້າໃນແຕ່ລະປີບັນລຸຫຼາຍສິບຕື້ໂດລາສະຫະລັດ, ສ້າງກາລະໂອກາດອັນໃຫຍ່ຫຼວງໃຫ້ບັນດາວິສາຫະກິດພາຍໃນ ແລະຕ່າງປະເທດເຊື່ອມຕໍ່ການຮ່ວມມື.

ຮູບແບບການຮ່ວມມື VSIP ທີ່ພົ້ນເດັ່ນ

ຮູບແບບການເຊື່ອມຕໍ່ທຸລະກິດທີ່ມີປະສິດທິຜົນແມ່ນບໍລິສັດຮ່ວມທຸລະກິດເຂດອຸດສາຫະກໍາ ຫວຽດນາມ - ສິງກະໂປ (VSIP) ໂດຍບໍລິສັດໃຫຍ່ Becamex IDC (ຫວຽດນາມ) ແລະ Sembcorp Development (ສິງກະໂປ) ສ້າງຕັ້ງຂຶ້ນ. ເປົ້າໝາຍຂອງ VSIP ແມ່ນກໍ່ສ້າງເຂດອຸດສາຫະກຳທັນສະໄໝເພື່ອຮຽກຮ້ອງການລົງທຶນຈາກຕ່າງປະເທດ, ປະກອບສ່ວນຊຸກຍູ້ການຫັນເປັນອຸດສາຫະກຳ ແລະຫັນເປັນທັນສະໄໝຂອງແຂວງບິ່ງເຢືອງ.

ທ່ານ ຫງວຽນວັນຮຸ່ງ, ປະທານຮ່ວມສະພາບໍລິຫານ VSIP Group ແບ່ງປັນວ່າ, ບໍລິສັດ Becamex, Sembcorp ແລະບັນດາຄູ່ຮ່ວມມືໄດ້ປະຕິບັດໜ້າທີ່ໃໝ່, ມຸ່ງໄປເຖິງເປົ້າໝາຍພັດທະນາຢ່າງມີປະສິດທິຜົນ ແລະປະກອບສ່ວນເຂົ້າໃນການກໍ່ສ້າງແຂວງບິ່ງເຢືອງ ແລະການພັດທະນາລວມຂອງປະເທດ. VSIP ໄດ້ຮັບການຮັບຮູ້ວ່າແມ່ນເຂດອຸດສາຫະກຳຕົວແບບ, ບໍ່ພຽງແຕ່ຢູ່ຫວຽດນາມ ເທົ່ານັ້ນ ຫາກຍັງຢູ່ພາກພື້ນອີກດ້ວຍ.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ໃນໄລຍະສອງທົດສະວັດທີ່ຜ່ານມາ, VSIP ໄດ້ຫັນປ່ຽນຈາກເຂດອຸດສາຫະກຳແບບດັ້ງເດີມມາເປັນເຂດອຸດສາຫະກຳປະສົມຕົວເມືອງ - ອຸດສາຫະກໍາ, ນຳມາເຊິ່ງບັນດາມາດຕະການຕົວເມືອງໃໝ່, ພື້ນຖານໂຄງລ່າງແບບຍືນຍົງ ແລະດຶງດູດນັກລົງທຶນທີ່ມີມູນຄ່າສູງກວ່າ. ມາຮອດປະຈຸບັນ, VSIP ໄດ້ດຶງດູດ 630 ວິສາຫະກິດທີ່ມາຈາກ 30 ປະເທດ, ດ້ວຍຍອດຈຳນວນທຶນ FDI ກວ່າ 9 ຕື້ໂດລາສະຫະລັດ ແລະຍອດມູນຄ່າການສົ່ງອອກລວມແມ່ນ 32 ຕື້ໂດລາສະຫະລັດ, ໄດ້ສ້າງວຽກເຮັດງານທຳໃນຂົງເຂດບໍລິການອຸດສາຫະກຳ 174.000 ຄົນ.

