ນັກຂ່າວ: ທ່ານຕີລາຄາແນວໃດກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ໃນຂົງເຂດລ້ຽງສິນໃນນ້ຳ ແລະການນຳເຂົ້າ - ສົ່ງອອກ?

ທ່ານ Kang Do-hyung: ສະບາຍດີ, ຂ້າພະເຈົ້າ ດີໃຈຫຼາຍທີ່ມີໂອກາດໄດ້ແບ່ງປັນກັບເພື່ອນຮ່ວມງານຫວຽດນາມ ຂອງຂ້າພະເຈົ້າກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງຂົງເຂດທີ່ຂ້າພະເຈົ້າຮັບຜິດຊອບ. ຕາມທີ່ພວກເພື່ອນຮັບຮູ້ມານັ້ນ, ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າສິນໃນນໍ້າຕົ້ນຕໍຂອງ ສ.ເກົາຫຼີ. ຫວຽດນາມ ແມ່ນປະເທດນຳເຂົ້າສິນໃນນໍ້າໃຫຍ່ອັນດັບທີ 3 ຂອງ ສ.ເກົາຫຼີ ແລະຮອດປີ 2023, ປະລິມານການນຳເຂົ້າບັນລຸປະມານ 800 ລ້ານໂດລາສະຫະລັດ.

ປີນີ້, ພວກຂ້າພະເຈົ້າຄາດຄະເນວ່າ ຈະສືບຕໍ່ຮ່ວມມືທີ່ກ່ຽວຂ້ອງເຖິງການຄ້າສິນໃນນ້ຳ. ລັດຖະບານ ສ.ເກົາຫຼີ ຈະຮ່ວມມືກັບບັນດາບໍລິສັດໃຫຍ່ຄື Lotte Mart ຢູ່ນະຄອນ ໂຮ່ຈີມິນ ເພື່ອຜັນຂະຫຍາຍບັນດາໂຄງການໂຄສະນາການຄ້າສິນໃນນໍ້າ, ສິນທະເລສົມທົບກັບຮ້ານອາຫານ.

leftcenterrightdel
ທ່ານ Kang Do-hyung ລັດຖະມົນຕີກະຊວງມະຫາສະໝຸດ ແລະສິນໃນນໍ້າ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ

ພ້ອມດຽວກັນນັ້ນ, ນອກຈາກດ້ານການຄ້າແລ້ວ, ການຮ່ວມມືລະຫວ່າງ ສ.ເກົາຫຼີ ແລະຫວຽດນາມ ກໍ່ນັບມື້ນັບເປີດກວ້າງໄປສູ່ຂົງເຂດເຕັກໂນໂລຢີ, ເຕັກນິກການລ້ຽງສິນໃນນ້ຳ. ສະຖາບັນວິທະຍາສາດສິນໃນນໍ້າແຫ່ງຊາດ ສ.ເກົາຫຼີ ແລະສະຖາບັນຄົ້ນຄວ້າລ້ຽງສິນໃນນ້ຳແຫ່ງຊາດຫວຽດນາມ (RIA1) ພວມປະຕິບັດ “ໂຄງການຮ່ວມມືດ້ານເຕັກນິກ ເພື່ອແນໃສ່ຍົກສູງສະມັດຕະພາບຂອງຂະແໜງລ້ຽງສິນໃນນ້ຳ” ຢູ່ແຂວງນາມດິ້ງ ແລະແຂວງ ນິງບິ່ງ ຢູ່ພາກເໜືອຫວຽດນາມ ເລີ່ມຜັນຂະຫຍາຍແຕ່ປີ 2022. ໄລຍະເວລາຂອງໂຄງການຈະແກ່ຍາວໄປຮອດປີ 2026 ດ້ວຍມູນຄ່າທັງໝົດ 3 ຕື້ວອນ.

ພວກຂ້າພະເຈົ້າຫວັງວ່າໂຄງການນີ້ຈະຊ່ວຍພັດທະນາການລ້ຽງສິນໃນນ້ຳຂອງທັງສອງປະເທດ ແລະພວກຂ້າພະເຈົ້າຈະສືບຕໍ່ສ້າງການພົວພັນຄູ່ຮ່ວມມືພັດທະນາການລ້ຽງສິນໃນນ້ຳແບບຍືນຍົງຜ່ານການຮ່ວມມືພັດທະນາເຕັກໂນໂລຊີຂອງການລ້ຽງສິນໃນນ້ຳກັບຫວຽດນາມ.

