leftcenterrightdel
ຄ້າຍທະຫານຊາຍແດນດ່ານສາກົນ ລາວບາວ (ຫວຽດນາມ) ປະສານສົມທົບກັບກອງຮ້ອຍທະຫານຊາຍແດນ 320 (ລາວ) ສະກັດກັ້ນ, ໂຄສະນາບໍ່ອົບພະຍົບເສລີ, ການເຂົ້າ-ອອກເມືອງແບບຜິດກົດໝາຍ. ພາບ: ສໍານັກຂ່າວສານຫວຽດນາມ

ເຂົ້າຮ່ວມ ແລະຊີ້ນຳການເຝິກຊ້ອມມີທ່ານພົນຈັດຕະວາ ຫວໍຕຽນງີ, ຮອງຜູ້ບັນຊາການທະຫານຊາຍແດນຫວຽດນາມ; ທ່ານພັນເອກ ອໍາພັນ ໄຊຍາສຸບັດ ເປັນຮອງຜູ້ບັນຊາການ ທັງເປັນຫົວໜ້າເສນາທິການທະຫານຊາຍແດນ ລາວ.

ຕາມຄະນະຈັດຕັ້ງແລ້ວ, ການເຝິກຊ້ອມໄດ້ສຳເລັດຕາມຈຸດປະສົງຄວາມຕ້ອງການ, ແຜນການທີ່ວາງອອກ, ຮັບປະກັນຄວາມປອດໄພທຸກດ້ານ. ວິວັດການເຝິກຊ້ອມກໍາລັງ, ສອງຝ່າຍກໍ່ໄດ້ຖອດຖອນໄດ້ຫຼາຍບົດຮຽນອັນລໍ້າຄ່າໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ.

leftcenterrightdel
ບັນດາສະມາຊິກທະຫານຊາຍແດນແຂວງກວາງຈິ ແລກປ່ຽນຄຳເຫັນຢູ່ສໍານັກບັນຊາປະສານສົມທົບໃນການເຝິກຊ້ອມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານພົນຈັດຕະວາ ຫວໍຕຽນງີ, ຮອງຜູ້ບັນຊາການທະຫານຊາຍແດນ ຕີລາຄາສູງວຽກງານກະກຽມທຸກດ້ານຂອງບັນດາກໍາລັງ, ກົມກອງທີ່ກ່ຽວຂ້ອງເພື່ອການເຝິກຊ້ອມສໍາເລັດຜົນ. ວຽກງານສົມທົບກັນຝຶກແອບຂອງສອງແຂວງໄດ້ສະໜິດຕິດພັນສະພາບການຕົວຈິງຂອງທ້ອງຖິ່ນ; ວຽກງານເຄື່ອນໄຫວກົນໄກການຮ່ວມມືພ້ອມກັນແກ້ໄຂບັນດາຄະດີ, ເຫດການຊາຍແດນຖືກກັບແຜນນະໂຍບາຍ, ວິທີທາງຮັບມື ແລະນິຕິກໍາຂອງແຕ່ລະປະເທດ. ຜ່ານນັ້ນ, ປະກອບສ່ວນສ້າງປະຖົມປັດໄຈສໍາຄັນເພື່ອໃຫ້ບັນດາກົມກອງເປັນເຈົ້າການໃນວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນໃຫ້ໝັ້ນຄົງເຂັ້ມແຂງ.

leftcenterrightdel
ທ່ານພົນຈັດຕະວາ ຫວໍຕຽນງີ ມອບໃບຍ້ອງຍໍຂອງກອງບັນຊາການທະຫານຊາຍແດນໃຫ້ບັນດາໝູ່ຄະນະ ແລະບຸກຄົນເຂົ້າຮ່ວມການເຝິກຊ້ອມ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ ພັນເອກ ອໍາພັນ ໄຊຍາສຸບັດ ແລ້ວ, ຜ່ານການເຝິກຊ້ອມ, ທະຫານຊາຍແດນຫວຽດນາມ ໄດ້ໜູນຊ່ວຍ, ແບ່ງປັນບົດຮຽນອັນລໍ້າຄ່າໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ປະກອບສ່ວນສໍາຄັນໃນວຽກງານປັບປຸງ, ສ້າງກໍາລັງທະຫານຊາຍແດນລາວ ທ່ີນັບມື້ນັບໃຫຍ່ໂຕ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ໃນສະພາບການໃໝ່ຢ່າງທັນການ; ພ້ອມກັນສ້າງຊາຍແດນສັນຕິພາບ, ສະຖຽນລະພາບ, ພ້ອມທັງຮັດແໜ້ນນໍ້າໃຈສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ.

ໂດຍ: ໄຊນີດາ