ດ້ວຍພື້ນຖານໂຄງລ່າງຈາກເຂດອຸດສາຫະກໍາ VSIP 1 ຢູ່ແຂວງ ບິ່ງເຢືອງ ນັບແຕ່ປີ 1996, ປະຈຸບັນໄດ້ມີ 11 ເຂດອຸດສາຫະກຳ VSIP ດຳເນີນທຸລະກິດ, ສ້າງກຳລັງໜູນທີ່ສໍາຄັນໃນການດຶງດູດການລົງທຶນ ແລະພັດທະນາເສດຖະກິດຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ.

ຫວ່າງມໍ່ໆມານີ້, VSIP ໄດ້ຮັບການໜູນຊ່ວຍຈາກຫຼາຍທ້ອງຖິ່ນ ຄື: ນາມດິງ, ແຄ໊ງຮ່ວາ, ນິງບິ່ງ, ຫາຍຟ່ອງ, ເຕິຍນິງ, ຫາຍເຢືອງ, ແທງຮ່ວາ, ຮ່າຕິງ, ເທື່ອທຽນເຫ້ວ, ບິ່ງເຟືອກ, ກວາງຫງາຍ, ທ໊າຍບິ່ງ... ແລະຮ່ວມມືພັດທະນາບັນດາໂຄງການ VSIP ໃໝ່.

ສ້າງຂົວເຊື່ອມຕໍ່

ໃນສະພາບການໂລກາພິວັດ ແລະເຊື່ອມໂຍງເຂົ້າກັບສາກົນທີ່ພວມດໍາເນີນຢ່າງແຂງແຮງ, ການເຂົ້າຮ່ວມໃນລະບົບຕ່ອງໂສ້ການສະໜອງທົ່ວໂລກແມ່ນບາດກ້າວທີ່ຈຳເປັນຂອງວິສາຫະກິດຫວຽດນາມ. ທ່ານ Eliseo Barcas, ຜູ້ອຳນວຍການໃຫຍ່ Tetra Pak ຫວຽດນາມ (VSIP 2A), ໃຫ້ຮູ້ວ່າ: Tetra Pak ຍາມໃດກໍ່ພ້ອມແລ້ວທີ່ຈະຕ້ອນຮັບບັນດາວິສາຫະກິດທ້ອງຖິ່ນເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງຂອງຕົນ, ທະແນມວ່າປະຕິບັດຕາມມາດຕະຖານປົກປັກຮັກສາສິ່ງແວດລ້ອມ ແລະການພັດທະນາແບບຍືນຍົງ. ບໍລິສັດໜູນຊ່ວຍວິສາຫະກິດທ້ອງຖິ່ນສ້າງກໍາລັງຄວາມສາມາດໃນການຜະລິດກ່ອງເຈ້ຍຄືນໃໝ່, ປະກອບສ່ວນເຂົ້າໃນຍຸດທະສາດເສດຖະກິດໝູນວຽນ ແລະປ່ອຍອາຍພິດຕໍ່າຂອງ Tetra Pak ໃນທົ່ວໂລກ.

ທ່ານ ເຈິ່ນແທງຈ້ອງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ Sang Ban Mai, ປະທານສະມາຄົມກົນຈັກ-ໄຟຟ້າແຂວງ ບິ່ງເຢືອງ ໃຫ້ຮູ້ວ່າ, ເພື່ອສ້າງຂົວເຊື່ອມຕໍ່, ບັນດາຂະແໜງອຸດສາຫະກຳຕ້ອງມີທາດກະຕຸ້ນເພື່ອແນໃສ່ເຊື່ອມຕໍ່ລະຫວ່າງວິສາຫະກິດ FDI ແລະວິສາຫະກິດພາຍໃນປະເທດ, ສ້າງຕ່ອງໂສ້ການສະໜອງເຊື່ອມຕໍ່ຜະລິດຕະພັນ ແລະປຸງແຕ່ງລະຫວ່າງໂຮງງານອຸດສາຫະກໍາສໍາຮອງກັບບັນດາວິສາຫະກິດ FDI. ສິ່ງເຫຼົ່ານີ້ຈະປະກອບສ່ວນສ້າງເຄືອຂ່າຍຜູ້ສະໜອງພາຍໃນປະເທດໃຫ້ມີກໍາລັງຄວາມສາມາດທີ່ດີ, ຕອບສະໜອງການດຶງດູດເງິນລົງທຶນ ແລະພັດທະນາອຸດສາຫະກຳແບບຍືນຍົງ.