ນັກຂ່າວ: ທ່ານຕີລາຄາແນວໃດກ່ຽວກັບຄວາມມານະພະຍາຍາມຂອງຫວຽດນາມ ແລະບັນດາປະເທດໃນພາກພື້ນອາຊີ ໃນການລົບລ້າງ “ບັດເຫຼືອງ*” ຂອງຄະນະກຳມະການເອີລົບ ກ່ຽວກັບ IUU?

ທ່ານ Kang Do-hyung: ການຫາປາຜິດກົດໝາຍ ແລະບໍ່ລາຍງານ IUU ເປັນບັນຫາສໍາຄັນໜຶ່ງທີ່ເປັນໄພນາບຂູ່ຢ່າງໃຫຍ່ຫຼວງ ຕໍ່ການພັດທະນາອາຊີບຫາປາແບບຍືນຍົງ ແລະເປັນບັນຫາທີ່ບໍ່ສາມາດແກ້ໄຂໄດ້ດ້ວຍຄວາມພະຍາຍາມຂອງປະເທດດຽວ. ພວກຂ້າພະເຈົ້າຮູ້ວ່າ, ຫວຽດນາມ ຢາກລົບລ້າງ “ບັດເຫຼືອງ” ທີ່ສະຫະພາບເອີລົບ ຈັດວາງໃສ່. ຄວາມມານະພະຍາຍາມ ແລະມາດຕະການຂອງຫວຽດນາມ ໄດ້ສະແດງອອກໃຫ້ເຫັນໃນໄລຍະ 6 ປີຜ່ານມາໃນຫຼາຍດ້ານລວມທັງການປະກາດໃຊ້ກົດໝາຍທີ່ກ່ຽວຂ້ອງ ແລະການຄຸ້ມຄອງຂໍ້ມູນການຂຶ້ນທະບຽນກຳປັ່ນຫາປາ ແລະໃບອະນຸຍາດຫາປາຢ່າງໂປ່ງໃສ.

ສ.ເກົາຫຼີ ຂອງພວກຂ້າພະເຈົ້າພວມນຳໜ້າຫຼາຍກິດຈະກຳສ້າງກໍາລັງຄວາມສາມາດໃນຂອບເຂດສາກົນເພື່ອແນໃສ່ສະກັດກັ້ນ ແລະລົບລ້າງການເຄື່ອນໄຫວຂຸດຄົ້ນສິນໃນນ້ຳຜິດກົດໝາຍ. ຕາມນັ້ນແລ້ວ, ພວກຂ້າພະເຈົ້າສະໜັບສະໜູນຄວາມມານະພະຍາຍາມຂອງຫວຽດນາມ ແລະບັນດາປະເທດອາຊີອື່ນໃນການລົບລ້າງການເຄື່ອນໄຫວຂຸດຄົ້ນ IUU ໃນຖານະສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ສ.ເກົາຫຼີ ກໍ່ຈະຮ່ວມມືເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດຂອງບັນດາປະເທດອາຊີ ຄືຫວຽດນາມ ເພື່ອຮັບມືກັບ IUU.

ນັກຂ່າວ: ຂໍທ່ານລັດຖະມົນຕີໃຫ້ຮູ້ກ່ຽວກັບມາດຕະການຂອງ ສ.ເກົາຫຼີ ໃນການສະກັດກັ້ນການເຄື່ອນໄຫວຂຸດຄົ້ນ IUU ແລະຊຸກຍູ້ການພັດທະນາແບບຍືນຍົງຂອງຂະແໜງຫາປາເປັນຄືແນວໃດ?

ທ່ານ Kang Do-hyung: ຄືດັ່ງທີ່ຂ້າພະເຈົ້າ ໄດ້ກ່າວມາຂ້າງເທິງນັ້ນ, ສ.ເກົາຫຼີ ໄດ້ ແລະພວມມີຄວາມມານະພະຍາຍາມທັງພາຍໃນ ແລະສາກົນເພື່ອແນໃສ່ລົບລ້າງການເຄື່ອນໄຫວຂຸດຄົ້ນ IUU. ສ.ເກົາຫຼີ ກໍ່ຕັດສິນໃຈປະຕິບັດບັນດາມາດຕະການສະກັດກັ້ນກຳປັ່ນຫາປາ IUU ໝົດທຸກລຳໃຫ້ເຂົ້າທຽບທ່າ ແລະນຳເອົາຈຳນວນປາທີ່ຫາຜິດກົດໝາຍເຂົ້າທ່າກຳປັ່ນພາຍໃນປະເທດ. ຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າໄດ້ປັບປຸງກົດໝາຍ ແລະລະບົບຂໍ້ກຳນົດທີ່ກ່ຽວຂ້ອງຫຼາຍພໍສົມຄວນເພື່ອໃຫ້ກາຍເປັນປະເທດນຳໜ້າ, ມີຄວາມຮັບຜິດຊອບຕໍ່ການເຄື່ອນໄຫວ IUU. ພວກຂ້າພະເຈົ້າໄດ້ປະຕິບັດລະບົບການລົງໂທດເພື່ອຟື້ນຟູຜົນກຳໄລທີ່ບໍ່ຍຸດຕິທຳຈາກການຂຸດຄົ້ນ IUU ແລະໄດ້ເພີ່ມລະບົບຕິດຕາມກວດກາເພື່ອສະກັດກັ້ນການກະທຳ IUU ກັບບັນດາປະເທດທີ່ມີທ່າກຳປັ່ນ.

