ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ ໃນໄລຍະຜ່ານມາເສດຖະກິດຫວຽດນາມ ມີຈຸດເດັ່ນຫຼາຍຢ່າງໃນສະພາບທີ່ເສດຖະກິດໂລກປະສົບກັບຄວາມຫຍຸ້ງຍາກ. ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າບັນດາປັດໃຈຍາກທີ່ຈະຄາດຄະເນໄດ້ຢູ່ພາຍນອກນັ້ນ, ຫວຽດນາມ ທັງຕ້ອງຄວບຄຸມໄພເງິນເຟີ້ໃຫ້ເປັນຢ່າງດີ, ທັງຊຸກຍູ້ການ້ເຕີບໂຕ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ.

ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງບາງໜ້າທີ່, ມາດຕະການແກ້ໄຂຈຸດສຸມໃນການພັດທະນາເສດຖະກິດ, ສັງຄົມ, ລວມມີ: ຍູ້ແຮງການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ໜູນຊ່ວຍວິສາຫະກິດ, ຊຸກຍູ້ການຜະລິດ, ດຳເນີນທຸລະກິດ…

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພ່າບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບການຄວບຄຸມໄພເງິນເຟີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັ້ກວ່າ, ຕ້ອງເປັນເຈົ້າການດັດສົມແຫຼ່ງສິນຄ້າໃນໂອກາດທ້າຍປີ, ງານບຸນ, ບຸນເຕັດ ເພື່ອສະກັດກັ້ນສິນຄ້າເພີ່ມລາຄາ. ກ່ຽວກັບໂຄງການຈຸດສຸມແຫ່ງຊາດຈຳນວນໜຶ່ງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສຸມໃສ່ສ້າງຂໍ້ກຳນົດດ້ານກົດໝາຍໃຫ້ສົມບູນແບບ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດດ້ານນິຕິກຳໃຫ້ແກ່ບັນດາວິສາຫະກິດ, ຍູ້ແຮງການຜັນຂະຫຍາຍບັນດາໂຄງການ.

ໂດຍ: ກວຽດເຕິມ