ທ່ານ ຫງວຽນວັນແຢ່ງ ຮອງປະທານຄະນະກຳມະການປະຊາຊົນແຂວງບິ່ງເຢືອງ ໃຫ້ຮູ້ວ່າ: ໃນສະພາບການເຊື່ອມໂຍງເສດຖະກິດສາກົນນັບມື້ນັບເລິກເຊິ່ງ, ການສ້າງ ແລະຮັກສາສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກແມ່ນປັດໄຈສຳຄັນເພື່ອດຶງດູດການລົງທຶນ, ຊຸກຍູ້ການພັດທະນາເສດຖະກິດ. ອໍານາດການປົກຄອງແຂວງ ໄດ້ຜັນຂະຫຍາຍຫຼາຍໂຄງການສົ່ງເສີມການຄ້າ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ຜູ້ຜະລິດ, ຜູ້ສະໜອງສາມາດພົບປະ ແລະເຊື່ອມຕໍ່ກັບບັນດາກຸ່ມບໍລິສັດຂາຍຍ່ອຍ, ລະບົບຈໍາໜ່າຍ ແລະວິສາຫະກິດນໍາເຂົ້າ-ສົ່ງອອກ.

ທ່ານ ຫງວຽນວັນແຢ່ງ ໃຫ້ຮູ້ວ່າ: ແຂວງຍາມໃດກໍ່ສົ່ງເສີມ ແລະໜູນຊ່ວຍບັນດາວິສາຫະກິດພາຍໃນຍົກສູງກໍາລັງຄວາມສາມາດ, ຕອບສະໜອງບັນດາມາດຕະຖານສາກົນ ເພື່ອໃຫ້ໄດ້ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງທົ່ວໂລກ. ພ້ອມທັງ ແຂວງກໍ່ຈະສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ FDI ເຊື່ອມຕໍ່ກັບຜູ້ສະໜອງທ້ອງຖິ່ນ, ເພື່ອແນໃສ່ສ້າງເຄືອຂ່າຍສະໜອງແບບຍືນຍົງ ແລະເພີ່ມທະວີຕົ້ນທຶນການຜະລິດ. ການສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກ ແລະຍືນຍົງ ບໍ່ພຽງແຕ່ຊ່ວຍໃຫ້ວິສາຫະກິດພັດທະນາເທົ່ານັ້ນ ແຕ່ຍັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງແຂວງ ແລະທົ່ວປະເທດຢ່າງຕັ້ງໜ້າອີກດ້ວຍ.

ບິ່ງເຢືອງ ຍາມໃດກໍ່ສົ່ງເສີມການຮ່ວມມືກັບຄູ່ຮ່ວມມື FDI, ພ້ອມທັງຊ່ວຍໃຫ້ບັນດາວິສາຫະກິດ FDI ຂຸດຄົ້ນບັນດາແຫຼ່ງກຳລັງ ແລະຄວາມສາມາດບົ່ມຊ້ອນທີ່ມີຢູ່ຫວຽດນາມ. ຮູບແບບການຮ່ວມມືນີ້ຫວັງວ່າຈະໄດ້ຮັບການແຜ່ຂະຫຍາຍຢູ່ບັນດາທ້ອງຖິ່ນອື່ນ, ປະກອບສ່ວນຊຸກຍູ້ການພັດທະນາລວມຂອງພື້ນຖານເສດຖະກິດ.

ໂດຍ: ຈາງຫງວຽນ