ພ້ອມກັນນັ້ນ, ພວກຂ້າພະເຈົ້າໄດ້ຊຸກຍູ້ການຮ່ວມມືກັບປະຊາຄົມສາກົນດ້ວຍການສ້າງລະບົບການຮ່ວມມືສອງຝ່າຍ ແລະຫຼາຍຝ່າຍເພື່ອລົບລ້າງການເຄື່ອນໄຫວຂຸດຄົ້ນ IUU. ສ.ເກົາຫຼີ ໄດ້ເປັນປະທານຈັດຕັ້ງການປຶກສາຫາລືກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງການລົບລ້າງການຂຸດຄົ້ນ IUU ເຊັ່ນ: ເປີດກວ້າງການຫາປາທີ່ປະຕິບັດຕາມກົດໝາຍ ແລະຫຼຸດຜ່ອນການຫາປາຜິດກົດໝາຍຂອງບັນດາອົງການຈັດຕັ້ງອາຊີບຫາປາໃນພາກພື້ນ.

ນັກຂ່າວ: ທ່ານສາມາດໃຫ້ຮູ້ກ່ຽວກັບຂໍ້ກຳນົດ ແລະມາດຕະການປັບໃໝລົງໂທດຂອງ ສ.ເກົາຫຼີ ຕໍ່ເຮືອຫາປາຕ່າງປະເທດ ແລະຊາວປະມົງທີ່ຫາສິນທະເລຜິດກົດໝາຍຢູ່ເຂດທະເລ ສ.ເກົາຫຼີ ໄດ້ບໍ?

ທ່ານ Kang Do-hyung: ລັດຖະບານ ສ.ເກົາຫຼີ ມີທັດສະນະຢ່າງເຂັ້ມງວດໃນການຈັດການເຄື່ອນໄຫວຫາປາຜິດກົດໝາຍຂອງກຳປັ່ນຫາປາຕ່າງປະເທດ, ຜ່ານນັ້ນປົກປັກຮັກສາອະທິປະໄຕທາງທະເລ ແລະປົກປັກຮັກສາແຫຼ່ງຊັບພະຍາກອນສິນໃນນ້ຳຂອງປະເທດ. ບົນພື້ນຖານກົດໝາຍ ແລະຂໍ້ກຳນົດທີ່ກ່ຽວຂ້ອງ, ສ.ເກົາຫຼີ ປະຕິບັດຄຳແນະນຳ, ປາບປາມ ແລະຄຸ້ມຄອງການເຄື່ອນໄຫວຫາປາຜິດກົດໝາຍຂອງຊາວຕ່າງປະເທດ ນອກຈາກຕາມກົດໝາຍສອງສະບັບຕົ້ນຕໍ, ຄື: ກົດໝາຍວ່າດ້ວຍອະທິປະໄຕການເຄື່ອນໄຫວເສດຖະກິດ, ການປະມົງ ແລະກົດໝາຍວ່າດ້ວຍເຂດທະເລ ແລະເຂດຊາຍແດນ.

ໃນກໍລະນີທີ່ປະເທດໜຶ່ງລົງນາມໃນຂໍ້ຕົກລົງວ່າດ້ວຍການຫາປາຕ່າງຫາກກັບ ສ.ເກົາຫຼີ, ເງື່ອນໄຂການຫາປາ ແລະຂໍ້ກຳນົດກ່ຽວກັບລະບຽບການເຂົ້າທຽບທ່າຂອງກຳປັ່ນຫາປາທັງສອງປະເທດຈະໄດ້ນຳໃຊ້ຕື່ມອີກ.

ທັດສະນະຂອງລັດຖະບານ ສ.ເກົາຫຼີ ແມ່ນເຄົາລົບກົດໝາຍແຕ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຍົກສູງຄວາມຮັບຮູ້, ສຶກສາອົບຮົມ, ບໍ່ໃຊ້ຄວາມຮຸນແຮງ.

ໂດຍ: ຈາງຫງວຽນ